ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີລາວຢືນຢັນວ່າ ພະນັກງານລັດ ແລະບັນດານັກທຸລະກິດ ໄດ້ຮ່ວມມືກັນລັກລອບເອົາທີ່ດິນຈາກລັດຖະບານ


ຮູບພາບຂອງປະຊາຊົນ ພາກັນຖືໃບຕາດິນຢູ່ໃນວັດແຫ່ງນຶ່ງຂອງ ສປປ ລາວ.
ຮູບພາບຂອງປະຊາຊົນ ພາກັນຖືໃບຕາດິນຢູ່ໃນວັດແຫ່ງນຶ່ງຂອງ ສປປ ລາວ.

ນາຍົກລັດຖະມົນຕີລາວຢືນຢັນວ່າ ພະນັກງານລັດ ແລະບັນດານັກທຸລະກິດ ໄດ້ຮ່ວມມືກັນລັກໂລບເອົາທີ່ດິນຈາກລັດຖະບານ ທັງຍັງໃຊ້ອິດທິພົນຈາກສິດສໍາປະທານໄປກວມເອົາທີ່ດິນຂອງປະຊາຊົນດ້ວຍ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ທ່ານພັນຄໍາ ວິພາວັນ ນາຍົກລັດຖະມົນຕີຖະແຫຼງຢືນຢັນວ່າ ການໃຊ້ອໍານາດໜ້າທີ່ໂດຍທຸຈະລິດຂອງບັນດາພະນັກງານພັກແລະລັດຖະບານຈໍານວນບໍ່ໜ້ອຍ ທີ່ຮ່ວມມືກັບບັນດານັກທຸລະກິດໃນລາວ ເພື່ອລັກເອົາທີ່ດິນຂອງລັດ ແລະສໍ້ໂກງເອົາທີ່ດິນຂອງປຊາຊົນລາວນັ້ນ ຄືສາເຫດສໍາຄັນທີ່ສຸດທີ່ເຮັດໃຫ້ເກີດບັນຫາຂັດແຍ້ງ ກ່ຽວກັບສິດທິການຖືຄອງທີ່ດິນໃນລາວຢ່າງກວ້າງຂວາງໃນເວລານີ້ ໂດຍສະເພາະແມ່ນການໃຊ້ອໍານາດໜ້າທີ່ໃນການອອກໃບຕາດິນ ໃນທີ່ດິນຂອງລັດ ແລະການສວຍໂອກາດນໍາໃຊ້ອິດທິພົນໃນສິດສໍາປະທານໄປກວມເອົາທີ່ດິນຂອງປະຊາຊົນໃນທົ່ວປະເທດນັ້ນ ຖືເປັນສະພາບການຂັດແຍ້ງທີ່ຂະຫຍາຍວົງກວ້າງຂຶ້ນມື້ ແລະຍາກທີ່ຈະແກ້ໄຂ ຖ້າຫາກວ່າພະນັກງານພັກ-ລັດເຫຼົ່ານີ້ ບໍ່ມີຈິດສໍານຶກເພື່ອສ່ວນລວມ, ດັ່ງທີ່ ທ່ານພັນຄໍາ ໄດ້ໃຫ້ການຢືນຢັນວ່າ:

“ຂໍ້ຂັດແຍ້ງທີ່ດິນນີ້ ນຶ່ງແມ່ນລະຫວ່າງລັດຖະບານກັບປະຊາຊົນ ບາງເທື່ອເຮົາປະເມີນລາຄາມັນຖືກໂພດ ເຂົາກໍບໍ່ຢາກໃຫ້ເຮົາ ພວກເຈົ້າໜ້າທີ່ກໍແມ່ນ ອັນນີ້ແມ່ນກົດໝາຍ ຫຼືວ່າລະຫວ່າງບໍລິສັດ ກັບປະຊາຊົນ ບໍລິສັດຜູ້ໄດ້ຮັບສິດສໍາປະທານໂຄງການອັນນີ້ ກໍເອົາສິດໄປ ອັນນີ້ແມ່ນສິດຂ້ອຍນະ ລັດຖະບານອະ ນຸມັດຂ້ອຍນະ ເຈົ້າຕ້ອງໄດ້ອອກ ເຈົ້າຕ້ອງໜີ ມັນລະໄປແນວນັ້ນ, ອັນທີສອງ ການຈັບຈອງບຸກລຸກ ກໍແມ່ນອາໄສຊ່ອງຫວ່າງຂອງກົດໝາຍ ບາງເທື່ອລະແມ່ນເຮັດໄປກ່ອນ ບຸກເບີກໄປກ່ອນຈຶ່ງມາຂໍອະນຸມັດ ຫຼືວ່າອະນຸມັດຖືກຕ້ອງແລ້ວລາມໄປໃສ່ຂອງລັດສະຫງວນໄວ້.”

ທ່ານພັນຄໍາ ຍັງໄດ້ໃຫ້ການເນັ້ນຢໍ້າດ້ວຍວ່າ ການພັດທະນາທາງເສດຖະກິດຂອງລາວ ທີ່ອີງໃສ່ການຂຸດຄົ້ນຊັບພະຍາກອນທໍາມະຊາດເປັນຫຼັກນັ້ນ ໄດ້ກໍ່ ໃຫ້ເກີດຜົນເສຍຫາຍຫຼາຍກວ່າຜົນປະໂຫຍດ ໂດຍສະເພາະແມ່ນການໃຫ້ສໍາປະທານປ່າໄມ້ ທີ່ດິນ ແລະການຂຸດຄົ້ນແຮ່ທາດນັ້ນ ຍັງໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມຢ່າງກວ້າງຂວາງ ສ່ວນການພັດທະນາຊັບພະຍາກອນມະນຸດ ນະວັດຕະກໍາໃໝ່ ທີ່ຈັດຕັ້ງປະຕິບັດຢ່າງຊັກຊ້ານັ້ນ ຍັງເຮັດໃຫ້ສິນຄ້າລາວບໍ່ສາ ມາດແຂ່ງຂັນໃນຕະຫຼາດສາກົນໄດ້ເລີຍອີກດ້ວຍ.

ທາງດ້ານຜູ້ຊ່ຽວຊານການລົງທຶນໃນລຸ່ມແມ່ນໍ້າຂອງເປີດເຜີຍວ່າ ການທີ່ກຸ່ມທຸລະກິດຈີນ ເປັນຜູ້ລົງທຶນຫຼາຍທີ່ສຸດໃນລາວນັ້ນ ດ້ານນຶ່ງກໍ່ຍ່ອມຈະສົ່ງຜົນດີ ຕໍ່ການພັດທະນາເສດຖະກິດຂອງລາວ ໃຫ້ຂະຫຍາຍໂຕເພີ້ມຂຶ້ນນັບມື້ ແຕ່ອີກດ້ານນຶ່ງນັ້ນ ກໍໄດ້ສ້າງບັນຫາຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ໃນລາວເພີ້ມຂຶ້ນນັບມື້ເຊັ່ນກັນ ໂດຍສະເພາະແມ່ນກຸ່ມທຸລະກິດຈີນ ທີ່ໄດ້ສໍາປະທານທີ່ດິນເພື່ອການຜະລິດດ້ານກະສິກໍານັ້ນ ກໍຄືພາກສ່ວນທີ່ໄດ້ສ້າງບັນຫາ ແລະຜົນກະທົບຕໍ່ສິ່ງ ແວດລ້ອມທໍາມະຊາດໃນລາວຢ່າງຮຸນແຮງທີ່ສຸດ ເພາະໄດ້ມີການໃຊ້ສານເຄມີຢ່າງຫຼວງຫຼາຍ.

ທາງດ້ານຜູ້ປະສານງານອົງການທີ່ບໍ່ຂຶ້ນກັບລັດຖະບານໃນລາວເປີດເຜີຍວ່າ ບັນ ຫາທີ່ມີຄວາມຫຍຸ້ງຍາກ ແລະເກີດຂຶ້ນຢ່າງກວ້າງຂວາງໃນລາວ ຄືການຂັດແຍ້ງກ່ຽວກັບສໍາປະທານຂຸດຄົ້ນແຮ່ທາດລະຫວ່າງປະຊາຊົນລາວ ກັບພາກລັດ ແລະຜູ້ລົງທຶນໃນໂຄງການ ໂດຍມີສາເຫດມາຈາກທີ່ພາກເອກະຊົນລາວໄດ້ຂາຍຕໍ່ສໍາປະທານ ໃຫ້ບໍລິສັດຕ່າງຊາດ ແຕ່ພະນັກງານລັດທີ່ກ່ຽວຂ້ອງຊໍ້າພັດມອງວ່າເປັນການປະຕິບັດບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະໄດ້ມີການຟ້ອງຮ້ອງເປັນຄະ ດີຄວາມໃນສານ ອັນໄດ້ສົ່ງຜົນກະທົບເຖິງປະຊາຊົນລາວທີ່ຢູ່ໃນເຂດສໍາປະທານທີ່ຂັດແຍ້ງດັ່ງກ່າວດ້ວຍ.

ໂດຍໃນໄລຍະທີ່ຜ່ານມາ ໄດ້ສໍາຫຼວດພົບແຮ່ທາດໃນລາວຫຼາຍກວ່າ 570 ແຫ່ງທີ່ກວມເອົາພື້ນທີ່ກວ້າງກວ່າ 162,104 ກິໂລແມັດມົນທົນຄິດເປັນ 68 ເປີເຊັນ ຂອງພື້ນທີ່ທັງໝົດໃນລາວ, ໃນນີ້ ລັດຖະບານລາວໄດ້ອະນຸຍາດສໍາປະທານໃຫ້ເອກະຊົນລາວ ແລະຕ່າງຊາດໄປແລ້ວ 649 ຄົນ ແລະ 942 ກິດຈະການທົ່ວປະເທດ ສ່ວນອົງການ Open Development Network ກໍລາຍງານວ່າລັດຖະບານລາວໄດ້ອະນຸຍາດສໍາປະທານທີ່ດິນຈໍານວນ 1,758 ໂຄງການ ມີພື້ນທີ່ລວມ 11,754,417 ເຮັກຕ້າ ແຕ່ມີການນໍາໃຊ້ທີ່ດິນແທ້ 549,248 ເຮັກຕ້າ ຫຼືບໍ່ເຖິງ 5 ເປີເຊັນຂອງພື້ນທີ່ສໍາປະທານທັງໝົດ, ໃນນີ້ເປັນການອະນຸຍາດໂດຍອໍານາດປົກຄອງທ້ອງຖິ່ນ 1,331 ໂຄງການ ຈຶ່ງເຮັດໃຫ້ລັດຖະບານກວດ ກາບໍ່ທົ່ວເຖິງ ແລະເຮັດໃຫ້ເກີດບັນຫາຂັດແຍ້ງທີ່ເກີດຈາກການອະນຸມັດສໍາປະ ທານທີ່ດິນຂອງປະຊາຊົນ ລວມເຖິງການອອກໃບຕາດິນຜິດກົດໝາຍນັ້ນ ຍັງໄດ້ເຮັດໃຫ້ເກີດການສໍ້ໂກງເອົາທີ່ດິນຂອງລັດ ແລະປະຊາຊົນເກີດຂຶ້ນຢ່າງກວ້າງ ຂວາງໃນປັດຈຸບັນ.

XS
SM
MD
LG