ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາແຫ່ງຊາດລາວ ປະສົບຜົນສໍາເລັດ ພຽງ 14% ຂອງການພັດທະນາກົດໝາຍ


ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ່ 3
ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ່ 7 ທີ່​ກໍາລັງດໍາ​ເນີນ​ກອງ​ປະຊຸມ​ຢູ່​ໃນ​ເວລາ​ນີ້​
ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ່ 3 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ່ 7 ທີ່​ກໍາລັງດໍາ​ເນີນ​ກອງ​ປະຊຸມ​ຢູ່​ໃນ​ເວລາ​ນີ້​

ຮອງ​ປະທານ​ສະພາ​ແຫ່ງຊາດ​ລາວ​ຍອມ​ຮັບ​ວ່າ ​ການ​ພັດທະນາ​ດ້ານ​ກົດໝາຍ​ຂອງ​ສະ​ພາ ​ແຫ່ງ​ ຊາດ​ຊຸ​ດທີ 7 ສາມາດ​ບັນລຸ​ໄດ້​ພຽງ 14% ​ເທົ່າ​ນັ້ນ​ ​ຂອງ​ເປົ້າໝາຍ​​ແຜນການ ​ທີ່​ວາງ​ໄວ້​ຈົນ​​ເຖິງ​ປີ 2015.

​ທ່ານ​ໄຊ​ສົມ​ພອນ ພົມວິຫານ ຮອງ​ປະທານ​ສະ​ພາ​ແຫ່ງ​ຊາດ​ລາວ​ໄດ້​ຖະ​ແຫຼງລາຍ​ງານ​
ຜົນ​ການ​ປະຕິບັດ​ຈັດ​ຕັ້ງ​ວຽກ​ງານ​ໃນ​ດ້ານ​ນິຕິ​ບັນ​ຍັດ ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ
​ທີ່ 3 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ່ 7 ທີ່​ກໍາລັງດໍາ​ເນີນ​ກອງ​ປະຊຸມ​ຢູ່​ໃນ​ເວລາ​ນີ້​ວ່າ ​ໃນ
​ຮອບ​ 1 ປີ​ ທີ່​ຜ່ານ​ມາ ສະພາ​ແຫ່ງຊາດ​ລາວ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ຈໍານວນ​ທັງ​ໝົດ
13 ສະບັບ​ດ້ວຍ​ກັນ ຫຼືຄິດ​ເປັນ 76.47% ຂອງ​ແຜນການ​ປີ 2011-2012.

ທ່ານ ໄຊສົມພອນ ພົມວິຫານ (ຊ້າຍສຸດ), ຮອງປະທ່ານສະພາແຫ່ງຊາດລາວ -
ທ່ານ ໄຊສົມພອນ ພົມວິຫານ (ຊ້າຍສຸດ), ຮອງປະທ່ານສະພາແຫ່ງຊາດລາວ -

​ແຕ່​ຢ່າງ​ໃດ​ກໍ​ຕາມ ຖ້າ​ຫາກ​
ພິ​ຈາລະ​ນາ​ເຖິງ​ແຜນການ​
ລວມຈົນ​ເຖິງ​ປີ 2015 ນັ້ນ
ທ່ານ​ໄຊ​ສົມ​ພອນ ກໍ​ຍອມຮັບ
​ວ່າ ການ​ພັດທະນາ​ໃນ​ດ້ານ
​ນິຕິ​ບັນຍັດຂອງ​ສະພາ​ແຫ່ງ
ຊາດ​ລາວໃນ​ໄລຍະ 1 ປີຜ່ານ
ມາ​ ສາມາດ​ປະຕິບັດ​ໄດ້​ພຽງ
​ແຕ່ 14.44% ຂອງ​ເປົ້າໝາຍ
​ເທົ່າ​ນັ້ນ ແລະ​ທີ່​ສໍາຄັນ​ກໍ​ຄື​ໃນ
​ຈໍານວນ​ກົດໝາຍ​ທັງ 13 ສະ
ບັບ​ດັ່ງກ່າວ​ນີ້​ ກໍ​ຍັງ ​ເປັນ​ກົດ
ໝາຍ​ໃໝ່​ພຽງ​ແຕ່ 3 ສະບັບ​ເທົ່າ​ນັ້ນ​ ສ່ວນ​ອີກ 10 ສະບັບ ​ກໍ​ຄື​ກົດໝາຍ​ເກົ່າ​ທີ່​ຕ້ອງ​ມີ​ການ​
ດັດ​ແກ້​ໃໝ່​ເພື່ອ​ໃຫ້​ສອດຄ່ອງ​ກັບ​ສະພາບ​ການ ​ທີ່​ປ່ຽນ​ແປງ​ໄປ​ຢ່າງ​ໄວວາ.

