ທາງການຕຳຫຼວດລາວເລັ່ງປະຕິບັດມາດຕະການ 3 ຂັ້ນ ເພື່ອເລັ່ງເຮັດໃຫ້ເປົ້າໝາຍວາລະແຫ່ງຊາດວ່າດ້ວຍການປາບປາມການຄ້າຢາເສບຕິດໃຫ້ໄດ້ຢ່າງສິ້ນເຊີງໃນປີ 2023 ແຕ່ບັນຫາກໍຄືການຂາດງົບປະມານ. ຊົງລິດ ໂພນເງິນ ມີລາຍງານເລື້ອງນີ້ມາສະເໜີທ່ານຈາກບາງກອກ.
ພົນຈັດຕະວາໜູໃບ ອິນທິເສນ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະກໍ່ສ້າງຮາກຖານປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບຢືນຢັນວ່າ ເພື່ອຈະເຮັດໃຫ້ບັນລຸເປົ້າໝາຍວາລະແຫ່ງຊາດວ່າດ້ວຍການປາບປາມ ການຄ້າຢາເສບຕິດໃນລາວໃຫ້ໄດ້ຢ່າງສິນເຊີງໃນປີ 2023 ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດແບ່ງແຜນປະຕິບັດການອອກເປັນ 3 ຂັ້ນຕອນດ້ວຍກັນ ກໍຄືການກຽມດ້ານເອກະສານ ແລະບຸກຄະລະກອນ ເພື່ອສ້າງການຮັບຮູ້ ໃນສັງຄົມ, ການຈັດຕັ້ງປະຕິບັດແຜນການໃຫ້ໄປຕາມເປົ້າໝາຍທີ່ວາງໄວ້ຢ່າງເປັນຮູບປະທຳ ແລະການສະຫຼຸບ ການປະເມີນຜົນການຈັດຕັ້ງປະຕິບັດ ແລະເຊີດຊູຜົນງານເດັ່ນຂອງຜູ້ປະຕິບັດງານ ໃນແຕ່ລະດ້ານ ຊຶ່ງໃນປັດຈຸບັນກຳລັງຈັດຕັ້ງປະຕິບັດຂັ້ນຕອນທີ 1 ແລະ 2 ຄຽງຄູ່ກັນໄປໂດຍມີຄະນະສະເພາະກິດທີ່ຮັບຜິດຊອບການຈັດຕັ້ງປະ ຕິບັດທຸກດ້ານໃນທົ່ວປະເທດ ດັ່ງທີ່ພົນຈັດຕະວາໜູໃບຢືນຢັນວ່າ:
“ກະຊວງປ້ອງກັນຄວາມສະຫງົບ ກໍໄດ້ເພີ່ມທະວີຍົກລະດັບການນຳພາ ຊີ້ນຳການເຄື່ອນໄຫວພາລະບົດ ບາດ ເປັນໃຈກາງປະສານສົມທົບກັບບັນດາກະຊວງ, ອົງການທ້ອງຖິ່ນຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະໄດ້ແຕ່ງຕັ້ງຄະນະຮັບຜິດຊອບເພື່ອຊີ້ນຳການຈັດຕັ້ງປະຕິດບັດວາລະແຫ່ງຊາດສະບັບເລກທີ 1512/ປກສ ພ້ອມນັ້ນ ກໍໄດ້ແຕ່ງຕັ້ງອະນຸກຳມະການເພື່ອເປັນເສນາທິການ ແລະ ໄດ້ ສ້າງຕັ້ງແຜນເຄື່ອນໄຫວລະອຽດໂດຍແບ່ງອອກເປັນ 3 ໄລຍະ.”
ທັງນີ້ກົມໃຫຍ່ຕຳຫຼວດກະຊວງປ້ອງກັນຄວາມສະຫງົບ ກໍໄດ້ມີການຂຶ້ນບັນຊີລາຍຊື່ນັກຄ້າຢາເສບຕິດທີ່ເປັນເປົ້າໝາຍໃນການຕິດຕາມຈັບກຸມ 2,299 ຄົນ ໃນນີ້ມີເຖິງ 1,996 ຄົນ ທີ່ເປັນເຄືອຂ່າຍຂອງຂະບວນການຄ້າຢາເສບຕິດຂ້າມຊາດກັບ 196 ຄົນທີ່ພົ້ນໂທດແລ້ວ ແຕ່ຍັງສືບຕໍ່ການຄ້າຢາເສບຕິດ ແລະ 7 ຄົນ ທີ່ຫຼົບໜີຈາກສະຖານະການທີ່ຄຸມຂັງທັງຍັງໄດ້ອອກໝາຍຈັບຜູ້ຕ້ອງຫາເພີ່ມຂຶ້ນອີກເຖິງ 100 ຄົນອັນເປັນຜົນຈາກການແລກປ່ຽນຂໍ້ມູນຂ່າວສານດ້ານອາຊະຍາກຳລະຫວ່າງລາວກັບປະເທດເພື່ອນບ້ານໃນເຂດລຸ່ມແມ່ນ້ຳຂອງດ້ວຍການຮ່ວມລາດຕະເວນໃນແນວແມ່ນ້ຳຂອງລະຫວ່າງທາງການຕຳຫລວດຈີນ-ມຽນມາ-ລາວ-ໄທຕະຫລອດປີ 2021 ຜ່ານມາ ສາມາດຈັບກຸມການລັກລອບຄ້າຢາເສບຕິດໄດ້ເຖິງ 8,325 ກໍລະນີ, ຈັບກຸມຜູ້ຕ້ອງຫາ 8,043 ຄົນ ຍຶດຢາເສບຕີດໄດ້ກລາຍກວ່າ 35 ຕັນ ແລະອຸປະກອນສື່ສານກວ່າ 2 ໝື່ນລາຍການ.
