ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼວງພະບາງ ຈະເປັນເຈົ້າພາບ ຈັດການແຂ່ງຂັນກິລາ ແຫ່ງຊາດຄັ້ງທີ່ 9


ກິລາເທັກຄວັນໂດຊາຍຂອງລາວ
ກິລາເທັກຄວັນໂດຊາຍຂອງລາວ

ແຂວງຫຼວງພະບາງພ້ອມແລ້ວ ທີ່ຈະເປັນເຈົ້າພາບຈັດການແຂ່ງຂັນກິລາແຫ່ງຊາດຄັ້ງທີ່ 9 ຂະນະທີ່ທີມຊາດລາວ ບໍ່ສາມາດບັນລຸເປົ້າໝາຍໃນການແຂ່ງຂັນກິລາຊີເກມຄັ້ງທີ່ 26 ທີ່ ອິນໂດເນເຊຍໄດ້.

ທາງການແຂວງຫຼວງພະບາງໄດ້ປະກາດຄວາມພ້ອມໃນທຸກໆດ້ານໃນການເປັນເຈົ້າພາບຈັດ
ການແຂ່ງຂັນກິລາແຫ່ງຊາດຄັ້ງທີ່ 9 ຢູ່ເມືອງ ມໍລະດົກໂລກ ໃນລະຫວ່າງວັນທີ່ 13-21
ທັນວານີ້. ພ້ອມກັນນີ້ທາງສະຫະພັນກິລາຊະນິດຕ່າງໆ ຂອງແຂວງຫຼວງພະບາງເອງ ກໍ່ໄດ້
ສະແດງຄວາມພ້ອມໃນທຸກໆດ້ານ ທີ່ຈະພະຍາຍາມສູ້ຊົນເພື່ອຍາດເອົາຫຼຽນຄໍາໃຫ້ໄດ້ຫຼາຍທີ່
ສຸດອີກດ້ວຍ.

ຊຶ່ງຕໍ່ກໍລະນີດັ່ງກ່າວນີ້, ທ່ານ ຟ້າສະໜັ່ນ ທໍາມະວົງສາ ປະທານສະຫະພັນດອກປິກໄກ່
ແຂວງຫຼວງພະບາງ ກໍໄດ້ສະແດງຄວາມເຊື່ອໜັ້ນວ່າ ກິລາດອກປີກໄກ່ ກໍຄືກິລາຊະນິດນຶ່ງ
ທີ່ແຂວງຫຼວງພະບາງ ມີຄວາມພ້ອມທີ່ຈະຍາດແຍ່ງເອົາຫຼຽນຄໍາໄດ້ບໍ່ໜ້ອຍກວ່າ 3 ຫຼຽນ
ດັ່ງທີ່ທ່ານ ໄດ້ສະແດງຄວາມໝັ້ນໃຈວ່າ:

ສະເພາະກິລາດອກປິກໄກ່ນີ້ ພວກເຮົາກຽມພ້ອມພໍສົມຄວນ ເປັນຕົ້ນຫຼະແມ່ນ ການກຽມນັກກິລາທີ່ຈະເຂົ້າແຂ່ງຂັນທັງເພດຍິງ, ເພດຊາຍ ແລະພ້ອມດຽວກັນ ນັ້ນພວກເຮົາກໍ່ຝືກຊ້ອມມາແລ້ວເປັນສ່ວນໃຫຍ່ ຈຶ່ງຄາດຄິດວ່າ ກໍສິພະຍາຍາມ ຕໍ່າສຸດກະສິບໍ່ໃຫ້ມັນຫຼຸດສາມຫຼຽນຄໍາ

ທີມກິລາ ປັນຈະສີລັດ ຂອງລາວ
ທີມກິລາ ປັນຈະສີລັດ ຂອງລາວ

ແຕ່ຢ່າງໃດກໍຕາມ, ສໍາລັບໃນ
ການແຂ່ງຂັນກິລາແຫ່ງຊາດທັງ
8 ຄັ້ງທີ່ຜ່ານມາຊຶ່ງແຂວງຫຼວງ
ພະບາງເອງກໍເຄີຍເປັນເຈົ້າພາບ
ຈັດການແຂ່ງຂັນມາແລ້ວຄັ້່ງນຶ່ງ
ກໍຄືຄັ້ງທີ 5 ໃນປິ 1997 ນັ້ນ
ກໍປະກົດວ່າ ແຂວງຫຼວງພະບາງ
ບໍ່ເຄີຍໄດ້ເປັນເຈົ້າຫຼຽນຄໍາມາ
ກ່ອນເລີຍ. ເພາະວ່າສ່ວນໃຫຍ່
ແລ້ວ ຈະເປັນທັບນັກກິລາຈາກ
ນະຄອນຫຼວງວຽງຈັນ ທີ່ເປັນຝ່າຍຄອງຕໍາແໜ່ງເຈົ້າຫຼຽນຄໍາ ມາແລ້ວເຖິງ 6 ຄັ້ງ ສ່ວນອີກ 2 ຄັ້ງ ນັ້ນກໍເປັນການຄອງ ຕໍາແໜ່ງເຈົ້າຫຼຽນຄໍາໂດຍທັບນັກກິລາກະຊວງສຶກສາທິການ ແລະແຂວງຈໍາປາສັກຕາມລໍາດັບ.

