ການອະນຸຍາດໃຫ້ສຳປະທານທີ່ດິນທີ່ບໍ່ໂປ່ງໃສເຮັດໃຫ້ເກີດບັນຫາຂັດແຍ້ງຢ່າງກວ້າງຂວາງໃນສັງຄົມລາວ ສ່ວນການອອກໃບຕາດິນໃຫ້ປະຊາຊົນກໍຍັງປະຕິບັດໄດ້ພຽງ 10 ເປີເຊັນເທົ່ານັ້ນຂອງແຜນການປີ 2023.
ເຈົ້າໜ້າທີ່ກວດກາພັກ-ລັດ ເປີດເຜີຍວ່າການອະນຸຍາດໃຫ້ສຳປະທານທີ່ດິນທີ່ບໍ່ໂປ່ງໃສໂດຍບັນດາພະນັກງານລັດຍັງເປັນບັນຫາທີ່ເກີດຂຶ້ນຢ່າງກວ້າງຂວາງ ແລະ ບໍ່ພຽງແຕ່ຈະເຮັດໃຫ້ບັດຖະບານຕ້ອງສູນເສຍລາຍໄດ້ຢ່າງຫຼວງຫຼາຍເທົ່ານັ້ນ ຫາກແຕ່ຍັງເຮັດໃຫ້ເກີດບັນຫາຂັດແຍ້ງໃນສັງຄົມລາວເພີ່ມຂຶ້ນອີກດ້ວຍ ເພາະປາກົດວ່າການອະນຸຍາດສຳປະທານທີ່ດິນທີ່ບໍ່ໂປ່ງໃສນັ້ນໄດ້ກວມເອົາທີ່ດິນຂອງປະຊາຊົນລາວຢ່າງກວ້າງຂວາງໃນທົ່ວປະເທດທັງຍັງມີການອະນຸຍາດສຳປະທານທີ່ດິນທີ່ມີລັກສະນະທີ່ເປັນການປົກປິດຂໍ້ມູນໂຄງການເພື່ອຫຼົບຫຼີກການຊຳລະຄ່າສຳປະທານ ແລະ ຄ່າພາສີອາກອນຕ່າງໆອີກດ້ວຍ ໂດຍສະເພາະແມ່ນໃນບັນດາແຂວງທີ່ມີເຂດຕິດຕໍ່ຊາຍແດນກັບ ຈີນ ແລະ ຫວຽດນາມນັ້ນກໍຄືເຂດທີ່ມີບັນຫາປົກປິດຂໍ້ມູນໂຄງການຫຼາຍທີ່ສຸດ ເຊັ່ນກໍລະນີທີ່ກວດພົບໃນແຂວງອັດຕະປື ດັ່ງທີ່ເຈົ້າໜ້າທີ່ລາວຢືນຢັນວ່າ
“ການອະນຸຍາດລົງທຶນແມ່ນມີຫຼາຍເນາະ ແຕ່ສັນຍາເຊົ່າຜັດມີໜ້ອຍ ແລະ ການອະນຸຍາດໃຫ້ເຊົ່າທີ່ດິນກະຍັງບໍ່ທັນໄດ້ລວມສູນຕາມກົດໝາຍຂອງຊັບສິນຂອງລັດເປັນຕົ້ນບົດວິພາກແນວນຶ່ງ ເວລາຈັດຕັ້ງປະຕິບັດຫັ້ນກະແນວນຶ່ງບາງໂຄງການນີ້ສຳປະທານແລ້ວ ຜັດບໍ່ໄດ້ດຳເນີນກິດຈະການນີ້ກະມີຫຼາຍ ແລະ ບາງໂຄງການກະບໍ່ມີຕົນໂຕເນາະ ມີແຕ່ຊື່ຊື່ໆ ຍົກຕົວຢ່າງຄືແຂວງທີ່ຂ້າພະເຈົ້າຄຸ້ມຄອງມີ 14 ຫົວໜ່ວຍ ແລ້ວມີແຕ່ 12 ບັດ 2 ໂຄງການລະບໍ່ມີຕົນມີໂຕເນາະ.”
