ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີລາວ ເນັ້ນຢໍ້າວ່າ ການບໍລິການປະຕູດຽວ ສາມາດດຶງເອົາ ການລົງທຶນຕ່າງປະເທດໄດ້ຕໍ່າ


ພິທີເປີດຫ້ອງການບໍລິການທຸລະກິດປະຕູດຽວ
ພິທີເປີດຫ້ອງການບໍລິການທຸລະກິດປະຕູດຽວ

ນາຍົກລັດຖະມົນຕີລາວເນັ້ນຢໍ້າວ່າ ພາກສ່ວນໃຫ້ບໍລິການແບບປະຕູດຽວສາ ມາດດືງ
ເອົາ ການລົງທຶນຂອງຕ່າງຊາດໄດ້ຕໍ່າ ເພາະວ່າການປະຕິບັດໜ້າທີ່ ຂອງພະນັກງານ
ສ່ວນຫຼາຍ ຍັງບໍ່ມີປະສິດທິພາບ ຊຶ່ງ ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫຼງວ່າ ການອຳນວຍຄວາມສະດວກ
ໃຫ້ແກ່ການລົງທຶນທາງພາຍໃນ ແລະຈາກຕ່າງປະເທດຍັງດຳເນີນໄປຢ່າງ ຊັກຊ້າ
ເພາະວ່າພາກສ່ວນທີ່ຮັບຜິດຊອບໃນດ້ານການສົ່ງເສີມການລົງທຶນ ໂດຍ ຜ່ານລະບົບ
ໃຫ້ບໍລິການແບບປະຕູດຽວ (One Stop Service) ນັ້ນ ຍັງມີຂໍ້ ຈຳກັດທາງດ້ານບຸກ
ຄະລະກອນທີ່ີຄວາມຮູ້ຄວາມສາມາດໃນການປະຕິບັດໜ້າທີ່ ຈຶ່ງເຮັດໃຫ້ສາມາດດຶງ
ເອົາການລົງທຶນຈາກຕ່າງປະເທດ ເຂົ້າມາໃນລາວໄດ້ຕໍ່າ ກວ່າແຜນການທີ່ວາງໄວ້
ໂດຍການແກ້ບັນຫາດັ່ງກ່າວນີ້ກໍມີພຽງການພັດທະນາ ເພື່ອຍົກລະດັບປະສິດທິພາບ
ໃນການປະຕິບັດໜ້າທີ່ຂອງພະນັກງານລັດ ໃຫ້ສູງ ຂຶ້ນຢ່າງແທ້ຈິງເທົ່ານັ້ນ ດັ່ງທີ່
ທ່ານທອງລຸນໃຫ້ການເນັ້ນຢໍ້າວ່າ:

“ການລົງທຶນພາຍໃນ ແລະຕ່າງປະເທດຈະເຮັດແນວໃດ ເຮົາຈຶ່ງຈະມີກົນໄກສະດວກ
ກວ່ານີ້ ໄວກວ່ານີ້ຜ່ານປະຕູດຽວແທ້ ພວກເຮົາກະສັງເກດເຫັນ ມີຫຼາຍອັນກະຕຸກກະ
ຕັກ ຂ້າພະເຈົ້າກະໄດ້ເວົ້າໃຫ້ພວກປະຕູດຽວນີ້ໄປແລ່ນໃຫ້ເຂົາ ແລ່ນການລົງທຶນຫັ້ນ
ນະ ແຕ່ວ່າດຽວນີ້ຍັງເຮັດບໍ່ທັນໄດ້ດີປານໃດ ຕ້ອງຍອມຮັບວ່າຜູ້ລົງທຶນຍັງຈົ່ມຢູ່ ຂ້າ
ພະເຈົ້າກະຮັບເອົາໄປພິຈາລະນາຈະເອົາໃຈໃສ່ເພື່ອແກ້ບັນ ຫາຕ່າງໆໃຫ້ພາກທຸລະ
ກິດໃຫ້ພາກທຸລະພາກສາມາດດຳເນີນການໄປໄດ້ດີກວ່າ ນີ້.”

ສ່ວນການລະບາດອງພະຍາດໄວຣັສ COVID-19 ກໍໄດ້ສົ່ງຜົນກະທົບເຮັດໃຫ້ຕ່າງ
ຊາດເຂົ້າມາລົງທຶນໃນລາວພຽງແຕ່ 23 ໂຄງການທີີ່ມີມູນຄ່າລົງທຶນ ລວມ 2,064 ລ້ານ
ໂລດາສະຫະລັດ ໃນຊ່ວງ 11 ເດືອນທີ່ຜ່ານມາຂອງປີ 2020 ໂດຍລົດລົງເກີນກວ່າ 80
ເປີເຊັນ ທຽບໃສ່ຊ່ວງດຽວກັນໃນປີ 2019 ທີ່ຕ່າງຊາດລົງທຶນໃນລາວ ໃນມູນຄ່າທີ່ເກີນ
ກວ່າ 9,800 ລ້ານໂດລາສະຫະລັດ ຍິງໄປກວ່ານັ້ນ ການລະບາດຂອງພະຍາດໄວຣັສ
COVID-19 ກໍຍັງເປັນສາ ເຫດສຳຄັນທີ່ເຮັດໃຫ້ບໍລິສັດຕ່າງຊາດ ໄດ້ນຳເງິນລົງທຶນ
ເຂົ້າມາໃນລາວຈິງ ພຽງແຕ່ 350 ລ້ານໂດລາສະຫັະລັດ ຫຼືເທົ່າກັບ 17 ເປີເຊັນ ຂອ
ງມູນຄ່າ ການລົງທຶນທັງໝົດໃນຊ່ວງ 11 ເດືອນດັ່ງກ່າວອີກດ້ວຍ ເພາະວ່າການລະບາດ
ໄວຣັສ COVID-19 ເຮັດໃຫ້ການດຳເນີນທຸລະກິດ ບໍ່ສາມາດຈັດຕັ້ງປະຕິບັດ ໄດ້ ຢ່າງ
ເປັນປົກກະຕິນັ້ນເອງ.

ສ່່ວນທ່ານນາງຄຳຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະການລົງ
ທຶນ ກໍຍອມຮັບວ່າ ການອະນຸຍາດການລົງທຶນຂອງຕ່າງຊາດດ້ວຍລະ ບົບບໍລິການ
ແບບປະຕູດຽວ ທີ່ມີປະສິດທີພາບຕໍ່າ ແລະຊັກຊັກຄືບັນຫາສຳຄັນ ເພາະກົດໝາຍສົ່ງ
ເສີມການລົງທຶນ ໄດ້ກຳນົດໄວ້ຢ່າງຊັດເຈນແລ້ວວ່າ ການອະ ນຸຍາດການລົງທຶນໃນກິດ
ຈະການທີ່ລັດຖະບານຄວບຄຸມນັ້ນ ໃຫ້ໃຊ້ເວລາບໍ່ເກີນ 8 ວັນເຮັດວຽກ ແລະ 60 ວັນ
ເຮັດວຽກ ສໍາລັບກິດຈະການສໍາປະທານຈາກລັດ ແຕ່ກໍຍັງປະຕິບັດບໍ່ທັນໄດ້ ດັ່ງທີ່ທ່ານ
ນາງຄໍາຈັນ ຢືນຢັນວ່າ”

