ລິ້ງ ສຳຫລັບເຂົ້າຫາ

ນາຍົກລາວຢືນຢັນວ່າ ລັດຖະບານຕັ້ງ ເປົ້າໝາຍ ປັບໜີ້ສາທາລະນະ ໃຫ້ເຫຼືອ 64.2 ເປີເຊັນ ຂອງລວມຍອດ ຜະລິດ ຕະພັນ ລວມພາຍໃນ


ເງິິນໂດລາໃນຄັງເງິນສະສົມຂອງລາວ

ນາຍົກລັດຖະມົນຕີລາວຢືນຢັນວ່າໃນເປົ້າໝາຍນຶ່ງທີ່ສໍາຄັນໃນວາລະແຫ່ງຊາດດ້ານເສດຖະກິດຄືການປັບຫຼຸດພາລະຂອງໜີ້ສາທາລະນະໃຫ້ເຫຼືອ 64.2 ເປີເຊັນຂອງລວມຍອດຜະລິດຕະພັນລວມພາຍໃນ (GDP) ໃນປີ 2023. ຊົງລິດ ໂພນນເງິນມີລາຍງານນີ້ມາສະເໜີທ່ານຈາກບາງກອກ.

ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ຖະແຫລງຢືນຢັນວ່າ ບັນຫາດ້ານເສດຖະກິດ ແລະການເງິນທີ່ລາວ ກໍາລັງປະເຊີນຢູ່ໃນປັດຈຸບັນ ຖືເປັນສະພາບທີ່ຍຸ້ງຍາກທີ່ສຸດ. ໂດຍສະເພາະແມ່ນບັນຫາທາງດ້ານການເງິນເຊັ່ນ ພາລະໜີ້ສາທາລະນະຂອງລັດຖະບານທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ການຂາດດຸນເງິນຕາຕ່າງປະເທດ, ສະພາວະໜີ້ເສຍໃນທະນາຄານ (NPL) ທີ່ເພີ່ມຂຶ້ນ ແລະອັດຕາແລກປ່ຽນເງິນຕາທີ່ແຕກຕ່າງກັນເພີ່ມຂຶ້ນລະຫວ່າງທະນາຄານກັບຕະຫຼາດ ຈຶ່ງເຮັດໃຫ້ລັດຖະບານຕ້ອງກໍານົດໃຫ້ບັນຫາເຫຼົ່ານີ້ເປັນວາລະແຫ່ງຊາດດ້ານເສດຖະກິດທີ່ຈະຕ້ອງດໍາເນີນມາດຕະການແກ້ໄຂໃຫ້ໄດ້ຢ່າງແທ້ຈິງ ທັງຍັງຖືເປັນຄວາມຮັບຜິດຊອບຮ່ວມກັນຂອງທຸກພາກສ່ວນອີກດ້ວຍ ດັ່ງທີ່ທ່ານພັນຄໍາ ໄດ້ໃຫ້ການຢືນຢັນວ່າ:

ຈຸດປະສົງຂອງວາລະແຫ່ງຊາດແມ່ນສຸມໃສ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ການເງິນດ້ວຍການປັບປຸງນະໂຍບາຍ ຄືກົນໄກການຄຸ້ມຄອງໃນບາງດ້ານໃຫ້ມີລັກສະນະບຸກທະລຸ ແນໃສ່ສ້າງຄວາມເຂັ້ມແຂງໃນດ້ານເສດຖະກິດ, ການເງິນ ແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໝາຍເຖິງການແກ້ໄຂບັນຫາສຳຄັນ, ຈຳເປັນ ແລະຮີບດ່ວນຂອງຊາດທີ່ສະສົມມາຫຼາຍປີ ໃຫ້ຜ່ອນຄາຍລົງໃນກໍານົດເວລາທີ່ແນ່ນອນ ໂດຍຖືເປັນໜ້າທີ່, ພັນທະແລະຄວາມຮັບຜິດຊອບຂອງທຸກພາກສ່ວນ.

ລັດຖະບານລາວໄດ້ວາງເປົ້າໝາຍຂອງວາລະແຫ່ງຊາດດ້ານເສດຖະກິດການເງິນໄວ້ ໃນ 4 ດ້ານດ້ວຍ ກັນກໍຄື ການຫລຸດພາລະໜີ້ສິນສາທາລະນະຂອງລັດຖະບານໃຫ້ຢູ່ທີ່ລະດັບ 64.2 ເປີເຊັນ ຂອງຍອດຜະລິດຕະພັນລວມ ຫລື GDP ພາຍໃນປີ 2023. ໃນນີ້ແບ່ງເປັນໜີ້ຕ່າງປະເທດ 55.3 ເປີເຊັນ ແລະໜີ້ພາຍໃນ 8.9 ເປີເຊັນຂອງ GDP, ການເພີ້ມທຶນສໍາຮອງເງິນນຕາຕ່າງປະເທດ ເພື່ອຮັບປະກັນ ການນໍາເຂົ້າສິນຄ້າຕ່າງປະເທດໃຫ້ໄດ້ 3 ເດືອນ. ການຄວບຄຸມອັດຕາແລກປ່ຽນເງິນຕາລະຫວ່າງ ທະນາຄານກັບຕະຫລາດໃຫ້ແຕກຕ່າງກັນບໍ່ເກີນ 2 ເປີເຊັນ ແລະການຄຸມສະພາວະໜີ້ເສຍ ໃນທະນາຄານ (NPL) ບໍ່ໃຫ້ເກີນ 3 ເປີເຊັນຂອງມູນໜີ້ທັງໝົດ.

