ກອງປະຊຸມສະໄໝສາມັນຄັ້ງທີ 10 ຂອງສະພາແຫ່ງຊາດລາວ ຊຸດທີ 6 ທີ່ໄດ້ເລີ້ມໄຂຂຶ້ນ
ນັບແຕ່ວັນທີ 14 ທັນວາເປັນຕົ້ນມາ ໄດ້ອັດລົງຢ່າງເປັນທາງການ ໃນຕອນແລງວັນທີ
23 ທັນວານີ້ ດ້ວຍການລົງມະຕິຮັບຮອງເອົາການລາອອກຈາກຕໍາແໜ່ງນາຍົກລັດຖະມົນຕີ
ຂອງທ່ານ ບົວສອນ ບຸບຜາວັນ ແລະກໍໄດ້ມີມະຕິເລືອກຕັ້ງໃຫ້ທ່ານ ທອງສິງ ທໍາມະວົງ
ເປັນນາຍົກລັດຖະມົນຕີຄົນໃໝ່ ຕາມການນໍາສະເໜີຂອງທ່ານ ຈູມມະລີ ໄຊຍະສອນ, ປະ
ທານປະເທດລາວ ແລະພ້ອມກັນນັ້ນ ກອງປະຊຸມກໍຍັງໄດ້ແຕ່ງຕັ້ງໃຫ້ທ່ານນາງປານີ ຢາທໍຕູ້
ເປັນປະທານສະພາແຫ່ງຊາດລາວ ຄົນໃໝ່ອີກດ້ວຍ.
ໃນການລາອອກຈາກຕໍາແໜ່ງນາຍົກລັດຖະມົນຕີຂອງທ່ານ
ບົວສອນໃນຄັ້ງນີ້ ທ່ານໄດ້ໃຫ້ເຫດຜົນກ່ຽວກັບບັນຫາຄອບ
ຄົວ. ສ່ວນທາງດ້ານທ່ານທອງສິງ ໃນຖານະນາຍົກລັດຖະ
ມົນຕີຄົນໃໝ່ຂອງລາວນັ້ນ ກໍໄດ້ໃຫ້ການຢືນຢັນວ່າ ທ່ານ
ຈະປະຕິບັດໜ້າທີ່ຢ່າງດີທີ່ສຸດ ດ້ວຍການປະຕິບັດກົດໝາຍ
ຢ່າງເຄັ່ງຄັດ, ມີຄວາມໂປ່ງໃສ, ມີເອກະພາບແລະເສີມສ້າງ
ເງື່ອນໄຂສະດວກ ໃຫ້ແກ່ພາກທຸລະກິດການຄ້າ, ການລົງ
ທຶນ, ລວມເຖິງການພັດທະນາເພື່ອຍົກລະດັບຄວາມເປັນຢູ່
ທີ່ດີຂຶ້ນຂອງປະຊາຊົນບັນດາເຜົ່າ ທີ່ມີຄວາມສະເໝີພາບກັນ ພາຍໃຕ້ກົດໝາຍ.
