ລັດຖະບານລາວສະເໜີຂາຍພັນທະບັດ1,000 ຕື້ກີບ ມີອາຍຸ 6 ເດືອນ ໃນອັດຕາດອກເບ້ຍ 20 ເປີເຊັນ ຕໍ່ປີ ເປັນຄັ້ງທີ 2 ໃນຮອບ 7 ເດືອນ ແລະມີເປົ້າໝາຍເພື່ອລະດົມເງິນໄປເສີມສະພາບຄ່ອງດ້ານລາຍຈ່າຍ. ຊົງຣິດ ໂພນເງິນ ມີລາຍງານນີ້ມາສະເໜີທ່ານຈາກບາງກອກ.
ສືບເນື່ອງຈາກການທີ່ລັດຖະບານລາວສາມາດຈັດເກັບລາຍຮັບໃນແຜນການປີ 2022 ໄດ້ໃນມູນຄ່າ ລວມ 33,500 ກວ່າຕື້ກີບ ຊຶ່ງຄິດເປັນ 15.8 ເປີເຊັນຂອງມູນຄ່າຜະລິດຕະພັນລວມ ຫລື GDP ໃນຕະຫຼອດປີ 2022 ນັ້ນ ນອກຈາກຈະຖືເປັນລາຍຮັບບໍ່ພຽງພໍກັບລາຍຈ່າຍຕົວຈິງແລ້ວ ການທີ່ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີຄົນໃໝ່ ໄດ້ປະກາດປັບເພີ້ມເງິນອຸດໜູນອີກ 150,000 ກີບ ຕໍ່ເດືອນ ໃຫ້ພະນັກງານລັດທຸກຄົນໃນທົ່ວປະເທດລາວ ເພື່ອໃຫ້ສອດຄ່ອງກັບພາວະຄ່າຄອງຊີບທີ່ເປັນຈິງ ໃນປັດຈຸບັນນີ້ ກໍໄດ້ເປັນຜົນເຮັດໃຫ້ລັດຖະບານລາວ ຈະຕ້ອງຈັດເກັບລາຍຮັບໃຫ້ເພີ້ມຂຶ້ນເປັນ 19 ເປີເຊັນ ຂອງມູນຄ່າ GDP ຈຶ່ງຈະພຽງພໍຕໍ່ການປັບຂຶ້ນເງິນອຸດໜູນດັ່ງກ່າວ ທັງນີ້ ມາດຕະການທີ່ລັດຖະບານລາວ ໄດ້ຈັດຕັ້ງປະຕິບັດກໍຄືການອອກພັນທະບັດຊະນິດດຽວກັນຄັ້ງທີ 2 ນັບແຕ່ເດືອນມິຖຸນາ 2022 ເປັນຕົ້ນມາ ໂດຍການອອກພັນທະບັດຄັ້ງທີ 1 ນັ້ນ ມີມູນຄ່າລວມເຖິງ 5,000 ຕື້ກີບ ແຕ່ວ່າ ຈຳໜ່າຍບໍ່ໝົດ ຈຶ່ງເຮັດໃຫ້ລັດຖະບານລາວ ຕ້ອງດຳເນີນມາດຕະການດ້ານອື່ນໄປດ້ວຍ ດັ່ງທີ່ທ່ານບຸນເຫລືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ໃຫ້ການຢືນຢັນວ່າ:
“ທະນາຄານແຫ່ງ ສປປ ລາວ ໄດ້ປັບອັດຕາສ່ວນເງິນແຮຝາກບັງຄັບຈາກ 3 ເປີເຊັນ ເປັນ 5 ເປີເຊັນ ສໍາລັບສະກຸນເງິນກີບໃນຕົ້ນເດືອນພຶດສະພາ. ແລະ ກໍໄດ້ປັບອັດຕາດອກເບ້ຍພື້ນຖານ 2 ຄັ້ງ ໃນເດືອນ 5 ແລະ ກະໃນເດືອນຕຸລາ ຈາກ 3 ເປີເຊັນ ເປັນ 6.5 ເປີເຊັນ ຕໍ່ປີ ສໍາລັບເງິນກູ້ໄລຍະສັ້ນບໍ່ເກີນ 7 ວັນ ໄດ້ຈຳໜ່າຍພັນທະບັດໄລຍະສັ້ນ 6 ເດືອນ ໃນອັດຕາດອກເບ້ຍ 20 ເປີເຊັນ. ແລະ ໄດ້ມາສິ້ນສຸດ ຢູ່ໃນວັນທີ 15 ພະຈິກທີ່ຜ່ານມານີ້, ການຈຳໜ່າຍທັງໝົດແມ່ນໄດ້ 4,614 ຕື້ກີບ ຫຼືປະມານ 92.28 ເປີເຊັນ ຂອງຈຳນວນສະເໜີອອກທັງໝົດ 5,000 ຕື້ກີບ.”
ທັງນີ້ ລັດຖະບານລາວໄດ້ປະເຊີນກັບການມີໜີ້ສິນສາທາລະນະເພີ້ມຂຶ້ນຢ່າງຕໍ່ເນື່ອງ ແລະມີລັກສະນະທີ່ກ້າວກະໂດດ ນັບແຕ່ປີ 2010 ເປັນຕົ້ນມາ, ໂດຍມີສາເຫດສຳຄັນມາຈາກການຈັດເກັບລາຍຮັບໄດ້ຕໍ່າກວ່າ ແຜນການທຸກປີ ຈຶ່ງເຮັດໃຫ້ຕ້ອງກູ້ຢືມເງິນຈາກຕ່າງປະເທດ ເພື່ອນຳມາໃຊ້ເພື່ອດຸ່ນດ່ຽງດ້ານລາຍຈ່າຍ ທີ່ສູງກວ່າລາຍຮັບ ມາໂດຍຕະຫລອດ ຊຶ່ງຜົນທີ່ຕາມມາກໍຄືໜີ້ທີ່ເພີ້ມຂຶ້ນດັ່ງກ່າວໄດ້ເຮັດໃຫ້ລັດຖະບານ ລາວ ມີພັນທະຕ້ອງຊໍາລະຫນີ້ຄືນເພີ້ມຂຶ້ນທຸກປີ ອີກດ້ວຍເຊັ່ນກັນ ໂດຍເຫັນໄດ້ຈາກການທີ່ລັດຖະບານ ລາວ ມີພັນທະທີ່ຈະຕ້ອງຊຳລະໜີ້ຕ່າງປະເທດພຽງ 160 ລ້ານໂດລາ ໃນປີ 2010 ເພີ້ມຂຶ້ນເປັນ 1,4 ຕື້ ໂດລາໃນປີ 2022 ແລະ ຫຼາຍກວ່າ 1,7 ຕື້ໂດລາ ໃນປີ 2023. ດັ່ງນັ້ນ ຈຶ່ງເຮັດໃຫ້ລັດຖະບານລາວ ຈະຕ້ອງເພີ້ມປະສິດທິພາບໃນການຈັດເກັບລາຍຮັບໃຫ້ໄດ້ສູງຂຶ້ນ ໂດຍຖ້າຫາກວ່າ ເສດຖະກິດລາວ ໄດ້ກັບຄືນໄປສູ່ສະພາບປົກກະຕິໃນ 6 ເດືອນຕົ້ນປີ 2023 ນີ້ກໍຄາດວ່າລັດຖະບານລາວຈະມີລາຍຮັບເພີ້ມຂຶ້ນແນ່ນອນ ດັ່ງທີ່ ດຣ. ອັດ ພິສານວານິດ, ຜູ້ອຳນວຍການສູນສຶກສາການຄ້າລະຫວ່າງປະເທດ, ມະຫາວິທະຍາໄລສະພາການຄ້າໄທໄດ້ຢືນຢັນວ່າ:
“ລາວເພິ່ງພານັກທ່ອງທ່ຽວຈາກຕ່າງປະເທດ, ໂຄວິດເຂົ້າມາ ກໍເຂົ້າປະເທດລາວບໍ່ໄດ້ ເພາະສະນັ້ນ ລາຍໄດ້ຫຼັກກໍເຂົ້າປະເທດບໍ່ໄດ້, ເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລາວຫຼຸດລົງຢ່າງຫຼວງຫຼາຍ, ເພາະສະນັ້ນ ສິ່ງທີ່ໜ້າຈັບຕາເບິ່ງຕໍ່ໄປກໍຄື 6 ເດືອນໃນປີນີ້, ຊ່ວງຫົວລ້ຽວ-ຫົວຕໍ່ທີ່ສຳຄັນ ເພາະວ່າ ໃນບາງໂຄງການຫລັກໆ ເຊັ່ນໂຄງການລົດໄຟລາວ-ຈີນ ກໍໜ້າຈະໄດ້ຜົນດີດ້ານເສດຖະກິດ. ຂ້າພະເຈົ້າຄິດວ່າ ຄົນຈີນຈະເຂົ້າມາໃນ ສປປ ລາວ, ນັກທ່ອງທ່ຽວຕ່າງໆ ເຂົ້າໄປໃນ ສປປ ລາວ, ເສດຖະກິດລາວໜ້າຈະກັບຄືນມາ.”
ໜີ້ສາທາລະນະຂອງລັດຖະບານລາວຍັງມີທ່າອ່ຽງເພີ້ມຂຶ້ນຢ່າງຕໍ່ເນື່ອງ ເພາະວ່າລັດຖະບານລາວຈັດເກັບລາຍຮັບໄດ້ຕໍ່າກວ່າແຜນການທຸກປີ ໃນຂະນະທີ່ການທຸດຈະລິດໃນວົງການພັກ ແລະລັດກໍຍັງເກີດຂຶ້ນຢ່າງກວ້າງ ຂວາງ ສ່ວນການປາບປາມກໍມີປະສິດທິພາບຕໍ່າ ຈຶ່ງເຮັດໃຫ້ລັດຖະບານລາວຕ້ອງກູ້ຢືມເງິນ ເພີ່ມຂຶ້ນທັງພາຍໃນ ແລະ ຈາກຕ່າງປະເທດ ທັງນີ້ໂດຍນັບເຖິງທ້າຍປີ 2022 ລັດຖະບານລາວ ມີໜີ້ສິນ ລວມ 177,625 ຕື້ກີບ ເທົ່າກັບ 92.4 ເປີເຊັນຂອງ GDP ໃນປີ 2022 ໃນນີ້ແບ່ງເປັນໜີ້ສິນ ຕ່າງປະເທດ 75 ເປີເຊັນ, ໜີ້ພາຍໃນປະເທດ 25 ເປີເຊັນ ໂດຍທີ່ບັນດາລັດວິສາຫະກິດ ກໍຄືພາກສ່ວນ ທີ່ໄດ້ສ້າງພາລະໜີ້ສິນ ຄຶດເປັນສັດສ່ວນເຖິງ 65 ເປີເຊັນ ຂອງໜີ້ສິນທັງໝົດ.