ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນລາວ ຍັງຈະຕ້ອງປະເຊີນກັບບັນຫາຄ່າຄອງຊີບສູງຕໍ່ໄປ ເພາະຂາດດຸນການຄ້າຕ່າງປະເທດ


ອາຫານສຸກຫຼາກຫຼາຍປະເພດຢູ່ທີ່ຕະຫຼາດແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ຂອງສປປ ລາວ
ອາຫານສຸກຫຼາກຫຼາຍປະເພດຢູ່ທີ່ຕະຫຼາດແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ຂອງສປປ ລາວ

ປະຊາຊົນລາວ ຍັງຈະຕ້ອງປະເຊີນກັບບັນຫາຄ່າຄອງຊີບສູງຕໍ່ໄປ ເພາະການຂາດດຸນການຄ້າຕ່າງປະເທດ ໄດ້ສົ່ງຜົນເຮັດໃຫ້ລາຄາສິນຄ້າແພງຂຶ້ນ ແລະຄ່າເງິນກີບ ກໍຍັງຄົງສືບຕໍ່ຜັນຜວນຢ່າງຕໍ່ເນື່ອງ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານ ຈາກບາງກອກ.

ນັກທຸລະກິດໃນສະພາການຄ້າແລະອຸດສາຫະກຳແຫ່ງຊາດ ເປີດເຜີຍວ່າ ການຄ້າຕ່າງປະເທດຂອງລາວໃນປີ 2023 ມີມູນຄ່າລວມ 13,007.40 ລ້ານໂດລາ ໃນນີ້ແບ່ງເປັນການສົ່ງອອກສິນຄ້າໄປຕ່າງປະເທດໃນມູນຄ່າລວມ 6,071.80 ລ້ານໂດລາ ແລະນຳເຂົ້າສິນຄ້າຈາກຕ່າງປະເທດໃນມູນຄ່າລວມ 6,935.60 ລ້ານໂດລາ ຈຶ່ງເຮັດໃຫ້ລາວຍັງຕ້ອງປະເຊີນກັບການຂາດດຸນການຄ້າຕ່າງປະເທດຄິດເປັນມູນຄ່າລວມ 863.80 ລ້ານໂດລາ ໂດຍການຄ້າດັ່ງກ່າວນີ້ ບໍ່ຄິດລວມການສົ່ງອອກກະແສໄຟຟ້າຈາກລາວໄປຕ່າງປະເທດ ທີ່ມີມູນຄ່າລວມເຖິງ 2,300 ລ້ານໂດລາ ແຕ່ຢ່າງໃດ ເນື່ອງຈາກເປັນລາຍໄດ້ທີ່ບັນດາບໍລິສັດທີ່ລົງທຶນກໍ່ສ້າງເຂື່ອນໄຟຟ້າໃນລາວນັ້ນ ຈະຕ້ອງນຳໃຊ້ເພື່ອການຊຳລະໜີ້ເງິນກູ້ຕ່າງປະເທດເປັນດ້ານຫລັກ ຈຶ່ງບໍ່ໄດ້ມີການໂອນລາຍຮັບດັ່ງກ່າວເຂົ້າມາໃນລະບົບທະນາຄານທຸລະກິດໃນລາວ ແຕ່ຢ່າງໃດ.

ພາຍໃຕ້ສະພາບການດັ່ງກ່າວ ກໍຍັງໄດ້ສົ່ງຜົນເຮັດໃຫ້ຄ່າເງິນກີບຍັງສືບຕໍ່ຜັນຜວນອີກດ້ວຍ ເພາະວ່າ ສິນຄ້າທີ່ນຳເຂົ້າຈະຕ້ອງຊຳລະລາຄາດ້ວຍເງິນຕາຕ່າງປະເທດ ໂດຍສະເພາະແມ່ນເງິນບາດ ແລະໂດລາສະຫະລັດນັ້ນ ກໍຄືເງິນຕາຕ່າງປະເທດທີ່ພາກທຸລະກິດການຄ້າໃນລາວ ຕ້ອງການຫຼາຍທີ່ສຸດ ເມື່ອສົມທົບກັບການທີ່ລາວຂາດດຸນການຄ້າຕ່າງປະເທດດ້ວຍແລ້ວ ຍັງເຮັດໃຫ້ເງິນກີບອ່ອນຄ່າລົງເຖິງ 20.8 ເປີເຊັນ ແລະ 22.7 ເປີເຊັນທຽບໃສ່ໂດລາສະຫະລັດ ແລະເງິນບາດຕາມລຳດັບ ຊຶ່ງການແກ້ໄຂບັນຫາກໍມີພຽງການເພີ້ມມູນຄ່າການສົ່ງອອກສິນຄ້າຈາກລາວ ໄປຕ່າງປະເທດໃຫ້ໄດ້ຫຼາຍຂຶ້ນເທົ່ານັ້ນ ແຕ່ກໍບໍ່ແມ່ນເລື້ອງງ່າຍທີ່ຈະປະຕິບັດໄດ້ ຢ່າງແທ້ຈິງ ເພາະການຜະລິດສິນຄ້າໃນລາວ ໂດຍສະເພາະແມ່ນສິນຄ້າກະສິກຳນັ້ນ ຍັງບໍ່ໄດ້ມາດຕະຖານສກົນ ດັ່ງທີ່ ທ່ານຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການແລະການລົງທຶນ ໄດ້ຖະແຫລງຍອມຮັບວ່າ:

