ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວຕັ້ງເປົ້າໝາຍ ຈະຍາດເອົາ ຫລຽນຄໍາໃຫ້ໄດ້ 10 ຫລຽນ ໃນຊີເກມ ຄັ້ງທີ 26 ນີ້


ພິທີເປີດກິລາຊີເກມຄັ້ງທີ 26 ທີ່ໄດ້ຈັດຂຶ້ນທີ່ອິນໂດເນເຊຍໃນວັນທີ 11 ເດືອນ 11, 2011 ທີ່ຜ່ານມານີ້.
ພິທີເປີດກິລາຊີເກມຄັ້ງທີ 26 ທີ່ໄດ້ຈັດຂຶ້ນທີ່ອິນໂດເນເຊຍໃນວັນທີ 11 ເດືອນ 11, 2011 ທີ່ຜ່ານມານີ້.

ຄະນະນັກກິລາທີມຊາດລາວ ຕັ້ງເປົ້າໝາຍທີ່ຈະຍາດໃຫ້ໄດ້ 10 ຫຼຽນຄໍາໃນການແຂ່ງຂັນ ກິລາຊີເກມຄັ້ງທີ 26 ຢູ່ປະເທດອິນໂດເນເຊຍ. ສ່ວນທີມບານເຕະ ກໍຕັ້ງເປົ້າໝາຍທີ່ຈະ ຮັກສາອັນດັບທີ 4 ໃຫ້ໄດ້.

ການແຂ່ງຂັນກິລາຊີເກມຄັ້ງທີ 26 ຢູ່ປະເທດ ອິນໂດເນເຊຍ ທີ່ໄດ້ມີພີທີເປີດການແຂ່ງຂັນ
ຢ່າງເປັນທາງ ການໃນຄືນຂອງວັນທີ 11 ພະຈິກ 2011 ທີ່ຜ່ານມາ ແລະ ການແຂ່ງຂັນ ກໍຍັງຈະດໍາເນີນໄປຈົນເຖິງວັນທີ 22 ພະຈິກ 2011 ນັ້ນ. ທາງການລາວກໍໄດ້ສົ່ງຄະນະ ນັກກິລາທີມຊາດເຂົ້າຮ່ວມໃນການແຂ່ງຂັນ ຄັ້ງນີ້ດ້ວຍຈໍານວນທັງໝົດ 211 ຄົນໃນ 25 ປະເພດກິລາຈາກທີ່ມີການແຂ່ງຂັນທັງໝົດ 44 ປະເພດກິລາ ເພື່ອຊິງໄຊເອົາ 542
ຫຼຽນຄໍາ ເຊິ່ງໃນນັ້ນກໍປະກົດວ່າຄະນະນັກກິລາທີມຊາດລາວ ໄດ້ຕັ້ງເປົ້າໝາຍທີ່ຈະຍາດ
ໃຫ້ໄດ້ພຽງແຕ່ 10 ຫຼຽນຄໍາເທົ່ານັ້ນ ຫຼືລົດລົງຈາກການແຂ່ງຂັນກິລາຊີເກມຄັ້ງທີ 25
ເຖິງ 23 ຫຼຽນຄໍາ.

ທັງນີ້ ປະເພດກິລາທີ່ທີມຊາດລາວໄດ້ຕັ້ງຄວາມຫວັງໄວ້ສູງທີ່ໃນສຸດນັ້ນກໍຄືເປຕັງ ແລະ
ເທຄວັນໂດ, ສ່ວນກິລາບານເຕະທີມຊາຍທີ່ລາວເຄີຍໄດ້ອັນດັບທີ່ 4 ໃນການແຂ່ງຂັນກິລາ
ຊີເກມຄັ້ງທີ່ 25 ທີ່ລາວໄດ້ເປັນເຈົ້າພາບຈັດການແຂ່ງຂັນໃນທ້າຍປີ 2009 ຢູ່ນະຄອນຫຼວງ
ວຽງຈັນນັ້ນ. ທາງການລາວກໍໄດ້ຕັ້ງເປົ້າໝາຍທີ່ຈະພະຍາຍາມຮັກສາອັນດັບທີ່ 4 ໃຫ້ໄດ້
ໃນການແຂ່ງຂັນຄັ້ງນີ້ ດັ່ງທີ່ ທ່ານ ປະສາດໄຊ ພີລະພັນເດດ ຮອງປະທານສະຫະພັນກິລາ
ບານເຕະແຫ່ງຊາດ ແລະ ຜູ້ຈັດການບານເຕະທີມຊາດລາວ ໄດ້ກ່າວວ່າ:

