ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ລາວ ເນັ້ນໜັກ ເຣື່ອງຄວາມໂປ່ງໃສ ເພື່ອໃຫ້ບັນລຸເປົ້າໝາຍປີ 2016-2017


ບັນດາເຈົ້າໜ້າທີ່ຂັ້ນສູງ ລາວ ເຂົ້າຮ່ວມກອງປະຊຸມ
ຄະນະລັດຖະມົນຕີປະຈຳປີ.
ບັນດາເຈົ້າໜ້າທີ່ຂັ້ນສູງ ລາວ ເຂົ້າຮ່ວມກອງປະຊຸມ ຄະນະລັດຖະມົນຕີປະຈຳປີ.

ນາຍົກລັດຖະມົນຕີ ລາວ ເນັ້ນໜັກການຈັດຕັ້ງປະຕິບັດທີ່ໂປ່ງໃສເພື່ອໃຫ້ບັນລຸເປົ້າໝາຍ ຂອງແຜນການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ ປະຈຳສົກປີ 2016-2017 ໃຫ້ໄດ້ຢ່າງເປັນຮູບປະທຳ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ໃຫ້ການເນັ້ນຢໍ້າຕໍ່ກອງປະຊຸມແນະນຳການ ຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ ແລະ ແຜນການງົບປະມານປະຈຳປີ 2017 ຂອງລັດຖະບານ ລາວ ເມື່ອບໍ່ນານມານີ້ວ່າ ປັດໃຈສຳຄັນທີ່ຈະເຮັດໃຫ້ການຈັດຕັ້ງ ປະຕິບັດສາມາດບັນລຸເປົ້າໝາຍໄດ້ຢ່າງຄັກແນ່ນັ້ນ ກໍຄືການຈັດຕັ້ງປະຕິບັດທີ່ໂປ່ງໃສໃນ ທຸກຂັ້ນຕອນ ແລະ ໃນທຸກລະດັບຊັ້ນແຕ່ສູນກາງໄປຈົນຮອດທ້ອງຖິ່ນ ທັງກໍຍັງຖືເປັນສິ່ງທີ່ ສັງຄົມ ລາວ ແລະ ສາກົນຢາກຈະເຫັນການຈັດຕັ້ງປະຕິບັດຢ່າງແທ້ຈິງອີກດ້ວຍ ດັ່ງທີ່ທ່ານ ທອງລຸນ ໄດ້ໃຫ້ການຢືນຢັນວ່າ.

"ດຽວນີ້ສັງຄົມກຳລັງຕິດຕາມ ປະຊາຊົນຕິດຕາມ ພະນັກງານຕິດຕາມ ສາກົນເຂົ້າກໍກຳ ລັງເບິ່ງວ່າລັດຖະບານຂອງພວກເຮົາຊຸດນີ້ຈະແກ້ໄຂບັນຫາເສດຖະກິດມະຫາພາກ ໄດ້ບໍ່ ແລະ ມາດຕະການຂອງລັດຖະບານເພື່ອສ້າງຄວາມໂປ່ງໃສໃຫ້ນັບມື້ນັບດີໃຫ້ ປະຊາຊົນໄວ້ວາງໃຈ ແລະ ການບຸກທະລຸທາງດ້ານກົນໄກບໍລິຫານຄຸ້ມຄອງລັດ ຮັບໃຊ້ ສັງຄົມນີ້ບຸກທະລຸແລ້ວບໍ່ ຢູ່ໃນນີ້ເຂົາຢາກໃຫ້ບຸກທະລຸນີ້ຄືໜຶ່ງໂປ່ງໃສ່ແລ້ວບໍ ວ່ອງໄວ ແລ້ວບໍ ທັນການແລ້ວບໍ ຮັບໃຊ້ໄດ້ໝົດຕາມຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ແລ້ວບໍ ແລະ ມີມາດຕະການອັນໃດແດ່ ແລະ ເຂົາຢາກເຫັນຕົວຈິງອັນນີ້."

ທັງນີ້ເພື່ອເຮັດໃຫ້ສາມາດບັນລຸເປົ້າໝາຍຂອງແຜນການພັດທະນາເສດຖະກິດ ແລະ ສັງ ຄົມແຫ່ງຊາດໃນຕະຫຼອດສົກປີ 2016-2017 ແລະ ເພື່ອເປັນສິ່ງຮອງຮັບເປົ້າໝາຍການ ພັດທະນາຢ່າງຍືນຍົງພາຍໃຕ້ວິໄສທັດປີ 2030 ຂອງພັກ-ລັດຖະບານ ລາວ ໃຫ້ໄດ້ຢ່າງ ເປັນຮູບປະທຳດ້ວຍນັ້ນ ຄະນະລັດຖະບານ ລາວ ຊຸດປະຈຸບັນໄດ້ກຳນົດມາດຕະການຈັດ ຕັ້ງປະຕິບັດໃນ 10 ດ້ານດ້ວຍກັນກໍຄືການຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະເຖຍ ລະພາບ ແລະ ໝັ້ນທ່ຽງເພື່ອຮັບປະກັນ ການຂະຫຍາຍຕົວທາງເສດຖະກິດບໍ່ໃຫ້ຫຼຸດ 7 ເປີເຊັນສືບຕໍ່ການປັບປຸງການຄຸ້ມຄອງລະບົບການເງິນ ແລະ ງົບປະມານຢ່າງແຂງແຮງ ດ້ວຍການປະຕິຮູບກົນໄກການເກັບລາຍຮັບໃຫ້ເຂົ້າສູ່ລະບົບທັນສະໄໝ ແລະ ໂປງໃສ ຄຸ້ມຄອງເງິນຕາໃຫ້ມີສະເຖຍລະພາບ ດ້ວຍການປະຕິບັດນະໂຍບາຍດອກເບ້ຍຕາມກົນ ໄກຕະຫຼາດ ປັບປຸງສະພາບແວດລ້ອມໃນ ການດຳເນີນທຸລະກິດ ເພື່ອສົ່ງເສີິມການລົງທຶນ ທັງພາຍໃນ ແລະ ຕ່າງປະເທດໃຫ້ເພີ່ມ ຂຶ້ນຢ່າງຕໍ່ເນື່ອງ ຊຸກຍູ້ສົ່ງເສີມການຜະລິດ ແລະ ການບໍລິການໂດຍສຸມໃສ່ການຜະລິດສິນຄ້າເພື່ອຊົມໃຊ້ພາຍໃນ ແລະ ຫຼຸດຜ່ອນການນຳ ເຂົ້າຈາກຕ່າງປະເທດ.