ຊຶ່ງ​ດ້ວຍ​ສະພາບ​ການ​ທີ່​ສະພາ​ແຫ່ງ​ຊາດລາວ​ຕ້ອງ​ດັດ​ແກ້​ກົດໝາຍ​ເກົ່າຫຼາຍກວ່າ​ການ​ສ້າງ​
ກົດໝາຍ​ໃໝ່​ດັ່ງກ່າວ​ນີ້ ກໍ​ເຮັດ​ໃຫ້​ທ່ານ ທອງ​ສິງ ທໍາມະ​ວົງ ນາຍົກລັດຖະມົນຕີທີ່​ເຄີຍ​ເປັນ
​ປະທານ​ສະພາ​ແຫ່ງ​ຊາດ​ລາວ​ດ້ວຍ​ນັ້ນ ກໍ​ໄດ້​ໃຫ້ການ​ຍອມຮັບ​ວ່າ ການ​ພັດທະນາ​ໃນ​ດ້ານ​
ນິຕິ​ບັນຍັດຂອງ​ສະພາ​ແຫ່ງ​ຊາດ​ລາວ​ຍັງ​ດໍາ​ເນີນ​ໄປ​ຢ່າງ​ຊັກຊ້າ ​ເພາະ​ການ​ທີ່​ຕ້ອງ​ໃຊ້​ເວລາ
​ສ່ວນໃຫຍ່ກັບໄປດັດ​ແກ້​ກົດໝາຍ​ເກົ່າ​ນັ້ນ ​ໄດ້​ສົ່ງຜົນ​ເຮັດ​ໃຫ້​ສາມາດ​ສ້າງ​ກົດໝາຍ​ໃໝ່​ໄດ້
​ໜ້ອຍ​ລົງ ​ແລະ​ຍັງ​ເປັນ​ການ​ສະທ້ອນ​ເຖິງຄຸນ​ນະພາ​ບທີ່​ຕໍ່າ​ຂອງ​ກົດໝາຍ​ໃນ​ລາວ​ອີກ​ດ້ວຍ.
ດັ່ງ​ທີ່​ທ່ານ​ທອງ​ສິງ ​ໄດ້ຖະ​ແຫຼງ​ເນັ້ນ​ຍໍ້າ​ໃນ​ຕອນ​ນຶ່ງ​ວ່າ:

ທ່ານ ທອງ​ສິງ ທໍາມະ​ວົງ ນາຍົກລັດຖະມົນຕີລາວ
ທ່ານ ທອງ​ສິງ ທໍາມະ​ວົງ ນາຍົກລັດຖະມົນຕີລາວ

“ສະພາ​ແຫ່ງ​ຊາດ​ລາວ​ຂອງ​ພວກ​ເຮົາ ​ເຖິງ​ວ່າ​ໄດ້​ພິຈາລະ
​ນາຮັບ​ເອົາ​ກົດໝາຍ​ຫຼາຍສົມຄວນ​ ຫາກ​ແຕ່​ເນື້ອ​ໃນ​ຂອງ
​ກົດໝາຍ​ຈໍານວນ​ນຶ່ງ​ ຍັງ​ມີ​ບາງ​ບັນຫາ​ທີ່​ບໍ່​ທັນ​ສອດຄ່ອງ
ສະ​ນັ້ນພວກ​ເຮົາ​ສ້າງ​ກົດໝາຍ​ກັບ​ພວກ​ເຮົາ​ປັບປຸງ​ກົດ
ໝາຍ​ໃນ​ໄລຍະ 5 ປີຜ່ານ​ມາ​ເກືອບ​ເທົ່າ​ກັນ ​ແທນ​ທີ່​ຈະ
​ໄດ້​ສ້າງ​ໃໝ່​ໃຫ້ຫຼາຍກວ່າ​ນີ້. ​ແຕ່​ວ່າ​ຕ້ອງ​ເສຍເວລາ​ກັບ
ການ​ປັບປຸງ​ກົດໝາຍ​ເກົ່າຫຼາຍສົມຄວນ ອັນ​ນີ້​ສະ​ແດງ
​ເຖິງ​ຄຸນ​ນະພາ​ບຂອງ​ກົດໝາຍ​ພວກ​ເຮົາ”