ການແລກປ່ຽນເງິນກີບລາວກັບເງິນຢວນຂອງຈີນ
ການແລກປ່ຽນເງິນກີບລາວກັບເງິນຢວນຂອງຈີນ

ທ່ານສອນໄຊ ສິດພະໄຊ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຖະແຫລງຍອມຮັບວ່າ ຄ່າເງິນກີບໃນລາວຍັງສືບຕໍ່ຢູ່ໃນສະພາວະຜັນຜວນ ທັງຍັງມີທ່າອຽງອ່ອນຄ່າລົງນັບມື້ອີກດ້ວຍ ຊຶ່ງເຫັນໄດ້ຈາກອັດຕາແລກປ່ຽນໃນທະນາຄານກັບໃນຕະຫຼາດຕົວຈິງນັ້ນ ແມ່ນແຕກຕ່າງກັນໃນລະດັບເກີນກວ່າ 22 ເປີເຊັນ ໂດຍສະເພາະແມ່ນອັດຕາແລກປ່ຽນລະຫວ່າງເງິນກີບກັບເງິນໂດລາ ແລະເງິນບາດນັ້ນ ຍັງຖືເປັນເງິນຕາຕ່າງປະເທດທີ່ມີອິດທິພົນຕໍ່ຄ່າເງິນກີບຫລາຍທີ່ສຸດ ໂດຍມີສາເຫດສໍາຄັນມາຈາກການທີ່ລາວຕ້ອງປະເຊີນກັບການຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ ອັນເຮັດໃຫ້ຕ້ອງປະເຊີນກັບການຂາດດຸນບັນຊີການຊໍາລະເງິນຕາຕ່າງປະເທດ ທີ່ສົມທົບດ້ວຍໜີ້ເງິນກູ້ຕ່າງປະເທດ ແລະຜົນກະທົບຈາກການລະບາດຂອງໂຄວິດ-19 ອີກດ້ວຍ ດັ່ງທີ່ທ່ານສອນໄຊ ໄດ້ໃຫ້ການຢືນຢັນວ່າ:
ສາເຫດຕົ້ນຕໍທີ່ພາໃຫ້ເກີດສະພາບດັ່ງກ່າວກໍແມ່ນຍ້ອນຄວາມຕ້ອງການດ້ານເງິນຕາຕ່າງປະເທດຢູ່ພາຍໃນມີຫລາຍກວ່າຄວາມສາມາດໃນກາສະໜອງເງິນຕາ. ສະພາບການຂາດດຸນສິນຄ້າ, ຂາດດຸນດ້ານບໍລິການ, ພາວະໃນການຊໍາລະດອກເບ້ຍເງິນກູ້ຢືມຈາກຕ່າງປະເທດ ຍິ່ງມີຫລາຍຂຶ້ນ ແລະຢ່າງຕໍ່ເນື່ອງ ແລະຍາວນານ ໃນຂະນະທີ່ລາຍຮັບຂອງເຮົາຫລຸດລົງຍ້ອນຜົນກະທົບຈາກໂຄວິດ-19.”

ໃນໄລຍະ 6 ເດືອນຕົ້ນປີ 2021 ການຄ້າຕ່າງປະເທດຂອງລາວ ມີມູນຄ່າລວມ 5,845 ລ້ານໂດລາ ໃນນີ້ແບ່ງເປັນການສົ່ງອອກ 2,880 ລ້ານໂດລາ ແລະນຳເຂົ້າ 2,966 ລ້ານໂດລາ ເຮັດໃຫ້ລາວຂາດດຸນການຄ້າຕ່າງປະເທດ 86 ລ້ານໂດລາ ເມື່ອສົມທົບດ້ວຍການຂາດດຸນບັນຊີເງິນຕາຕ່າງປະເທດ 9.4 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ (GDP) ນັບແຕ່ປີ 2020 ເລື້ອຍມາຈົນເຖິງປັດຈຸບັນນີ້ກໍໄດ້ເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວ ຍັງເຫຼືອພຽງ 1,207 ລ້ານໂດລາ ຫຼື ເທົ່າກັບການນຳເຂົ້າສິນຄ້າຈາກຕ່າງປະເທດໄດ້ພຽງ 2​ ເດືອນ ຈຶ່ງເຮັດໃຫ້ລັດຖະບານລາວ ຕ້ອງກູ້ຢືມຈາກຕ່າງປະເທດເພື່ອນຳມາໃຊ້ດຸ່ນດ່ຽງລາຍຈ່າຍທີ່ສູງກວ່າລາຍຮັບ ອັນໄດ້ເຮັດໃຫ້ລັດຖະບານລາວມີໜີ້ສະສົມເຖິງ 13,491 ລ້ານໂດລາ ຄິດເປັນ 68 ເປີເຊັນຂອງ GDP ປີ 2020 ທັງຍັງຈະເພີ່ມຂຶ້ນເປັນເກີນກວ່າ 70 ເປີເຊັນຂອງ GDP ໃນປີ 2021 ເພາະລັດຖະບານຈະຕ້ອງກູ້ຢືມເງິນຈາກຕ່າງປະເທດອີກຫລາຍກວ່າ 2,000 ລ້ານໂດລາໃນປີນີ້ນັ້ນເອງ.

ເບິ່ງຄວາມເຫັນ (2)

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG