ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ຊາ​ຊົນ ລາວ ຕ້ອງ​ການ​ໃຫ້​ລັດ​ຖະ​ບານ​ຍົກ​ເລີກ​ສຳ​ປະ​ທານ​ຂຸດ​ຄົ້ນ​ແຮ່​ທາດ​ ແບບ​ເລັ່ງ​ດ່ວນ​ທຸກ​ໂຄງ​ການ


ການ​ຂຸດ​ຄົ້ນ​ບໍ​ແຮ່ ໃນ ສ​ປ​ປ ລາວ
ການ​ຂຸດ​ຄົ້ນ​ບໍ​ແຮ່ ໃນ ສ​ປ​ປ ລາວ

ປະ​ຊາ​ຊົນ ລາວ ຕ້ອງ​ການ​ໃຫ້​ລັດ​ຖະ​ບານ​ຍົກ​ເລີກ​ສຳ​ປະ​ທານ​ຂຸດ​ຄົ້ນ​ແຮ່​ທາດ​ແບບ​ເລັ່ງ​ດ່ວນ​ທຸກ​ໂຄງ​ການ ເພາະ​ບໍ່​ໄດ້​ສ້າງ​ຜົນ​ປະ​ໂຫ​ຍດ​ໃຫ້​ປະ​ເທດ​ຊາດ ແລະ ມີ​ການ​ທຸ​ຈະ​ລິດ​ຢ່າງກວ້າງ​ຂວາງ​ດ້ວຍ.

ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລາວ​ເປີດ​ເຜີຍ​ວ່າ​ປະ​ຊາ​ຊົນ ລາວ ຕ້ອງ​ການ​ໃຫ້​ລັດ​ຖະ​ບານ​ຍົກ​ເລີກ​ສຳ​ປະ​ທານ​ຂຸດ​ຄົ້ນ​ແຮ່​ທາດ​ແບບ​ເລັ່ງ​ດ່ວນ​ທຸກ​ໂຄງ​ການ​ເພາະ​ເຫັນ​ວ່າ​ລັດ​ຖະ​ບານ​ໄດ້​ຜົນ​ປະ​ໂຫຍດ​ໃນ​ລະ​ດັບ​ທີ່​ຕ່ຳຫຼາຍ​ໂດຍ​ເຫັນ​ໄດ້​ຈາກ​ການ​ໃຫ້​ສຳ​ປະ​ທານ​ແກ່​ບໍ​ລິ​ສັດ​ຈີນ 93 ລາຍ​ທີ່​ລັດ​ຖະ​ບານ​ລາວ​ມີ​ລາຍ​ຮັບ​ຈາກ​ຄ່າ​ສຳ​ປະ​ທານ​ລວມ​ກັນ​ພຽງ 228 ລ້ານ​ໂດ​ລາ​ເທົ່າ​ນັ້ນໃນ​ປີ 2022 ແລະ 2023 ກໍ​ເພາະ​ວ່າ​ລັດ​ຖະ​ບານ​ລາວ​ບໍ່​ມີ​ບຸກ​ຄະ​ລາ​ກອນ​ທີ່​ມີ​ຄວາມ​ຮູ້​ກ່ຽວ​ກັບ​ເທັກ​ໂນ​ໂລ​ຈີ​ທີ່​ທັນ​ສະ​ໄໝ​ໃນ​ດ້ານ​ເໝືອງ​ແຮ່ ທັງ​ຍັງ​ປາ​ກົດ​ດ້ວຍ​ວ່າ​ມີ​ການ​ທຸ​ຈະ​ລິດ​ໂດຍ​ພະ​ນັກ​ງານ​ລັດ​ເກີດ​ຂຶ້ນ​ຢ່າງກວ້າງ​ຂວາງ ແລະ ບໍ່​ມີ​ການ​ກວດ​ກາ​ສຳ​ປະ​ທານ​ຢ່າງ​ແທ້​ຈິງ​ດ້ວຍ​ນັ້ນ ຈຶ່ງ​ເຮັດ​ໃຫ້​ການ​ຈັດ​ເກັບ​ລາຍຮັບ​ໄດ້​ບໍ່​ມີ​ປະ​ສິດ​ທິ​ພາບ ແລະ ຖືກ​ເອົາ​ລັດ​ເອົາ​ປຽບ​ໄດ້​ງ່າຍ ໃນ​ຂະ​ນະ​ທີ່​ປະ​ຊາ​ຊົນ​ຈະ​ຕ້ອງ​ໄດ້​ຮັບ​ຜົນ​ກະ​ທົບ​ທີ່​ຮຸນ​ແຮງ​ຂຶ້ນ​ນັບ​ມື້​ໂດຍ​ສະ​ເພາະ​ແມ່ນ​ຜົນ​ກະ​ທົບ​ດ້ານ​ສະ​ພາບ​ແວດ​ລ້ອມ​ທຳ​ມະ​ຊາດ​ນັ້ນ​ດັ່ງ​ທີ່​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ພວກ​ເຮົາ​ມາ​ເບິ່ງ​ນຳ​ກັນ​ເນາະ ມາ​ຕີ​ລາ​ຄາ​ນຳ​ກັນ​ວ່າ​ອະ​ນາ​ຄົດ​ຂ້າງ​ໜ້າ​ຊິ​ເປັນ​ແນວ​ໃດ? ບໍ່​ແມ່ນ​ລຸ້ນ​ພວກ​ເຮົາ​ດອກ, ລຸ້ນ​ລູກ, ລຸ້ນຫຼານ​ພວກ​ເຮົາ​ພຸ້ນ​ນະ​ເນາະ ສິ​ມີ​ຜົນ​ກະ​ທົບ​ເກີດ​ແຜ່ນ​ດິນ​ໄຫວ, ເກີດ​ອີ​ສັງ​ຄື​ພວກ​ເຮົາ​ເຫັນ​ຢູ່​ໃນ​ທົ່ວ​ໂລກ ດຽວນີ້​ຢາ​ກ​ໃຫ້​ເບິ່ງ​ໂດຍ​ສະ​ເພາະ​ທາງ​ເບື້ອງ​ຂອງ​ພະ​ລັງ​ງານ ແລະ ບໍ່​ແຮ່​ສິ​ມີ​ມາດ​ຕະ​ການ​ແນວ​ໃດ? ອັນ​ນີ້​ມັນ​ເປັນ​ບັນ​ຫາ​ຜົນ​ກະ​ທົບ​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະ​ຊາ​ຊົນ, ລູກຫຼານ​ຂອງ​ພວກ​ເຮົາ, ລຸ້ນ​ສືບ​ທອດ​ຕໍ່​ໄປ ແລະ ທີ່​ຈິງ​ຜ່ານ​ມາ​ກໍ​ຄື​ພວກ​ຂ້າ​ພະ​ເຈົ້າ​ເຫັນ​ຕິດ​ຕາ​ມ​ຫັ້ນ​ນະ​ບໍ່​ເຮັດ​ຄື​ເວົ້າ​ໃດວ່າ​ຊິ​ແປງ​ທາງ, ວ່າ​ສິ​ຫຍັງ ສຸດ​ທ້າຍ​ກະ​ບໍ່​ໄດ້​ເຮັດ ອັນ​ນີ້​ເປັນ​ບັນ​ຫາ​ຂອງ​ປະ​ເທດ​ຊາ​ດ​ເນາະ.”

