ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະພາ​ແຫ່ງ​ຊາດ​ລາວ ​ຈໍາກັດ​ສິດ ໃນການ​ກູ້​ຢືມ​ເງິນ​ທຶນ ​ຈາກ​ຕ່າງປະ​ເທດ


ພິທີເຊັນສັນຍາໃຫ້ເງິນຊ່ວຍເຫລືອ ຈໍານວນ 83 ລ້ານໂດລາ ຈາກທະນາຄານພັດທະນາເອເຊຍ ແກ່ລາວ
ພິທີເຊັນສັນຍາໃຫ້ເງິນຊ່ວຍເຫລືອ ຈໍານວນ 83 ລ້ານໂດລາ ຈາກທະນາຄານພັດທະນາເອເຊຍ ແກ່ລາວ
ສະພາ​ແຫ່ງ​ຊາດ​ລາວ​ຈໍາກັດ​ສິດທິ​ໃນ​ການ​ກູ້​ຢືມ​ເງິນ​ທຶນ​ຈາກ​
ຕ່າງປະ​ເທດ​ຂອງ​ກະຊວງ​ການ​ເງິນ​ໃຫ້​ຢູ່​ໃນ​ມູນ​ຄ່າ​ບໍ່​ເກີນ
215.13 ລ້ານ​ໂດ​ລ່າ​ໃນ​ແຜນການ​ປີ 2012- 2013 ນີ້ ຊຶ່ງ​
ລົດ​ລົງ​ຈາກ​ແຜນການ​ປີຜ່ານມາ.

ທ່ານ​ນາງ ທິບ​ພະ​ກອນ ຈັນທະ​ວົງສາ ຫົວໜ້າ​ກົມ​ພົວພັນ​ຕ່າງ
ປະ​ເທດ​ກະຊວງການ​ເງິນ ​ໃຫ້ການ​ຢືນຢັນ​ວ່າ​ສະພາ​ແຫ່​ງຊາດ​
ລາວ​ໄດ້​ອະນຸ​ຍາດ​ໃຫ້​ກະຊວງ​ການ​ເງິນ​ສາມາດ​ທີ່​ຈະ​ຈັດ​ຫາ​
ງົບປະມານ​ດ້ວຍ​ການ​ກູ້​ຢືມ​ແລະ​ຂໍ​ການ​ຊ່ວຍ​ເຫຼືອ​ຈາກ​ຕ່າງ
ປະ​ເທດ​ສໍ​າລັບ​ນໍາ​ໃຊ້​ເຂົ້າ​ໃນ​ໂຄງການ​ພັດທະນາ​ຕ່າງໆ​ທີ່ຢູ່​
ພາຍ​ໃຕ້​ການ​ຄຸ້ມ​ຄອງ​ ຂອງ​ກະຊວງ​ການ​ເງິນ​ໃນ​ແຜນການ​ປະ​
ຈໍ​າປີ 2012-2013 ນີ້​ໄດ້​ໃນ​ມູນ​ຄ່າ​ບໍ່​ເກີນ 370.46 ລ້ານ​ໂດ​ລາ.

​ພາຍ​ໃຕ້​ການ​ອະນຸຍາດ​ດັ່ງກ່າວ ສະພາ​ແຫ່ງ​ຊາວ​ລາວ​ຍັງ​ໄດ້​ຈໍາກັດ​ສິດທິຂອງ​ກະຊວງ​ການ​ເງິນ​ໃຫ້​ສາມາດ​ກູ້​ຢືມ​ເງິນ​ທຶນ​ຈາກ​ຕ່າງປະ​ເທດ​ໄດ້​ໃນ​ມູນ​ຄ່າລວມບໍ່​ເກີນ 215.13 ລ້ານ​ໂດ​ລາ​ອີ​ກດ້ວຍ. ສ່ວນ​ທີ່​ເຫຼືອ​ອີກ​ໃນ​ມູນ​ຄ່າ 155.33 ລ້ານ​ໂດ​ລ່າ​ນັ້ນ ກໍ​ຈະ​ຕ້ອງ​ເປັນ​ການ​ຮ້ອງ​ຂໍ​ການ​ຊ່ວຍ​ເຫຼືອ​ລ້າ​ຈາກ​ຕ່າງປະ​ເທດ​ເປັນ ດ້ານ​ຫຼັກ ຊຶ່ງ​ຖື​ເປັນ​ການ​ຮ້ອງ​ຂໍ​ການ​ຊ່ວຍເຫຼືອລ້າ​ທີ່​ເພີ່ມ​ຂຶ້ນຈາກ​ແຜນການ​ປີຜ່ານມາ ​ໃນ​ຂະນະ​ທີ່​ການ​ຂໍ​ກູ້​ຢືມ​ກັບ​ລົດ​ລົງ​ເມື່ອ​ທຽບ​ກັບ​ແຜນການ​ປີຜ່ານມາ.

