ທ່ານ ບົວສອນ ບຸບຜາວັນ ນາຍົກລັດຖະມົນຕີລາວ ໄດ້ຖະແຫລງຢືນຢັນຕໍ່ກອງປະຊຸມໂຕະ
ມົນລະດັບສູງຄັ້ງທີ່ 10 ລະຫວ່າງລັດຖະບານລາວກັບຄະນະຜູ້ແທນຈາກນາໆ ຊາດ ທີ່ໄດ້
ຈັດຂຶ້ນຢູ່ນະຄອນວຽງຈັນເມື່ອບໍ່ດົນມານີ້ ວ່າການປະຕິບັດແຜນການພັດທະນາເສດຖະກິດ
ແລະສັງຄົມໃນໄລຍະ 5 ປີຄັ້ງທີ່ 6 ກໍຄືຊ່ວງປີ 2006-2010 ທີ່ຜ່ານມານັ້ນ ລັດຖະບານລາວ
ກໍໄດ້ປະສົບຜົນສໍາເລັດຕາມເປົ້າໝາຍທີ່ວາງເອົາໄວ້ໃນຫລາຍໆດ້ານດ້ວຍກັນ. ທັງນີ້ໂດຍ
ສະເພາະແມ່ນການທີ່ສາມາດເຮັດໃຫ້ເສດຖະກິດຂອງລາວ ໄດ້ມີການຂະຫຍາຍຕົວເພີ່ມຂຶ້ນ
ຢ່າງຕໍ່ ເນື່ອງແລະໃນຂະນະດຽວກັນກໍຍັງສາມາດຫລຸດຜ່ອນບັນຫາຄວາມທຸກຍາກຂອງ
ປະຊາຊົນລາວໃຫ້ລົດນ້ອຍ ຖອຍລົງໄດ້ຢ່າງຊັດເຈນອີກດ້ວຍ ດັ່ງທີ່ທ່ານບົວສອນ ໄດ້ຖະ
ແຫລງຢືນຢັນໃນຕອນນຶ່ງວ່າ:
“ການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ່ 6 ໄດ້
ບັນລຸຄາດໝາຍສໍາຄັນໃນຫລາຍດ້ານ ເຊັ່ນລວມຍອດຜະລິດຕະພັນພາຍໃນເຕີບ
ໂຕດ້ວຍຈັງຫວະສະເລ່ຍສູງກວ່າ 7% ໃນແຕ່ລະປີ ສ່ວນເສດຖະກິດມະຫະພາກກໍ
ມີຄວາມໝັ້ນທ່ຽງໂດຍພື້ນຖານອັດຕາສ່ວນຄວາມທຸກຍາກຂອງປະຊາຊົນກໍໄດ້
ຫລຸດລົງຈາກ 33.5% ໃນປີ 2005 ມາເປັນ 26% ໃນປີ 2010”
ແຕ່ຢ່າງໃດກໍຕາມ ທ່ານບົວສອນ ກໍໄດ້ຖະແຫລງຍອມຮັບໃນໂອກາດດຽວກັນນີ້ວ່າ ຜົນສໍາເລັດດັ່ງກ່າວກໍເປັນ ຍ້ອນວ່ານານາຊາດໄດ້ປະກອບສ່ວນໃຫ້ການຊ່ວຍເຫລືອແກ່ລັດຖະບານລາວມາຢ່າງຕໍ່ເນື່ອງແລະລັດຖະບານ ລາວກໍຍັງຕ້ອງການທີ່ຈະໄດ້ຮັບການຊ່ວຍເຫລືອຈາກນານາຊາດຕໍ່ໄປຢ່າງບໍ່ຢຸດຢັ້ງ ທັງນີ້ເພື່ອເຮັດໃຫ້ປະຊາຊົນ ລາວຫລຸດພົ້ນຈາກຄວາມທຸກຍາກໃຫ້ໄດ້ຕາມເປົ້າໝາຍທີ່ວາງໄວ້ພາຍໃນປີ 2015 ຊຶ່ງກໍຄືການເຮັດໃຫ້ປະຊາຊົນມີລາຍໄດ້ສະເລ່ຍບໍ່ຕໍ່າກວ່າ 1,700 ໂດລາຕໍ່ຄົນພາຍໃນປີ 2015 ດ້ວຍການພັດທະນາໃຫ້ເສດຖະກິດຂະ ຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍບໍ່ຕໍ່າກວ່າ 8% ຕໍ່ປີ ໂດຍສໍາລັບໃນໄລຍະແຜນການປີ 2010-2011 ນີ້ ທ່ານບົວສອນກໍໄດ້ສະແດງການຄາດໝາຍວ່າເສດຖະກິດຂອງລາວຈະຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍ ລະຫວ່າງ 8-8.5% ຊຶ່ງກໍຈະເຮັດໃຫ້ຍອດຜະລິດພັນລວມພາຍໃນຫລື GDP ສາມາດຖົວສະເລ່ຍເປັນລາຍໄດ້ ຂອງປະຊາກອນລາວໄດ້ປະມານ 1,130 ໂດລາ ຕໍ່ຄົນຕໍ່ປີ.
ສ່ວນໃນໄລຍະແຜນການປີ 2009-2010 ທີ່ຜ່ານມາກໍປາກົດວ່າເສດຖະກິດລາວໄດ້ຂະ
ຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍ 7.8% ແລະເຮັດໃຫ້ປະຊາກອນລາວມີລາຍໄດ້ສະ
ເລ່ຍ 970 ໂດລາຕໍ່ຄົນຕໍ່ປີ. ແຕ່ເນື່ອງຈາກວ່າ ລາຍໄດ້ສະເລ່ຍຂອງປະຊາກອນລາວ ເປັນ
ການຄິດສະເລ່ຍຈາກມູນຄ່າ GDP ດຽວກັນທັງປະເທດ ໃນຂະນະທີ່ລະດັບຂອງການ
ພັດທະນາທາງເສດຖະກິດລະຫວ່າງເຂດເມືອງ ກັບເຂດຊົນນະບົດນັ້ນຍັງຄົງບໍ່ມີຄວາມ
ແຕກຕ່າງກັນຢ່າງຫລວງຫລາຍ ຈຶ່ງເຮັດໃຫ້ລາຍໄດ້ທີ່ເປັນຈິງຂອງປະຊາຊົນໃນເຂດຊົນ
ນະບົດຕໍ່າກວ່າລາຍໄດ້ຂອງປະຊາຊົນລາວ ໃນເຂດເມືອງຫລາຍເທົ່າຕົວ ເຊັ່ນໃນຂະນະ
ທີ່ປະຊາຊົນໃນເຂດນະຄອນວຽງຈັນມີລາຍໄດ້ສະເລ່ຍເກີນກວ່າ 1,700 ໂດລາຕໍ່ຄົນຕໍ່ປີ
ແລ້ວໃນປັດຈຸບັນນີ້ ຫາກແຕ່ວ່າສໍາລັບປະຊາຊົນລາວໃນເຂດແຂວງເຊກອງກັບຍັງຄົງມີ
ລາຍໄດ້ສະເລ່ຍບໍ່ເຖິງ 290 ໂດລາ ຕໍ່ຄົນເທົ່ານັ້ນໃນເວລານີ້.
ຊຶ່ງດ້ວຍສະພາບຂອງການແຕກໂຕນກັນລະຫວ່າງລະດັບລາຍໄດ້ຂອງປະຊາຊົນລາວ
ໃນເຂດຊົນນະບົດກັບເຂດເມືອງດັ່ງກ່າວຈຶ່ງເປັນການຍາກຢ່າງຍິ່ງທີ່ຈະສາມາດເຮັດໃຫ້
ປະຊາຊົນລາວທຸກຄົນຫລຸດພົ້ນຈາກຄວາມທຸກຄົນໄດ້ຕາມເປົ້າໝາຍໃນປີ 2015 ຖ້າ
ຫາກວ່າການພັດທະນາຕົວຈິງໃນລາວນັ້ນຍັງບໍ່ມີການກະຈາຍງົບປະມານໄປສູ່ເຂດຊົນ
ນະບົດຢ່າງແທ້ຈິງ.