ສືບຕໍ່ສຸມໃສ່ການພັດທະນາທາງດ້ານວັດທະນະທຳສັງຄົມ ແລະ ແກ້ໄຂຄວາມທຸກຍາກ ຄົ້ນຄວ້າຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາຢ່າງຍືນຍົງໃຫ້ເປັນ ໄປຕາມແຜນການ ແລະ ໂຄງການລະອຽດ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ມີປະ ສິດທິຜົນ ບໍລິຫານຫຼັກການຕາມລະບຽບກົດໝາຍຢ່າງເຂັ້ມງວດ ທີ່ແນໃສ່ການຕ້ານການ ສໍ້ລາດບັງ ຫຼວງ ໃຫ້ເປັນຮູບປະທຳ ສະເໜີສະພາແຫ່ງຊາດ ແລະ ສະພາທ້ອງຖິ່ນໃຫ້ຕິດ ຕາມກວດ ກາການປັບປຸງນິຕິກຳໃຫ້ສອດຄ້ອງກັບສະພາບການຕົວຈິງ ແລະ ການຮັບປະ ກັນສະເຖຍ ລະພາບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃຫ້ ໄດ້ຢ່າງຄັກແນ່.

ທັງນີ້ເພື່ອເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງເປັນຮູບປະທຳນັ້ນ ລັດຖະບານ ລາວ ໄດ້ວາງແຜນປະຕິບັດງານໃນຕະຫຼອດປີ 2017 ໄວ້ໃນ 9 ທິດທາງດ້ວຍກັນຄື ສຸມໃສ່ ສືບຕໍ່ຮັບປະກັນຄວາມສະຫງົບໝັ້ນຄົງທາງການເມືອງ ແລະ ຄວາມປອດໄພທາງສັງຄົມ ຢ່າງນັກແໜ້ນ ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະເຖຍລະພາບ ແຂັ້ມແຂງ ແລະ ເຄື່ອນໄຫວຕາມກົນໄກຕະຫຼາດ ແລະ ຫັນເປັນອຸດສາຫະກຳທີ່ທັນສະໄໝ ສືບຕໍ່ແກ້ໄຂ ຄວາມທຸກຍາກເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ພັດທະນາພື້ນ ຖານໂຄງຮ່າງທີ່ຈຳເປັນເພື່ອເປັນເງື່ອນໄຂອັນດີໃນການສົ່ງເສີມການລົງທຶນ ພັດທະນາ ຊັບພະຍາກອນມະນຸດ ແລະ ຍົກສະມັດຕະພາບການຜະລິດສິນຄ້າໃຫ້ສູງຂຶ້ນຢ່າງຕໍ່ ເນື່ອງ.

ນອກຈາກນັ້ນ ກໍຍັງຈະພັດທະນາເພື່ອສົ່ງເສີມການຜະລິດຂອງວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໃຫ້ໄດ້ມາດຕະຖານສາກົນ ແກ້ໄຂສະພາບຄ່ອງທາງການເງິນ ດ້ວຍ ການເຮັດໃຫ້ໜີສິນສາທາລະນະຫຼຸດລົງ ແລະ ຄວບຄຸມໜີ້ສິນສາທາລະນະໃຫ້ຢູ່ໃນລະດັບ ທີ່ກຳນົດ ເພື່ອບໍ່ສ້າງຄວາມເຄັ່ງຕຶງໃຫ້ແກ່ງົບປະມານຂອງລັດ ສືບຕໍ່ປັບປຸງ ຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດຢ່າງມີປະສິດທິຜົນ ແລະ ເອົາໃຈໃສ່ສົ່ງເສີມພັດທະນາ ການທ່ອງທ່ຽວ ເພື່ອກະຈາຍລາຍໄດ້ລົງສູ່ທ້ອງຖິ່ນຮາກຖານ ຫາກແຕ່ລັດຖະບານ ລາວ ໄດ້ປັບລຸດຄາດໝາຍການຂະຫຍາຍຕົວທາງເສດຖະກິດລົງຈາກ 7.5 ເປີເຊັນເປັນ 7 ເປີ ເຊັນໃນສົກປີ 2016-2017 ນີ້ ໂດຍມີສາເຫດມາຈາກສະພາວະຕົກຕ່ຳຂອງເສດຖະກິດ ໂລກ ໂດຍສະເພາະແມ່ນການຕົກຕ່ຳລົງຂອງເສດຖະກິດໃນປະເທດ ຈີນ ນັ້ນຖືເປັນປັດ ໃຈທີ່ສົ່ງຜົນກະທົບຕໍ່ ລາວ ຫຼາຍທີ່ສຸດ ເພາະວ່າ ຈີນ ເປັນຄູ່ຄ້າ ແລະ ຜູ້ລົງທຶນໃນ ລາວ ຫຼາຍທີ່ສຸດນັ້ນເອງ.

XS
SM
MD
LG