ບັນຫາຄ່າຄອງຊີບແພງຢູ່ໃນລາວມີມາແຕ່ດົນນານແລ້ວ ແຕ່ເມື່ອມາບວກໃສ່ການປັບ
ອັດຕາຄ່ານໍ້າ ແລະຄ່າໄຟຟ້າ ຊຶ່ງເປັນປັດໄຈພື້ນຖານ ໃນການດໍາລົງຊີວິດຂອງມະນຸດ
ຊົນແລ້ວ ພາຍຫລັງມີການລະບາດຢ່າງໜັກໄວຣັສໂຄໂຣນາທັງ ຢູ່ໃນລາວ ແລະທົ່ວ
ໂລກ ປະຊາຊົນລາວ ໂດຍລວມແມ່ນ ໄດ້ຮັບຜົນກະທົບຢ່າງໜັກ. ດັ່ງການໃຫ້ສໍາພາດ
ຂອງປະຊາຊົນລາວຈໍານວນ ນຶ່ງໃນນະຄອນຫຼວງວຽງຈັນ ຄ້າຍໆກັນກັບເລື້ອງຄ່າໄຟຟ້າ
ປະຊາຊົນລາວຫລາຍຄົນກໍໄດ້ສະແດງຄວາມກັງວົນໃຈອອກມາຢ່າງກວ້າງຂວາງກ່ຽວ
ກັບ ຄ່ານໍ້າປະປາ ທັງໃນສື່ສັງຄົມອອນລາຍກໍຄືຢູ່ໃນສັງຄົມທົ່ວໄປ ເຖິງແມ່ນວ່າບໍລິສັດ
ນໍ້າປະປາລາວໄດ້ປັບລາຄາໃຫ້ຫລຸດລົງພິເສດສໍາລັບ 3 ເດືອນແລ້ວ ກໍຕາມ. ກິ່ງສະຫວັນ
ມີລາຍງານເລື້ອງນີ້ ຈາກນັກຂ່າວວີໂອເອ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ບັນດາທ່ານຜູ້ຟັງຄົງໄດ້ຮູ້ກັນດີຢູ່ແລ້ວເນາະວ່າໂດຍປະຕິບັດຕາມຄໍາສັ່ງຂອງນາ ຍົກລັດ
ຖະມົນຕີ ທອງລຸນ ສີສຸລິດ, ເມື່ອມໍ່ໆມານີ້ ບໍລິສັດນໍ້າປະປາລາວໄດ້ປັບ ລາຄາໃຫ້ຫລຸດລົງ
5 ເປີເຊັນເປັນພິເສດສໍາລັບ 3 ເດືອນກໍຄືນັບແຕ່ເດືອນພຶດ ສະພາ ຫາເດືອນກໍລະກົດທີ່
ຈະມາເຖິງນີ້. ແຕ່ປະຊາຊົນລາວ ຜູ້ທີ່ໄດ້ຮັບຜົນກະ ທົບຢ່າງໜັກຈາກການລະບາດຂອງ
ໄວຣັສໂຄໂຣນາ ທັງຢູ່ໃນລາວ ແລະນອກ ປະເທດນັ້ນ ໂດຍລວມແລ້ວ ກໍຍັງຮູ້ສຶກວ່າຄ່າ
ນໍ້າ ຍິ່ງແພງຂຶ້ນ ດັ່ງການໃຫ້ສໍາພາດ ຂອງປະຊາຊົນທ່ານນຶ່ງທີ່ອາໄສຢູ່ໃນເຂດເມືອງຈັນ
ທະບູລີ ນະຄອນຫຼວງວຽງຈັນວ່າ ຄ່ານໍ້າກໍແພງຂຶ້ນຄືກັນກັບໄຟ ຊຶ່ງທ່ານຊີ້ແຈງດັ່ງນີ້:
“ຄ່ານໍ້າແພງໆຂຶ້ນໆ ປົກກະຕິເຮົາເສຍເດືອນລະ 40-50 ພັນເນາະບາດນີ້ເຮືອນເຮົາ
ເຈັດສິບປາຍພັນພຸ້ນນະ ມັນແພງ ຄືວ່າຄ່ານໍ້າ ຄ່າໄຟມັນແພງພິລຶກ, ຄ່າໄຟປົກກະຕິ
ເສຍເດືອນລະ 80-90 ພັນກີບ ມາເດືອນ 5 ມັນເຮັດຮອດ ສອງແສນປາຍ. ແມ່ນນໍ້າ
ແພງຂຶ້ນກວ່າເກົ່າ.”
