ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວ ມີ​ຈຳ​ນວນ ​ລັດ​ຖະ​ກອນ ສູງ​ເປັນ​ອັນ​ດັບ​ສອງ ​ຂອງ ອາ​ຊ​ຽນ


ນາຍ​ຄູ ລາວ, ຮັບ​ລາງວັນ​ນາຍ​ຄູ​ດີ​ເດັ່ນ.
ນາຍ​ຄູ ລາວ, ຮັບ​ລາງວັນ​ນາຍ​ຄູ​ດີ​ເດັ່ນ.

ຈຳ​ນວນ​ພະ​ນັກ​ງານ​ຂອງ​ລັດ​ຕໍ່​ຈຳ​ນວນ​ປະ​ຊາ​ກອນ ລາວ ຄິດ​ເປັນ​ສັດ​ສ່ວນ​ສູງ​ສຸດ​ເປັນ​
ອັນດັບທີ 2 ໃນອາຊຽນ ແລະ ນາຍົກລັດຖະມົນຕີ ລາວ ຍອມຮັບວ່າ ການປະຕິບັດ
ງານຂອງພະນັກງານລັດມີປະສິດທິຜົນຕ່ຳ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ຄະ​ນະ​ຜູ້​ຕາງ​ໜ້າ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ ປະ​ຈຳ​ອາ​ຊຽນ ເປີດ​ເຜີຍ​
ກ່ຽວກັບການສຳຫຼວດໃນດ້ານປະສິດທິພາບການບໍລິຫານງານຂອງພະນັກງານລັດໃນ
10 ປະເທດສະມາຊິກອາຊຽນ ພົບວ່າ ສປປ ລາວ ຈັດຢູ່ອັນດັບທີ 2 ໃນຖານະທີ່ມີຈຳ
ນວນພະນັກງານລັດຕໍ່ຈຳນວນປະຊາກອນ ລາວ ຄິດເປັນສັດສ່ວນທີ່ສູງສຸດໃນອາຊຽນ
ຫຼື ເປັນຮອງພຽງແຕ່ປະເທດ ບຣູໄນ ເທົ່ານັ້ນໂດຍປັດຈຸບັນລັດຖະບານ ລາວ ມີຈຳນວນ
ພະນັກງານທັງໝົດ 184,870 ຄົນ ຊຶ່ງທຽບເປັນສັດສ່ວນພະນັກງານລັດ 1 ຄົນຕໍ່ປະ
ຊາກອນ ລາວ 37 ຄົນ ໃນຂະນະທີ່ເກນມາດຕະຖານຂອງອາຊຽນ ຢູ່ທີ່ສັດສ່ວນ 1 ຕໍ່
50 ຄົນ.

ທາງ​ດ້ານ​ທ່ານ ທອງ​ລຸນ ​ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ຍອ​ມ​ຮັບ​ວ່າ​ການ​ຫຼິ້ນ​ພັກ-ຫຼິ້ນ​
ພວກ ແລະ ການຊື້ເອົາຕຳແໜ່ງໃນວົງການພະນັກງານຂອງລັດຖະບານ ລາວ ໄດ້ເກີດ
ຂຶ້ນໃນທຸກພາກສ່ວນທົ່ວປະເທດ ຊຶ່ງໄດ້ສົ່ງຜົນກະທົບເຮັດໃຫ້ການຈັດຕັ້ງປະຕິບັດ
ວຽກງານຕ່າງໆຂອງລັດບໍ່ສາມາດບັນລຸເປົ້າໝາຍໄດ້ຕາມແຜນການທີ່ວາງໄວ້ ເນື່ອງ
ຈາກວ່າພະນັກງານທີ່ຮັບຜິດຊອບນັ້ນບໍ່ມີຄວາມຮູ້-ຄວາມສາມາດໃນການປະຕິບັດ
ວຽກງານຕົວຈິງ ຈຶ່ງເຮັດໃຫ້ເກີດສະພາບບັນຫາທີ່ມີພະນັກງານຫຼາຍແຕ່ເຮັດວຽກບໍ່
ເປັນດັ່ງທີ່ທ່ານ ທອງລຸນ ຖະແຫຼງຢືນຢັນວ່າ

"ກົມ​ການ​ເມືອງ​ກະ​ໄດ້​ຊີ້​ນຳ​ ລັດ​ຖະ​ບານ​ກໍ​ມີ​ນະ​ໂຍ​ບາຍ​ວ່າ ຈະ​ບໍ່​ສະ​ເພາະ​ແຕ່ບໍ່​ເພີ່ມ​
ລັດຖະກອນເທົ່ານັ້ນ ຈຳນວນລັດຖະກອນຈະໃຫ້ຫຼຸດລົງອີກ ເຮົາເວົ້າເລື້ອຍໆວ່າ ພະ
ນັກງານເຫຼືອບໍ່ພໍ ຫຼືບໍ່ພໍ ມັນເຫຼືອອີສັງ ມັນບໍ່ພໍອີສັງດຽວນີ້ນະ ແຕ່ຂ້າພະເຈົ້າເຂົ້າໃຈ
ວ່າ ພະນັກງານເຫຼືອບໍ່ພໍຫັ້ນໝາຍຄວາມວ່າເຫຼືອຄົນ ແຕ່ບໍ່ພໍຄົນເຮັດວຽກ ຍ້ອນກົງ
ຈັກຂອງພວກເຮົາເກະກະ ຂາດປະສິດທິຜົນ ຂາດຄຸນນະພາບ."

