ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຄິດຂອງປະຊາຊົນລາວ ກ່ຽວກັບການສ້າງທາງລົດໄຟຈີນ ໃນ ສປປ ລາວ


ແຜນທີ່ທາງລົດໄຟລາວ-ຈີນ ພາກທີ່ສ້າງຢູ່ໃນລາວຈະຕໍ່ຈາກຄຸນໝິງໄປຫາໄທ

ໃນຂະນະທີ່ມີການປິດປະເທດທັງຢູ່ໃນລາວ ແລະຈີນຍ້ອນການລະບາດຢ່າງໜັກຂອງ
ໄວຣັສໂຄໂຣນາຢູ່ນີ້ ໂຄງການສ້າງທາງລົດໄຟເຖິງວ່າຈະຂາດກໍາມະກອນ ແດ່ແຕ່ກໍຍັງ
ດໍາເນີນໄປຢູ່. ແຕ່ຄໍາຖາມກໍຄືວ່າຫລັງໂຄວິດ-19 ຜ່ານພົ້ນໄປແລ້ວ ອະນາຄົດຂອງການ
ໃຊ້ລົດໄຟນີ້ ຈະເປັນແນວໃດ? ຜູ້ໃດຈະໄດ້ຮັບຜົນປະໂຫຍດ ຫລາຍກວ່າກັນ? ພວກ
ເຮົາມາພາກັນໄປຟັງຄໍາເຫັນຂອງປະຊາຊົນລາວສອງທ່ານ ນໍາກັນເບິ່ງເນາະວ່າ ພວກ
ເພິ່ນຈະເວົ້າແນວໃດ? ເພື່ອບໍ່ເປັນການເສຍເວລາ ຂໍເຊີນທ່ານຮັບຟັງກ່ຽວກັບເລື້ອງນີ້
ຈາກ ກິ່ງສະຫວັນ ທີ່ນັກຂ່າວຂອງພວກເຮົາສົ່ງມາໄດ້ເລີຍ.

ເຊີນຊົມວີດີໂອ
please wait

No media source currently available

0:00 0:01:27 0:00
ລິງໂດຍກົງ

ດັ່ງທີ່ ວີໂອເອ ໄດ້ສະເໜີໄປ ໃນຊຸມເດືອນກ່ອນຈະເກີດມີການລະບາດຂອງພະຍາດ
ໂຄວິດ-19 ທີ່ເລີ້ມຂຶ້ນຢູ່ຈີນກ່ອນໝູ່ນັ້ນແລ້ວ, ໂຄງການທາງລົດໄຟ ແມ່ນໄດ້ມີຄວາມ
ຄືບໜ້າໄປກວ່າ 70 ເປີເຊັນແລ້ວ ຄາດວ່າ ຈະສໍາເລັດຕາມກໍານົດ ຊຶ່ງກໍຄືທ້າຍປີ 2021.
ແຕ່ເມື່ອມີການລະບາດຂອງພະຍາດທີ່ອັນຕະລາຍຮ້າຍແຮງນີ້ແລ້ວ ກໍເຮັດໃຫ້ມັນຊັກ
ຊ້າລົງ ເຖິງແມ່ນວ່າກໍາມະກອນ ແລະ ວິຊາການຈາກຈີນຫລາຍກຸ່ມຍັງດໍາເນີນວຽກງານ
ຕໍ່ເນື່ອງຢູ່ກໍຕາມ ດັ່ງການໃຫ້ຂໍ້ສັງເກດ ຂອງປະຊາຊົນຜູ້ນຶ່ງຢູ່ໃນແຂວງອຸດົມໄຊ, ເຂດ
ພາກເໜືອຂອງລາວ ທີ່ມີໂຄງ ການທາງລົດໄຟໄປຜ່ານນັ້ນ ວ່າ:

ພວກທີ່ຢູ່ເຂົາກະສຶບຕໍ່ພວກທີ່ຢູ່ເຮັດວຽກເຂົາກະສຶບຕໍ່ ບໍ່ມີການຢຸດຫັ້ນລະ ແຕ່ມັນກະ
ລ້າຊ້າຫັ້ນໄປ. ຄວາມໝາຍມັນກະບໍ່ສໍາເລັດຕາມແຜນ. ມັນກະຈະມີພວກນຶ່ງ ເຂົາກະບໍ່
ມາເທື່ອເດ. ພວກທີ່ຢູ່ລາວເມືອບໍ່ໄດ້ ເຂົາກະເຮັດວຽກຕາມປົກກະຕິ. ອຸປະກອນກະຂົນ
ມາໝົດແລ້ວ ແຕ່ຕາມແຜນຢາກວ່າ ເດືອນ12, ປີ 2021 ນີ້ໄດ໋, 22 ທໍາມະດາຢາກໃຫ້
ແລ້ວ, ແຕ່ເຈິສະພາບນີ້ ບໍ່ຮູ້ວ່າມັນຊິແລ້ວບໍ່ລະ ເຂົາບາງເຂດກະໄດ້ໂຈະການກໍ່ສ້າງ
ຫັ້ນນະ
. ”

ເມື່ອເວົ້າເຖິງຜົນປະໂຫຍດທີ່ທາງລົດໄຟຄວາມໄວສູງທີ່ມູນຄ່າ ເກືອບຮອດ 6 ຕື້ໂດລານີ້
ວ່າມັນຈະນໍາມາໃຫ້ແກ່ລາວນັ້ນ ມີບາງຄົນກໍຄິດວ່າ ມັນອາດຈະບໍ່ສູງ ດັ່ງທີ່ໄດ້ຄາດໄວ້.
ທັງນີ້ກໍເພາະການທີ່ລາວເປັນປະເທດນ້ອຍ ແລະມີພື້ນຖານການຜະລິດສິນຄ້າໜ້ອຍຊຶ່ງ
ອາດຈະບໍ່ສາມາດບັນຈຸພໍກັບເນື້ອທີ່ ແລະຄວາມສາມາດບັນຈຸສິນຄ້າ ແລະຂົນສົ່ງໂດຍ
ສານໃນຈໍານວນຫລວງຫລາຍຂອງລົດໄຟ ຄວາມໄວສູງນີ້. ດັ່ງທີ່ພະນັກງານຂັ້ນສູງບໍາ
ນານຄົນນຶ່ງໃນນະຄອນ ຫລວງ ວຽງຈັນ ສະແດງຄວາມເປັນຫ່ວງອອກມາວ່າ ໂຄງການ
ໃຫຍ່ເຊື່ອມຕໍ່ຈີນໃສ່ກັບ ປະເທດອື່ນໃນຂົງເຂດພາກພື້ນ ແລະອາໄສທັງທຶນ, ອຸປະກອນ,
ວິຊາການ ຕະ ຫລອດທັງແຮງງານສ່ວນໃຫຍ່ຈາກຈີນນີ້ ອາດຈະບໍ່ນໍາລາຍຮັບມາໃຫ້ລັດ
ຖະບານໄດ້ຫລາຍເທົ່າທີ່ຄວນ ຖ້າຫາກບໍ່ເອົາດ້ານອື່ນມາສະໜັບສະໜູນເອົາ ຊຶ່ງ ທ່ານ
ອະທິບາຍດັ່ງນີ້:
“ເວົ້າເຖິງການຂົນສົ່ງທາງລົດໄຟສະເພາະຂົນສົ່ງສິນຄ້າ ແລະໂດຍສານໜີ້ຖືວ່າບໍ່ມີກໍາ
ໄລ ກໍາໄລກະຕໍ່າໆ ຈະເອົາການບໍລິການປິ່ນອ້ອມທາງລົດໄຟເປັນຕົ້ນຕໍເຊັ່ນ ສະຖານີ
ລົດຂົນສົ່ງສິນຄ້າ, ຂົນສົ່ງໂດຍສານ, ຫລື ອາດຈະເປັນການຕັ້ງຮ້ານຄ້າຫຍັງແຄມທາງ,
ການຖ່າຍຟອກສ໌ ຖ່າຍຫຍັງທາງ Logistics ຕ່າງໆ. ເອົາໂຕນີ້ມາເປັນເຄື່ອງສະໜັບສະ
ໜູນ. ກະເອົາເລື້ອງປິ່ນອ້ອມການຄ້າ, ການຂົນສົ່ງທີ່ກ່ຽວກັນ ກັບລົດໄຟນີ້ມາເປັນໂຕ
ສະໜັບສະໜູນ ຫລື ມາຊ່ວຍມັນຈຶ່ງຈະພໍຢູ່ໄດ້. ”

ຜົນກະທົບ ແລະຜົນໄດ້ບາງຢ່າງຂອງທາງລົດໄຟຄວາມໄວສູງລາວ-ຈີນຕໍ່ປະຊາຊົນລາວ
ຜົນກະທົບ ແລະຜົນໄດ້ບາງຢ່າງຂອງທາງລົດໄຟຄວາມໄວສູງລາວ-ຈີນຕໍ່ປະຊາຊົນລາວ