ສ່ວນນັກທຸລະກິດຍິງຄົນນຶ່ງເຂດເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ທີ່ຢູ່ ເຮືອນ
ກັບລູກຄົນນຶ່ງກັບບອກວ່າ ນັບແຕ່ມີການແຜ່ລະບາດ ຂອງພະຍາດໂຄວິດ-19 ນີ້
ເປັນຕົ້ນມາ ຄ່ານໍ້າປະປາຍິ່ງແພງຫລາຍກວ່າຄ່າໄຟອີກ ຊຶ່ງຜູ້ກ່ຽວເປີດເຜີຍ ສູ່ວີໂອເອ
ຟັງວ່າ:
“ແພງແພງ ຂອງນ້ອງກະແພງ ຄ່າໄຟກະຂຶ້ນເຮົາງົງຢູ່ ກະແພງໄດ໋ ຂອງພວກນ້ອງມີ
ພຽງແຕ່ແມ່ລູກກະໃຊ້ໜ້ອຍດຽວ ໂອ້ຍຄ່ານໍ້ານ້ອງມື້ເຊົ້ານີ້ກະຫລາຍຂຶ້ນເປັນແສນ
ແສນ. ມັນກະແພງຫລາຍ ຍັງແພງ ແພງ ເດືອນນີ້ນ້ອງຍັງບໍ່ເຫັນບິນຊໍ້າ ເດືອນແລ້ວ
ກະເກືອບແສນພຸ້ນ, ທຽບໃສ່ໄຟໃຊ້ ນ້ອງກະຖືວ່າໃຊ້ແອ ກະ 2 ໜ່ວຍໆ ເດືອນໜຶ່ງ
ກະປະມານ 3 ແສນນີ້ລະ ກະປະມານນັ້ນລະ ກະ ຖືວ່າແພງທຽບໃສ່ໄຟ.”
ສ່ວນເຈົ້າໜ້າທີ່ຂອງບໍລິສັດນໍ້າປະປາລາວນັ້ນ ກັບໃຫ້ເຫດຜົນວ່າ ທີ່ຈິງແລ້ວທາງ ບໍລິ
ສັດແມ່ນໄດ້ຫລຸດລາຄາລົງ 5 ເປັນເຊັນ ຕາມຄໍາສັ່ງຂອງທ່ານນາຍົກແທ້ ແຕ່ເນື່ອງ
ຈາກວ່າ ຜູ້ຊົມໃຊ້ຕ້ອງໄດ້ເສຍຄ່າອາກອນ ແລະຄ່າທໍານຽມກ່ຽວ ຂ້ອງ ອື່ນໆ ຈຶ່ງເຮັດ
ໃຫ້ເຂົາເຈົ້າຮູ້ສຶກວ່າ ຄ່ານໍ້າແພງຂຶ້ນໃນໄລຍະນີ້ ດັ່ງການ ໃຫ້ສໍາພາດຂອງເຈົ້າໜ້າທີ່
ຂັ້ນສູງຂອງບໍລິສັດດັ່ງກ່າວວ່າ:
“5% ເປີເຊັນ 5 ເປີເຊັນ ເລີ່ມເດືອນ 5,ເ ດືອນ 6, ເດືອນ 7 ເພິ່ນຫຼຸດໃຫ້ 5% ເປີເຊັນ
ຂອງທີ່ວ່າເຮົາໃຊ້ນໍ້າໄປຫັ້ນ, ຍັງມີຄ່າອາກອນຍັງມີຄ່າອັນນັ້ນມາເພີ້ມ, ກະບໍ່ໄດ້ຫຼຸດຫລາຍ ເພາະວ່າບໍລິສັດເຮົາຫຼຸບທຶນມາແລ້ວ ກຽມຊິສະ ເໜີລາຄາແລ້ວ ແຕ່ໄຟຟ້າ
ພັດມາສະເໜີລາຄາຕັດໜ້າ ເລີຍບໍ່ໄດ້ສະເໜີແລ້ວເຂົາຊິດ່າຫົວອີກແລ້ວນະ, ໄຟ
ຟ້າມາສະເໜີຕັດໜ້າແລ້ວເຂົາກະດ່າໂຈມຕີ ຄັນນໍ້າປະປາໄປສະເໜີເຂົາແຮງຊິດ່າ
ໂຈມຕີອີກ.”
ອີກຢ່າງນຶ່ງ ທ່ານໃຫ້ເຫດຜົນອີກວ່າ ໃນຊ່ວງທີ່ມີຄໍາສັ່ງໃຫ້ທຸກຄົນ ກັກຕົວຢູ່ ເຮືອນ
ນັ້ນ ຫລືບໍ່ໃຫ້ອອກໄປຂ້າງນອກໂດຍບໍ່ຈໍາເປັນ ແລະບວກໃສ່ກັບມາດຕະ ການປ້ອງ
ກັນການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍການລ້າງມື ເລື້ອຍໆ ນັ້ນ ມັນກໍ
ເຮັດໃຫ້ຄົນໃນແຕ່ລະ ຄົວເຮືອນໃຊ້ນໍ້າຫລາຍເປັນພິເສດ ເມື່ອທຽບໃສ່ ຕອນກ່ອນ
ເກີດການລະບາດຂອງພະຍາດນີ້ ຊຶ່ງທ່ານຊີ້ແຈງດັ່ງນີ້ ອ່ານເອົາ:
“ມັນແພງມັນກະເຮົາຢູ່ເຮືອນ ເຮົາບໍ່ໄດ້ໄປໃສເຮົາໃຊ້ຫລາຍເດ ເຮົາກະເບິ່ງບໍລິມາດ
ມັນ, ເອີບໍລິມາດມັນຫຼາຍຂຶ້ນ ເຮົາກະໃຊ້ຫລາຍຢູ່ເຮືອນຢູ່ຊານ ລ້າງຫັ້ນລ້າງນີ້ ຊັກ
ເຄື່ອງຊັກຂອງ, ເຄ ກະຫລຸດໃຫ້ 5% ເອີ 3ເດືອນ, ໂອ້ຍແລ້ວລະ ແລ້ວລະເງິນເດືອນ
ກະຊໍ່າເກົ່າ ບໍ່ໄດ້ຂຶ້ນດອກ.”
ທ່ານບອກອີກວ່າເມື່ອທຽບໃສ່ກັບຄ່າໄຟຟ້າທີ່ລັດຖະບານມີນະໂຍບາຍວ່າ ຈະເຮັດ
ໃຫ້ລາວກາຍເປັນປະເທດສົ່ງອອກໄຟຟ້າໄປໃຫ້ບັນດາປະເທດທົ່ວຂົງເຂດ ເອເຊຍ
ຕາເວັນອອກສຽງໃຕ້ນັ້ນແລ້ວ ຄ່ານໍ້າປະປາແມ່ນຍັງຖືກກວ່າຫລາຍ. ທ່ານໃຫ້ຊີ້ແຈງ
ດັ່ງນີ້
“ໂອ້ຍນໍ້າປະປາມັນກະເສຍແຕ່ແສນໜຶ່ງ ໄຟຟ້າເສຍຕັ້ງ 5 ແສນ 6 ແສນ, ມັນກະຈໍາ
ເປັນມັນກະໃຊ້ຫລາຍກວ່ານໍ້າເນາະ ມັນກະຈໍາເປັນມັນໃຊ້ຫລາຍກວ່ານໍ້າຄັນບໍ່ມີໄຟ
ກະດ່າເຂົາໃຊ້ແອບໍ່ໄດ້ ໃຊ້ພັດລົມບໍ່ໄດ້ພັດດ່າເຂົາ. ໂຕເອງພັດວ່າໝໍ້ໄຟເອຊຽນຫັ້ນ
ນະມັນຄືແພງຕາຍແທ້ຜະລິດເອງແຮງແພງ.”
ສະຫລຸບແລ້ວ ເຖິງແມ່ນວ່າ ເມື່ອມໍ່ໆມານີ້ ບໍລິສັດນໍ້າປະປາ ລາວໄດ້ປັບລາຄາໃຫ້
ຫລຸດລົງພິເສດສໍາລັບ 3 ເດືອນຈົນຮອດເດືອນກໍລະກົດກໍຄືເດືອນໜ້ານີ້ ແຕ່ປະຊາ
ຊົນກັບເຫັນວ່າ ເຂົາເຈົ້າຕ້ອງໄດ້ເສຍຄ່ານໍ້າສູງຂຶ້ນກວ່າເກົ່າ ຊຶ່ງບໍ່ຕ່າງຫຍັງກັບຄ່າ
ໄຟຟ້າ. ທ້າມກາງການລະບາດຂອງພະຍາດໂຄວິດ-19 ຢູ່ໃນ ລາວ ແລະທົ່ວໂລກ
ຢູ່ນີ້ ການທີ່ຕ້ອງໄດ້ເສຍຄ່ານໍ້າ ແລະໄຟຟ້າເພີ້ມ ຂຶ້ນແມ່ນ ເຮັດໃຫ້ຄ່າຄອງຊີບຂອງ
ປະຊາຊົນຢູ່ໃນລາວທີ່ສູງຢູ່ແລ້ວນັ້ນ ຍິ່ງເພີ້ມສູງຂຶ້ນ ຊຶ່ງນໍາໄປສູ່ການດໍາລົງຊີວິດທີ່
ຝືດເຄືອງຫລາຍຂຶ້ນກວ່າເກົ່າ.