ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໑ ທັນວາ ໒໐໒໔

ລັດຖະບານ ລາວ ຂາດແຄນເງິນທຶນ ສຳລັບໃຊ້ ໃນແຜນການພັດທະນາ ເພື່ອຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ


ພາບນີ້ຖ່າຍໃນວັນທີ 10 ມີນາ 2011 ສະແດງໃຫ້ເຫັນແມ່ຍິງ ແລະ ລູກນ້ອຍ ຢູ່ໜ້າເຮືອນຫຼັງນຶ່ງໃນໝູ່ບ້ານຂອງຊົນເຜົ່າ ກຶມມຸ, ແຂວງຫຼວງນໍ້າທາ.
ພາບນີ້ຖ່າຍໃນວັນທີ 10 ມີນາ 2011 ສະແດງໃຫ້ເຫັນແມ່ຍິງ ແລະ ລູກນ້ອຍ ຢູ່ໜ້າເຮືອນຫຼັງນຶ່ງໃນໝູ່ບ້ານຂອງຊົນເຜົ່າ ກຶມມຸ, ແຂວງຫຼວງນໍ້າທາ.

ລັດຖະບານ ລາວ ຂາດແຄນເງິນທຶນສຳລັບໃຊ້ໃນແຜນການພັດທະນາ ເພື່ອຫຼຸດຜ່ອນຄວາມຍາກຈົນຂອງປະຊາຊົນ ສ່ວນການລະບາດຂອງເຊື້ອໄວຣັສ COVID-19 ກໍເຮັດໃຫ້ມີຄົນຍາກຈົນເພີ່ມ ຂຶ້ນອີກ.


ທ່ານ ລຽນ ທິແກ້ວ ລັດຖະມົນຕີວ່າການກະຊວງກະສິກຳ-ປ່າໄມ້ ຖະແຫຼງຍອມຮັບວ່າການຈັດຕັ້ງປະຕິບັດແຜນການຫຼຸດຜ່ອນບັນຫາຍາກຈົນຂອງປະຊາຊົນ ລາວ ບັນດາເຜົ່າໃນຕະຫຼອດປີ 2020 ນີ້ຈະບໍ່ສາມາດບັນລຸເປົ້າໝາຍທີ່ວາງໄວ້ ເພາະການລະບາດຂອງພະຍາດໄວຣັສ COVID-19 ເຮັດໃຫ້ລັດຖະບານ ລາວ ຈັດເກັບລາຍຮັບໄດ້ຕໍ່າກວ່າເປົ້າໝາຍທີ່ວາງໄວ້ ຈຶ່ງເຮັດໃຫ້ຂາດແຄນເງິນທຶນສຳລັບນຳໃຊ້ໃນແຜນການຫຼຸດຜ່ອນຄວາມຍາກຈົນຂອງປະຊາຊົນໃນທົ່ວປະເທດ ທັງຍັງປາກົດວ່າມີປະຊາຊົນ ລາວ ຍາກຈົນເພີ່ມຂຶ້ນອີກດ້ວຍ ເພາະການຖືກເລີກຈ້າງໂດຍບັນດາບໍລິສັດເອກະຊົນທີ່ຖືກກະທົບຈາກການລະບາດຂອງເຊື້ອໄວຣັສ COVID-19 ໃນປັດຈຸບັນ ຊຶ່ງດ້ວຍສະ ພາບການດັ່ງກ່າວ ຍັງເຮັດໃຫ້ຕ້ອງເລື່ອນກຳນົດຄາດໝາຍຂອງການລົບລ້າງຄວາມຍາກຈົນຂອງປະຊາຊົນ ລາວ ໃນຫຼາຍເຂດແຂວງ ກໍຄືການເລື່ອນຈາກກຳນົດເດີມໃນປີ 2020 ໄປເປັນປີ 2024-2025 ອີກດ້ວຍ.

ສ່ວນທ່ານ ຄຳເຜີຍ ບຸດດາວວຽງ ເຈົ້າແຂວງເຊກອງ ຖະແຫຼງຍອມຮັບວ່າການລົບລ້າງຄວາມຍາກຈົນຂອງປະຊາຊົນໃນແຂວງເຊກອງ ໃຫ້ໄດ້ຢ່າງສິ້ນເຊີງນັ້ນຈະຕ້ອງໃຊ້ເວລາຢ່າງນ້ອຍ 5 ປີທັງຍັງຈະຕ້ອງຈັດຕັ້ງປະຕິບັດໃຫ້ໄດ້ຕາມເປົ້າໝາຍແຜນການທີ່ວາງໄວ້ໃນຕະຫຼອດປີ 2021-2025 ດ້ວຍ ກໍຄືການເຮັດໃຫ້ເສດຖະກິດຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍ 7 ເປີເຊັນຕໍ່ປີ ຊຶ່ງຈະເຮັດໃຫ້ຍອດຜະລິດຕະພັນລວມ (GDP) ຖົວສະເລ່ຍເປັນລາຍໄດ້ຂອງປະຊາຊົນໃນແຂວງເຊກອງ ທີ່ລະດັບ 2,300 ໂດລາຕໍ່ຄົນໃນປີ 2025 ພ້ອມກັນນີ້ ກໍຈະຕ້ອງພັດທະນາ-ປັບປຸງ ເພື່ອຍົກລະດັບປະສິດທິພາບຜະລິດສິນຄ້າ ແລະ ສະບຽງອາຫານໃຫ້ໄດ້ມາດຕະຖານສາກົນອີກດ້ວຍ ດັ່ງທີ່ທ່ານ ຄຳເຜີຍ ໃຫ້ການຢືນຢັນວ່າ