ໃນລະຫວ່າງການປະຕິບັດໜ້າທີ່ໃນຖານະປະທານສະພາ
ແຫ່ງຊາດໃນໄລຍະ 5 ປີຜ່ານມານີ້ ທ່ານທອງສິງ ທຳມະ
ວົງ ກໍໄດ້ວິພາກວິຈານການບໍລິຫານງານຂອງລັດຖະບານ
ລາວ ທີ່ມີທ່ານບົວສອນ ເປັນນາຍົກມາໂດຍຕະຫລອດ
ແລະໃນຄັ້ງຫລ້າສຸດ ກໍຄື ໃນຖານະປະທານສະພາແຫ່ງຊາດໃນມື້ສຸດທ້າຍນັ້ນ ທ່ານທອງ
ສິງ ກໍໄດ້ວິພາກວິຈານການບໍລິຫານງານຂອງຄະນະລັດຖະບານລາວ ໂດຍຜ່ານບົດລາຍ
ງານການເມືອງຂອງພັກປະຊາຊົນປະຕິວັດລາວ ສະໄໝທີ 9 ໃນຕອນນຶ່ງວ່າ:
“ການປະຕິບັດພາລະບົດບາດຂອງອົງການລັດ ເວົ້າ
ເຖິງການຄຸ້ມຄອງບໍລິຫານລັດ ເວົ້າລວມຍັງຂາດ
ຄວາມສັກສິດ ຂາດຄວາມເຂັ້ມງວດ ໃນການປະຕິບັດກົດໝາຍ ແລະການບໍລິການຮັບໃຊ້ປະຊາຊົນນີ້ ກະ ຍັງບໍ່ທັນດີ, ທັງຍັງບໍ່ທັນແທດເຖິງ ຍັງຫລາຍບັນຫາ ທີ່ອືດອາດ ຊັກຊ້າຖ່ວງດຶງ ແລະຫລາຍບັນຫາທີ່ບໍ່ຈຳເປັນໃນລະບົບການຄຸ້ມຄອງ, ລະບົບການບໍລິການປະຊາຊົນຂອງພວກເຮົານີ້ ຍັງມີບັນຫາ.”
ທ່ານ ທອງສິງ ເຄີຍດໍາລົງຕໍາແໜ່ງລັດຖະມົນຕີວ່າການ
ກະຊວງວັດທະນາທໍາໃນຊ່ວງປີ 1983 -1988, ຕໍ່ຈາກ
ນັ້ນ ກໍໄດ້ຮັບຕຳແໜ່ງເຈົ້າຄອງເຂດກຳແພງນະຄອນ
ວຽງຈັນໃນຊ່ວງປີ 2002-2006 ແລະຕິດຕາມດ້ວຍການ
ເປັນປະທານສະພາແຫ່ງຊາດລາວ ຊຸດທີ່ 6 ໃນປີ 2006 ຈົນເຖິງວັນທີ 23 ທັນວາ 2010.
ສ່ວນທ່ານ ບົວສອນ ກໍໄດ້ກ້າວຂຶ້ນສູ່ຕຳແໜ່ງນາຍົກລັດຖະມົນຕີຂອງລາວໃນເດືອນມິຖຸນາ
2006 ແລະຈົນເຖິງມື້ລາອອກຈາກຕຳແໜ່ງນັ້ນ ທ່ານກໍໄດ້ປະຕິບັດໜ້າທີ່ໃນຖານະນາຍົກ
ລັດຖະມົນຕີ ນັບເປັນເວລາໄດ້ 4 ປີກັບ 6 ເດືອນພໍດີ.
ກອງປະຊຸມຄັ້ງຫລ້າສຸດນີ້ ຖືເປັນຄັ້ງສຸດທ້າຍຂອງສະພາແຫ່ງຊາດລາວຊຸດທີ່ 6. ດ້ວຍເຫດນີ້ ຈຶ່ງໄດ້ມີການຮັບຮອງເອົາກົດໝາຍວ່າດ້ວຍສະພາແຫ່ງຊາດ ແລະກົດໝາຍວ່າດ້ວຍການ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ສະບັບດັດແກ້ໃໝ່ ເພື່ອຮອງຮັບການເລືອກຕັ້ງສະມາ ຊິກສະພາແຫ່ງຊາດຊຸດໃໝ່ ກໍຄືຊຸດທີ່ 7 ທີ່ຈະມີຂຶ້ນຢ່າງເປັນທາງການໃນຕົ້ນປີ 2011 ເປັນ ຕົ້ນໄປ.
ນອກຈາກນີ້ ກອງປະຊຸມຍັງໄດ້ຮັບຮອງເອົາກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດ ກົດໝາຍວ່າດ້ວຍການວັດແທກແຜນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດສະບັບທີ່ 7 ຈາກປີ 2011 ຫາປີ 2015 ແລະບົດລາຍງານກ່ຽວກັບໂຄງການທາງລົດໄຟຄວາມໄວສູງ ເຊື່ອມຕໍ່ລະຫວ່າງລາວກັບຈີນ ເປັນຕົ້ນ.