ສະ​ພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ່ 7 ​ໄດ້​ວາງ​ເປົ້າໝາຍ​ທີ່​ຈະ​ສ້າງ​ກົດໝາຍ​ໃໝ່​ໃຫ້​ໄດ້​ ບໍ່ໜ້ອຍ
​ກວ່າ 30 ສະບັບ ​ໃນ​ຕະຫຼອດ​ວາລະ 5 ປີ​ຂອງ​ການ​ຢູ່​ໃນ​ຕໍາ​ແໜ່​ງ​ ແລະ​ໃນຂະນະ​ດຽວ​
ກັນ ​ກໍ​ຈະ​ດັດ​ແກ້​ກົດໝາຍ​ເກົ່າ​ໃຫ້​ສອດຄ່ອງ​ກັບ​ສະພາບ​ການ​ໃຫ້​ໄດ້​ອີກ​ບໍ່ໜ້ອຍ​ກວ່າ
60 ສະບັບ ໂດຍ​ຖ້າ​ຫາກ​ການ​ດໍາ​ເນີນ​ງານ​ເປັນ​ໄປ​ຕາມ​ແຜນການ​ທີ່ ວາງ​ໄວ້​ດັ່ງກ່າວ​ກໍ
​ຈະ​ເຮັດ​ໃຫ້​ລາວ​ມີ​ກົດໝາຍ​ບັງຄັບ​ໃຊ້ ຫຼາຍກວ່າ 120 ສະບັບ ພາຍ​ໃນ​ປີ 2015.

ສໍາລັບ​ໃນ​ໄລຍະ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ່ 3 ນີ້ ສະ​ພາ​ແຫ່ງ​ຊາດ​ລາວ​ກໍ​ມີ ວາລະ​
ໃນ​ການ​ພິດ​ຈາລະ​ນາ​ກົດໝາຍ​ຈໍານວນ​ 7 ສະບັບ​ດ້ວຍ​ກັນ​ ຊຶ່ງ​ໃນນີ້​ເປັນ​ການ​ດັດ​ແກ້​
ກົດໝາຍ​ເກົ່າ 5 ສະບັບ ຄື​ກົດໝາຍ​ວ່າ​ດ້ວຍ​ການ​ດໍາ​ເນີນ​ການ​ຄະດີ​ອາຍາ ກົດໝາ​ຍວ່າ
​ດ້ວຍ​ການ​ດໍາ​ເນີນ​ຄະດີ​ແພ່ງ ກົດໝາຍ​ວ່າ​ດ້ວຍ​ກິລາ ​ແລະກາຍະ​ກໍາ ​ກົດໝາຍ​ວ່າ​ດ້ວຍ
​ຊັບ​ສິນ​ຂອງ​ລັດ ​ແລະ​ກົດໝາຍ​ວ່າ​ດ້ວຍ​ການກວດ​ສອບແຫ່ງ​ລັດ ສ່ວນ​ກົດໝາຍ​ທີ່​ສ້າງ​
ໃໝ່ 2 ສະບັບ ກໍ​ຄື​ກົດໝາຍ​ວ່າ​ດ້ວຍ​ນິຕິ​ກໍາ ກັບ​ກົດໝາຍວ່າ​ດ້ວຍ​ການ​ສົ່ງ​ຜູ້​ຮ້າຍ​ຂ້າມ
​ແດນ​ຕາ​ມລໍາດັບ.

ນອກຈາກ​ນີ້ ສະພາ​ແຫ່ງ​ຊາດ​ລາວ​ກໍ​ຍັງ​ໄດ້​ລາຍ​ງານ​ອີກດ້ວຍ​ວ່າ ​ໃນ​ຮອບ 1 ປີຜ່ານມາ ​
ໄດ້​ຮັບ​ການ​ຮ້ອງ​ຮຽນ​ເພື່ອ​ຂໍ​ຄວາມເປັນ​ທໍາ​ຈາກ​ປະຊາຊົນ​ລາວ​ທັງ​ໝົດ 1,389 ກໍລະນີ ​
ໂດຍ​ສ່ວນ​ໃຫຍ່​ເປັນ​ການ​ຮ້ອງ​ຮຽນກ່ຽວ​ກັບ​ຂໍ້​ຂັດ​ແຍ້​ງ​ໃນ​ທີ່​ດິນ​ ແລະມູນ​ມໍລະດົກ ຊຶ່ງ​
ໃນ​ນີ້ ສະ​ພາ​ແຫ່ງ​ຊາດ​ລາວ​ກໍ​ໄດ້​ແກ້​ໄຂ​ໄປ​ແລ້ວ 903 ກໍລະນີ ຈຶ່ງຍັງເຫຼື​ອ 486 ກໍລະນີ
ທີ່​ຍັງ​ບໍ່​ໄດ້​ຮັບ​ການ​ແກ້​ໄຂ​ຈົນ​ເຖິງ​ປັດຈຸບັນ​ນີ້ ​ໂດຍ​ລວມ​ເຖິງ​ກໍລະນີ​ປະຊາຊົນ 200 ກວ່າ
​ຄອບຄົວ ທີ່​ຖືກ​ກະທົບ​ຈາກ​ໂຄງການ​ເມືອງ​ໃໝ່ ຢູ່​ບຶງ​ທາດຫຼວງຂອງ​ກຸ່ມ​ທຶນ​ຈີນອີກ​ດ້ວຍ.

XS
SM
MD
LG