ເປົ້າໝາຍຫຼັກສຸດຂອງກິລາຊີເກມຊຸດນີ້ ທາງສະຫະພັນໄດ້ມອບໝາຍໃຫ້ພວກ
ເຮົາວ່າຢ່າງໜ້ອຍສຸດ ຕ້ອງຮັກສາອັນດັບຂອງຊີເກມຄັ້ງທີ 25 ທີ່ຜ່ານມາກໍຄື 1
ໃນ 4 ທີມ ຫຼື ທີ 4. ຄັນຊັ້ນ ພວກເຮົາກະຕ້ອງໄດ້ເຮັດສຸດຂີດ ເພື່ອເຮັດໃຫ້ຮັກ
ສາເປົ້າໝາຍຕົວນີ້ໃຫ້ໄດ້, ຂ້າພະເຈົ້າກະຂໍຮຽກຮ້ອງໃຫ້ ທາງປະຊາຊົນທຸກຊັ້ນ ຄົນຈົ່ງໃຫ້ກໍາລັງໃຈກັບທີມຊາດຊຸດນີ້.

ພິທີເປີດກິລາຊີເກມຄັ້ງທີ 26 ຈັດຂຶ້ນທີ່ອິນໂດ ເນເຊຍໃນວັນທີ 11 ເດືອນ 11,2011
ພິທີເປີດກິລາຊີເກມຄັ້ງທີ 26 ຈັດຂຶ້ນທີ່ອິນໂດ ເນເຊຍໃນວັນທີ 11 ເດືອນ 11,2011

ແຕ່ຢ່າງໃດກໍຕາມການທີ່ນັກ ກິລາບານເຕະທີມຊາດລາວ
ຈະສາມາດໄປເຖິງເປົ້າໝາຍທີ່
ວາງໄວ້ນັ້ນກໍຄົງຈະເປັນການ
ຍາກ ຫຼືເປັນໄປບໍ່ໄດ້ແລ້ວ.
ເນື່ອງຈາກວ່າຜົນການແຂ່ງຂັນ
ຂອງນັກກິລາບານເຕະທີມຊາດ
ລາວໃນ 4 ຄັ້ງທີ່ຜ່ານມາ ກໍປະ
ກົດວ່າ ນັກກິລາບານເຕະທີມ
ຊາດລາວສາມາດຍາດເອົາໄຊ
ຊະນະໄດ້ພຽງແຕ່ຄັ້ງດຽວເທົ່າ
ນັ້ນ, ກໍຄືຊະນະທີມຊາດຕີມໍຕາເວັນອອກ 3 ປະຕູຕໍ່ 0, ສ່ວນອີກ 3 ຄັ້ງນັ້ນ ກໍສະເໝີ 1
ຄັ້ງ ແລະ ປະລາໄຊ 2 ຄັ້ງ ໂດຍມີພຽງ 4 ຄະແນນ ໃນຂະນະທີ່ຍັງຄົງເຫຼືອການແຂ່ງຂັນ
ອີກພຽງແຕ່ຄັ້ງດຽວເທົ່ານັ້ນ.

