ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະ​ຫະ​ລັດ ສົ່ງ​ສານ ອວຍ​ພອນປີ​ໃໝ່ ມາ​ຍັງ ປະ​ຊາ​ຊົນ​ລາວ


ທ່ານ​ໄມ​ຄ໌ ພອມ​ພຽວ ລັດ​ຖະ​ມົນ​​ຕີການ​ຕ່າງ​ປະ​ເທດ​ ສ​ຫລ.
ທ່ານ​ໄມ​ຄ໌ ພອມ​ພຽວ ລັດ​ຖະ​ມົນ​​ຕີການ​ຕ່າງ​ປະ​ເທດ​ ສ​ຫລ.

ສ​ະ​ຫະ​ລັດ ສົ່ງ​ສານອວຍ​ພອນ ​ວັນ​ຂຶ້ນ​ປີ​ໃໝ່ ມາ​ຍັງ​ປະ​ຊາ​ຊົນ​ແລະ​ລັດ​ຖະ​ບານ ສ​ປ​ປ ລາວ.

ສານອວຍ​ພອນ​ກ່າວ​ວ່າ ໃນ​ຖາ​ນະ​ທີ່​ເປັນ​ຜູ້​ຕາງ​ໜ້າໃຫ້​ລັດ​ຖະ​ບານ​ຂອງ​ສະ​ຫະ​ລັດ
ອາ​ເມ​ຣິ​ກາ, ຂ້າ​ພະ​ເຈົ້າ​ຂໍ​ສົ່ງຄວາມປາດ​ຖະ​ໜາ​ດີ ມາ​ຍັງປະ​ຊາ​ຊົນ ສ​ປ​ປ ​ລາວ​ທຸກ
​ຖ້ວນ​ໜ້າ ໃນ​ຂະ​ນະ​ທີ່ພວກ​ທ່ານ​ພາ​ກັນ​ສະ​ເຫຼີມ​ສະ​ຫຼອງ “​ປີ​ໃໝ່ລາວ” ​ໃນວັນ​ທີ 14
ຫາ ວັນ​ທີ 16 ເມ​ສານີ້.​

ສານອວຍ​ພອນ ກ່າວ​ຕື່ມ​ວ່າ ການ​ຮ່ວມ​ມື​ຂອງ​ພວກ​ເຮົາ​ແມ່ນ​ເຂັ້ມ​ແຂງ ພາຍ​ໃຕ້ການ​
ເປັນພາ​ຄີ​ແບບກວມ​ລວມ ລະ​ຫວ່າງ ສະ​ຫະ​ລັດ ກັບ ລາວ ພ້ອມ​ທັງຜ່ານ​ກຸ່ມ​ປະ​ເທດ​
ອາ​ຊຽນ​ນຳ ແລະ​ກອງ​ປະ​ຊຸມ​ຫຼາຍ​ຝ່າຍ​ອື່ນໆ. ການ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຂອງ
​ພວກ​ເຮົາຕໍ່ເປົ້າ​ໝາຍ​ໃນ​ການ​ພັດ​ທະ​ນາ ຂອງລັດ​ຖະ​ບານ​ລາວ ​ແລະ​ສາຍ​ສຳ​ພັນອັນ
​ອົບ​ອຸ່ນລະ​ຫວ່າງ​ປະ​ຊາ​ຊົນກັບ​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ ແມ່ນ​ໄດ້​ສະ​ແດງ​ອອກ​ໃຫ້​
ເຫັນ​ເຖິງ​ຄວາມ​ໝາຍ​ໝັ້ນ​ຕັ້ງ​ໃຈຂອງ​ພວກ​ເຮົາທີ່​ຈະເສີມ​ຂະ​ຫຍາຍແລະ​ສ້າງ​ຄວາມ​
ເຂັ້ມ​ແຂງ ​ໃຫ້ຄວາມ​ສຳ​ພັນ​ຂອງ​ພວກ​ເຮົາ ​ແໜ້ນ​ແຟ້ນຂຶ້ນກວ່າ​ເກົ່າ.

ສານອວຍ​ພອນ​ກ່າວ​ສະ​ຫລຸບ​ວ່າ ຂ້າ​ພະ​ເຈົ້າ ຂໍ​ອວຍ​ໄຊ​ໃຫ້​ພອນ​ແດ່​ປະ​ຊາ​ຊົນ​ລາວ
ທຸກ​ຖ້ວນໜ້າ ຈົ່ງ​ປະ​ສົບ​ແຕ່​ຄວາມ​ຜາ​ສຸກເບີກ​ບານ​ມ່ວນ​ຊື່ນ ແລະວັດ​ທະ​ນາ​ຖາ​ວອນ.

On behalf of the Government of the United States of America, I extend best wishes to the people of the Lao People’s Democratic Republic as you celebrate “Pi Mai Lao” from April 14 to 16.

Our broad cooperation is strong under the U.S.-Laos Comprehensive Partnership as well as through ASEAN and other multilateral forums. Our continued support for the Lao government’s development goals and our warm people-to-people ties demonstrate our commitment to further expanding and strengthening our relationship.

I wish all Lao people a New Year filled with joy and prosperity.

Morgan Ortagus
Department Spokesperson

XS
SM
MD
LG