ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາ ລະບຸວ່າ ມີພຽງ 3 ໂຄງການ ໃນ 200 ທີ່ຂຸດຄົ້ນແຮ່ທາດ ຖືກຕ້ອງຕາມກົດໝາຍ


ເຈົ້າໜ້າທີ່ ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ ຂອງລາວ ແລະ ຫວຽດນາມ ລົງນາມໃນບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ໃນດ້ານການສຳຫລວດ ບໍ່ແຮ່ຢູ່ໃນ ສປປ ລາວ.
ເຈົ້າໜ້າທີ່ ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ ຂອງລາວ ແລະ ຫວຽດນາມ ລົງນາມໃນບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ໃນດ້ານການສຳຫລວດ ບໍ່ແຮ່ຢູ່ໃນ ສປປ ລາວ.

ສະມາຊິກສະພາແຫ່ງຊາດລາວ ລະບຸວ່າ ມີພຽງແຕ່ 3 ໂຄງການເທົ່ານັ້ນ ໃນ 200 ໂຄງການຂຸດຄົ້ນແຮ່ທາດ ທີ່ໄດ້ມີການຈັດຕັ້ງປະຕິບັດຢ່າງຖືກຕ້ອງຕາມກົດໝາຍ ແລະສັນຍາສຳປະທານໃນລາວ.

ທ່ານບຸນປອນ ສີສຸລາດ ປະທານຄະນະກຳມາທິການເສດຖະກິດ ເທັກໂນໂລຈີ ແລະ ສິ່ງແວດລ້ອມ ຂອງສະພາແຫ່ງຊາດລາວ ຊຸດທີ 8 ໄດ້ລາຍງານກ່ຽວກັບ ການຕິດຕາມ ກວດກາຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມທຳມະຊາດ ຈາກການນຳໃຊ້ເຄມີ ອັນຕະລາຍເກີນຄ່າມາດຕະຖານ ໃນຂົງເຂດບໍ່ແຮ່ໃນພື້ນທີ່ 5 ແຂວງ ແລະນະຄອນ ຫຼວງວຽງຈັນ ວ່າ ຈາກການກວດກາ 200 ໂຄງການຂຸດຄົ້ນແຮ່ທາດ ມີພຽງ 3 ໂຄງການ ເທົ່ານັ້ນ ທີ່ມີການຈັດຕັ້ງປະຕິບັດຢ່າງຖືກຕ້ອງຕາມກົດໝາຍ ແລະສັນຍາສຳປະທານ ສ່ວນນອກນັ້ນ ກໍມີທັງໂຄງການທີ່ອະນຸຍາດບໍ່ຖືກຕ້ອງຕາມກົດໝາຍ ແລະມີການ ສວຍໃຊ້ໃບອະນຸຍາດຈາກຂະແໜງໜຶ່ງໄປດຳເນີນທຸລະກິດ ໃນອີກຂະແໜງການໜຶ່ງ ຊຶ່ງເຮັດໃຫ້ລັດຖະບານສູນເສຍລາຍຮັບໄປຢ່າງຫລວງຫລາຍ ສ່ວນປະຊາຊົນລາວ ກໍໄດ້ຮັບຜົນກະທົບຈາກສານເຄມີອັນຕະລາຍຢ່າງກວ້າງຂວາງອີກດ້ວຍ

ແຜນທີ່ ການສຳຫຼວດ ທໍລະນີວິທະຍາ ແລະຊັບພະຍາກອນທຳມະຊາດ ຂອງລາວ
ແຜນທີ່ ການສຳຫຼວດ ທໍລະນີວິທະຍາ ແລະຊັບພະຍາກອນທຳມະຊາດ ຂອງລາວ

ກ່ອນໜ້ານີ້ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງໃຫ້ທຸກພາກ
ສ່ວນ ທີ່ກ່ຽວຂ້ອງ ດຳເນີນການກວດກາສຳປະທານການສຳຫຼວດ ແລະຂຸດຄົ້ນແຮ່ທາດ ໃນທົ່ວປະເທດ ທັງຍັງໄດ້ເນັ້ນຢ້ຳໃຫ້ທຸກພາກສ່ວນຢຸດການພິຈາລະນາ ກ່ຽວກັບ ການອະນຸຍາດໃຫ້ສຳປະທານໂຄງການໃໝ່ຢ່າງສິ້ນເຊີງດ້ວຍ ດັ່ງທີ່ທ່ານໄດ້ສັ່ງການ ໃນໂອກາດການພົບປະ ແລະປະຊຸມຮ່ວມກັບອຳນາດການປົກຄອງໃນທົ່ວແຂວງ
ອັດຕະປື ເມື່ອບໍ່ນານມານີ້.

“ລັດຖະບານຊິເດັດຂາດ ບໍ່ທັນອະນຸຍາດໃຫ້ໃຜ ສຳຫຼວດຂຸດຄົ້ນອັນໂຕໃໝ່ ສຳລັບ ໂຕເກົ່ານີ້ ດຳເນີນໄປ ແຕ່ວ່າກວດກາ ຄຸ້ມຄອງຕິດຕາມເບິ່ງ ເຂົາເຮັດອັນທີ່ຜ່ານມາ
ນັ້ນ ໄປໄດ້ຊ່ຳໃດ ເຮົາຄິດວ່າ ຊິໄດ້ເງິນໄດ້ຄຳ ບໍ່ໄດ້ຊ້ຳ ສຳຫຼວດໄປເລີຍໆ ແຕ່ວ່າ ບໍ່ສະເໜີຂຸດຄົ້ນ ຕັ້ງໂຮງງານຈັກເທື່ອ ສຸດທ້າຍຫລະວ່າ ແລ້ວລະເດີ້ ສຳຫຼວດບໍ່ມີ ປະສິດທິຜົນ ໄປແລ້ວ ເປັນແນວນັ້ນຕົ່ວະ ທີ່ຜ່ານມາ.”