“ສາເຫດທີ່ຍັງເກີດສະພາບດັ່ງກ່າວ ຍ້ອນ (1) ຍັງບໍ່ທັນມີກົນໄກການສ້າງຕັ້ງ ໜ່ວຍງານ
ປະສານງານ ສັງກັດຢູ່ນຳຂະແໜງການຂັ້ນສູນກາງ ແລະທ້ອງຖິ່ນ (2) ພະນັກງານຜູ້ທີ່
ເຮັດວຽກງານປະຕູດຽວຍັງບໍທັນບໍ່ທັນຍົກສູງຄວາມເປັນເຈົ້າ ການໃນການຕິດຕາມເອກ
ກະສານທີ່ສົ່ງຂໍຄວາມເຫັນນຳບັນດາຂະແໜງການທີ່ ກ່ຽວຂ້ອງ (3) ການຈັດຕັ້ງປະຕິບັດ
ການບໍລິການລົງທຶນປະຕູດຽວຢູ່ຂັ້ນທ້ອງຖິ່ນ ຍັງປະຕິບັດບໍ່ທັນໄດ້ດີ ຍ້ອນຂໍ້ຈຳກັດທາງ
ດ້ານຈຳນວນພະນັກງານ ແລະສະ ຖານທີ່ເຮັດວຽກຍັງພົບຄວາມຫຍຸ້ງຍາກ."

ສ່ວນສະມາຊິກສະພາການຄ້າແລະອຸດສາຫະກຳແຫ່ງຊາດ ຢືນຢັນວ່າ ການພັດທະນາປະສິດທິພາບການໃຫ້ບໍລິການແບບປະຕູດຽວ ຄືປັດໄຈສຳຄັນ ທີ່ຈະຕ້ອງ ຈັດຕັ້ງປະຕິ
ບັດໃຫ້ໄດ້ ຢ່າງເປັນຮູບປະທຳເພື່ອເຮັດໃຫ້ສະພາບແວດລ້ອມໃນການດຳເນີນທຸລະກິດ
ໃນລາວ ໄດ້ຮັບການຈັດອັນດັບທີ່ດີຂຶ້ນເພື່ອຈະດຶງດູດເອົາການລົງທຶນຈາກຕ່າງປະເທດ
ໃຫ້ເຂົ້າມາໃນລາວ ເພີ້ມຂຶ້ນໃນປີຕໍ່ໄປ.

ທັ້ງນີ້ທະນາຄານໂລກໄດ້ຈັດໃຫ້ລາວເປັນປະເທດທີ່ໜ້າລົງທຶນອັນດັບທີ 154 ໃນ 190
ປະເທດທົ່ວໂລກ ໃນປີ 2020 ໂດຍພິຈາລະນາ ຈາກຄວາມຍາກ ງ່າຍ ຂອງການເລີ້ມຕົ້ນ
ດຳເນີນທຸລະກິດ ການຂໍອະນຸຍາດກໍ່ສ້າງສຳນັກງານ ການຕອບສະໜອງໄຟຟ້າ ການແຈ້ງ
ທະບຽນສິນຊັບ ການເຂົ້າເຖິງສິນເຊື່ອ ການຄຸ້ມຄອງຜູ້ລົງທຶນ ມາດຕະຖານການສຳລະພາ
ສີ ການຄ້າຂ້າມແດນທີ່ ສະດວກ ການບັງຄັບສັນຍາລົງທຶນ ການຕັດສິນໃນກໍລະນີລົ້ມລະ
ລາຍ ໂດຍ ລາວ ໄດ້ຄະແນນສະເລ່ຍ 50.8 ເປີເຊັນ ທີີ່ມີ 2 ດ້ານທີ່ປັບປຸງດີຂຶ້ນຄືການ ເລີ້ມ
ຕົ້ນດຳເນີນທຸລະກິດ ກັບການຕອບສະໜອງໄຟຟ້າ ສ່ວນການຕັດສີນ ໃຈໃນກໍລະນີລົ້ມ
ລະລາຍ ແລະການຄຸ້ມຄອງຜູ້ລົງທຶນນັ້ນຈະຕ້ອງໄດ້ຮັບການ ປັບປຸງຢ່າງຮີບດ່ວນທີ່ສຸດ.

XS
SM
MD
LG