ທັງນີ້ ປະເທດລາວຖືກໃຊ້ເປັນທາງຜ່ານຂອງການລັກລອບຂົນສົ່ງຢາເສບຕິດຈາກເຂດສາມຫຼ່ຽມຄໍາໄປຕ່າງປະ ເທດ ເພີ້ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງເຫັນໄດ້ຈາກການຈັບກຸມນັກຄ້າຢາເສບຕິດໄດ້ເພີ້ມຂຶ້ນ ສ່ວນຢາເສບຕິດທີ່ຢຶດໄດ້ ໃນແຕ່ລະຄັ້ງກໍມີປະລິມານເພີ້ມຂຶ້ນຢ່າງຫຼວງຫຼາຍ ຊຶ່ງກໍໄດ້ສະແດງໃຫ້ເຫັນວ່າ ການລັກລອບຂົນສົ່ງຢາເສບຕິດ ຜ່ານລາວໄປຕ່າງປະເທດນັ້ນ ກໍຄືຂະບວນການຄ້າຂ້າມຊາດຂະໜາດໃຫຍ່ມີເຄືອຂ່າຍຢ່າງກວ້າງຂວາງ ໃນລາວ ແລະປະເທດໃນລຸ່ມແມ່ນໍ້າຂອງໂດຍຈາກການຮ່ວມກວດລາດຕະເວນໃນແນວແມ່ນໍ້າຂອງໂດຍໃນປີ 2020 ຫາ 2021 ຕຳຫລວດ ລາວຈັບນັກຄ້າຢາເສບຕິດໄດ້ 13,900 ກວ່າຄົນຈາກ 9,430 ກວ່າຄະດີ ຍຶດຢາ ບ້າໄດ້ 37 ກວ່າ ລ້ານເມັດ, ເຮໂຣອິນ 735 ກິໂລກຣາມ, ຢາໄອຫລາຍກວ່າ 2 ໂຕນ, ກັນຊາ 6.4 ໂຕນ, ຝິ່ນຫລາຍ ກວ່າ 500 ກິໂລ ກຣາມ, ໂຄເຄນ 8 ກິໂລກຣາມ, ສານເຄມີ 10 ໂຕນ, ອາວຸດປືນຫລາຍກວ່າ 5,000 ລາຍການ ແລະອຸບປະກອນ ສື່ສານທີ່ທັນສະໄໝ 15,000 ກວ່າລາຍການ.
ທາງດ້ານທ່ານອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນວຽງຈັນຖະແຫລງວ່າ ການຈັດຕັ້ງປະຕິບັດວາລະແຫ່ງ ຊາດກ່ຽວກັບການແກ້ໄຂບັນຫາຢາເສບຕິດຢ່າງມີປະສິດທິຜົນໃນປີ 2023 ນັ້ນ ຈະສາມາດເກີດຂຶ້ນໄດ້ຢ່າງເປັນຮູບປະທຳກໍຍ້ອນໄດ້ຮັບຄວາມຮ່ວມມືຈາກປະຊາຊົນລາວຢ່າງແທ້ຈິງ ເພາະບັນຫາຢາເສບຕິດໄດ້ເກີດຂຶ້ນ ໃນລາວຢ່າງກວ້າງ ຂວາງ ແລະຮຸນແຮງຂຶ້ນນັບມື້ ໂດຍຕຳຫລວດປາບປາມຢາເສບຕິດໃນເຂດນະຄອນຫຼວງວຽງ ຈັນສາມາດຈັບນັກຄ້າ ແລະການລັກລອບຂົນສົ່ງຢາເສບຕິດໃນຊ່ວງ 6 ເດືອນທ້າຍປີ 2021 ໄດ້ເພີ້ມຂຶ້ນເຖິງ 4 ເທົ່າ ທຽບໃສ່ໃນຊ່ວງຕົ້ນປີ 2021 ໂດຍສະເພາະແມ່ນໃນຊ່ວງເດືອນຕຸລາຫາເດືອນທັນວາ 2021 ນັ້ນຖືເປັນໄລ ຍະ ທີ່ຈັບຜູ້ຕ້ອງຫາ ແລະຢຶດຢາເສບຕິດໄດ້ຫຼາຍທີ່ສຸດ ຄືສາມາດມ້າງທໍາລາຍ ເຄືອຂ່າຍຂະບວນການຄ້າຢາເສບ ຕິດໄດ້ 1,909 ກໍລະນີ, ຈັບກຸມຜູ້ຕ້ອງຫາໄດ້ 2,982 ຄົນ ພ້ອມທັງຢຶດຢາບ້າໄດ້ຫຼາຍກວ່າ 190 ລ້ານເມັດ, ຢາໄອຊ໌ ກວ່າ 3 ຕັນ, ສານເຄມີເກີນກວ່າ 45 ໂຕນ.