ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະ​ຊາ​ຊົນ ລາວ ບໍ່​ພໍ​ໃຈ​ການ​ຊົດ​ເຊີຍ ​ທີ່​ໄດ້​ຮັບ​ ຈາກບັນ​ດາ​ໂຄງ​ການ​ ພັດ​ທະ​ນາ​ຕ່າງໆ​ຂອງ​ບັນ​ດາ ​ນັກ​ລົງ​ທຶນ ຈີນ


ແມ່​ຍິງ​ລາວ ກັບ​ລູກ ເບິ່ງ​ຮູບ​ໂຄງ​ການ​ລົດ​ໄຟ​ຄວາມ​ໄວ​ສູງ ລາວ-ຈີນ.
ແມ່​ຍິງ​ລາວ ກັບ​ລູກ ເບິ່ງ​ຮູບ​ໂຄງ​ການ​ລົດ​ໄຟ​ຄວາມ​ໄວ​ສູງ ລາວ-ຈີນ.

ປະ​ຊາ​ຊົນ ລາວ ບໍ່​ພໍ​ໃຈໃນ​ການ​ຊົດ​ເຊີຍ​ທີ່​ໄດ້​ຮັບ​ຈາກ​ບັນ​ດາ​ໂຄງ​ການ​ພັດ​ທະ​ນາ​ຕ່າງໆ​ຂອງ​ບັນ​ດາ​ນັກ​ລົງ​ທຶນ ຈີນ ເພາະ​ຊົດ​ເຊີຍ​ຕ່ຳ​ກວ່າ​ຜົນ​ເສຍ​ຫາຍ​ທີ່​ເປັນ​ຈິງ ທັງ​ບໍ່​ເປັນ​ໄປ​ຕາມ​ສັນ​ຍາ​ສຳ​ປະ​ທານ.


ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ເປີດ​ເຜີຍ​ວ່າ ປະ​ຊາ​ຊົນ ລາວ ບໍ່​ພໍ​ໃຈ​ການ​ຊົດ​ເຊີຍ​ຫຼື​ຄ່າ​ທົດ​ແທນ​ທີ່​ໄດ້​ຮັບ​ຈາກ​ບັນ​ດາ​ນັກ​ທຸ​ລະ​ກິດ ຈີນ ທີ່​ລົງ​ທຶນ​ພັດ​ທະ​ນາ​ໂຄງ​ການ​ຕ່າງ​ໆ​ໃນ ລາວ ເພີ່ມ​ຂຶ້ນ​ນັບ​ມື້ ເນື່ອງ​ຈາກວ່າ​ທຸກ​ໂຄງ​ການ​ລົງ​ທຶນ​ຂອ​ງ​ບັນ​ດາ​ນັກ​ທຸ​ລະ​ກິດ ຈີນ ໃນ ລາວ ນັ້ນ​ໄດ້​ຈ່າຍ​ເງິນ​ຄ່າ​ທົດ​ແທນ​ທີ່​ດິນ ແລະ ສິ່ງ​ປູກ​ສ້າງ​ຕ່າງໆ​ຂອງ​ປະ​ຊາ​ຊົນ ທີ່​ຖືກ​ເວນ​ຄືນ​ໃນ​ອັດ​ຕາ​ທີ່​ຕ່ຳ​ກວ່າ​ສະ​ພາບ​ທີ່​ເປັນ​ຈິງ​ໂດຍ​ເຫັນ​ໄດ້​ຢ່າງ​ຊັດ​ເຈນ​ຈາກ​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ ລາວ-ຈີນ ໂຄງ​ການ​ກໍ່​ສ້າງ​ທາງ​ດ່ວນ ວຽງ​ຈັນ-ວັງ​ວຽງ ແລະ ເຂດ​ພັດ​ທະ​ນາ​ເສດ​ຖະ​ກິດກວມ​ລວມ ໄຊ​ເສດ​ຖາ ໃນ​ເຂດ​ນະ​ຄອນຫຼວງ ວຽງ​ຈັນ ທັງ​ປາ​ກົດ​ວ່າ​ພະ​ນັກ​ງານ​ລັດ​ໄດ້​ໃຊ້​ອຳ​ນາດ​ໜ້າ​ທີ່​ບັງ​ຄັບ​ປະ​ຊາ​ຊົນ​ໃຫ້​ຕ້ອງຍອມ​ຮັບ​ການ​ຊົ​ດ​ເຊີຍ​ດັ່ງ​ກ່າວ​ອີກ​ດ້ວຍ ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ ລາວ ໃຫ້​ການ​ຢືນ​ຢັນ​ວ່າ