“ຂອດຈະລາຈອນການຂົນສົ່ງສະບຽງອາຫານທີ່ຜະລິດໄດ້ພາຍໃນ ໃນຂອບເຂດ ທົ່ວປະເທດຍັງບໍ່ທັນທົ່ວເຖິງ ມີຕົ້ນທຶນສູງ ຈຶ່ງຈຳເປັນຕ້ອງໄດ້ນຳເຂົ້າຈາກເພື່ອນບ້ານ ມູນຄາການສົ່ງອອກພືດແລະສັດ ທີ່ສຳເລັດການເຈລະຈາ ເປີດຕະຫຼາດແລ້ວ ຍັງບໍ່ທັນໄດ້ຫຼາຍ ເນື່ອງຈາກການສົ່ງເສີມແລະຈັດຕັ້ງການຜະລິດຂະໜາດໃຫຍ່ເປັນຟາມ ຢູ່ໃນໄລຍະຂັ້ນຕົ້ນ ອີກດ້ານນຶ່ງ ພືດຈຳນວນນຶ່ງ ກະຍັງບໍ່ທັນສາ ມາດເປີດຕະຫຼາດ ຍ້ອນພົວພັນເຖິງດ້ານປະລິມານແລະຄຸນນະພາບ.”

ທັງນີ້ໂດຍສິນຄ້າທີ່ລາວ ນຳເຂົ້າແລະຕ້ອງຊຳລະລາຄາດ້ວຍເງິນຕາຕ່າງປະເທດຄິດເປັນມູນຄ່າສູງສຸດ ປະກອບມີ 10 ລາຍການສິ້ນຄ້າດ້ວຍກັນ ໂດຍສະເພາະແມ່ນນ້ຳມັນເຊື້ອໄຟນັ້ນ ຄິດເປັນສັດສ່ວນເຖິງ 20 ເປີເຊັນຂອງມູນຄ່າການນນຳເຂົ້າສິນຄ້າທັງໝົດ ຕິດຕາມດ້ວຍອຸປະກອນເຄື່ອງຈັກຍານພາຫະນະ ເຫຍື້ອໄມ້ ເສດເຈ້ຍ ແກ້ວປະເສີດ ເຄື່ອງດື່ມ ເຫຼັກ ນ້ຳຕານ ແລະເຄື່ອງໃຊ້ທີ່ເຮັດດ້ວຍຢາງພລາສຕິກ ຕາມລຳດັບ.

ເຂົ້າສານປະເພດຕ່າງໆ ຕິດລາຄາຂາຍ ຢູ່ທີ່ຕະຫຼາດຂາຍເຂົ້າແຫ່ງນຶ່ງ ໃນນະຄອນວຽງຈັນ.
ເຂົ້າສານປະເພດຕ່າງໆ ຕິດລາຄາຂາຍ ຢູ່ທີ່ຕະຫຼາດຂາຍເຂົ້າແຫ່ງນຶ່ງ ໃນນະຄອນວຽງຈັນ.

