ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍົກລາວ ຢືນຢັນວ່າ ການລະບາດຂອງ COVID-19 ສົ່ງຜົນກະທົບຕໍ່ ລາວ ເກີນລະດັບຄາດໝາຍ ໃນທຸກດ້ານ


ນາຍົກລັດຖະມົນຕີ ລາວ ທ່ານ ທອງລຸນ ສີສຸລິດ.
ນາຍົກລັດຖະມົນຕີ ລາວ ທ່ານ ທອງລຸນ ສີສຸລິດ.

ນາຍົກລັດຖະມົນຕີ ລາວ ຢືນຢັນວ່າ ການລະບາດຂອງໄວຣັສ COVID-19 ສົ່ງຜົນກະທົບຕໍ່ ລາວ ເກີນລະດັບຄາດໝາຍໃນທຸກດ້ານ ໂດຍສະເພາະການພັດທະນາຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນນັ້ນ.


ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຖະແຫຼງຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 10 ຂອງສະ ພາແຫ່ງຊາດ ລາວ ໃນທ້າຍເດືອນຕຸລາ 2020 ຜ່ານມາວ່າເສດຖະກິດ ລາວ ໃນປີ 2020 ຈະຕົກ ຕໍ່າລົງຢ່າງຫຼີກລ່ຽງບໍ່ໄດ້ ອັນເປັນຜົນກະທົບໂດຍກົງຈາກການລະບາດຂອງເຊື້ອໄວຣັສ COVID-19 ທັງຍັງໄດ້ສົ່ງຜົນກະທົບຕໍ່ ລາວ ເກີນລະດັບຄາດໝາຍໃນທຸກດ້ານອີກດ້ວຍ ໂດຍສະເພາະແມ່ນການພັດທະນາເພື່ອຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ເສດຖະກິດມະຫາພາກນັ້ນດັ່ງທີ່ທ່ານ ທອງລຸນ ຢືນຢັນວ່າ

“ຄາດໝາຍມະຫາພາກຈຳນວນນຶ່ງຄາດວ່າບໍ່ບັນລຸຕາມແຜນເປັນຕົ້ນ GDP ລາຍຮັບ, ລາຍຈ່າຍ, ອັດຕາເງິນເຟີ້ ແລະ ອື່ນໆ ເນື່ອງຈາກໄດ້ຮັບຜົນກະທົບຈາກຫຼາຍດ້ານ, ການທ່ອງທ່ຽວຕ່າງປະເທດຖືວ່າບໍ່ມີໃນໄລຍະ ໂຄວິດ ນີ້ ທັງລາຍຮັບ ແລະ ລາຍຈ່າຍບໍ່ສາມາດບັນລຸຕາມທີ່ສະພາແຫ່ງຊາດຮັບຮອງ, ການສົ່ງເສີມການຜະລິດເພື່ອທົດແທນການນຳເຂົ້າ ເພື່ອທະວີການສົ່ງອອກຍັງບໍ່ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການທີ່ແທ້ຈິງ ການຄຸ້ມຄອງລາຄາສິນຄ້າຍັງບໍ່ທັນໄດ້ດີ ເຮັດໃຫ້ອັດຕາເງິນເຟີ້ມີທ່າອຽງສູງຂຶ້ນ.“

ແຕ່ຢ່າງໃດກໍຕາມທະນາຄານພັດທະນາເອເຊຍ (ADB) ກໍໄດ້ປັບຫຼຸດຄາດໝາຍການຂະຫຍາຍຕົວດ້ານເສດຖະກິດຂອງປະເທດສະມາຊິກອາຊຽນລົງທັງ 10 ປະເທດໃນປີ 2020 ນີ້ຍ້ອນຜົນກະທົບຈາກການລະບາດຂອງໄວຣັສ COVID-19 ໃນນີ້ມີ 7 ປະເທດທີ່ຄາດວ່າຍອດຜະລິດຕະພັນລວມ (GDP) ຈະຫຼຸດລົງຄື ໄທ, ຟີລິບປິນ, ມາດເລເຊຍ, ສິງກະໂປ, ກຳປູເຈຍ, ລາວ ແລະ ອິນໂດເນເຊຍທີ່ GDP ຈະຕິດລົບ 8 ເປີເຊັນ, 7.3 ເປີເຊັນ, 6.5 ເປີເຊັນ, 6.2 ເປີເຊັນ, 4 ເປີເຊັນ, 2.5 ເປີເຊັນ ແລະ 1 ເປີເຊັນຕາມລຳດັບ. ສ່ວນ ບຣູໄນ, ມຽນມາ ແລະ ຫວຽດນາມ ກໍຄືສາມປະເທດທີ່ຄາດ ວ່າ GDP ໃນປີ 2020 ຈະຂະຫຍາຍຕົວເພີ່ມຂຶ້ນທີ່ລະດັບພຽງ 1.4 ເປີເຊັນ, 1.8 ເປີເຊັນ ແລະ 1.8 ເປີເຊັນຕາມລຳດັບ.

