ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປຊຊ ລາວ ປະເຊີນກັບ ການແຜ່ລະບາດ ຂອງໄຂ້ເລືອດອອກ ຢ່າງກວ້າງຂວາງ ແລະໝູ ກໍຕິດເຊື້ອໂຣກອະຫິວາ ອາຟຣິກັນ


ການແຜ່ລະບາດຂອງເຊື້ອໂຣກໄຂ້ຍຸງລາຍ ຫຼືໄຂ້ເລືອດອອກໃນ
ເຂດນະຄອນວຽງຈັນ ໃນປັດຈຸບັນ ມີລະດັບຄວາມຮຸນແຮງທີ່ສຸດ ໃນຮອບ 30 ປີ.
ການແຜ່ລະບາດຂອງເຊື້ອໂຣກໄຂ້ຍຸງລາຍ ຫຼືໄຂ້ເລືອດອອກໃນ ເຂດນະຄອນວຽງຈັນ ໃນປັດຈຸບັນ ມີລະດັບຄວາມຮຸນແຮງທີ່ສຸດ ໃນຮອບ 30 ປີ.

ປະຊາຊົນລາວກຳລັງປະເຊີນກັບການແຜ່ລະບາດຂອງເຊື້ອໂຣກໄຂ້ເລືອດອອກຢ່າງ
ຮຸນແຮງທີ່ສຸດ ໃນຮອບ 30 ປີ ສ່ວນໝູຈຳນວນຫຼາຍພັນໂຕ ກໍໄດ້ລົ້ມຕາຍໄປ ເພາະ
ການຕິດເຊື້ອໂຣກອະຫິວາອາຟຣິກັນ.

ດຣ. ໄຊພອນ ນັນຕະພອນ ຫົວໜ້າພະແນກສາທາລະນະສຸກ ນະຄອນວຽງຈັນ ຖະ
ແຫລງຢືນຢັນວ່າ ການແຜ່ລະບາດຂອງເຊື້ອໂຣກໄຂ້ຍຸງລາຍ ຫຼືໄຂ້ເລືອດອອກໃນ
ເຂດນະຄອນວຽງຈັນ ໃນປັດຈຸບັນ ມີລະດັບຄວາມຮຸນແຮງທີ່ສຸດ ໃນຮອບ 30 ປີ
ໂດຍເຫັນໄດ້ຈາກການທີ່ມີຜູ້ປ່ວຍເປັນໄຂ້ເລືອດອອກແລ້ວເຖິງ 1,970 ຄົນ ແລະ
ເສຍຊີວິດແລ້ວ 6 ຄົນ ໃນຊ່ວງ 6 ເດືອນທຳອິດຂອງ 2019 ນີ້ ຂະນະທີ່ໃນຕະຫຼອດ
ປີ 2018 ທີ່ຜ່ານມາ ບໍ່ມີລາຍງານການເສຍຊີວິດເກີດຂຶ້ນແແຕ່ຢ່າງໃດ.

ຍຸງລາຍເປັນພາຫະນະ ໃນການແຜ່ລະບາດ ຂອງເຊື້ອໂຣກໄຂ້ເລືອດອອກ
ຍຸງລາຍເປັນພາຫະນະ ໃນການແຜ່ລະບາດ ຂອງເຊື້ອໂຣກໄຂ້ເລືອດອອກ

ໂດຍການເປັນໄຂ້ເລືອດອອກຂອງປະຊາຊົນໃນເຂດນະຄອນວຽງຈັນດັ່ງກ່າວນີ້ ຖືວ່າ
ເປັນອັນດັບທີ 2 ຂອງປະເທດ ຮອງຈາກແຂວງຈຳປາສັກ ທີ່ມີປະຊາຊົນຫຼາຍກວ່າ
2,300 ຄົນ ທີ່ປ່ວຍເປັນໄຂ້ເລືອດອອກໃນໄລຍະດຽວກັນນີ້ ທັງຍັງມີທ່າອຽງ ທີ່ຈະຮຸນ
ແຮງຂຶ້ນອີກ ຖ້າຫາກວ່າ ການດຳເນີນມາດຕະການປ້ອງກັນ ຍັງບໍ່ມີປະສິດທິພາບຢ່າງ
ແທ້ຈິງ ກໍຄືການດຳເນີນມາດຕະການຄວບຄຸມ ແລະກຳຈັດເຊື້ອໂຣກໃນເຂດທີ່ເກີດ
ການແຜ່ລະບາດ ການຮັກສາປິ່ນປົວຜູ້ປ່ວຍຢ່າງມີປະສິດທິພາບ ແລະການປະສານ
ງານຢ່າງໃກ້ຊິດ ລະຫວ່າງພາກສ່ວນທີ່ກ່ຽວຂ້ອງໃນການໂຄສະນາເຜີຍແຜ່ຂໍ້ມູນ-
ຂ່າວສານ ເພື່ອປ້ອງກັນການແຜ່ລະບາດ ຂອງເຊື້ອໂຣກທີ່ຈະຕ້ອງໄດ້ຮັບການຮ່ວມມື
ຈາກປະຊາຊົນຢ່າງແທ້ຈິງ ດັ່ງທີ່ ດຣ. ໄຊພອນ ຢືນຢັນວ່າ:

“ສຳລັບມາດຕະການນີ້ ກະແມ່ນວ່າ ພວກເຮົາຕ້ອງໄດ້ເພີ້ມມາດຕະການ ໃນການເຮັດ
ກິດຈະກຳທຳລາຍແຫລ່ງເພາະພັນຂອງຍຸງລາຍຫັ້ນ ໃຫ້ຫຼາຍຂຶ້ນແລ້ວກະເຮັດໃຫ້ມັນ
ເປັນປົກກະຕິຂຶ້ນ ສຳລັບການໂຄສະນານີ້ ກະໂຄສະນາຫຼາຍຊ່ອງທາງຫັ້ນແລ່ະເນາະ
ໂດຍສະເພາະແມ່ນວິທະຍຸ ໂທລະພາບ ບັນດານັກຂ່າວອີ່ຫຍັງຕ່າງໆ ກະແມ່ນໄດ້ເອົາ
ຂໍ້ມູນຄວາມຮູ້ໄປອອກຂ່າວ ໃນສະຖານີຂອງຕົນເອງ ແລະນອກຈາກນັ້ນ ກະຍັງມີທີມ
ງານໂຄສະນາສຸຂະສຶກສາ ຂອງທາງພະແນກສາທາລະນະສຸກ ກະໄດ້ລົງໄປຫາບ້ານ
ກະຖືວ່າ ການໂຄສະນາສຸຂະສຶກສາຫັ້ນ ພວກເຮົາເຮັດຫຼາຍຊ່ອງທາງ.”

ກະຊວງສາທາລະນະສຸກ ລາຍງານເມື່ອວັນທີ 3 ກໍລະກົດ 2019 ວ່າມີປະຊາຊົນລາວ
ປ່ວຍເປັນໄຂ້ເລືອດອອກ 10,787 ຄົນ ແລະເສຍຊີວິດໄປແລ້ວ 25 ຄົນ ໂດຍມີພຽງ
ແຂວງຫົວພັນ ແລະຜົ້ງສາລີເທົ່ານັ້ນ ທີ່ຍັງບໍ່ມີລາຍງານການແຜ່ລະບາດ ຂອງໄຂ້ຍຸງ
ລາຍ ສ່ວນໃນປີ 2018 ທີ່ຜ່ານມາ ມີປະຊາຊົນລາວ ທີ່ປ່ວຍເປັນໄຂ້ເລືອດອອກ 6,000
ກວ່າຄົນ ແລະເສຍຊີວິດ 19 ຄົນໃນທົ່ວປະເທດ ໂດຍແຂວງອັດຕະປື ມີຜູ້ປ່ວຍເປັນໄຂ້
ເລືອດອອກຫຼາຍທີ່ສຸດ ຕິດຕາມດ້ວຍນະຄອນວຽງຈັນ ຈຳປາສັກ ແລະສະຫວັນນະເຂດ
ຕາມລຳດັບ ສ່ວນຫາເຫດທີ່ເຮັດໃຫ້ເກີດການແຜ່ລະບາດຂອງເຊື້ອໂຣກໄຂ້ເລືອດອອກ
ດັ່ງກ່າວ ກໍຄືສະພາບຄວາມແອອັດໃນຕົວເມືອງ ການມີຂີ້ເຫຍື້ອທີ່ຕົກຄ້າງເພີ້ມຂຶ້ນ ການ
ອະນາໄມອາຄານ-ສະຖາທີ່ຕ່າງໆ ຍັງເຮັດໄດ້ບໍ່ດີເປັນຕົ້ນ.

