ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ລາວ ຍອມຮັບ ບັນຫາຫຍຸ້ງຍາກ ໃນການເກັບ ແລະ ໃຊ້ງົບປະມານ


ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ.
ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ.

ນາຍົກລັດຖະມົນຕີ ລາວ ຍອມຮັບວ່າການເກັບລາຍຮັບ ແລະ ການນຳໃຊ້ງົບປະມານ ລາຍຈ່າຍລັດຖະບານຍັງປະສົບກັບບັນຫາຫຍຸ້ງຍາກຫຼາຍດ້ານ ຊຶ່ງເຮັດໃຫ້ການຈັດຕັ້ງປະ ຕິບັດບໍ່ໄດ້ຕາມເປົ້າໝາຍທີ່ວາງໄວ້.

ທ່ານ ທອງລຸນ ສີສຸລິດ ນາຍຍົກລັດຖະມົນຕີ ລາວ ຖະແຫຼງຍອມຮັບວ່າ ການຈັດເກັບລາຍ ຮັບ ແລະ ການນຳໃຊ້ງົບປະມານລາຍຈ່າຍຂອງລັດຖະບານຍັງປະສົບກັບບັນຫາຫຍຸ້ງ ຍາກຫຼາຍດ້ານ ໂດຍສະເພາະແມ່ນການຈັດເກັບລາຍຮັບທີ່ບໍ່ມີປະສິດທິພາບ ແລະ ການ ນຳໃຊ້ງົບປະມານທີ່ບໍ່ເປັນໄປຕາມແຜນການນັ້ນ ໄດ້ສົ່ງຜົນເຮັດໃຫ້ການຈັດຕັ້ງປະຕິບັດ ແຜນການພັດທະນາໃນດ້ານຕ່າງໆຂອງ ລັດຖະບານບໍ່ໄດ້ຕາມເປົ້າໝາຍທີ່ວາງໄວ້ ທັງຍັງ ເປັນບັນຫາທີ່ລັດຖະບານ ລາວ ຕ້ອງປະເຊີນຕໍ່ໄປຢ່າງຫຼີກລ່ຽງບໍ່ໄດ້ອີກດ້ວຍ ຖ້າຫາກວ່າ ບໍ່ມີມາດຕະການແກ້ໄຂບັນຫາຢ່າງຮີບດ່ວນ ແລະ ມີປະສິດທິຜົນຢ່າງແທ້ຈິງ ດັ່ງທີ່ທ່ານ ທອງລຸນ ໃຫ້ການຢືນຢັນວ່າ.

"ພວກເຮົາກຳລັງຢືນຢັນຢູ່ຕໍ່ໜ້າຄວາມຕ້ອງການເກີນກວ່າການສະໜອງ ແລະ ລາຍ ຈ່າຍຂອງພວກເຮົາເກີນລາຍຮັບ ເມື່ອເປັນແນວນັ້ນໜີສິນເພີ່ມຂຶ້ນ ແກ່ໄຂບັນຫາໜີ້ສິນ ກໍບໍ່ຂາດຕົວໄດ້ເທື່ອ ຫຼືວ່າ ພວກເຮົາກຳລັງມີການຮົ່ວໄຫຼຫຼາຍ ກ່ຽວກັບ ການເກັບລາຍ ຮັບ, ລາຍຈ່າຍໃນໄລຍະທີ່ຜ່ານມາ ພວກເຮົາກໍຮັບຮູ້ນຳກັນວ່າ ຈຸດຕ່າງໆທີ່ພວກເຮົາ ເວົ້າກັນມານີ້ມັນເກີດຂຶ້ນສະສົມຫຼາຍປີພໍສົມຄວນ ແຕ່ວ່າບໍ່ທັນສາມາດແກ້ໄຂໄດ້."

ໂດຍພາຍໃຕ້ສະພາບການດັ່ງກ່າວ ຍັງເຮັດໃຫ້ລັດຖະບານ ລາວ ຕ້ອງປັບຫຼຸດຄາດໝາຍ ການເຕີບໂຕທາງເສດຖະກິດລົງຈາກ 7.5 ເປີເຊັນ ເປັນ 7 ຫາ 7.2 ເປີເຊັນ ຕໍ່ປີໃນຊ່ວງ 4 ປີທີ່ເຫຼືອຂອງແຜນການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດໄລຍະ 5 ປີຄັ້ງທີ 8 ທີ່ກຳລັງຈັດຕັ້ງປະຕິບັດໃນປະຈຸບັນ ແລະ ຈະຍັງຈັດຕັ້ງປະຕິບັດຕໍ່ໄປຈົນເຖິງປີ 2020 ຊຶ່ງ ຖ້າຫາກວ່າເປັນໄປຕາມການຄາດໝາຍດັ່ງກ່າວກໍຈະເຮັດໃຫ້ຍອດຜະລິດຕະພັນພາຍໃນ ຫຼື GDP ຂອງ ລາວ ມີມູນຄ່າລວມຫຼາຍກວ່າ 579,682 ຕື້ກີບທີ່ຄິດສະເລ່ຍເປັນລາຍໄດ້ ຂອງປະຊາຊົນ ລາວ ທີ່ລະດັບ 23.82 ລ້ານກີບ ຫຼື ປະມານ 2,978 ໂດລາຕໍ່ຄົນໃນປີ 2020.