ທັງ​ນີ້ ລັດ​ຖະ​ບານ ລາວ ໄດ້​ອະ​ນຸ​ມັດ​ໂຄ​ຕ້າ​ໃຫ້​ບັນ​ຈຸ​ພະ​ນັກ​ງານ​ໃໝ່​ໄດ້​ທັງ​ໝົດ​ບໍ່​ເກີນ
1,500 ຄົນໃນປີ 2019 ຊຶ່ງແບ່ງເປັນໂຄຕ້າຂອງກະຊວງສຶກສາທິການ ແລະ ກິລາ
936 ຄົນ, ກະຊວງສາທາລະນະສຸກ 220 ຄົນ, ກະຊວງກະສິກຳ ແລະ ປ່າໄມ້ 33 ຄົນ,
ກະຊວງການເງິນ 25 ຄົນ, ສ່ວນກະຊວງອື່ນໆລວມເຖິງສະພາແຫ່ງຊາດລາວ ແລະ
ຫ້ອງການປະທານປະເທດດ້ວຍນັ້ນໄດ້ໂຄຕ້າລະຫວ່າງ 3-17 ຄົນ ແລະ ສູນກາງພັກ
ປະຊາຊົນປະຕິວັດ ລາວ ໄດ້ໂຄຕ້າ 22 ຄົນ ຊຶ່ງການຈຳກັດໂຄຕ້າດັ່ງກ່າວນີ້ກໍເຮັດ
ໃຫ້ເກີດບັນຫາຂາດແຄນບຸກຄະລາກອນໃນຫຼາຍພາກສ່ວນ ໂດຍສະເພາະແມ່ນກະ
ຊວງສຶກສາທີ່ຍັງປະສົບກັບບັນຫາຂາດແຄນຄູຢູ່ເຂດຊົນນະບົດໃນທົ່ວປະເທດ ລາວ
ນັ້ນ.

ສ່ວນ​ທ່ານ​ນາງ ແສງ​ເດືອນ ຫຼ້າ​ຈັນ​ທະ​ບູນ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສຶກ​ສາທິ​ການ
ແລະ ກິລາ ກໍຢືນຢັນວ່າວາງການກະຊວງສຶກສາ ໄດ້ທຳການສຳຫຼວດສະພາບການ
ຮຽນ-ການສອນໃນບັນດາໂຮງຮຽນຂອງລັດໃນທົ່ວປະເທດ ພົບວ່າມີໂຮງຮຽນເຖິງ
12,744 ແຫ່ງຢູ່ໃນເຂດຊົນນະບົດນັ້ນ ຍັງປະເຊີນກັບບັນຫາຂາດແຄນຄູ ຄິດເປັນ
ຈຳນວນລວມກັນເຖິງ 19,757 ຄົນ ແຕ່ໃນຂະນະດຽວກັນ ກໍພົບວ່າບັນດາໂຮງຮຽນ
ໃນເຂດຕົວເມືອງກໍມີຄູເກີນຄວາມຕ້ອງການເຖິງ 9,664 ຄົນ ຊຶ່ງໃນຈຳນວນຄູເກີນ
ດັ່ງກ່າວນີ້ຍັງບໍ່ມີຄູຄົນໃດທີ່ສະໝັກໃຈຂໍຍ້າຍໄປສອນຢູ່ໂຮງຮຽນໃນເຂດຊົນນະບົດ
ດັ່ງກ່າວ.

ຍິ່ງ​ໄປ​ກວ່າ​ນັ້ນ ເມື່ອ​ສົມ​ທົບ​ດ້ວຍ​ການ​ທີ່​ລັດ​ຖະ​ບານ ລາວ ມີ​ງົບ​ປະ​ມານ​ຢ່າງ​ຈຳ​ກັດ
ກໍຍັງເຮັດໃຫ້ຕ້ອງມີການກຳນົດໃຫ້ບັນດາໂຮງຮຽນຂອງລັດໃນທົ່ວປະເທດສາມາດ
ທີ່ຈະບັນຈຸຄູໃໝ່ໄດ້ພຽງແຕ່ 936 ຄົນເທົ່ານັ້ນໃນປີ 2019 ຊຶ່ງກະຊວງສຶກສາທ​ິ​ການ
ກໍຕ້ອງປະຕິບັດຕາມຢ່າງເຄັ່ງຄັດ ໝາຍຄວາມວ່າບັນດາໂຮງຮຽນໃນເຂດຊົນນະບົດ
ກໍຍັງຈະຕ້ອງປະເຊີນກັບບັນຫາຂາດແຄນຄູຕໍ່ໄປ.

ໃນ​ປັດ​ຈຸ​ບັນ​ນີ້ ກະ​ຊວງ​ສຶກ​ສາ​ມີ​ຄູ​ທັງ​ໝົດ 18,000 ກວ່າ​ຄົນ​ທົ່ວ​ປະ​ເທດ​ໂດຍ​ຖື​ເປັນ​
ພາກສ່ວນທີ່ມີລັດຖະກອນຫຼາຍທີ່ສຸດໃນ ລາວ ທີ່ມີລັດຖະກອນທັງໝົດ 184,871
ຄົນໃນທົ່ວປະເທດ ໂດຍບໍ່ລວມເຖິງທະຫານ ແລະ ພະນັກງານລັດວິສາຫະກິດ ທີ່ມີ
ຈຳນວນຫຼາຍກວ່າ 1 ແສນຄົນໃນທົ່ວປະເທດແຕ່ຢ່າງໃດ.

XS
SM
MD
LG