ໂດຍໃນໄລຍະຜ່ານມາ ລັດຖະບານລາວ ໄດ້ແກ້ໄຂບັນຫາເງິນເຟີ້ ດ້ວຍການອອກພັນທະບັດເປັນສະກຸນເງິນກີບເຖິງ 5 ຄັ້ງໃນປີ 2023 ທີ່ເຮັດໃຫ້ທະນາຄານແຫ່ງຊາດລາວ ສາມາດຄວບຄຸມປະລິມານເງິນກີບໃນຕະຫຼາດໄດ້ຫຼາຍຂຶ້ນ ແຕ່ການທີ່ລາວ ຍັງຕ້ອງນຳເຂົ້າສິນຄ້າອຸປະໂພກບໍລິໂພກຈາກຕ່າງປະເທດທີ່ຕ້ອງຊຳລະລາຄາດ້ວຍເງິນຕາຕ່າງປະເທດ ຈຶ່ງເຮັດໃຫ້ການອອກພັນທະບັດດັ່ງກ່າວ ບໍ່ໄດ້ສົ່ງຜົນເຮັດໃຫ້ລາຄາສິນຄ້າລົດລົງແຕ່ຢ່າງໃດ ເຊັ່ນດຽວກັບການທີ່ບໍ່ສາມາດຈະຄວບຄຸມອັດຕາແລກປ່ຽນເງິນຕາໄດ້ຢ່າງແທ້ຈິງ ດັ່ງທີ່ ທ່ານມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າ ຖະແຫລງຍອມຮັບວ່າ:

“ໃນຕໍ່ໜ້ານີ້ ພວກເຮົາຈະສຸມໃສ່ສືບຕໍ່ປະສານສົມທົບກັບຂະແໜງການ ແລະອົງ ການປົກຄອງທ້ອງຖິ່ນ ເພື່ອຄົ້ນຄວ້າ ແລະກຳນົດໂຄງສ້າງລາຄາສິນຄ້າທີ່ຈຳເປັນ ເພື່ອໃຫ້ລາຄາສົມເຫດສົມຜົນ ພ້ອມທັງຕິດຕາມການເໜັງຕີງລາຄາແລະໃຊ້ມາດຕະການຕໍ່ການຂຶ້ນລາຄາສິນຄ້າທີ່ບໍ່ສອດຄ້ອງຕາມລະບຽບກົດໝາຍ ຈະປະສານສົມທົບກັບກະຊວງການເງິນແລະທະນາຄານແຫ່ງ ສປປ ລາວ ເພື່ອຄົ້ນຄວ້າ ແລະກຳນົດນະໂຍບາຍເງິນຕາ ແລະນະໂຍບາຍການເງິນທີ່ເໝາະສົມ ເພື່ອຫລຸດຜ່ອນອັດຕາເງິນເຟີ້ແລະຄຸ້ມຄອງອັດຕາແລກປ່ຽນໃຫ້ມີຄວາມໝັ້ນທ່ຽງ ໃນໄລຍະຜ່ານມາ ພວກເຮົາກະເຮັດ ແຕ່ບໍ່ທັນໄດ້ຫຼາຍ.”

ທັງນີ້ ໂດຍເຖິງແມ່ນວ່າ ອັດຕາເງິນເຟີ້ໃນລາວ ໄດ້ປັບຕົວລົດລົງຢ່າງຕໍ່ເນື່ອງ ກໍຄືຈາກລະດັບສູງສຸດທີ່ 41.26 ເປີເຊັນ ເມື່ອເດືອນກຸມພາ 2023 ລົງມາຢູ່ທີ່ລະດັບ 24.44 ເປີເຊັນ ເມື່ອເດືອນມັງກອນ 2024 ນັ້ນ ກໍບໍ່ໄດ້ເຮັດໃຫ້ລະດັບຄ່າຄອງຊີບໃນລາວ ຫລຸດລົງແຕ່ຢ່າງໃດ ຊຶ່ງເຫັດໄດ້ຈາກດັດຊະນີລາຄາສິນຄ້າ ຍັງປັບຕົວສູງຂຶ້ນເກີນກວ່າ 200 ເປີເຊັນ ໂດຍສະເພາະ ແມ່ນໃນດ້ານການຄົມມະນາຄົມແລະຂົນສົ່ງທີ່ປັບຕົວສູງຂຶ້ນ 232.48 ເປີເຊັນ ຕາມດ້ວຍອາຫານແລະເຄື່ອງດື່ມ ໝວດຮັກສາສຸຂະພາບແລະຢາ ໝວດເຄື່ອງນຸ່ງຫົ່ມ ໂຮງແຮມ-ຮ້ານອາຫານ ແລະບໍລິການຕ່າງໆນັ້ນ ລ້ວນແຕ່ປັບຕົວສູງຂຶ້ນເກີນກວ່າ 200 ເປີເຊັນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG