ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະພາແຫ່ງຊາດລາວ ເລືອກເອົາຄະນະນຳພາຊຸດໃໝ່ ຮວມທັງ ປະທານປະເທດ ແລະນາຍົກ


ສະພາແຫ່ງຊາດ ສປປ ລາວ
ສະພາແຫ່ງຊາດ ສປປ ລາວ

ສະພາແຫ່ງຊາດ ສປປ ລາວ ໄດ້ເລືອກເອົາປະທານປະເທດ ນາຍົກລັດຖະມົນຕີ ແລະຄະນະລັດຖະບານຊຸດໃໝ່ ໄພສານມີລາຍງານ.


ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຂອງພັກປະຊາຊົນປະຕິວັດລາວ ໄດ້ຖືກເລືອກໃຫ້ເປັນປະທານປະເທດ ແທນທ່ານບຸນຍັງວໍລະຈິດ ທີ່ອອກກິນເບ້ຍບຳນານ. ຮອງສາສະດາຈານ ອຽນ ແບດ (Ian Baird) ຈາກມະຫາວິທະຍາ ໄລວິສຄອນຊິນ-ແມດີສັນ (Wisconsin-Madison) ກ່າວວ່າ ນະໂຍບາຍຂອງທ່ານ ອາດຈະບໍ່ມີການປ່ຽນແປງຫຍັງຫຼາຍ ຊຶ່ງຮອງສາສະດາຈານ ອຽນ ແບດ ກ່າວກ່ຽວກັບເລື້ອງນີ້ວ່າ:

"ກາຄຶດວ່າ ໜ້າຈະເນັ້ນໜັກນະໂຍບາຍຄືເກົ່າ ຄືລາວປະຕິບັດຕອນທີ່ລາວເປັນນາຍົກນີ້ໜາ ເພາະວ່າປະຊາຊົນລາວຫຼາຍໆຄົນກໍເຫັນດີເຫັນພ້ອມກັບເພິ່ນ ທຽບກັບນາຍົກລັດ ຖະມົນຕີຄົນອື່ນ ໃນປີຜ່ານມານີ້ໜາ ຍ້ອນວ່າລາວເຮັດແບບທັນສະໄໝກວ່າເກົ່າ ໃນຫຼາຍໆດ້ານນໍ້ ແຕ່ວ່າ ໃນຊຶ່ງນະໂຍບາຍນີ້ເນາະ ມັນຄືຊິບໍ່ໄດ້ປ່ຽນຫຍັງຫຼາຍ ຕາມທີ່ເບິ່ງນີ້ໜາ."


ນອກນັ້ນສະພາແຫ່ງຊາດຊຸດທີ 9 ຍັງໄດ້ເລືອກເອົາທ່ານພານຄຳ ວິພາວັນຮອງປະທານປະເທດ ຂຶ້ນເປັນນາຍົກລັດຖະມົນຕີແລະກໍໃຫ້ການອະນຸມັດຕໍ່ການແຕ່ງຕັ້ງຮອງນາຍົກລັດຖະມົນຕີ 3 ທ່ານປະກອບດ້ວຍນາຍພົນຈັນສະໝອນ ຈັນຍາລາດ ທີ່ຮັບຕຳແໜ່ງເປັນທັງລັດຖະມົນຕີປ້ອງ ກັນຊາດ ທ່ານສອນໄຊ ສີິພັນດອນ ທີ່ຮັບຕຳແໜ່ງເປັນທັງລັດຖະມົນ ຕີແຜນການແລະການລົງ ທຶນ ແລະທ່ານກິແກ້ວ ໄຂຄຳພິທູນ.

ທ່ານນາງປານີ ຢາທໍຕູ້ ຊຶ່ງກ່ອນໜ້ານີ້ຮັບຕຳແໜ່ງເປັນປະທານສະພາແຫ່ງຊາດ ແລະທ່ານບຸນທອງ ຈິດມະນີ ອະດີດຮອງນາຍົກລັດຖະມົນຕີ ໄດ້ຖືກເລືອກ ໃຫ້ເຂົ້າກຳຕຳແໜ່ງເປັນຮອງປະ ທານປະເທດ.

ພ້ອມນີ້ ທ່ານໄຊສົມພອນ ພົມວິຫານ ເຂົ້າກຳຕຳແໜ່ງເປັນປະທານສະພາແຫ່ງຊາດ ແທນທ່ານນາງປານີ ຢາທໍຕູ້ ທີ່ໄປຮັບຕຳແໜ່ງ ເປັນຮອງປະທານປະເທດ.

ສ່ວນຕຳແໜ່ງທີ່ສຳຄັນອື່ນໆນັ້ນ ທ່ານສະເຫຼີມໄຊ ກົມມະສິດຍັງເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະທ່ານວິໄລ ຫຼ້າຄຳຟອງ ເປັນລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ.

ກອງປະຊຸມຮອບປະຖົມມະເລີກຂອງສະພາແຫ່ງຊາດຊຸດທີ 9 ໄຂຂຶ້ນໃນວັນທີ 22 ມີນາ ໄປຈົນຮອດວັນສຸກທີ 26 ມີນາ 2021.

XS
SM
MD
LG