ທາງດ້ານ​ທ່ານ ພູ​ເພັດ ຄໍາ​ພູນ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ກໍ​ໄດ້​ໃຫ້ການຍອມ
ຮັບ​ວ່າ​ສະພາບ​ການ​ຊ່ວຍ​ເຫຼືອ​ລ້າ​ທີ່​ລັດຖະບານ​ລາວ​ຄາດ​ຫວັງ​ຈະ​ໄດ້​ຮັບຈາກ​ຕ່າງປະເທດ
​ທັງ​ໃນ​ປັດຈຸບັນ​ນີ້ ​ແລະ​ໃນ​ໄລຍະ​ຕໍ່​ໄປ​ດ້ວຍ​ນັ້ນ ຖືເປັນ​ສະພາບ​ການ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ຢ່າງ​ຍິ່ງ.

ທັງ​ນີ້​ກໍ​ເນື່ອງ​ຈາກ​ວ່າການ​ຊ່ວຍ​ເຫຼືອ​ລ້າ​ຈາກ​ຕ່າງປະ​ເທດ​ໃນ​ປັດຈຸບັນ​ນີ້​ບໍ່​ພຽງ​ແຕ່ ຈະ​ມີ​ຢູ່​ຢ່າງ​ຈໍາກັດ​ເທົ່າ​ນັ້ນ ຫາກ​ແຕ່​ກໍ​ຍັງປາກົດ​ດ້ວຍ​ວ່າ​ບັນດາ​ປະ​ເທດ​ທີ່​ຈະ​ໃຫ້ການ​ຊ່ວ​ຍ​ເຫຼືອ​ລ້າ​ນັ້ນ​ໄດ້​ມີ​ການ​ຕັ້ງ​ເງື່ອນ​ໄຂ​ໃຫ້​ບັນດາ​ປະ​ເທດ​ທີ່​ຈະ​ຮັບ​ການ​ຊ່ວຍເຫຼືອ​ນັ້ນ​ຈະ​ຕ້ອງ​ປະ ຕິບັດ​ຕາມ​ຢ່າງ​ເຄັ່ງ​ຄັດ​ຫຼາຍ​ຂຶ້ນ ຊຶ່ງ​ກໍ​ເປັນ​ຍ້ອນ​ວ່າການ​ຊ່ວຍເຫຼືອ​ດັ່ງກ່າວ​ບໍ່​ແມ່ນ​ເງິນ​ກູ້ ຈຶ່ງ​ເຮັດ​ໃຫ້​ບັນດາ​ປະ​ເທດ​ທີ່​ຢາກ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ລ້າ​ນັ້ນ​ ຕ່າງ​ກໍ​ພະຍາຍາ​ມທີ່​ຈະ​ຍາດ​ແຍ່ງ​ເພື່ອ​ເຮັດ​ໃຫ້​ປະ​ເທດ​ຂອງ​ຕົນ​ໄດ້​ຮັບການ​ຊ່ວຍ​ເຫຼືອນັ້ນເອງ. ດັ່ງ​ທີ່ທ່ານພູເພັດ ໄດ້ໃຫ້ການອະທິບາຍວ່າ:

ທຶນ​ກູ້​ຢືມ​ຈາກ​ຕ່າງປະ​ເທດ ອັນ​ນີ້​ກໍ​ເປັນ​ແຫຼ່ງນຶ່ງ​ທີ່​ວ່າ​ສໍາຄັນ ຊຶ່ງ​ວ່າ​ທຸກ​ປະ​ເທດກໍມີ​ໜີ້​ສິນ​ຕ່າງປະ​ເທດມີໜິ້ສິນ​ພາຍ​ໃນອັນ​ນີ້​ກໍ​ເປັນ​ຂອງ​ທໍາ​ມະ​ດາ ​ແລ້ວ​ແຫຼ່ງທຶນ ໄດ້​ຈາກ​ການ​ຊ່ວຍ​ເຫຼືອ ໄດ້​ຈາກ​ແຫຼ່ງ​ເງິນ​ກູ້ແຫຼ່ງທຶນ​ຊ່ວຍ​ເຫຼືອ​ຈາກ​ຕ່າງປະ​ເທດ​ນີ້ ບໍ່​ເປັນ​ການ​ສ້າງ​ໜີ້​ສິນ ​ແຕ່​ໃນ​ສະພາບ​ປັດຈຸບັນ​ນີ້ ​ແລະ​ທຽບ​ກັບ​ຄວາມ​ຮຽກຮ້ອງ ຕ້ອງການ​ທີ່​ວ່າ​ພວກ​ເຮົາ​ໄດ້​ເງິນ​ຊ່ວ​ຍ​ເຫຼືອ​ມາ​ນີ້ ກໍ​ເຫັນ​ວ່າ​ແຫຼ່ງທຶນ​ດັ່ງກ່າວ​ນີ້ ຈໍາກັດ​ທີ່​ສຸດ​ທຽບ​ກັບ​ຄວາມ​ຕ້ອງການ.”