ຍິ່ງໄປກວ່ານັ້ນ, ເມື່ອປະກອບກັບການທີ່ 2 ທີມທີ່ຢູ່ໃນກຸ່ມ B ດຽວກັນກັບລາວ ກໍຄືບານ
ເຕະທີມຊາດຫວຽດນາມ ແລະທີມຊາດມຽນມ້າ ຫຼື ພະມ້າມີຄະແນນສະສົມແລ້ວທີມລະ 10
ຄະແນນ ແລະກໍຍັງຄົງເຫຼືອການແຂ່ງຂັນອີກພຽງແຕ່ຄັ້ງດຽວຄືກັນກັບທີມຊາດລາວດ້ວຍ
ແລ້ວ, ຈຶ່ງເປັນທີ່ແນ່ນອນແລ້ວວ່າທັງທີມຊາດຫວຽດນາມ ແລະ ທີມຊາດພະມ້າ ກໍຄືສອງ
ທີມໃນກຸ່ມ B ທີ່ຈະເຂົ້າໄປໃນຮອບຊິງຊະນະເລີດເຊັ່ນດຽວກັນກັບທີມຊາດອີນໂດເນເຊຍ
ແລະມາເລເຊຍໃນກຸ່ມ A , ຊື່ງກໍໝາຍຄວາມວ່າ ທັງທີມຊາດໄທ ແລະ ສິງກະໂປ ກໍ
ຕ້ອງຕົກຮອບ ໄປຄືກັນກັບບານເຕະທີມຊາດ ລາວນັ້ນເອງ.

ທຸງຂອງບັນດາປະເທດທີ່ເຂົ້າຮ່ວມກິລາ ຊີເກມ ທີ່ນະຄອນຈາກາຕາ, ປະເທດອິນໂດເນເຊຍ ໃນເດືອນ ພະຈິກ, 2011
ທຸງຂອງບັນດາປະເທດທີ່ເຂົ້າຮ່ວມກິລາ ຊີເກມ ທີ່ນະຄອນຈາກາຕາ, ປະເທດອິນໂດເນເຊຍ ໃນເດືອນ ພະຈິກ, 2011

ສ່ວນກ່ຽວກັບຜົນງານຂອງ
ຄະນະນັກກິລາທີມຊາດລາວ
ຈົນເຖິງຕອນບ່າຍວັນທີ 15
ພະຈິກ ກໍປະກົດວ່າຄະນະ
ນັກກິລາທີມຊາດລາວສາມາດ
ຍາດໄດ້ແລ້ວເຖິງ 4 ຫຼຽນຄໍາ,
3 ຫຼຽນເງິນກັບ 16 ຫຼຽນ
ທອງແດງ. ໂດຍສອງຫຼຽນຄໍາ
ທໍາອິດນັ້ນໄດ້ຈາກກິລາເປຕັງ
ປະເພດບຸກຄົນເພດຍິງ ແລະ
ກິລາຍິງປືນປະເພດເປົ້າເຄື່ອນ
ທີ່ເພດຍິງ. ສ່ວນນອກນັ້ນກໍ
ເປັນຫຼຽນລາງວັນທີ່ໄດ້ຈາກກິລາປະເພດສິນລະປະການປ້ອງກັນຕົວ ແລະສິນລະປະການຕໍ່ສູ້ ເປັນສ່ວນໃຫຍ່.

ສໍາລັບປະເທດ ອິນໂດເນເຊຍ ທີ່ເປັນເຈົ້າພາບຈັດການແຂ່ງຂັນຄັ້ງນີ້ກໍຍັງຄົງມີຫຼຽນລາງວັນ
ເປັນທີ 1 ຕິດຕາມດ້ວຍປະເທດ ໄທ, ຫວຽດນາມ, ສິງກະໂປ, ມາເລເຊຍ, ຟີລິບປີນ,
ລາວ, ກໍາປູເຈຍ, ພະມ້າ, ບຣູໄນ ແລະ ຕີມໍຕະເວັນອອກ ຕາມລໍາດັບ.

XS
SM
MD
LG