ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະຊາຊົນ ລາວ ຮຽກຮ້ອງໃຫ້ສະພາແຫ່ງຊາດ ຊ່ວຍເຫຼືອໃນການແກ້ໄຂບັນຫາ ຜົນກະທົບໃນ 10 ດ້ານ


ທີ່ຢູ່ຂອງປະຊາຊົນ ທີ່ຖືກກະທົບຈາກໂຄງການພັດທະນາໃນ ລາວ.
ທີ່ຢູ່ຂອງປະຊາຊົນ ທີ່ຖືກກະທົບຈາກໂຄງການພັດທະນາໃນ ລາວ.

ປະຊາຊົນ ລາວ ຮຽກຮ້ອງໃຫ້ສະພາແຫ່ງຊາດຊ່ວຍເຫຼືອໃນການແກ້ໄຂບັນຫາຜົນກະທົບໃນ 10 ດ້ານໂດຍສະເພາະແມ່ນບັນຫາຂັດແຍ້ງ ກ່ຽວກັບ ທີ່ດິນທີ່ຖືກເວນຄືນ ເພື່ອສົ່ງມອບໃຫ້ນັກທຸລະກິດຕ່າງຊາດ.


ທ່ານນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດຖະແຫຼງຢືນຢັນວ່າບັນຫາທີ່ປະຊາຊົນ ລາວ ໄດ້ສະແດງການຮຽກຮ້ອງເພື່ອຂໍການຊ່ວຍເຫຼືອຫຼາຍທີ່ສຸດໃນໂອກາດກອງປະຊຸມສະໄໝສາມັນຄັ້ງທີ 2 ຂອງສະພາແຫ່ງຊາດ ລາວ ທີ່ສິ້ນສຸດລົງໃນວັນທີ 17 ພະຈິກ 2021 ນີ້ມີຢູ່ເຖິງ 10 ດ້ານດ້ວຍກັນ ກໍຄືບັນຫາທີ່ປະຊາຊົນຜູ້ທີ່ຖືກກະທົບຈາກໂຄງການພັດທະນາຕ່າງໆຍັງບໍ່ທັນໄດ້ຮັບຄ່າຊົດເຊີຍການເສຍຫາຍຢ່າງຄົບຖ້ວນຈາກຜູ້ທີ່ໄດ້ຮັບສຳປະທານໂຄງການ ໂດຍສະເພາະແມ່ນບັນດາໂຄງການເຂື່ອນໄຟຟ້ານັ້ນກໍຖືເປັນໂຄງການທີ່ສ້າງບັນຫາໃຫ້ກັບປະຊາ ຊົນ ລາວ ຫຼາຍທີ່ສຸດ ແລະ ໄດ້ແກ່ຍາວເລື້ອຍມາຈົນເຖິງປັດຈຸບັນນີ້ ຊຶ່ງກໍເຊັ່ນດຽວກັນກັບບັນຫາຂັດແຍ້ງ ກ່ຽວກັບ ທີ່ດິນຂອງປະຊາຊົນ ລາວ ທີ່ຖືກເວນຄືນເພື່ອສົ່ງມອບໃຫ້ກັບນັກລົງທຶນຕ່າງຊາດໃນ ລາວ ນັ້ນຖືເປັນກໍລະນີບັນຫາທີ່ເກີດຂຶ້ນຢ່າງກວ້າງຂວາງທີ່ສຸດໃນ ລາວ ດັ່ງທີ່ທ່ານນາງ ຄຳຈັນ ໄດ້ໃຫ້ການຢືນຢັນວ່າ

“ການຈັບຈອງທີ່ດິນປ່າ ດິນຫວງຫ້າມ, ດິນບ້ານ ແລະ ດິນປະເພດຕ່າງໆເປັນຈຳນວນຫຼວງຫຼາຍ ແຕ່ບໍ່ໄດ້ມີການພັດທະນາຫຍັງ ທັງບໍ່ທັນໄດ້ເສຍພັນທະຕໍ່ລັດ ແຕ່ປະຊາຊົນຈຳນວນບໍ່ຫນ້ອຍບໍ່ມີບ່ອນປູກສ້າງທີ່ຢູ່ອາໄສ ບໍ່ມີທີ່ດິນທຳການຜະລິດ, ບໍ່ມີລາຍຮັບທີ່ໝັ້ນຄົງ, ມີຄວາມທຸກຍາກ ຕໍ່ສະ ພາບການດັ່ງກ່າວ ຄວນເອົາໃຈໃສ່ກວດກາຄືນ ແລະ ມີການຈັດສັນ ມີຊ່ອງທາງເພື່ອຊ່ວຍເຫຼືອແກ້ໄຂ ຂໍໃຫ້ມີການກວດກາຕໍ່ສະພາບການຊື້-ຂາຍດິນ ແລະ ເຮືອນໃຫ້ຄົນຕ່າງປະເທດ ແຕ່ອອກຊື່ເປັນຄົນ ລາວ.”

ສ່ວນຂໍ້ຮຽກຮ້ອງອື່ນໆກໍຄື ການສ້າງວຽກເຮັດງານທຳໃນເຂດຊົນນະບົດ, ການສົ່ງເສີມການຜະລິດສິນຄ້າ, ການຈັດຫາຕະຫຼາດຮອງຮັບສິນຄ້າ,​ ການປາບປາມການທຸຈະລິດ,​ການພົບປະກັບປະຊາ ຊົນໃຫ້ຫຼາຍຂຶ້ນ ໂດຍບັນດາສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ນະໂຍ ບາຍທີ່ມີຕໍ່ຜູ້ທີ່ສ້າງຄຸນປະໂຫຍດຕໍ່ຊາດ ແລະ ການຍົກລະດັບຄຸນນະພາບໃນການບໍລິຫານງານຂອງລັດຖະບານ ລາວ ໃຫ້ສູງຂຶ້ນ.

ສ່ວນເຈົ້າໜ້າທີ່ຂັ້ນສູງໃນຄະນະກຳມາທິການແມ່ນໍ້າຂອງ (MRC) ກໍຢືນຢັນວ່າການກໍ່ສ້າງເຂື່ອນໄຟຟ້າໃນ ລາວ ໃນໄລຍະຜ່ານມາໄດ້ເຮັດໃຫ້ຕ້ອງໂຍກຍ້າຍປະຊາຊົນ ລາວ ແລ້ວຫຼາຍກວ່າ 80,000 ຄົນ ຫຼື 14,500 ກວ່າຄົວເຮືອນໃນ 280 ກວ່າບ້ານ ຊຶ່ງສ່ວນໃຫຍ່ກໍໄດ້ໂຍກຍ້າຍໄປຢູ່ເຂດຈັດສັນໃໝ່ທີ່ບັນດາຜູ້ລົງທຶນໃນໂຄງການຕ່າງໆໄດ້ນຳໃຊ້ເງິນທຶນຫຼາຍກວ່າ 500 ລ້ານໂດລາ ເພື່ອພັດທະນາທີ່ຢູ່ອາໄສໃໝ່ ແລະ ຈ່າຍຄ່າຊົດເຊີຍໃຫ້ກັບປະຊາຊົນ ລາວ ທີ່ຖືກກະທົບດັ່ງກ່າວ ແຕ່ ວ່າການຊົດເຊີຍ ແລະ ການຊ່ວຍເຫຼືອທີ່ຜ່ານມາ ກໍຍັງບໍ່ພຽງພໍກັບຜົນກະທົບຕົວຈິງທີ່ປະຊາຊົນ ລາວ ຕ້ອງປະເຊີນນັ້ນ.

ພາຍໃຕ້ສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ປະຊາຊົນ ລາວ ຈຳນວນຫຼາຍທີ່ບໍ່ພໍໃຈຕໍ່ການຊົດເຊີຍໂດຍສະເພາະແມ່ນໂຄງການກໍ່ສ້າງເຂື່ອນໄຟຟ້າ ແລະ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ກໍຄືໂຄງການທີ່ຈ່າຍເງິນຊົດເຊີຍຕໍ່າກວ່າການເສຍຫາຍຕົວຈິງ ດັ່ງທີ່ສະມາຊິກສະພາແຫ່ງຊາດ ລາວ ທ່ານນຶ່ງໄດ້ຍົກໃຫ້ເຫັນບັນຫາເຂື່ອນໄຟຟ້ານໍ້າອູ 7 ໂຄງການ ແລະ ທາງລົດໄຟ ລາວ-ຈີນ ທີ່ຫຼວງພະບາງວ່າ

“ເປັນຕົ້ນວ່າແມ່ນຜົນກະທົບຈາກການສ້າງເຂື່ອນໄຟຟ້ານໍ້າຄານ, ນໍ້າອູ 1, ນໍ້າອູ 2, ນໍ້າອູ 3 ຜົນກະ ທົບຈາກການສ້າງທາງລົດໄຟໂດຍທົ່ວໄປແລ້ວ ກໍມີການຊົດເຊີຍໃຫ້ແກ່ປະຊາຊົນ ແຕ່ວ່າກໍມີຈຳນວນນຶ່ງກະຍັງບໍ່ທັນພໍໃຈບາງດ້ານ ເພາະບາງເທື່ອກໍບໍ່ໄດ້ຕ້ານເຈື່ອນ,​ ບາງເທື່ອກະສ້າງໄປແລ້ວໄມ້ມັນກະແຫ່ວ, ແລ້ວມັນກໍຫ້າງຫຼືວ່າຈາກທີ່ມີຈັດສັນບ້ານແລ້ວ ກະຮຽກຮ້ອງເຖິງການປັບປຸງຊີວິດການເປັນຢູ່ ຖືວ່າບາງດ້ານຍັງເຮັດບໍ່ທັນໄດ້ດີ.”

ທັງນີ້ໂດຍຈາກການເກັບກຳຂໍ້ມູນພົບວ່າ ມີປະຊາຊົນລາວເກີນກວ່າ 17,000 ຄົນໃນເຂດ 28 ບ້ານຖືກກະທົບຈາກເຂື່ອນນໍ້າອູທັງ 7 ໂຄງການ ຊຶ່ງກຸ່ມຜູ້ລົງທຶນຈາກ ຈີນ ລາຍງານວ່າ ໄດ້ຈ້າງເງິນຊົດ ເຊີຍໃຫ້ປະຊາຊົນທີ່ຖືກກະທົບຈາກເຂື່ອນນໍ້າອູ 2, 5 ແລະ 6 ແລ້ວ ແຕ່ວ່າຈາກການສຳຫຼວດໂດຍອົງການແມ່ນໍ້າສາກົນ ພົບວ່າມີປະຊາຊົນ 89 ບ້ານໃນແຂວງຜົ້ງສາລີ, ອຸດົມໄຊ ແລະ ຫຼວງພະບາງທີ່ຖືກກະທົບຈາກເຂື່ອນນໍ້າອູນັ້ນ ສ່ວນໃຫຍ່ກໍຍັງບໍ່ໄດ້ຮັບການຊົດເຊີຍແຕ່ຢ່າງໃດ.

XS
SM
MD
LG