ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ຊາ​ຊົນ ລາວ ຍັງ​ບໍ່​ຍອມ​ຮັບ​ເອົາ​ເງິນ​ຊົດ​ເຊີຍ​ຈາກວິ​ສາ​ຫະ​ກິດ​ຮ່ວມ​ທຶ​ນ​ທາງ​ລົດ​ໄຟ​ລາວ-ຈີນ ແລະ ບໍ​ລິ​ສັດ Vientiane Logistic Park


ພາບນີ້​ສະ​ແດງ​ໃຫ້​ເຫັນ​ທາງ​ລົດ​ໄຟ​ລາວ-ຈີນ ແລະ ເຮືອນ​ໃໝ່​ທີ່​ຖືກ​ຍົກ​ຍ້າຍ​ອອກ​ເພື່ອ​ການ​ສ້າງ​ທາງ​ລົດ​ໄຟ​ດັ່ງ​ກ່າວ.
ພາບນີ້​ສະ​ແດງ​ໃຫ້​ເຫັນ​ທາງ​ລົດ​ໄຟ​ລາວ-ຈີນ ແລະ ເຮືອນ​ໃໝ່​ທີ່​ຖືກ​ຍົກ​ຍ້າຍ​ອອກ​ເພື່ອ​ການ​ສ້າງ​ທາງ​ລົດ​ໄຟ​ດັ່ງ​ກ່າວ.

ປະ​ຊາ​ຊົນ ລາວ ຍັງ​ບໍ່​ຍອມ​ຮັບ​ເອົາ​ເງິນ​ຊົດ​ເຊີຍ​ຈາກວິ​ສາ​ຫະ​ກິດ​ຮ່ວມ​ທຶ​ນ​ທາງ​ລົດ​ໄຟ​ລາວ-ຈີນ ແລະ ບໍ​ລິ​ສັດ Vientiane Logistic Park ເພາະ​ເປັນ​ການ​ຊົດ​ເຊີຍ​ຄ່າ​ທີ່​ດິນ ແລະ ສິ່ງ​ປູກ​ສ້າງ​ທີ່​ຕ່ຳ​ກວ່າ​ຄວາມ​ເປັນ​ຈິງ.

ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ລາວ ເປີດ​ເຜີຍ​ວ່າ​ປະ​ຊາ​ຊົນ ລາວ ສ່ວນ​ໃຫຍ່​ຍັງ​ຄົງ​ບໍ່​ຍອມ​ຮັບ​ເອົາ​ເງິນ​ຊົດ​ເຊີຍ​ຄ່າ​ທີ່​ດິນ ແລະ ສິ່ງ​ປູກ​ສ້າງ​ທີ່​ຖືກ​ເວນ​ຄືນ​ໂດຍ​ກຸ່ມ​ບໍ​ລິ​ສັດ​ລົງ​ທຶນ​ພັດ​ທະ​ນາ Vientiane Logistic Park ເພື່ອ​ຮອງ​ຮັບ​ການ​ຂົ​ນ​ສົ່ງ​ສິນ​ຄ້າ​ໂດຍ​ລົດ​ໄຟ​ລາວ-ຈີນ ຊຶ່ງ​ໄດ້​ທຳ​ການ​ເວນ​ຄືນ​ນັບ​ແຕ່​ປີ 2019 ເປັນ​ຕົ້ນ​ມາ​ຈົນ​ເຖິງ​ປັດ​ຈຸ​ບັນ​ ຊຶ່ງ​ປາ​ກົດ​ວ່າ​ບໍ​ລິ​ສັດ​ຜູ້​ລົງ​ທຶນ​ໄດ້​ຈ່າຍ​ເງິນ​ຊົດ​ເຊີຍ​ຄ່າ​ທີ່​ດິນ ແລະ ສິ່ງ​ປູກ​ສ້າງ​ໃຫ້​ປະ​ຊາ​ຊົນ​ທີ່​ຖືກ​ກະ​ທົບ​ໄດ້​ພຽງ​ແຕ່ 19 ລາຍ​ເທົ່າ​ນັ້ນ​ຈາກ​ຜູ້​ຖືກ​ກະ​ທົບ​ທັງ​ໝົດ 89 ລາຍເພາະ​ວ່າ​ໄດ້​ມີ​ກາ​ປັບ​ຫຼຸດ​ອັດ​ຕາ​ຄ່າ​ເວນ​ຄືນ​ລົງ​ທັງ​ທີ່​ວ່າ​ຄ່າ​ເວນ​ຄືນ​ທີ່​ກຳ​ນົດ​ໃນ​ໄລ​ຍະ​ຜ່ານ​ມາ​ນັ້ນ​ເປັນ​ອັດ​ຕາ​ທີ່​ຕ່ຳ​ກວ່າ​ຄວາມ​ເປັນ​ຈິງ​ຢູ່​ແລ້ວ ຊຶ່ງ​ກໍ​ເຊັ່ນ​ດຽວ​ກັນ​ກັບ​ໂຄງ​ການ​ທາງ​ລົດ​ໄຟ​ລາວ-ຈີນ ທີ່​ປະ​ຊາ​ຊົນ​ຈຳ​ນວນຫຼາຍກວ່າ 1,000 ລາຍ​ທີ່​ຍັງ​ບໍ່​ຍອມ​ຮັບ​ເອົາ​ເງິນ​ຊົດ​ເຊີຍ​ຄ່າ​ທີ່​ດິນ ແລະ ສິ່ງ​ປູກ​ສ້າງ​ທີ່​ຕ່ຳ​ກວ່າ​ຄວາມ​ເປັນ​ຈິງ​ດັ່ງ​ກ່າວ ສະ​ນັ້ນ​ຈຶ່ງ​ຖື​ເປັນ​ສິ່ງ​ບໍ່​ຍຸ​ຕິ​ທຳ​ຕໍ່​ປະ​ຊາ​ຊົນ​ລາວ ທີ່​ຖືກ​ກະ​ທົບ​ຈາກ​ທັງ 2 ໂຄງ​ການ​ດັ່ງ​ກ່າວ​ເລີຍ ທັງ​ຍັງ​ມີ​ສະ​ພາບ​ການ​ເປັນ​ຢູ່​ທີ່ບໍ່​ດີ​ລົງ​ອີກ​ດ້ວຍ ດັ່ງ​ທີ່​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລາວ​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ໃນ​ປັດ​ຈຸ​ບັນ​ນີ້​ນັກ​ລົງ​ທຶນ​ຂອງ​ພາກ​ເອ​ກະ​ຊົນ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ສ່ວນຫຼາຍ​ແມ່ນ​ລ້ວນ​ແຕ່​ເຫັນ​ວ່າ​ມີ​ບັນ​ຫາ. ບາງ​ບ່ອນ​ກະ​ເກີດ​ມີ​ການ​ທັບ​ຊ້ອນ​ໜ້າ​ທີ່, ມີ​ບັນ​ຫາ​ຂໍ້​ຂັດ​ແຍ້ງ​ເກີດ​ຂຶ້​ນຫຼາຍ​ໂຄງ​ການ​ທີ່​ຍັງ​ບໍ່​ປະ​ຕິ​ບັດ​ຕາມ​ເນື້ອ​ໃນ​ຂອງ​ສັນ​ຍາ ບໍ່​ເປັນ​ໄປ​ຕາມ​ບົດ​ວິ​ພາກ​ເສດ​ຖະ​ກິດ, ບໍ່​ໄປ​ຕາມ​ກົດ​ໝາຍ, ໂດຍ​ສະ​ເພາະ​ກໍ​ແມ່ນ​ບັນ​ຫາ​ການ​ຊຳ​ລະ​ສະ​ສາງ​ຄ່າ​ເຊົ່າ​ສຳ​ປະ​ທານ​ທີ່​ດິນ​ໃຫ້​ແກ່​ລັດ, ຍິ່ງ​ໄປ​ກວ່າ​ນັ້ນ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ໃນ​ເຂດ​ຂອງ​ໂຄງ​ການ​ທີ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບໍ່​ໄດ້​ຮັບ​ການ​ພັດ​ທະ​ນາ ເຫັນ​ວ່າ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົ​ນ​ຖື​ວ່າ​ບໍ່​ມີ​ການ​ຫັນ​ປ່ຽນ.”

ສຳ​ລັບ​ໂຄງ​ການ​ທາງ​ລົດ​ໄຟ​ລາວ-ຈີນ ນັ້ນ​ໄດ້​ມີ​ການ​ເວນ​ຄືນ​ທີ່​ດິນ​ກັບ​ສິ່ງ​ປູ​ກ​ສ້າງ​ຂອງ​ປະ​ຊາ​ຊົນ 8,139 ຄອ​ບຄົວ, ໃນ​ນີ້​ສາ​ມາດ​ຕົກ​ລົງ ແລະ ຈ່າຍ​ເງິນ​ຊົດ​ເຊີນ​ໄດ້​ແລ້ວ 7,306 ຄອບ​ຄົວ. ຄິດ​ເປັນ​ມູນ​ຄ່າ​ຊົດ​ເຊີຍ 1,530.52 ຕື້​ກີບ ຈຶ່ງ​ຍັງ​ເຫຼືອ 833 ຄອບ​ຄົວ​ທີ່​ຍັງ​ບໍ່​ຍອມ​ຮັບ​ເອົາ​ຄ່າ​ຊົດ​ເຊີຍ​ໃນ​ມູນ​ຄ່າ 313.48 ຕື້​ກີບ​ເພາະ​ເຫັນ​ວ່າ​ການ​ຊົດ​ເຊີຍ​ມີ​ອັດ​ຕາ​ທີ່​ຕ່ຳ​ກວ່າ​ຄວາມ​ເປັນ​ຈິງ ລວມ​ທັງ​ຍັງ​ບໍ່​ສາ​ມາດ​ຕິດ​ຕາມ​ຕົວ​ຜູ້​ທີ່​ເປັນ​ເຈົ້າ​ຂອງ​ທີ່​ດິນ​ເກີດກວ່າ 200 ລາຍ​ໄດ້​ເລີຍ​ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້ ຈຶ່ງ​ຖື​ເປັນ​ໜ້າ​ທີ່​ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ດັບ​ທ້ອງ​ຖິ່ນ​ທີ່​ຈະ​ຕ້ອງ​ດຳ​ເນີນ​ການ​ຕິດ​ຕາມ ແລະ ແກ້​ໄຂ​ຕໍ່​ໄປ ດັ່ງ​ທີ່​ທ່ານ ງາມ​ປະ​ສົງ ເມືອງ​ມະ​ນີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ​ໄດ້​ຖະ​ແຫຼງ​ຢືນ​ຢັນ​ວ່າ

“ສຳ​ລັບ​ງົບ​ປະ​ມານ​ໃນ​ການ​ຊົດ​ເຊີຍ​ທັງ​ໝົດ​ທີ່​ວ່າ​ໝວດ​ເຮົາ​ໂອນ​ໃຫ້​ທາງ​ແຂວງ ແລະ ນະ​ຄອນຫຼວງ​ຫັ້ນ​ປະ​ມານ 1,844 ຕື້​ກີບ ຊຶ່ງ​ໃນ​ນີ້​ແມ່ນ​ມີ​ຂອງ​ລັດ​ຖະ​ບານ​ເຮົາ​ແມ່ນ 1,347 ຕື້​ກີບ ແລະ ຂອງ​ບໍ​ລິ​ສັດ​ລົດ​ໄຟ​ລາວ-ຈີນ 493 ຕື້​ກີບ​ກໍ​ຖື​ວ່າ​ປະ​ຕິ​ບັດ​ຄ່າ​ຊົດ​ເຊີຍ​ປັດ​ຈຸ​ບັນ​ນີ້​ໄດ້​ປະ​ມານ 83 ເປີ​ເຊັນ​ຂອງ​ຈຳ​ນວນ​ເງິນ​ທີ່​ໂອຍ​ໄປ​ແລ້ວ​ເນາະ ຖື​ວ່າ​ຍັງ​ເຫຼືອ​ປະ​ມານ 310 ຕື້​ທີ່​ວ່າ​ໃຫ້​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຫັ້ນ​ສືບ​ຕໍ່​ຊົດ​ເຊີຍ​ໃຫ້​ແກ່​ປະ​ຊາ​ຊົນ ການ​ເບີກ​ຈ່າຍ​ຕ້ອງ​ຮັບ​ປະ​ກັນ​ໃຫ້​ມີ​ເອ​ກະ​ສານ​ສອດ​ຄ່ອງ​ກັບ​ຜູ້​ທີ່​ຖືກ​ກະ​ທົບ​ຕົວ​ຈິງ.”

ທັງ​ນີ້​ໂຄງ​ການ​ທາ​ງ​ລົດ​ໄຟ​ລາວ-ຈີນ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ປະ​ຊາ​ຊົນ 8,139 ຄອບ​ຄົວ​ໃນ​ເຂດ 13 ເມືອງ​ຂອງ​ແຂວງຫຼວງ​ນ້ຳ​ທາ, ອຸ​ດົມ​ໄຊ, ຫຼວງ​ພະ​ບາງ, ວຽງ​ຈັນ ແລະ ນະ​ຄອນຫຼວງວຽງ​ຈັນ ຊຶ່ງ​ມີ​ທີ່​ດິນ​ທີ່​ຖືກ​ເວນ​ຄືນ 3,832 ເຮັກ​ຕາ, ສິ່ງ​ປູກ​ສ້າງ 3,346 ຫຼັງ, ຕົ້ນ​ໄມ້​ກວ່າ 1 ລ້ານ​ຕົ້ນ ຫາກ​ແຕ່​ກໍ​ຍັງ​ປາ​ກົດ​ມີ​ການ​ຊັກ​ຊ້າ​ໃນ​ການ​ຈ່າຍ​ເງິນ​ຊົດ​ເຊີຍ​ເລື້ອຍ​ມາ ໂດຍ​ການ​ຊົດ​ເຊີຍ​ຢູ່​ທີ່​ແຂວງຫຼວງ​ນ້ຳ​ທາ, ອຸ​ດົມ​ໄຊ, ຫຼວງ​ພະ​ບາງ ມີ​ອັດ​ຕາ​ສະ​ເລ່ຍ 11,000-80,000 ກີບ​ຕໍ່​ຕາ​ແມັດ ສ່ວນ​ຢູ່​ທີ່​ແຂວງວຽງ​ຈັນ ແລະ ນະ​ຄອນຫຼວງວຽງ​ຈັນ​ນັ້ນ ມີ​ອັດ​ຕາ​ສະ​ຊົດ​ເຊີຍ 15,000-137,000 ກີບ​ຕໍ່​ຕາ​ແມັດ​ຕາມ​ລຳ​ດັບ.

ສ່ວນ​ກຸ່ມ​ແລກ​ປ່ຽນ​ຂໍ້​ມູນ​ດ້ານ​ທີ່​ດິນ Land Information Working Group ລາຍ​ງານ​ວ່າ​ທີ່​ດິນ​ຢູ່​ເຂດ​ເມືອງ​ນາ​ຊາຍ​ທອງ, ນະ​ຄອນຫຼວງວຽງ​ຈັນ ມີ​ລາ​ຄາ​ຊື້​ຂາຍ​ສະ​ເລ່ຍ​ທີ່​ລະ​ດັບ 2 ລ້ານ 6 ແສນ​ກີບ​ຕໍ່​ຕາ​ແມັດ ແຕ່​ມີ​ການ​ຊົດ​ເຊີຍ​ທີ່​ອັດ​ຕາ 137,000 ກີບ​ຕໍ່​ຕາ​ແມັດ​ເທົ່າ​ນັ້ນ ຈຶ່ງ​ເຮັດ​ໃຫ້​ປະ​ຊາ​ຊົນ​ບໍ່​ຍອມ​ຮັບ​ເອົາ​ຄ່າ​ຊົດ​ເຊີຍ​ທີ່​ມີ​ອັດ​ຕາ​ທີ່​ຕ່ຳ​ເກີນ​ໄປ​ດັ່ງ​ກ່າວ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG