ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະຊາຊົນ​ລາວ​ຢືນຢັນວ່າ​ ຈະ​​ໄປ​ປ່ອນບັດ​ເລືອກ​ຕັ້ງເອົາ ສະພາແຫ່ງຊາດ​​ຊຸດ​ໃໝ່ແນ່ນອນ


ບັນດາຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດລາວ ຈາກແຂວງຄໍາມ່ວນ ລົງສະເໜີໂຕຕປະຊາຊົນ ກອນການເລືອກຕັ້ງ ສະພາແຫ່ງຊາດຊຸດທີ 7 ທຈະມີຂນໃນວັນທີ 30 ເມສາ 2011 ນີ້
ບັນດາຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດລາວ ຈາກແຂວງຄໍາມ່ວນ ລົງສະເໜີໂຕຕປະຊາຊົນ ກອນການເລືອກຕັ້ງ ສະພາແຫ່ງຊາດຊຸດທີ 7 ທຈະມີຂນໃນວັນທີ 30 ເມສາ 2011 ນີ້

ປະຊາຊົນ​ລາວ​ຢືນຢັນ​ວ່າ ຈະ​ອອກ​ໄປ​ໃຊ້​ສິດ​ປ່ອນ​ບັດ​ໃນ​ການ​ເລືອກ​ຕັ້ງ​ເອົາ​ສະມາຊິກ​ສະພາ ​ແຫ່ງ​ຊາດ​ຊຸດ​ໃໝ່ຢ່າງ​ແນ່ນອນ, ​ເນື່ອງ​ຈາກ​ວ່າຢາກ​ຈະ​ໄດ້​ຜູ້​ແທນ​ທີ່​ມີ​ຄວາມ​ຮູ້ຄວາມ​ສາມາດ ຢ່າງ​ແທ້​ຈິງ.


ປະຊາ​ຊົນ​ລາວ ທີ່​ປະກອບ​ອາຊີບ​ຄ້າ​ຂາຍຢູ່​ຕະຫຼາດ​ເຂົ້າ​ໃນນະຄອນຫຼວງ​ວຽງ​ຈັນ​ໄດ້​ໃຫ້
ການ​ຢືນຢັນ​ກັບ VOA ວ່າ ປະຊາຊົນ​ລາວມີ​ການ​ຕື່ນ​ຕົວຫຼາຍຂຶ້ນ​ເປັນ​ພິ​ເສດ​ໃນ​ການ​ທີ່
ຈະ​ອອກ​ໄປ​ໃຊ້​ສິດ​ຂອງ​ພວກ​ຕົນ​ ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ເອົາ​ສະມາຊິກ​ສະພາແຫ່ງ
ຊາດ​ຊຸ​ດທີ່ 7 ທີ່​ກຳນົດ​ຈະ​ມີ​ຂື້ນ​ໃນ​ວັນທີ 30 ​ເມສາ​ນີ້, ​ເນື່ອງ​ຈາກວ່າ​ ປະຊາ​ຊໍົນລາວ
ໃນ​ສ່ວນ​ໃຫຍ່​ໄດ້​ເຫັນ​ເຖິງ​ຄວາມ​ສຳຄັນ​ຂອງ​ບົດບາດ ​ແລະໜ້າທີ່​ຂອງ​ສະມາຊິກ​ສະພາ​
ແຫ່ງ​ຊາດ​ລາວ​ໃນ​ໄລຍະ​ໃໝ່​ທີ່​ຈະ​ຕ້ອງ​ມີ​ການ​ພັດທະນາ​ລະບົບ​ກົດໝາຍ​ຂອງລາວ​ໃຫ້ມີ
ຄວາມ​ທັນສະ​ໄໝ ​ແລະ ​ເປັນ​ທີ່​ຍອມຮັບ​ຂອງ​ສາກົນ​ຢ່າງ​ແທ້​ຈິງ.

ຊຶ່ງ​ດ້ວຍ​ຄວາມ​ສໍາຄັນ​ດັ່ງກ່າວ ຈຶ່ງ​ເຮັດ​ໃຫ້​ມີ​ຄວາມ​ຈໍາເປັນຢ່າງ​ຍິ່ງ​ທີ່​ປະຊາຊົນ​ລາ​ວຜູ້​ມີ​
ສິດ​ໃນ​ການເລືອກຕັ້ງນັ້ນ​ ຈະ​ຕ້ອງ​ອອກ​ໄປ​ໃຊ້​ສິດ​ຂອງ​ຕົນ​ ເພື່ອ​ປ່ອນ​ບັດ​ເລືອກ​ຕັ້ງ​ເອົາ​ຜູ້
ສະໝັກ​ທີ່​ມີ​ຄວາມ​ຮູ້​ ​ແລະຄວາມ​ສາມາດ​ເພື່ອ​ໃຫ້​ເຂົ້າ​ໄປ​ປະຕິບັດ​ໜ້າ​ທີ່​ບົດບາດ​ໃນ​ຖານະ​
ສະມາຊິກ​ສະພາ​ແຫ່ງຊາດ​ໄດ້​ຢ່າງ​ແທ້​ຈິງ. ດັ່ງ​ທີ່​ພໍ່ຄ້າ​ຢູ່​ຕະຫຼາດ​ເຊົ້າ​ໃນ​ນະຄອນຫຼວງ​ວຽງ​ຈັນ
ຄົນ​ດັ່ງກ່າວ​ນີ້ ​ໄດ້​ເນັ້ນ​ຢ້ຳກັບ VOA ວ່າ:

ຄົນ​ລາວ​ຢູ່​ໃນ​ເມືອງ​ລາວທຳ​ມະ​ດາ​ເຮົາຢູ່​ບ່ອນ​ໃດ​ກໍ່​ມີ​ສິດ​ມາ​ປ່ອນ​ບັດ​ໃຊ້​ສິດ ເພື່ອ
ວ່າ​ເລືອກ​ເອົາ​ຕົວ​ແທນ​ຂອງ​ຕົນ​ ເພື່ອ​ວ່າ​ໃຫ້​ຕົວ​ແທນ​ນັ້ນ​ກໍ່​ແມ່ນ​ຜູ້​ສ້າງສາ​ພັດ
ທະນາ
ຈຶ່ງ​ຕ້ອງ​ເລືອກເອົາ​ຄົນ​ດີ​ມີຜົນງານ, ຄວາມ​ຮູ້​ ຄວາມ​ສາມາດ​ເພື່ອ​ພັດທະ
ນາ​ບ້ານເມືອງ​ຂອງ​ພວກ​ເຮົາ

ບັນດາຜູ້ສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ ລາວ ຈາກເຂດກໍາແພງນະຄອນວຽງຈັນ
ບັນດາຜູ້ສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ ລາວ ຈາກເຂດກໍາແພງນະຄອນວຽງຈັນ

ກ່ອນ​ໜ້າ​ນີ້ ຄະນະ​ກຳມະການ
ເລືອກ​ຕັ້ງ​ລະດັບ​ຊາດ​ ພາຍ​ໃຕ້​
ການ​ເປັນ​ປະທານ​ຂອງ​ທ່ານ
ບຸນຍັງ ວໍລະ​ຈິດ ຮອງປະທານ
ປະ​ເທດລາວ​ ໄດ້​ມີ​ຄຳສັ່ງ​ໄປ​
ເຖິງ​ຄະນະ​ກຳມະ​ການ​ເລືອກ
ຕັ້ງລະດັບ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ
ເທດເພື່ອ​ໃຫ້​ດຳ​ເນີນ​ການ​ກະ
ກຽມຄວາມ​ພ້ອມ​ໃນ​ທຸກ​ດ້ານ
ສຳ​ລັບຮອງ​ຮັບ​ການ​ເລືອກ​ຕັ້ງ
ສະມາຊິກສະພາ​ແຫ່ງ​ຊາດ​ລາວ
ຊຸດ​ທີ່ 7 ນີ້ໃຫ້​ໄດ້ ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ເອົາ​ໄວ້.

ຊຶ່ງກໍຄືການຮັບປະກັນການຮັກສາຄວາມສະຫງົບຮຽບຮ້ອຍໃຫ້ໄດ້ 100%. ການປຸກ
ລະດົມຂົນຂວາຍໃຫ້ປະຊາຊົນອອກມາໃຊ້ສິດໃນການເລືອກຕັ້ງຢ່າງຄົບຖ້ວນເຖິງ
100% ແລະການຮັບປະກັນການໃຊ້ສິດດັ່ງກ່າວຂອງປະຊາຊົນລາວນັ້ນ ວ່າຈະເປັນ
ໄປຕາມລະບຽບກົດໝາຍຢ່າງຄົບຖ້ວນເຖິງ100%.