“ນຳໃຊ້ເຕັກໂນໂລຍີ ແລະ ນະວັດຕະກຳອັນໃໝ່ເຂົ້າໃນການຜະລິດການບໍລິການ, ຍົກສູງປະສິດ ທິພາບກົນໄກການຄຸ້ມຄອງ ແລະ ບໍລິຫານປະຕູດຽວ, ປະຕິບັດນະໂຍບາຍເປີດກວ້າງທີ່ເອື້ອອຳ ນວຍ, ສະໜອງປັດໃຈພື້ນຖານທີ່ຈຳເປັນ, ລະດົມທຶນພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍຂຶ້ນ, ສຸມໃສ່ການຜະລິດເຂົ້າເຂດເມືອງລະມາມ, ຜະລິດກາເຟ, ພືດຜັກ ເຂດເມືອງທ່າແຕງ ແລະ ລ້ຽງສັດໃຫຍ່ເຂດເມືອງດາກຈຶງ, ເມືອງລະມາມ, ຍົກສູງສະມັດຕະພາບ,​ສາມາດແຂ່ງຂັນສິນຄ້າກະສິກຳກັບຕ່າງປະເທດ, ຮັບປະກັນສະບຽບອາຫານໃຫ້ສາມາດກຸ້ມກິນ.”

ສຳລັບໃນປີ 2020 ລັດຖະບານສາມາດສະໜັບສະໜູນງົບປະມານໃຫ້ກອງທຶນລົບລ້າງຄວາມທຸກ ຍາກແຫ່ງຊາດໄດ້ພຽງ 120 ຕື້ກີບທີ່ພຽງພໍສຳລັບການຈັດຕັ້ງປະຕິບັດໂຄງການພັດທະນາຊົນນະ ບົດ ເພື່ອລົບລ້າງຄວາມຍາກຈົນໃນ 144 ຈຸດສຸມເທົ່ານັ້ນຈາກທັງໝົດ 449 ຈຸດສຸມທົ່ວປະເທດ. ສ່ວນເຂດຈຸດສຸມທີ່ບໍ່ສາມາດຈັດຕັ້ງປະຕິບັດໂຄງການໄດ້ໃນປີ 2020 ນີ້ກໍຕ້ອງເລື່ອນອອກໄປໃນປີ 2021 ຢ່າງຫຼີກລ່ຽງບໍ່ໄດ້.

ສ່ວນເຈົ້າໜ້າທີ່ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໃນ ລາວ ເປີດເຜີຍວ່າການຈັດຕັ້ງປະຕິບັດແຜນການຫຼຸດຜ່ອນບັນຫາຍາກຈົນໃນ ລາວ ດຳເນີນໄປໄດ້ຕໍ່າກວ່າເປົ້າໝາຍທີ່ວາງໄວ້ ໂດຍເຫັນໄດ້ຈາກຈຳນວນປະຊາຊົນ ລາວ 632,909 ຄົນທີ່ມີຊີວິດການເປັນຢູ່ຍາກຈົນຢ່າງຍິ່ງ ຫຼືມີລາຍໄດ້ຕໍ່າກວ່າ 1.9 ໂດລາຕໍ່ວັນ ຄິດເປັນ 9 ເປີເຊັນຂອງຈຳນວນປະຊາກອຍ ລາວ ທັງໝົດໃນປັດຈຸບັນ ຈຶ່ງເປັນການຍາກທີ່ລັດຖະບານ ລາວ ຈະລົບລ້າງບັນຫາຍາກຈົນໃຫ້ໄດ້ຢ່າງສິ້ນເຊີງໃນປີນີ້.

ໃນຈຳນວນປະຊາຊົນ ລາວ ທີ່ມີລາຍໄດ້ຕໍ່າກວ່າ 1.9 ໂດລາຕໍ່ຄົນຕໍ່ວັນດັ່ງກ່າວນີ້ກໍແບ່ງເປັນກຸ່ມທີ່ອາໄສຢູ່ໃນເຂດຕົວເມືອງ 153,184 ຄົນກັບກຸ່ມທີ່ອາໄສຢູ່ໃນເຂດຊົນນະບົດ 479,729 ຄົນ ຊຶ່ງຄິດເປັນ 5 ເປີເຊັນ ແລະ 11 ເປີເຊັນຂອງປະຊາກອນ ລາວ ທີ່ອາໄສຢູ່ໃນເຂດຕົວເມືອງ ແລະ ເຂດຊົນນະບົດຕາມລຳດັບ. ທັງນີ້ແຂວງສະຫວັນນະເຂດ ເປັນພື້ນທີ່ໆມີຈຳນວນປະຊາກອນຍາກຈົນຫຼາຍທີ່ສຸດຄື ຫຼາຍກວ່າ 230,000 ຄົນ. ໃນຂະນະທີ່ແຂວງຜົ້ງສາລີ ເປັນເຂດທີ່ມີສັດສ່ວນຂອງປະ ຊາຊົນທີ່ຍາກຈົນສູງທີ່ສຸດໃນ ລາວ ກໍຄືກວມເອົາເກີນກວ່າ 70 ເປີເຊັນຂອງບ້ານທັງໝົດ ສ່ວນຄອບຄົວທຸກຍາກກໍມີເກີນກວ່າ​ 27 ເປີເຊັນ ທັງກໍຍັງບໍ່ມີເມືອງໃດໃນແຂວງຜົ້ງສາລີ ທີ່ສາມາດຫຼຸດພົ້ນອອກຈາກບັນຫາຍາກຈົນໄດ້ເລີຍ ຈຶ່ງບໍ່ສາມາດຄາດໝາຍໄດ້ວ່າ ແຂວງຜົ້ງສາລີຈະລົບລ້າງບັນຫາຍາກຈົນໄດ້ຢ່າງສິ້ນເຊີງເມື່ອໃດ.

XS
SM
MD
LG