ສ່ວນ​ກ່ຽວກັບການແຂ່ງຂັນກິລາຊີເກມຄັ້ງທີ 26 ຢູ່ປະເທດ ອິນໂດເນເຊຍ ລະຫວ່າງ ວັນທີ
11-22 ພະຈິກ 2011 ທີ່ຜ່ານມານັ້ນ ກໍ​ປະກົດ​ວ່າຄະນະນັກກິລາທີມຊາດລາວ ບໍ່ສາມາດ​
ບັນລຸ​ເປົ້າໝາຍ ທີ່​ວາງ​ເອົາ​ໄວ້ ຊຶ່ງ​ກໍ​ຄືໄດ້ຕັ້ງເປົ້າໝາຍທີ່ຈະຍາດໃຫ້ໄດ້ 10 ຫຼຽນຄໍາ ຫຼືລົດ
ລົງເຖິງ 23 ຫຼຽນຄໍາ ຈາກການແຂ່ງຂັນ ກິລາຊີເກມຄັ້ງທີ 25 ທີ່ລາວໄດ້ເປັນເຈົ້າພາບຈັດ
ການແຂ່ງຂັນໃນທ້າຍປີ 2009ນັ້ນ ກໍ​ປາກົດ​ວ່າ ​ໃນຊີເກມຄັ້ງທີ 26 ຄະນະນັກກິລາທີມຊາດ
ລາວຍາດ​ໄດ້​ຫລຽນຄໍາພຽງ​ແຕ່ 9 ຫລຽນ​ເທົ່າ​ນັ້ນ. ພ້ອມ​ກັນນັ້ນ ກໍຍາດ​ໄດ້​ 12 ຫລຽນ​ເງິນ
ກັບ 36 ຫລຽນທອງ​ແດງ. ​ແລະ​ກໍ​ເຮັດ​ໃຫ້​ລາວ​ໄດ້​ອັນ​ດັບ​ທີ 8 ຈາກ 11 ປະ​ເທດ ທີ່​ເຂົ້າ
ຮ່ວມການ​ແຂ່ງ​ຂັນດັ່ງກ່າວ.

ສ່ວນກິລາບານເຕະທີມຊາຍທີ່ລາວເຄີຍໄດ້ອັນດັບທີ່ 4 ໃນການແຂ່ງຂັນກິລາຊີເກມຄັ້ງທີ່ 25 ທີ່ລາວໄດ້ເປັນເຈົ້າພາບຈັດການແຂ່ງຂັນນັ້ນກໍປະກົດວ່າຕ້ອງລອບທໍາອິດຂອງການແຂ່ງຂັນ
ໃນຊີເກມຄັ້ງລ່າສຸດນີ້ ຊຶ່ງກໍເຮັດໃຫ້ທາງການລາວບໍ່ສາມາດທີ່ຈະບັນລຸເປົ້າໝາຍທີ່ ຈະພະຍາ
ຍາມຮັກສາອັນດັບທີ່ 4 ໃຫ້ໄດ້ໃນການແຂ່ງຂັນຄັ້ງນີ້ອີກ​ດ້ວ​ຍ​ເຊ່ນ​ກັນ.

ກິລາເຕະກະຕໍ້ຊາຍຂອງລາວ
ກິລາເຕະກະຕໍ້ຊາຍຂອງລາວ

ນອກຈາກນີ້ ຖ້າຫາກພິຈາລະ
ນາຈາກຫຼຽນລາງວັນລວມດ້ວຍ
ແລ້ວ ກໍປະກົດວ່າຄະນະນັກກິ
ລາທີມຊາດລາວມີຫຼຽນລາງວັນ
ລວມຫ່າງອິນໂດເນເຊຍ ທີ່ເປັນ
ເຈົ້າພາບ ແລະເຈົ້າຫຼຽນຄໍາໃນ
ການແຂ່ງຂັນຊີເກມຄັ້ງຫລ່າ
ສຸດນີ້ຈໍານວນເຖິງ 421 ຫຼຽນ
ເພາະວ່າ ຄະນະນັກກິລາທີມ
ຊາດອິນໂດເນເຊຍ ສາມາດຍາດ
ໄດ້ເຖິງ 182 ຫຼຽນຄໍາ, 151
ຫຼຽນເງິນ ແລະ 145 ຫຼຽນທອງ
ແດງນັ້ນເອງ.

ສໍາລັບນັກກິລາທີມຊາດໄທແຊມຄັ້ງທີ່ແລ້ວນັ້ນກໍໄດ້ອັນດັບທີ່ 2 ຕິດຕາມດ້ວຍຫວຽດນາມ, ມາເລເຊຍ, ສິງກະໂປ, ຟິລິບປິນ, ມຽນມ້າ, ລາວ, ກໍາປູເຈຍ, ຕິມໍຕະເວັນອອກ ແລະ ບຣູໄນຕາມລໍາດັບ.

ແຕ່ຢ່າງໃດກໍຕາມ ການແຂ່ງຂັນກິລາຊີເກມຄັ້ງທີ່ 26 ນີ້ກໍຖືກສື່ມວນຊົນທັງໃນປະເທດ
ມາເລເຊຍ ສິງກະໂປ, ຟິລິບປິນ ແລະໄທ ວິພາກວິຈານວ່າອິນໂດເນເຊຍຊຶ່ງເປັນເຈົ້າ ພາບນັ້ນຈັດການແຂ່ງຂັນບໍ່ໄດ້ມາດຕະຖານສາກົນ.

XS
SM
MD
LG