"ຍ້ອນ​ວ່າ​ທົດ​ແທນ​ຖືກ, ທົດ​ແທນ​ຫນ້ອຍ ມັນ​ກໍ​ກະ​ທົບ​ຕົວ​ຢ່າງວ່າ​ໂຄງ​ການ​ໃຫຍ່ໆ​ຊຶ່ງ​ປັດ​ຈຸ​ບັນ​ພວກ​ເຮົາ​ກຳ​ລັງ​ດຳ​ເນີນ​ການ​ປະ​ຕິ​ບັດ​ໂຄງ​ການ​ທາງ​ລົດ​ໄຟ ຫຼື ວ່າ​ໂຄງ​ການ​ທາງ​ດ່ວນ ວຽງ​ຈັນ-ວັງ​ວຽງ ຫຼື​ວ່າ​ໂຄງ​ການ​ ໄຊ​ເສດ​ຖາກວມ​ລວມບໍ່ ຫຼື​ວ່າ​ອື່ນໆ​ຖື​ວ່າ​ເປັນ​ການ​ຊົດ​ເຊີຍ​ທີ່​ຕ່ຳຫຼາຍ ທຽບ​ໃສ່​ກັບ​ຄ່າ​ຄອງ​ຊີບ ທຽບ​ໃສ່​ກັບ​ທ່າ​ອຽງ​ຂອງ​ການ​ຂະ​ຫຍາຍ​ຕົວ​ເສດ​ຖະ​ກິດ ອັນ​ທີ​ສອງ​ມາ​ແມ່ນ​ເຈົ້າ​ພະ​ນັກ​ງານ​ທີ່​ລົງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ກະ​ບໍ່​ສະ​ພາບ​ແລ້ວ​ກະ​ບໍ່​ອະ​ທິ​ບາຍ​ຊີ້​ແຈງ​ໃຫ້​ເຂົ້າ​ອົກ-ເຂົ້າ​ໃຈ ສ່ວນຫຼາຍ​ສິ​ມັກ​ຊີ້​ອາ​ຍາ​ສິດ ມັນ​ກະ​ເຮັດ​ໃຫ້​ເກີດ​ຂໍ້​ຂັດ​ແຍ້ງ."

ສ່ວນ​ທ່ານ ສາຍ​ສະ​ໝອນ ຄົມ​ທະ​ວົງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ລາວ ຈາກ​ແຂວງຫຼວງ​ພະ​ບາງ​ກໍ​ຢືນ​ຢັນ​ວ່າ ມີ​ປະ​ຊາ​ຊົນ ລາວ ຈຳ​ນວນບໍ່​ນ້ອຍ​ໃນ​ແຂວງຫຼວງ​ພະ​ບາງ​ທີ່ບໍ່​ພໍ​ໃຈ​ຕໍ່​ການ​ຊົດ​ເຊີຍ​ທີ່​ໄດ້​ຮັບ​ຈາກ​ບັນ​ດາ​ນັກ​ລົງ​ທຶນ​ໃນ​ໂຄງ​ການ​ພັດ​ທະ​ນາ​ຕ່າງໆ ໂດຍ​ສະ​ເພາະ​ກໍ​ແມ່ນ​ໂຄງ​ການ​ກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ ແລະ ທາງ​ລົດ​ໄຟ ລາວ-ຈີນ ນັ້ນ ເພາະ​ການ​ຊົດ​ເຊີຍ​ທີ່​ຕ່ຳ​ກວ່າ​ການ​ເສຍ​ຫາຍ​ທີ່​ເປັນ​ຈິງ ແລະ ຈ​ັດ​ຕັ້ງ​ປ​ະ​ຕິ​ບັດ​ບໍ່​ເປັນ​ໄປ​ຕາມ​ສັນ​ຍາ​ສຳ​ປະ​ທານ​ດ້ວຍ ດັ່ງ​ທີ່​ທ່ານ ສາຍ​ສະ​ໝອນ ຢືນ​ຢັນ​ວ່າ

"ເປັນ​ຕົ້ນ​ວ່າ​ແມ່ນ​ຜົນ​ກະ​ທົບ​ຈາກ​ການ​ສ້າງ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຄານ, ນ້ຳ​ອູ 1, ນ້ຳ​ອູ 2, ນ້ຳ​ອູ 3 ຜົນ​ກະ​ທົບ​ຈາກ​ການ​ສ້າງ​ທາງ​ລົດ​ໄຟ​ໂດຍ​ທົ່ວ​ໄປ​ແລ້ວ ກໍ​ໄດ້​ມີ​ການ​ຊົດ​ເຊີຍ​ໃຫ້​ແກ່​ປະ​ຊາ​ຊົນ ແຕ່​ວ່າ​ກໍ​ມີ​ຈຳ​ນວນ​ນຶ່ງ ກະ​ຍັງ​ບໍ່​ທັນ​ພໍ​ໃຈ​ບາງ​ດ້ານ ເພາະ​ບາງ​ເທື່ອ​ກໍ​ບໍ່​ໄດ້​ຕ້ານ​ເຕື່ອນ ບາງ​ເທື່ອ​ກະ​ສ້າງ​ໄປ​ແລ້ວ​ໄມ້​ມັນ​ກະ​ແຫ່ວ ແລ້ວ​ມັນ​ກໍ​ຫ້າງ ຫຼື​ວ່າ​ຈາກ​ທີ່​ມີ​ຈັດ​ສັນ​ບ້ານ​ແລ້ວ ກະ​ຮຽ​ກ​ຮ້ອງ​ເຖິງ​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່ ຖື​ວ່າ​ບາງ​ດ້ານ​ຍັງ​ເຮັດ​ບໍ່​ທັນ​ໄດ້​ດີ."