ກໍ​ລະ​ນີ​ຕົວ​ຢ່າງ​ຂອງ​ການ​ຈັດ​ເກັບ​ລາຍ​ຮັບ​ບໍ່​ມີ​ປະ​ສິດ​ທິ​ພາບ ແລະ ມີ​ລາຍ​ຮັບ​ຄ່າ​ສຳ​ປະ​ທານ​ຕ່ຳຫຼາຍ​ໃນ​ໄລ​ຍະ​ຜ່ານ​ມາ​ກໍ​ຄື​ສຳ​ປະ​ທານ​ຂຸດ​ຄົ້ນ​ແຮ່​ທາດ​ຫາ​ຍາກ ທີ່​ລັດ​ຖະ​ບານ​ລາວ​ໄດ້​ຮັບ​ສ​ະ​ເລ່ຍ​ພຽງ 30 ໂດ​ລາ​ເທົ່າ​ນັ້ນ​ຕໍ່​ການ​ຂຸດ​ຄົ້ນ​ແຮ່​ຫາ​ຍາກ​ໃນ​ປະ​ລິ​ມານ 1 ໂຕນ​ທັງ​ຍັງ​ບໍ່​ຮູ້​ປະ​ລິ​ມານ​ທີ່​ຊັດ​ເຈນ​ອີກ​ດ້ວຍ​ວ່າ​ບັນ​ດາ​ບໍ​ລິ​ສັດ​ຈີນ​ໄດ້​ຂົນ​ສົ່ງ​ແຮ່​ຫາ​ຍາກ​ຈາກ​ລາວ​ໄປ​ຈີນ​ເທົ່າ​ໃດ​ແທ້ ໃນ​ໄລ​ຍະ​ທີ່​ຜ່ານ​ມາ​ເນື່ອງ​ຈາກບໍ່​ມີ​ໜ່ວຍ​ງານ​ກາງ​ຂອງ​ລັດ​ຖະ​ບານ​ລາວ​ທີ່​ດຳ​ເນີນ​ການ​ຄວບ​ຄຸມ ແລະ ການກວດ​ກາ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ລວມ​ທັງ​ຍັງ​ບໍ່​ມີ​ການກວດ​ກາ ແລະ ກວດ​ສອບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂອງ​ບັນ​ດາ​ພະ​ນັກ​ງານ​ລັດ​ທີ່​ກ່ຽວ​ຂ້ອງ​ອີກ​ດ້ວຍ.

ແຕ່​ຢ່າງ​ໃດ​ກໍ່​ຕາມ​ທ່ານ ສອນ​ໄຊ ສີ​ພັນ​ດອນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກໍ​ໄດ້​ຖະ​ແຫຼງ​ເມື່ອບໍ່​ດົນ​ມານີ້​ວ່າ​ລັດ​ຖະ​ບານ​ລາວ​ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ສຳ​ປະ​ທານ​ກາ​ນ​ຂຸດ​ຄົ້ນ​ແຮ່​ທາດ​ແບບ​ເລັ່ງ​ດ່ວນ​ຫຼື​ແບບ​ທົດ​ລອງອີກ​ແລ້ວ ສ່ວນ​ທີ່​ໄດ້​ອະ​ນຸ​ຍາດ​ໄປ​ແລ້ວ​ນັ້ນ​ຖ້າ​ຫາກວ່າ​ຍັງ​ຕ້ອງ​ການ​ທີ່​ຈະ​ດຳ​ເນີນ​ການ​ຂຸດ​ຄົ້ນ​ຕໍ່​ໄປ​ກໍ​ຈະ​ຕ້ອງ​ຈັດ​ທຳ​ບົດ​ວິ​ພາກ​ເສດ​ຖະ​ກິດ ແລະ ແຜນ​ການ​ປ້ອງ​ກັນຜົນ​ກະ​ທົບ​ຕໍ່​ສັງ​ຄົມ ແລະ ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ທີ່​ໄດ້​ມາດ​ຕະ​ຖານ​ສາ​ກົນ​ຢ່າງ​ແທ້​ຈິງ ດັ່ງ​ທີ່​ທ່ານ ສອນ​ໄຊ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ອັນ​ທີ່​ພວກເຮົ​າ​ປ່ຽນ​ແປງ​ລະ​ແມ່ນ​ພວກ​ເຮົາ​ຢຸດ​ເຊົາ​ການ​ປະ​ຕິ​ບັດ​ໂຄງ​ການ​ທົດ​ລອງ ຫັນ​ເອົາ​ບັນ​ດາ​ໂຄງ​ການ​ແຮ່​ທົດ​ລອງ​ດັ່ງ​ກ່າວນີ້​ເຂົ້າ​ສູ່​ກົດ​ໝາຍ ຄັນ​ວ່າ​ເລື່ອງ​ເຫຼັກ​ກະ​ແມ່ນ​ຄັນ​ວ່າ​ຜູ້​ໃດ​ຈະ​ເຮັດ​ສືບ​ຕໍ່​ກະ​ແມ່ນ​ວ່າ​ຈະ​ຕ້ອງ​ໄດ້​ມີ​ຂໍ້​ມູນ​ສຳຫຼວດ ເຮັດ​ບົດ​ວິ​ພາກ​ເສດ​ຖະ​ກິດ​-ເທັກ​ນິກ ການ​ປະ​ເມີນ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ ແຜນ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ ພ້ອມ​ດຽວ​ກັນ​ນັ້ນ​ກະ​ໄປ​ກວດ​ກາ​ຄືນ​ຊັບ​ພະ​ຍາ​ກອນ​ໄມ້​ໃນ​ເຂດ​ໂຄງ​ການ​ທີ່​ໄດ້​ຕັດ​ອອກ​ນັ້ນ​ກໍ​ຕ້ອງ​ໄດ້​ມີ​ການ​ໄລ່​ລຽງ​ຄືນ​ໃໝ່ ແລະ ການ​ຫັນ​ປ່ຽນ​ດິນ​ປ່າ​ໄມ້​ໄປ​ສູ່​ແຮ່​ທາດ ມີ​ແຕ່​ສະ​ພາ​ແຫ່ງ​ຊາດ​ເທົ່າ​ນັ້ນ​ເປັນ​ຜູ້​ອະ​ນຸ​ມັດ.”

ສ່ວນ​ການ​ຂຸດ​ຄົ້ນ​ແຮ່​ທາດ​ຫາ​ຍາກ​ທີ່​ບໍ​ລິ​ສັດ ຊຸນ​ຕ້າ ພັດ​ທະ​ນາບໍ່​ແຮ່​ຈຳ​ກັດ ແລະ ບໍ​ລິ​ສັດ ຕົງຫຼີ​ເຊິງ ພັດ​ທະ​ນາບໍ່​ແຮ່​ຈາກ ຈີນ ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ຂຸດ​ຄົ້ນ​ໃນ​ພື້ນ​ທີ່ 29 ກິ​ໂລ​ແມັດ​ມົນ​ທົນ​ຢູ່​ເຂດ​ບ້ານ ປຸງ, ບ້ານ ນາ​ຂີ່, ບ້ານ​ໃໝ່ ແລະ ບ້ານ​ນາ​ສາບ ເມືອງ​ຜາ​ໄຊ​ໃນ​ແຂວງ​ຊຽງ​ຂວາງ ຊຶ່ງ​ໄດ້​ທຳ​ການ​ຂຸດ​ເຈາະ​ເພື່ອ​ສຳຫຼວດ​ຫາ​ແຮ່​ທາດ​ດັ່ງ​ກ່າວ​ແລ້ວ​ນັ້ນ ​ກໍ​ຍັງ​ບໍ່​ມີ​ລາຍ​ງານ​ຜົນ​ຄືນ​ໜ້າ​ແຕ່​ຢ່າງ​ໃດ ໃນ​ຂະ​ນະ​ທີ່​ສຳ​ປະ​ທານ​ຈະ​ໝົດ​ອາ​ຍຸ​ທ້າຍ​ປີ 2025 ສະ​ນັ້ນ​ຈຶ່ງ​ຍັງ​ບໍ່​ມີ​ຄວາມ​ຊັດ​ເຈນ​ວ່າ​ລັດ​ຖະ​ບານ​ລາວ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຕອບ​ແທນ​ເທົ່າ​ໃດ​ແທ້ ຫຼື​ວ່າ​ຈະ​ມີ​ການ​ຍົກ​ເລີກ​ສຳ​ປະ​ທານຫຼືບໍ່​ອີກ​ດ້ວຍ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG