ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປະຊາຊົນ ລາວ ຢູ່ຕ່າງປະເທດ ຫວັງຈະກັບໄປຢ້ຽມຢາມບ້ານ ຫຼັງລັດຖະບານ ລາວ ເປີດການທ່ອງທ່ຽວສີຂຽວ


ນັກທ່ອງທ່ຽວຢູ່ເມືອງວັງວຽງ, ແຂວງວຽງຈັນ.
ນັກທ່ອງທ່ຽວຢູ່ເມືອງວັງວຽງ, ແຂວງວຽງຈັນ.

ປະເທດ ລາວ ໄດ້ເປີດຊາຍແດນ ສຳລັບການທ່ອງທ່ຽວສີຂຽວໄລຍະທີ ນຶ່ງເມື່ອບໍ່ດົນມານີ້, ໂດຍໄດ້ອະນຸຍາດໃຫ້ 23 ປະເທດບວກກັບ ອາຊຽນເດີນທາງເຂົ້າໄປ ຕັ້ງແຕ່ວັນທີ 1 ມັງກອນ ຫາ 30 ມີນາ 2022 ນີ້.

ສະຫະລັດ ກໍແມ່ນລວມຢູ່ໃນລາຍຊື່ປະເທດທີ່ກ່າວໄປນັ້ນ. ແຕ່ການເປີດປະເທດດັ່ງກ່າວແມ່ນໄດ້ມີຂຶ້ນໃນໄລຍະທີ່ກຳລັງມີການລະບາດຢ່າງໜັກໃນທົ່ວໂລກຂອງໄວຣັສໂຄໂຣນາສາຍພັນ ໂອໄມຄຣອນ, ເຮັດໃຫ້ມີຄວາມເປັນໄປໄດ້ວ່າ ຈະບໍ່ມີນັກທ່ອງທ່ຽວເດີນທາງໄປປະເທດ ລາວຫຼາຍ.

ປະຊາຊົນ ລາວ ຈຳນວນຫຼາຍໃນ ສະຫະລັດ ແມ່ນບໍ່ສາມາດເດີນທາງກັບໄປຢ້ຽມຢາມຄອບຄົວໃນ ລາວ ມາໄດ້ 2 ປີແລ້ວ, ນັບຕັ້ງແຕ່ໂຣກລະບາດໄດ້ເລີ່ມຂຶ້ນ. ແຕ່ການເປີດປະເທດເປັນໄລຍະນີ້ ໄດ້ເຮັດໃຫ້ຄົນ ລາວ ບາງຄົນມີຄວາມຫວັງຈະໄດ້ເດີນທາງກັບບ້ານ. ດັ່ງທີ່ທ່ານນຶ່ງທີ່ອາໄສຢູ່ລັດ ນິວຢອກ ໄດ້ກ່າວຕໍ່ພວກເຮົາວ່າ “ຂ້າພະເຈົ້າບໍ່ໄດ້ເມືອກະສາມປີແລ້ວ, ເຫັນລັດຖະບານ ລາວ ເພິ່ນເປີດປະເທດເປັນໄລຍະແບບນີ້ກະຄິດວ່າຢາກເມືອ ແຕ່ໄລຍະທຳອິດນີ້ຄືຊິບໍ່ທັນລະ. ຖ້າເປັນໄປໄດ້ກະຄົງຈະເປັນໄລຍະສຸດທ້າຍພຸ້ນ. ຄິດຮອດບ້ານ, ຄິດຮອດອາຫານ, ຄິດຮອດໝົດທຸກຢ່າງ.”

ແຕ່ການລະບາດຂອງສາຍພັນໂອໄອຄຣອນ ໃນປັດຈຸບັນນີ້ ກໍໄດ້ເຮັດໃຫ້ຄົນຈຳນວນນຶ່ງບໍ່ແນ່ໃຈ ຍ້ອນບັນຫາຫຼາຍປະການບໍ່ວ່າຈະເປັນການເດີນທາງ, ການປະກອບເອກະສານ, ຄວາມປອດໄພ ແລະ ອື່ນໆ. ດັ່ງທີ່ທ່ານນາງ ອຸໄລວັນ ທີ່ອາໄສຢູ່ປະເທດ ອອສເຕຣເລຍ ໄດ້ກ່າວຕໍ່ພວກເຮົາທາງຂໍ້ຄວາມວ່າ “ລາວຢາກເມືອແຕ່ຍ້ອນລັດຖະບານ ອອສເຕຣເລຍ ແມ່ນເຄັ່ງຄັດຫຼາຍ, ຈຶ່ງຢ້ານວ່າຖ້າຕິດໄວຣັສຢູ່ລາວແລ້ວ ມັນຈະມີບັນຫາເວລາເດີນທາງກັບປະເທດ.”

ການທ່ອງທ່ຽວໃນປະເທດ ລາວ ປັດຈຸບັນນີ້ ແມ່ນມີຄວາມສະດວກສະບາຍຂຶ້ນຫຼາຍ ໂດຍສະເພາະແມ່ນການເດີນທາງໄປເຂດພາກເໜືອເຊັ່ນ ນະຄອນ ຫຼວງພະບາງ, ນັບຕັ້ງແຕ່ລົດໄຟຄວາມໄວສູງ ໄດ້ເປີດໃຊ້ບໍລິການເມື່ອເດືອນທັນວາປີກາຍນີ້.

XS
SM
MD
LG