ແຕ່ໃນຂະນະດຽວກັນ ທ່ານກໍຄິດວ່າ ບັນຫານີ້ມັນຍັງເປັນການຍາກຢູ່ທີ່ຜົນປະໂຫຍດຈາກກິດ
ຈະການຕ່າງໆ ທີ່ຕາມມາຈາກໂຄງການທາງລົດໄຟທີ່ນີ້ວ່າ ຈະຕົກ ມາເປັນຂອງລັດຖະບານ
ລາວໄດ້ຢ່າງເຕັມສ່ວນເມື່ອມັນສ້າງສໍາເລັດແລ້ວ. ທັງນີ້ ກໍຍ້ອນວ່າ ມັນຍັງມີການຂັດແຍ້ງເລື້ອງ
ແບ່ງປັນຜົນປະໂຫຍດກັນລະຫວ່າງ ພາກສ່ວນຕ່າງໆ ກັບບໍລິສັດສ້າງ ທາງລົດໄຟລາວ- ຈີນ
ນີ້ ດັ່ງທີ່ທ່ານໃຫ້ ຄໍາເຫັນວ່າ:
“ຈັ່ງຊັ້ນສະເໜີລັດຖະບານເປັນບຸລິມະສິດ, ຈັ່ງວ່າມາຜິດກັນເລື່ອງດິນຖ່າຍຟອກສ໌ ຖ່າຍ
ຫຍັງ, ບໍລິສັດເອກະຊົນມາຍາດເອົາ. ຄັນມາຍາດໄດ້ແລ້ວ ຈັ່ງໃດບໍລິສັດຊິມີກໍາໄລ ເຈົ້າກາ
ເອົາໄປກິນໝົດ, ຈຶ່ງໄດ້ຍອມໃຫ້ມັນ.
ຜິດກັນເລື້ອງທີ່ດິນຫຼວງນໍ້າທາ, ວຽງຈັນ ຢູ່ທ່ານາແລ້ງ
ນາເລີ້ງອີກກະປານນັ້ນ. ຜົນສຸດ
ທ້າຍລັດຖະບານກະບໍ່ໄດ້ມອບບຸລິມະສິດໃຫ້ເຂົາ.”

ພ້ອມກັນນັ້ນ ທ່ານຍັງບອກວ່າທາງລົດໄຟນີ້ ເມື່ອສ້າງສໍາເລັດ ມັນກໍຈະສ້າງໃຫ້ມີຜົນລົບ
ຕໍ່ທຸລະກິດຂະໜາດ ນ້ອຍຢູ່ໃນທ້ອງຖິ່ນຕ່າງໆຂອງປະຊາຊົນລາວ ທີ່ດໍາເນີນຢູ່ທຸກມື້ນີ້
ຊຶ່ງທ່ານຊີ້ແຈງ ດັ່ງນີ້:
"ເວົ້າເຖິງການຂົນສົ່ງແທ້ໜີ້ ໂອ້ຍສິນຄ້າມັນຊິມີຈັກຕູ້? ມີຈັກຕູ້ໃສ່ຄົນໂດຍສານເພື່ອ
ແກ່ໄປ?ສົມມຸດວ່າມີ 100 ຕູ້ຈັ່ງຊີ້ ເຈົ້າຊິມີຮອດ 100 ຕູ້ບໍ່ ຜູ້ໂດຍສານຊິເຕັມຮອດ
100 ວາກົງບໍ່? ຢ່າງເກັ່ງຄົນຂີ່ໄປ ຂີ່ມາ 5 ວາກົງ
ມັນກະໝົດແລ້ວຕວາ ລະມັນຊິໄດ້
ຫຍັງພໍເທົ່າ ໃດຫລະ? ຕາຍເປັນຈັ່ງຊີ້ຄົນບໍ່ໄດ້ໄປໄດ້ມາ, ຖ້າທາງລົດໄຟມານີ້ມັນກະ
ເສຍທ່າ
ແຮງຫຼາຍອັນໃດ: 1) ທາງຂົນສົ່ງລົດໂອໂຕ, 2) ເລື້ອງຍົນແຮງຫຼຸດລົງເລີຍລະ,
ທາງເຮືອ
ບິນທາງອາກາດໜີ້ ກຽມໂຕໄວ້ໂລດ, ຂົນສົ່ງນີ້ແມ່ນກຽມຕາຍໂລດລະ ແລ້ວ
ແລ້ວ
ກັນທໍ່ນັ້ນຫລະ.”

ການລົງທຶນສ້າງທາງລົດໄຟຄວາມໄວສູງລາວ-ຈີນ
ການລົງທຶນສ້າງທາງລົດໄຟຄວາມໄວສູງລາວ-ຈີນ

ແຕ່ກໍມີປະຊາຊົນບາງຄົນເວົ້າວ່າ ເນື່ອງຈາກ ລາວເປັນປະເທດທີ່ບໍ່ຄ່ອຍມີການພັດທະ
ນາໂຄງການໃຫຍ່ອັນນີ້ຈະຄຸ້ມຄ່າກັບການທຸ້ມເທຂອງລັດຖະບານຢູ່ ເຖິງແມ່ນວ່າລາວ
ຈະມີການຜະລິດສິນຄ້າໜ້ອຍ ແລະໂຄງການນີ້ເຮັດໃຫ້ໜີ້ສິນຂອງລາວສູງຂຶ້ນຢ່າງ
ຫລວງຫລາຍກໍຕາມ. ດັ່ງການໃຫ້ຄໍາເຫັນຂອງປະຊາຊົນ ຢູ່ແຂວງອຸດົມໄຊນັ້ນວ່າ:

“ໂອ້ໂອ້ ດີດີໄດ໋ ດີແນວໃດໝົດປະເທດລາວມັນກະບໍ່ມີໂຄງການໃດມີຜົນຕອບແທນ
ສູງທີ່ສຸດ, ຄືຂະໜາດໂຄງການບໍ່ຄໍາເຂົາເອົາຂອງເຮົາໄປຫັ້ນນະເຮົາຍັງບໍ່ໄດ້ 30%
ຮອດບໍ່30% ບໍ່ຮອດແມ່ນບໍ່? ແມ່ນບໍ່? ຂະໜາດເຂົາເອົາຊັບສິນຂອງເຮົາໄປແມ່ນ
ບໍ່? ໂຄງການລົດໄຟເຂົາລົງທຶນໝົດທຸກຢ່າງສົມທົບກັບລັດຖະບານເຮົາຍັງໄດ້ 30%
ເອົາມູນຄ່າເວົ້າເລື້ອງມູນຄ່າປັນຜົນຫັ້ນນະ 30% ພຸ້ນນະອ້າຍ, ໃນຊ່ວງໄລຍະເສັ້ນ
ທາງລົດໄຟແຕ່ເມືອງຈີນຜ່ານລາວໄປມັນມີ 4-5ແຂວງກະຊິແມ່ນພະນັກງານລາວ
ນີ້ລະສ່ວນຫຼາຍ ກະຊິແມ່ນຄົນລາວນີ້ລະ.”

ແຕ່ໃນຂະນະດຽວກັນຜູ້ກ່ຽວກໍຍັງມີຄວາມເປັນຫ່ວງຢູ່ວ່າ ໃນສະພາບທີ່ບໍ່ແນ່ນອນທີ່
ເກີດມາຈາກການລະບາດຂອງພະຍາດໂຄວິດນີ້ ມັນອາດຈະເຮັດໃຫ້ ປະຊາຊົນລາວ
ເຮົາບໍ່ສາມາດໄດ້ຮັບຜົນປະໂຫຍດພໍປານໃດ ເນື່ອງຈາກຄົນບໍ່ ສາມາດໄປມາຫາສູ່
ກັນໄດ້ສະດວກ ຊຶ່ງທ່ານກ່າວດັ່ງນີ້:

“ໂອ້ຄັນມີແນວນີ້ມັນກະປິດໂລດລະ ຄືວ່າຖ້າ covid ມັນບໍ່ໝົດໄປຈາກໂລກນີ້ມັນກະ
ປິດໝົດມັນກະຍາກຈົນກວ່າ.”

ສະຫລຸບແລ້ວຢູ່ໃນສະພາບທີ່ບໍ່ແນ່ນອນ ທີ່ເກີດມາຈາກການລະບາດ ໃນທົ່ວໂລກຂອງ
ພະຍາດໂຄວິດ- 19 ດັ່ງທີ່ເປັນຢູ່ໃນທຸກມື້ນີ້ ເຮັດໃຫ້ບາງຄົນເຫັນວ່າ ຜົນປໂຫຍດທີ່ປະຊາ
ຊົນ ແລະລັດຖະບານລາວຈະໄດ້ຮັບຈາກໂຄງການໃຫຍ່ ທີ່ອີງອາໄສຕໍ່ຈີນເປັນຫລັກໃນການສະໜອງທຶນ, ອຸປະກອນ, ເທັກນິກວິຊາການ ຕະຫລອດທັງແຮງງານສ່ວນໃຫຍ່ນີ້ ອາດຈະ
ບໍ່ໄດ້ຕາມຄວາມຄາດຫວັງໃນ ເມື່ອກ່ອນ.

XS
SM
MD
LG