ການຊ່ວຍເຫລືອຂອງລັດຖະບານຍີ່ປຸ່ນ ແກ່ໂຮງຮຽນໃນລາວ
ການຊ່ວຍເຫລືອຂອງລັດຖະບານຍີ່ປຸ່ນ ແກ່ໂຮງຮຽນໃນລາວ


ນອກຈາກ​ນີ້ ກໍ​ມີ​ສາ​ເຫດ​ສໍາຄັນ​ອີກ​ປະການ​ນຶ່ງ​ທີ່​ເຮັດ​ໃຫ້​
ບັນດາ​ປະ​ເທດ​ຕ່າງໆ​ຕ້ອງການ​ທີ່​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​
ລ້າ​ຫຼາຍ​ກວ່າ​ການ​ກູ້​ຢືມ​ຈາກ​ຕ່າງປະ​ເທດ​ນັ້ນ ກໍ​ຄື​ຂໍ້ຈໍາກັດ​
ຂອງ​ແຕ່ລະ​ປະ​ເທດ​ທີ່​ສາມາດ​ຈະ​ກູ້​ຢືມ​ເງິນ​ທຶນ​ຈາກ​ຕ່າງ
ປະ​ເທດ​ໄດ້​ໃນ​ສັດ ສ່ວນ​ບໍ່​ເກີນ 45% ຂອງ​ຍອດ​ຜະລິດ​
ລວມພາຍ​ໃນ​ປະ​ເທດ​ ຫຼື​ມູນ​ຄ່າ GDP ຂອງ ແຕ່ລະ​ປະ​
ເທດ​ເປັນ​ສໍາຄັນ ​ໂດຍ​ສໍາລັບ ສປປ ລາວ​ນັ້ນ​ ກໍ​ສາມາ​ດທີ່​
ຈະ​ກູ້​ຢືມ​ເງິນ​ທຶນຈາກ​ຕ່າງປະ​ເທດ​ໄດ້​ໃນ​ມູນ​ຄ່າລວມທັງ​
ໝົດ​ບໍ່​ເກີນ 4,500 ລ້ານ​ໂດ​ລາ​ໃນ​ປັດຈຸບັນ​ນີ້.

ຫາກ​ແຕ່ວ່າ​ຕາມ​ການ​ລາຍ​ງານ​ປະ​ຈໍາປີ 2012 ຂອງ​ທະນາຄານ​ແຫ່ງ​ຊາດ​ລາວ​ກໍ ​ໄດ້​ລະບຸ​ວ່າ​ສະພາວະ​ໜີ້​ສິນ​ຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ​ໄດ້​ເພີ່ມ​ສູງ​ຂຶ້ນຢ່າງ​ຕໍ່ ເນື່ອງ ​ໂດຍ​ຈົນ​ເຖິງ​ທ້າຍ​ເດືອນ​ກັນຍາ​ທີ່​ຜ່ານ​ມາ ຊຶ່ງ​ເປັນ​ໄລຍະ​ສິ້ນ​ສຸດ​ຂອງ​ແຜນການ​ປີ 2011-2012 ກໍ​ປາກົດ​ວ່າ​ລັດຖະບານ​ລາວ​ ມີ​ໜີ້ເງິນ​ກູ້​ຕ່າງປະ​ເທດ​ລວມຫຼາຍ​ກວ່າ 3,500 ລ້ານ​ໂດ​ລາ ຫຼື​ເກີນ​ກວ່າ 35% ຂອງ​ມູນ​ຄ່າ GDP ຕະຫຼອດ​ປີ ດັ່ງກ່າວ​ແລ້ວ ດ້ວ​ຍ​ເຫດ​ນີ້ ລັດ ຖະບານ​ລາວ​ ຈຶ່ງ​ຍັງ​ຄົງ​ເຫຼືອ​ໂຄ​ຕ້າ​ທີ່​ຈະ​ກູ້​ຢືມ​ເງິນຈາກ​ຕ່າ​ງປະ​ເທດ​ໄດ້​ພຽງ​ແຕ່​ບໍ່​ເກີນ 10% ຂອງ​ມູນ​ຄ່າ GDP ​ໃນ​ປັດຈຸບັນ​ນີ້​ເທົ່າ​ນັ້ນ.
XS
SM
MD
LG