ຜູ້ສະໝັກຜູ້ແທນຈໍານວນນຶ່ງທີ່ລົງສະໝັກແຂ່ງຂັນ ໃນການເລືອກສະມາຊິກສະພາແຫ່ງຊາດຊຸດໃໝ່
ຜູ້ສະໝັກຜູ້ແທນຈໍານວນນຶ່ງທີ່ລົງສະໝັກແຂ່ງຂັນ ໃນການເລືອກສະມາຊິກສະພາແຫ່ງຊາດຊຸດໃໝ່

ຄະນະກໍາມະການເລືອກຕັ້ງລະ
ດັບຊາດຂອງລາວໄດ້ປະກາດ
ລາຍຊື່ບຸກຄົນ​ທີ່​ຜ່ານການຂັດ
ເລືອກແລະກໍໄດ້​ຮັບ​ອານຸຍາດ
ໃຫ້​ລົງ​ສະໝັກແຂ່ງຂັນໃນການ
ເລືອກຕັ້ງເປັນສະມາຊິກສະພາ
ແຫ່ງຊາດຊຸດທີ 7 ຢ່າງເປັນ
ທາງການເມື່ອຕົ້ນເດືອນມີນາ
ທີ່ຜ່ານມາ. ໂດຍມີຜູ້ໄດ້​ຮັບ​ອາ
ນຸຍາດ​ໃຫ້ແຂ່ງຂັນໃນການເລືອກ
ຕັ້ງຄັ້ງນີ້ຈຳນວນ​ທັງໝົດ 190
ຄົນໃນ 17 ເຂດເລືອກຕັ້ງໃນ
ທົ່ວປະເທດລາວ. ​ຊຶ່ງກໍປາກົດວ່າ ​ເປັນຜູ້ສະໝັກຈາກສູນກາງ 47 ຄົນ ​ແລະ​ມີຜູ້ສະໝັກ
ເພດຍິງ 47 ຄົົນ ແລະ​ກໍ​ມີຜູ້ສະໝັກຈາກພາກເອກກະຊົນທີ່​ໄດ້​ຮັບ​ອານຸຍາດ​ໃຫ້​ລົງ​ສະ
ໝັກແຂ່ງຂັນໃນການ​ເລືອກ​ຕັ້ງຄັ້ງນີ້ພຽງແຕ່ 5 ຄົນ ເທົ່າ​ນັ້ນ.

ສ່ວນຄຸນນະສົມບັດໃນດ້ານການສຶກສາຂອງຜູ້ສະໝັກນັ້ນ ກໍປາກົດວ່າມີຢູ່ເຖິງ 168 ຄົນ
ທີ່ຈົບການສຶກສາຕັ້ງແຕ່ລະດັບສູງໄປຈົນເຖິງປະລິນຍາເອກ ໂດຍມີພຽງແຕ່ 22 ຄົນເທົ່ານັ້ນ ທີ່ຈົບການສຶກສາລະດັບຂັ້ນຕົ້ນ ແລະລະດັບກາງ. ນອກຈາກນີ້ ກໍມີຜູ້ສະໝັກທີ່ອາຍຸເກີນ
ກວ່າ 60 ປີຂຶ້ນໄປ ພຽງແຕ່ 21 ຄົນເທົ່ານັ້ນ. ສ່ວນທີ່ເຫຼືອກໍມີອາຍຸລະຫວ່າງ 45-60 ປີ
ແລະ ເປັນສະມາຊິກສະພາແຫ່ງຊາດລາວຊຸດທີ 6 ຈໍານວນ 45 ຄົນອີກດ້ວຍ.

ແມ່ຄ້າຂາຍຜັກທີ່ຕະ ຫລາດແຫ່ງນຶ່ງໃນນະ ຄອນຫລວງວຽງຈັນ
ແມ່ຄ້າຂາຍຜັກທີ່ຕະ ຫລາດແຫ່ງນຶ່ງໃນນະ ຄອນຫລວງວຽງຈັນ

ສະພາແຫ່ງຊາດລາວຊຸດທີ 7 ນີ້ ຈະມີສະມາຊິກທັງ
ໝົດ 132 ຄົນ ຊຶ່ງເພີ່ມຂຶ້ນຈາກຊຸດທີ 6 ທີ່ມີຈໍານວນ
ສະມາຊິກທັງໝົດ 115 ຄົນ.

ການ​ເລືອກ​ຕັ້ງຄັ້ງນີ້ມີປະຊາຊົນລາວຫລາຍ​ກວ່າ 3.23 ລ້ານ​
ຄົນ ທີ່ມີສິດໃນການເລືອກຕັ້ງ ກໍ​ຄື​ມີອາຍຸຕັ້ງ​ແຕ່ 18 ປີຂຶ້ນ
ໄປ. ສ່ວນປະຊາຊົນລາວໃນຕ່າງປະເທດທີ່ມີສິດເລືອກຕັ້ງນັ້ນ
ກໍສາມາດໄປໃຊ້ສິິດຂອງຕົນໄດ້ ທີ່ສະຖານທູດລາວປະຈໍາ
ບາງກອກ, ຮ່າ​ໂນ່ຍ ແລະພະນົມ​ເປັນເທົ່ານັ້ນ.

XS
SM
MD
LG