ທາງ​ດ້ານ​ທ່ານ ແທ່ນ​ຄຳ ທອ​ງ​ບົນ ຮັກ​ສາ​ການຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ​ໂຄງ​ການ​ທາງ​ລົດ​ໄຟ ລາ​ວ-ຈີນ ຢືນ​ຢັນວ່າ​ການ​ຊົດ​ເຊີຍ​ຄ່າ​ທີ່​ດິນ ແລະ ​ສິ່ງ​ປູກ​ສ້າງ​ຕ່າງໆ​ທີ່​ຖືກ​ເວນ​ຄືນ​ໃນ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ ລາວ-ຈີນ ຈະ​ຕ້ອງ​ນຳ​ໃຊ້​ເງິນ​ທຶນ​ລວມ​ທັງ​ໝົດ 2,492 ຕື້​ກີບ ຫາກ​ແຕ່​ວ່າ​ໃນ​ໄລ​ຍະ​ຜ່ານ​ມາ ກໍ​ສາ​ມາດ​ຈ່າຍ​ເງິນ​ທົດ​ແທນ​ໃຫ້​ກັບ​ປະ​ຊາ​ຊົນ ໄດ້​ພຽງ 369 ຕື້​ກີບ ​ຄິດ​ເປັນ 20.4 ເປີ​ເຊັນ​ເທົ່າ​ນັ້ນ​ຂອງ​ມູນ​ຄ່າ​ທົດ​ແທນ​ທັງ​ຫມົດ ສ່ວນ​ໃນ​ປີ 2019 ໄດ້​ວາງ​ແຜນ​ການ​ທີ່​ຈະຈ່າຍຊົດ​ເຊີຍ​ໃຫ້​ໄດ້ 450 ຕື້​ກີບ ຫາກ​ແຕ່​ກໍ​ສາ​ມາດ​ຈ່າຍ​ຄ່າ​ຊົດ​ເຊີຍໃຫ້​ປະ​ຊາ​ຊົນ​ໄດ້​ພຽງ 134 ຕື້​ກີບເທົ່າ​ນັ້ນ.

ໃນ​ຂະ​ນະ​ທີ່ເຈົ້າໜ້າທີ່ຂັ້ນສູງໃນຄະນະກຳມາທິການແມ່ນ້ຳຂອງ (MRC) ບອກວ່າການກໍ່ສ້າງ ເຂື່ອນໄຟຟ້າໃນລາວເຮັດ​ໃຫ້ຕ້ອງໄດ້ຍົກຍ້າຍປະຊາຊົນ 60,000 ກວ່າຄົນ ຫຼື 12,000 ຄອບ ຄົວໃນ 240 ກວ່າບ້ານໄປຢູ່ເຂດຈັດສັນໃໝ່ ໂດຍບັນດານັກລົງທຶນໃນໂຄງການຕ່າງໆ ໄດ້ໃຊ້ ເງິນໄປເກີນກວ່າ 500 ລ້ານ ໂດລາ ເພື່ອຊົດເຊີຍ ແລະ ພັດທະນາທີ່ຢູ່ອາໄສໃໝ່ໃຫ້ປະຊາຊົນ ທີ່ຖືກກະທົບດັ່ງກ່າວ.

ແຕ່ຈາກການເກັບກຳຂໍ້ມູນກໍພົບວ່າ ມີປະຊາຊົນລາວກວ່າ 10,000 ຄົນຢູ່ໃນເຂດ 28 ບ້ານ ທີ່ ຖືກກະທົບຈາກເຂື່ອນໄຟຟ້ານ້ຳອູ ທັງ 7 ໂຄງການ ຊຶ່ງກຸ່ມຜູ້ລົງທຶນຈາກ​ຈີນລາຍ​ງານ​ວ່າ ໄດ້ ຈ່າຍເງິນຊົດເຊີຍໃຫ້​ປະ​ຊາ​ຊົນທີ່ຖືກກະທົບຈາກເຂື່ອນນ້ຳອູ 2, 5 ແລະ 6 ແລ້ວ ແຕ່ຈາກການ ສຳຫຼວດໂດຍອົງການແມ່ນ້ຳສາກົນ (International Rivers) ພົບວ່າ ມີປະຊາຊົນ 89 ບ້ານທີ່​ຢູ່ໃນແຂວງຜົ້ງສາລີ, ອຸດົມໄຊ ແລະຫລວງພະບາງ ຖືກກະທົບຈາກເຂື່ອນນ້ຳອູ ຊຶ່ງສ່ວນໃຫຍ່ ບໍ່ທັນໄດ້ຮັບ ການຊົດເຊີຍ ແຕ່ຢ່າງໃດ.

XS
SM
MD
LG