ອີກດ້ານນຶ່ງ ທ່ານລຽນທິແກ້ວ ລັດຖະມົນຕີວ່າການກະຊວງກະສິກຳ ແລະປ່າໄມ້ ກໍຖະ
ແຫລງຍອມຮັບວ່າ ການແຜ່ລະບາດ ຂອງເຊື້ອໂຣກອະຫິວາ ອາຟຣິກັນ ໄດ້ເຮັດໃຫ້ໝູ
ລົ້ມຕາຍໄປແລ້ວ ກວ່າ 2,000 ໂຕ ໃນເຂດ 7 ບ້ານຂອງເມືອງຕຸ້ມລານ ແຂວງສາລະວັນ
ສ່ວນທີ່ບ້ານນາສ່ຽວ ເມືອງນາຊາຍທອງ ນະຄອນວຽງຈັນ ກໍມີໝູລົ້ມຕາຍໄປ 100 ກວ່າ
ໂຕ ຈາກການຕິດເຊື້ອໂຣກ ຊະນິດດຽວກັນນີ້ ໂດຍພາຍໃຕ້ສະພາບການດັ່ງກ່າວ ຈຶ່ງ
ເຮັດໃຫ້ຕ້ອງດຳເນີນການຫ້າມເຄື່ອນຍ້າຍໝູ ໂດຍເດັດຂາດ ທັງຍັງໄດ້ຂະຫຍາຍເຂດ
ຄວບຄຸມໃນທົ່ວແຂວງສາລະວັນ ແລະ 5 ເມືອງໃນແຂວງສະຫວັນນະເຂດ ທີ່ຕິດຕໍ່ກັບ
ເມືອງຕຸ້ມລານ ພ້ອມທັງໄດ້ຕັ້ງດ່ານກວດກາ 8 ແຫ່ງໃນທົ່ວແຂວງພາກໃຕ້ອີກດ້ວຍ
ດັ່ງທີ່ທ່ານລຽນ ໄດ້ໃຫ້ການຢືນຢັນວ່າ:

“ພວກຂ້າພະເຈົ້າໄດ້ຊີ້ນຳ ຄະນະສະເພາະກິດຂອງຂັ້ນກະຊວງ ໄດ້ຈັດຕັ້ງດ່ານປ້ອງ
ກັນຢູ່ 8 ດ່ານຢູ່ແຂວງພາກໃຕ້ ແລະກະໄດ້ມີຄຳສັ່ງຊີ້ນຳໃຫ້ທຸກທ້ອງຖິ່ນ ບໍ່ໃຫ້ນຳເຂົ້າ
ລູກໝູ ໝູເປັນ ແລ້ວກະຊີ້ນໝູ ເຂົ້າມາໃນລາວ ເພື່ອຈຳກັດການແຜ່ເຊື້ອລະບາດ
ເພາະວ່າ ພະຍາດດັ່ງກ່າວນີ້ ຖ້າເກີດຢູ່ບ່ອນໃດ ມີແຕ່ວ່າ ພວກເຮົາຕ້ອງທຳລາຍແລ້ວ
ກະຈຳກັດໃຫ້ມັນຢູ່ບໍລິເວນດັ່ງກ່າວ ໃຫ້ມັນໄດ້ ບໍ່ໃຫ້ແຜ່ຂະຫຍາຍໄປສູ່ບ່ອນອື່ນ.”

ໂດຍອີງຕາມລາຍງານຂອງອົງການອາຫານ ແລະກະສິກຳແຫ່ງສະຫະປະຊາຊາດ
(FAO) ລະບຸວ່າ ໃນປີ 2019 ນີ້ ມີການລ້ຽງໝູໃນລາວ ຈຳນວນຫຼາຍກວ່າ 4 ລ້ານໂຕ
ຫາກແຕ່ວ່າ ໃນນີ້ກໍມີພຽງ 7 ແສນກວ່າໂຕເທົ່ານັ້ນ ທີ່ເປັນການລ້ຽງໃນຟາມຣ໌ ທີ່ມີການ
ບໍລິຫານ ແລະຈັດການຢ່າງຖືກຕ້ອງຕາມຫລັກການໃນດ້ານປະສຸສັດ ຊຶ່ງໝາຍຄວາມ
ວ່າ ມີໝູຈຳນວນຫຼາຍກວ່າ 3.3 ລ້ານໂຕ ທີ່ມີລະບົບການລ້ຽງບໍ່ໄດ້ມາດຕະຖານ ແລະ
ມີຄວາມສ່ຽງສູງ ທີ່ຈະຕິດເຊື້ອໂຮກອະຫິວາ ອາຟຣິກັນ ຖ້າຫາກວ່າ ການດຳເນີນມາດ
ຕະການຕ່າງໆ ທີ່ທາງການລາວ ກຳລັງຈັດຕັ້ງປະຕິບັດຢູ່ໃນເວລານີ້ ບໍ່ມີປະສິດທິພາາບ
ຢ່າງແທ້ຈິງນັ້ນເອງ.

XS
SM
MD
LG