ແຕ່ຢ່າງໃດກໍຕາມ ການທີ່ຈະສາມາດບັນລຸຄາດໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍຈະ ຕ້ອງນຳໃຊ້ເງິນທຶນບໍ່ໜ້ອຍກວ່າ 173,328 ຕື້ກີບ ຫຼື ປະມານ 21,666 ລ້ານໂດລາ ໂດຍ ຄິດເປັນ 29 ເປີເຊັນຂອງ GDP ຊຶ່ງໃນນີ້ແບ່ງເປັນການລົງທຶນຂອງລັດ 21,723 ຕື້ກີບ ເງິນທຶນຈາກການກູ້ຢືມ ແລະ ຄວາມຊ່ວຍເຫຼືອຈາກຕ່າງປະເທດ 33,960 ຕື້ກີບ ການລົງ ທຶນຂອງເອກະຊົນ ລາວ ແລະ ຕ່າງປະເທດ 79,447 ຕື້ກີບ ແລະ ເງິນທຶນຈາກລະບົບສິນ ເຊື່ອຂອງທະນາຄານໃນປະເທດ 38,199 ຕື້ກີບຕາມລຳດັບ.

ກ່ອນໜ້ານີ້ ລັດຖະບານ ລາວ ໄດ້ວາງຄາດໝາຍການເຕີບໂຕທາງເສດຖະກິດໄວ້ໃນອັດ ຕາສະເລ່ຍ 7.5 ເປີເຊັນຕໍ່ປີໃນຊ່ວງປີ 2016-2020 ຊຶ່ງຈະເຮັດໃຫ້ມູນຄ່າ GDP ສະເລ່ຍ ເປັນລາຍໄດ້ຂອງປະຊາຊົນ ລາວ ເຖິງ 3,100 ໂດລາຕໍ່ຄົນໃນປີ 2020 ຫາກແຕ່ການທີ່ ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນກໍຈະຕ້ອງຊຸກຍູ້ໃຫ້ ພາກກະສິກຳຂະ ຫຍາຍຕົວເພີ່ມຂຶ້ນ 3.2 ເປີເຊັນ, ພາກອຸດສາຫະກຳ 9.3 ເປີເຊັນ ແລະ ພາກບໍລິການ 8.9 ເປີເຊັນຕໍ່ປີ ໂດຍຈະຕ້ອງລະດົມເງິນລົງທຶນໃຫ້ໄດ້ເຖິງ 27,000 ລ້ານໂດລາມໃນຕະຫຼອດ ໄລຍະ 5 ປີດັ່ງກ່າວ ທັງຍັງຈະຕ້ອງຄວບຄຸມອັດຕາເງິນເຟີ້ ແລະ ປະລິມານເງິນທຶນໝຸນ ວຽນໃຫ້ໄດ້ຕາມແຜນການທີ່ວາງໄວ້ອີກດ້ວຍ.

ທາງດ້ານທ່ານ ລີເບີ ລີບົວປາວ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງ ສປປ ລາວ ໄດ້ຄາດໝາຍວ່າເສດຖະກິດຂອງ ລາວ ຈະຂະຫຍາຍຕົວເພີ່ມຂຶ້ນໄດ້ເຖິງ 7.7 ເປີເຊັນໃນ ປີ 2016 ອັນເປັນຜົນຈາກການຂະຫຍາຍຕົວຂອງຂະແໜງພະລັງງານໄຟຟ້າ ແລະ ອຸດ ສາຫະກຳປຸງແຕ່ງ. ສ່ວນໃນປີ 2017 ເສດຖະກິດ ລາວ ກໍຍັງຈະຂະຫຍາຍຕົວເພີ່ມຂຶ້ນ ໃນອັດຕາສະເລ່ຍເຖິງ 7.9 ເປີເຊັນ ອັນເປັນຜົນຈາກການເຕີບໂຕຂອງຂະແໜງບໍລິການ ແລະ ພະລັງງານໄຟຟ້າ ຂະນະທີ່ຂະແໜງບໍ່ແຮ່ຈະປະກອບສ່ວນໜ້ອຍລົງ ເພາະການຫຼຸດ ລົງເລື້ອຍໆຂອງຜົນຜະລິດແຮ່ທາດນັ້ນເອງ.

ສ່ວນທະນາຄານໂລກກໍລາຍງານວ່າ ເສດຖະກິດ ລາວ ຂະຫຍາຍຕົວເພີ່ມຂຶ້ນ 6.4 ເປີ ເຊັນໃນແຜນການປີ 2014-2015 ໂດຍມີສາເຫດມາຈາກການຕົກຕ່ຳລົງໃນພາກການສົ່ງ ສິນຄ້າອອກໄປຕ່າງປະເທດ ເພາະຄວາມຕ້ອງການສິນຄ້າທີ່ຕ່ຳລົງໃນທົ່ວໂລກທີ່ສົມທົບ ດ້ວຍ ການຕົກຕ່ຳລົງຂອງການປ່ອຍສິນເຊື່ອ ໃນລະບົບທະນາຄານໃນ ລາວ ແຕ່ສະພາ ວະເສດຖະກິດຂອງ ລາວ ກໍດີຂຶ້ນໃນປີ 2016 ໂດຍທະນາຄານພັດທະນາເອເຊຍ ADB ສະເໜີ ລາຍງານວ່າເສດຖະກິດຂອງ ລາວ ຈະຂະຫຍາຍຕົວເພີ່ມຂຶ້ນເຖິງ 7.3 ເປີເຊັນໃນ ປີ 2015-2016 ທີ່ຜ່ານມາ.

XS
SM
MD
LG