ທ່ານທອງລຸນ ໃຫ້ການຢືນຢັນວ່າ ການກວດກາດັ່ງກ່າວ ເພື່ອເປັນການຮັບປະກັນວ່າ ບັນດາບໍລິສັດເອກະຊົນລາວ ແລະຕ່າງຊາດ ທີ່ໄດ້ຮັບການອະນຸຍາດສຳປະທານ ການຂຸດຄົ້ນແຮ່ທາດຈາກລັດຖະບານລາວແລ້ວນັ້ນ ໄດ້ຈັດຕັ້ງປະຕິບັດຕາມເງື່ອນໄຂ ທີ່ໄດ້ກຳນົດໄວ້ໃໃນສັນຍາຢ່າງຄົບຖ້ວນ ເພາະຈາກການກວດກາ ໃນລະຍະທີ່ຜ່ານມາ ພົບວ່າການດຳເນີນງານຂອງບໍລິສັດ ສ່ວນໃຫຍ່ຍັງບໍ່ໄດ້ມາດຕະຖານ ແລະບໍ່ເປັນໄປ ຕາມເງື່ອນໄຂໃນສັນຍາ ເຊັ່ນການຄຸ້ມຄອງໃນຫຼາຍໆໂຄງການຍັງຂາດປະສິດທິພາບ ຈຶ່ງໄດ້ສົ່ງຜົນກະທົບຕໍ່ສະພາບແວດລ້ອມທຳມະຊາດ ລະບົບນິເວດວິທະຍາ ແລະ ສະພາບຊີວິດການເປັນຢູ່ຂອງປະຊາຊົນລາວຢ່າງກວ້າງຂວາງ.

ສ່ວນການຊົດເຊີຍຕໍ່ຜົນເສຍຫາຍຂອງປະຊາຊົນນັ້ນ ກໍດຳເນີນໄປຢ່າງຊັກຊ້າ ໃນ
ຂະນະດຽວກັນ ກໍຍັງມີການນຳໃຊ້ນິຕິກຳໃນການແຈ້ງຊຳລະພາສີອາກອນ ທີ່ກ່ຽວກັບ ການຂຸດຄົ້ນແຮ່ທາດທີ່ບໍ່ໂປ່ງໃສ ແລະການປະຕິບັດໜ້າທີ່ຂອງພະນັກງານລັດ ກໍຍັງ ບໍ່ຮວມສູນ ແລະບໍ່ເປັນເອກກະພາບກັນໃນທົ່ວປະເທດ ຈຶ່ງເຮັດໃຫ້ເກີດມີການສັບສົນ ໃນການຄຸ້ມຄອງ ແລະການຈັດເກັບລາຍຮັບເຂົ້າງົບປະມານຂອງລັດຖະບານ ໂດຍ
ຜົນທີ່ ຕິດຕາມມາ ກໍຄືເກີດການຮົ່ວໄຫລ ຂອງລາຍຮັບງົບປະມານຢ່າງຫລວງຫລາຍ.

ທັງນີ້ ໂດຍສຳປະທານທີ່ຢູ່ໃນຄວາມຮັບຜິດຊອບ ຂອງກະຊວງພະລັງງານ ກໍມີຢູ່ເຖິງ
226 ບໍລິສັດ ແລະມີພື້ນທີ່ຂຸດຄົ້ນ ລວມ 58,569.54 ກິໂລແມັດມົນທົນ ຫຼືຄິດເປັນກວ່າ 24 ເປີເຊັນຂອງພື້ນທີ່ທັງໝົດໃນປະເທດ ໂດຍຄຳສັ່ງເລກທີ 13 ຂອງນາຍົກລັດຖະ
ມົນຕີ ລົງວັນທີ 11 ມິຖຸນາ 2012 ກຳນົດໃຫ້ກວດກາທຸກໂຄງການ ໃຫ້ແລ້ວເສັດ
ພາຍໃນປີ 2015 ຫາກແຕ່ກໍບໍ່ສາມາດປະຕິບັດໄດ້ຈິງ.

ແຕ່ຢ່າງໃດກໍຕາມ ສຳລັບໃນແຜນການປີ 2015-2016 ຜົນຜະລິດແຮ່ທາດໃນລາວ ມີມູນຄ່າລວມເຖິງ 1,375 ລ້ານໂດລາ ໂດຍເປັນຜົນຜະລິດແຮ່ເງິນປະສົມຄຳ 24,882 ໂຕນ ທອງແດງແຜ່ນ 91,000 ໂຕນ ທອງແດງຝຸ່ນ 353,250 ໂຕນ ຫີນກາວ 6 ແສນ
ໂຕນ ແລະແຮ່ Potash ອີກຫຼາຍກວ່າ 2 ແສນໂຕນ ຕາມລຳດັບ.

XS
SM
MD
LG