ສ່ວນກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມລາຍງານວ່າການອອກໃບຕາດິນໃຫ້ປະຊາຊົນ ລາວ ໃນປີ 2023 ໄດ້ວາງເປົ້າໝາຍໄວ້ທັງໝົດ 400,000 ຕອນແຕ່ການຈັດຕັງປະຕິບັດຕົວຈິງໃນໄລຍະ 6 ເດືອນທີ່ຜ່ານມາຍັງສາມາດປະຕິບັດໄດ້ພຽງ 10 ເປີເຊັນຂອງແຜນການເທົ່ານັ້ນທັງຍັງຈັດຕັ້ງປະຕິບັດໄດ້ຕ່ຳກວ່າ 5 ເປີເຊັນຂອງແຜນການອອກໃບຕາດິນໃຫ້ກັບປະຊາຊົນໃຫ້ໄດ້ເຖິງ 1.6 ລ້ານຕອນພາຍໃນປີ 2025 ອີກດ້ວຍ ດັ່ງທີ່ທ່ານນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ຖະແຫຼງຍອມຮັບວ່າ
“ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 9 ນີ້ໄດ້ວາງຄາດໝາຍໃນການອອກໃບຕາດິນໃຫ້ໄດ້ 1.6 ລ້ານຕອນນັບແຕ່ການຂຶ້ນທະບຽນອອກໃບຕາດິນປີ 1995 ມາຮອດເດືອນພຶດສະພາ 2023 ທົ່ວປະເທດສາມາດອອກໃບຕາດິນໄດ້ທັງໝົດ 1,782,300 ຕອນ ສຳມະໂນຕອນດິນທົ່ວປະເທດເຮົາມີຢູ່ 3,000 ກວ່າຕອນ ປັດຈຸບັນພວມສືບຕໍ່ 632 ຕອນສຸມໃສ່ການອອກໃບຕາດິນໃຫ້ໄດ້ 4 ແສນກວ່າຕອນສຳລັບປີ 2023 ການຈັດຕັ້ງປະຕິບັດຕົວຈິງສາມາດປະຕິບັດໄດ້ພຽງ 10 ເປີເຊັນຂອງແຜນການ.”
ສາເຫດສຳຄັນທີ່ທາງການລາວສາມາດອອກໃບຕາດິນໄດ້ຕ່ຳກວ່າແຜນການດັ່ງກ່າວກໍເພາະວ່າກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມມີໜ່ວຍວັດແທກທີ່ດິນຢ່າງຈຳກັດ ແລະ ຍັງບໍ່ທັນມີເທັກໂນໂລຈີທີ່ທັນສະໄໝເພື່ອໃຊ້ໃນການວັດແທກລວມທັງຍັງບໍ່ມີຖານຂໍ້ມູນທີ່ດິນທີ່ເຊື່ອມຕໍ່ກັນໃນທົ່ວປະເທດດ້ວຍເທັກໂນໂລຈີທີ່ທັນສະໄໝ ແລະ ຍັງຂາດແຄນດ້ານບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດອີກດ້ວຍ.
ພາຍໃຕ້ສະພາບການດັ່ງກ່າວຍັງໄດ້ເຮັດໃຫ້ມີບັນຫາຂັດແຍ້ງກ່ຽວກັບການຖືຄອງທີ່ດິນທີ່ເກີດຈາກການອະນຸຍາດສຳປະທານທີ່ດິນໃຫ້ແກ່ບັນດາບໍລິສັດເອກະຊົນລາວ ແລະ ຕ່າງຊາດໄດ້ໄປກວມເອົາທີ່ດິນຂອງປະຊາຊົນລາວຢ່າງກວ້າງຂວາງ ໃນຂະນະທີ່ການອອກໃບຕາດິນກໍບໍ່ໄດ້ປະຕິບັດຕາມກົດໝາຍດ້ວຍນັ້ນຍັງເຮັດໃຫ້ມີການສໍ້ໂກງ ແລະ ຍາດແຍ່ງເອົາທີ່ດິນຂອງປະຊາຊົນໂດຍບັນດາພະນັກງານລັດ ແລະ ບັນດາບໍລິສັດເອກະຊົນເກີດຂຶ້ນຢ່າງກວ້າງຂວາງອີກດ້ວຍ ໃນນີ້ກໍລວມເຖິງການປອມແປງໃບຕາດິນ, ການຈັດທຳນິຕິກຳຊ້ຳຊ້ອນກ່ຽວກັບທີ່ດິນ ລວມເຖິງການອອກໃບຕາດິນທີ່ໄປກວມເອົາເຂດປ່າໄມ້ຂອງລັດດ້ວຍ.
ສ່ວນຜູ້ປະສານງານອົງການທີ່ບໍ່ຂຶ້ນກັບລັດຖະບານໃນລາວເປີດເຜີຍວ່າບັນຫາຫຍຸ້ງຍາກທີ່ເກີດຂຶ້ນຢ່າງກວ້າງຂວາງໃນລາວຄືການຂັດແຍ້ງກ່ຽວກັບສຳປະທານຂຸດຄົ້ນແຮ່ທາດລະຫວ່າງປະຊາຊົນກັບພາກລັດ ແລະ ນັກລົງທຶນທີ່ໄດ້ມີການຟ້ອງຮ້ອງເປັນຄະດີໃນສານປະຊາຊົນເພີ່ມຂຶ້ນ ໂດຍລັດຖະບານໄດ້ອະນຸຍາດໃຫ້ສຳປະທານຂຸດຄົ້ນແຮ່ທາດໄປແລ້ວ 649 ລາຍໃນ 942 ກິດຈະການ ແລະ ອະນຸຍາດສຳປະທານທີ່ດິນຈຳນວນ 1,758 ໂຄງການທີ່ມີພື້ນທີ່ລວມກວ່າ 11 ລ້ານເຮັກຕາ ແຕ່ກໍມີການນຳໃຊ້ທີ່ດິນຈິງ 6 ແສນກວ່າເຮັກຕາ ຫຼື 5 ເປີເຊັນຂອງພື້ນທີ່ສຳປະທານທັງໝົດ.