ສ່ວນໃນປີ 2021 ນັ້ນ ADB ກໍຄາດການວ່າເສດຖະກິດໃນ ເອເຊຍ ຈະກັບຄືນສູ່ສະພາວະປົກກະຕິ ແຕ່ວ່າຈະຕ້ອງສາມາດຄວບຄຸມການລະບາດຂອງໄວຣັສ COVID-19 ໄດ້ຢ່າງຄັກແນ່ແລ້ວ ທັງນີ້ຄາດວ່າ GDP ໃນ ລາວ ຈະຂະຫຍາຍຕົວ 4.5 ເປີເຊັນ ເທົ່າກັບ ໄທ ແລະ ສິງກະໂປ ສ່ວນ ບຣູໄນ, ອິນໂດເນເຊຍ, ກຳປູເຈຍ, ມຽນມາ, ຫວຽດນາມ, ຟີລິບປິນ, ມາເລເຊຍ ຈະຂະຫຍາຍຕົວ 3 ເປີ ເຊັນ, 5.3ເປີເຊັນ, 5.9ເປີເຊັນ, 6ເປີເຊັນ, 6.3ເປີເຊັນ, 6.5ເປີເຊັນ ແລະ 6.5ເປີເຊັນ ຕາມລຳດັບ.

ກ່ອນໜ້ານີ້ ລັດຖະບານ ລາວ ໄດ້ວາງຄາດໝາຍການຂະຫຍາຍຕົວຂອງ GDP ໃນປີ 2020 ໄວ້ທີ່ 6.5ເປີເຊັນຊຶ່ງຈະເຮັດໃຫ້ GDP ມີມູນຄ່າລວມ 117,780 ຕື້ກີບທີ່ສະເລ່ຍເປັນລາຍໄດ້ຂອງປະຊາ ຊົນ ລາວ ທີ່ລະດັບ 2,733 ໂດລາຕໍ່ຄົນຕໍ່ປີ ຫາກແຕ່ດ້ວຍການລະບາດຂອງໄວຣັສ COVID-19 ຈຶ່ງເຮັດໃຫ້ເປັນໄປບໍ່ໄດ້ຢ່າງແນ່ນອນ.

ທາງດ້ານສະພາອຸດສາຫະກຳ ແລະການຄ້າຂອງສະຫະພາບຢູໂຣບ (EU) ປະຈຳລາວຄາດໝາຍ ວ່າ ການລະບາດຂອງເຊື້ອໄວຣັສ COVID-19 ຈະເຮັດໃຫ້ ເກີນກວ່າ 70 ເປີເຊັນຂອງຫົວໜ່ວຍ ທຸລະກິດທັງໝົດໃນລາວ ຕ້ອງສູນເສຍ ລາຍໄດ້ຫຼາຍກວ່າ 50 ເປີເຊັນຂອງລາຍໄດ້ທັງໝົດໃນຕະ ຫຼອດປີ 2020 ອັນຈະເຮັດໃຫ້ໜ່ວຍທຸລະກິດເຫຼົ່ານີ້ບໍ່ມີເງິນຊຳລະໜີ້ໃຫ້ທະນາຄານໂດຍສອດຄ່ອງກັນກັບສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຊຶ່ງຄາດວ່າພາກບໍລິການ ແລະ ທ່ອງທ່ຽວໃນ ລາວ ຈະສູນເສຍລາຍໄດ້ກວ່າ 700 ລ້ານໂດລາ ສ່ວນກະຊວງແຜນການ ແລະ ການລົງທຶນປະເມີນວ່າການລະບາດຂອງໄວຣັສ COVID-19 ຈະເຮັດໃຫ້ເສດຖະກິດ ລາວ ເກີດການສູນເສຍໃນຕະຫຼອດປີ 2020 ຄິດເປັນມູນຄ່າລວມເກີນກວ່າ 7,000 ຕື້ກີບ ແລະ ກະທົບຕໍ່ວິສາຫະກິດເຖິງ 128,690 ລາຍໃນນີ້ 97 ເປີເຊັນກໍຄືວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ.

ທາງດ້ານທະນາຄານໂລກ ໄດ້ລາຍງານການສຳຫຼວດຜົນກະທົບຈາກການລະບາດຂອງໄວຣັສ COVID-19 ໃນ ລາວ ເມື່ອບໍ່ນານມານີ້ວ່າຜົນກະທົບທີ່ເກີດຂຶ້ນແລ້ວໃນປີ 2020 ນີ້ຄືການມີປະຊາ ຊົນ ລາວ ຍາກຈົນເພີ່ມຂຶ້ນອີກເຖິງ 3.1 ເປີເຊັນທີ່ເຮັດໃຫ້ ລາວ ມີປະຊາຊົນຍາກຈົນເພີ່ມຂຶ້ນຈາກ 18.3 ເປີເຊັນໃນປີ 2019 ເປັນ 21.4 ເປີເຊັນຂອງຈຳນວນປະຊາກອນ ລາວ ທັງໝົດໃນປີ 2020 ແລະ ດ້ວຍສະພາວະເສດຖະກິດທີ່ຕົກຕໍ່າທີ່ເຮັດໃຫ້ລັດຖະບານ ລາວ ຈັດເກັບລາຍຮັບໄດ້ຕໍ່າດ້ວຍນັ້ນຍັງເຮັດໃຫ້ລັດຖະບານ ລາວ ຕ້ອງຂາດແຄນດ້ານງົບປະມານຢ່າງໜັກ ແລະ ບໍ່ສາມາດສະ ໜອງທຶນໃຫ້ການລົບລ້າງບັນຫາຍາກຈົນໄດ້ຕາມແຜນການ ເຫັນໄດ້ຈາກການທີ່ລັດຖະບານ ລາວ ສະໜອງທຶນເພື່ອແກ້ໄຂບັນຫາຍນາຈົນໄດ້ພຽງ 144 ຈຸດສຸມຈາກທັງໝົດ 449 ຈຸດສຸມໃນປີ 2020 ນີ້.

XS
SM
MD
LG