ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກະຊວງກະສິກຳ ແລະປ່າໄມ້ ໄດ້ຮັບມອບໝາຍ ໃຫ້ເປັນພາກສ່ວນ ພັດທະນາ ອຸດທະຍານ ແຫ່ງຊາດ


ອ່າງເກັບນໍ້ານໍ້າເທີນສອງ ບ່ອນທ່ອງທ່ຽວໃນ ສປປ ລາວ.
ອ່າງເກັບນໍ້ານໍ້າເທີນສອງ ບ່ອນທ່ອງທ່ຽວໃນ ສປປ ລາວ.

ສະພາ​ແຫ່ງ​ຊາດ​ລາວ​ໄດ້​ມອບໝາຍ​ໃຫ້​ກະຊວງ​ກະສິກຳ ​ແລະ​ປ່າໄມ້​ເປັນ​ພາກສ່ວນ​
ຮັບຜິດຊອບ​ດຳ​ເນີນ​ໂຄງການ​ພັດທະນາ​ເຂດ​ອຸດທະຍານ​ແຫ່ງ​ຊາດ ​ເພື່ອ​ປະກອບ
ສ່ວນ​ເຂົ້າໃນ​ການ​ພັດທະນາ​ຢ່າງ​ຍືນຍົງ ຊຶ່ງຊົງລິດ ໂພນເງິນ ມີລາຍງານມາສະເໜີ
ທ່ານ ຈາກບາງກອກ.

ທ່ານ​ພວງ​ປະລິ​ສັກ ປະ​ວົງ​ວຽງ​ຄຳ ຮອງ​ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ ​ແລະ​
ປ່າ​ໄມ້​ ໃຫ້ການ​ຢືນຢັນ​ວ່າ ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ 5 ຂອງ​ສະພາ​ແຫ່ງ​ຊາດ
​ລາວ ຊຸດ​ທີ 8 ​ໄດ້​ມອບ​ໝາຍ​ໃຫ້​ກະ​ຊວງ​ກະສິກຳ ​ແລະ​ປ່າ​ໄມ້ ​ເປັນ​ພາກສ່ວນ​ທີ່ຮັບ
ຜິດຊອບ​ດຳ​ເນີນ​ການ​ພັດທະນາ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ ນໍ້າ​ເທີນ​ນາ​ກາຍ ​ແລະ
​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ​ນໍ້າ​ແອດ-ພູ​ເລີຍ ​ໃຫ້​ເປັນ​ໂຕ​ແບບ​ຂອງ​ການ​ພັດທະນາ
​ເຂດ​ອຸດທະຍານ​ແຫ່ງ​ຊາດ​ເພື່ອ​ໃຫ້​ປະກອບສ່ວນ​ເຂົ້າ​ໃນ​ຍຸດ​ທະ​ສາດ​ການ​ພັດທະ
ນາ​ປະ​ເທດ​ຢ່າງ​ຍືນ​ຍົງ ດ້ວຍ​ການຮັກ​ສາ ​ແລະ​ຟື້ນ​ຟູ​ສະພາບ​ການ​ປົກ​ຫຸ້ມຂອງ​ປ່າ​
ໄມ້​ໃຫ້ເພີ້​ມຂຶ້ນ​ຢ່າງ​ຕໍ່​ເນື່ອງ ທັງ​ຍັງ​ແນໃສ່​ການ​ເຮັດ​ໃຫ້​ເຂດ​ອຸດທະຍານ​ແຫ່ງ​ຊາດ
​ເປັນ​ແຫ​ລ່ງລາຍ​ຮັບ​ທີ່​ສຳຄັນ​ຂອງ​ປະ​ເທດ ​ແລະ​ປະຊາຊົນ​ລາວ​ອີກ​ດ້ວຍ ​ດັ່ງ​ທີ່​ທ່ານ​ພວງປະລິສັກ ຢືນຢັນ​ວ່າ

"ທາງ​ສະພາ​ແຫ່ງ​ຊາດ​ໄດ້​ມ​ອບໃຫ້ກະຊວງ​ພວກ​ເຮົາ​ທົດ​ລອງ​ສ້າງ​ເຂດ​ປ່າ​ໄມ້​
ອ່າງ​ຮັບນໍ້າ​ນາ​ກາຍ ນໍ້າ​ເທີນ ​ແລະ​ນໍ້າ​ແອດ-ພູ​ເລີຍ​ເປັນ​ຕົວ​ແບບສ້າງ​ເປັນ​ເຂດ​
ອຸດທະຍານ​ແຫ່ງ​ຊາດ ຊຶ່ງ​ຈະ​ເປັນ​ຜົນ​ປະ​ໂຫຍ​ດສຳ​ຫຼັບການ​ປົກ​ປັກ​ຮັກສາ​ເຂດ
​ປ່າ​ໄມ້​ແບບ​ຍືນຍົງ​ຢ່າງ​ແທ້​ຈິງ ​ແລະ​ທີ່ຮັບ​ໃຫ້ການ​ຄໍ້​າປະກັນ​ແຫຼ່ງນໍ້າ​ທີ່​ໝັ້ນຄົງ​
ໃຫ້ການ​ຜະລິດ​ກະສິກຳ ການ​ຜະລິດ​ໄຟຟ້າ ​ແລະ​ທີ່​ຈະ​ເປັນ​ເງື່ອນ​ໄຂ​ພັດທະນາ​
ອຸດສາຫະກຳ​ທ່ອງ​ທ່ຽວ ຕິດ​ພັນ​ກັບ​ການ​ສ້າງ​ຖານ​ລາຍ​ຮັບ​ໃໝ່​ໃຫ້​ປະ​ເທດ ​ແລະ​
ສ້າງ​ອາຊີ​ບ​ໃໝ່​ທີ່​ໝັ້ນຄົງ​ໃຫ້​ຊາວ​ຊົນນະບົດ​ທີ່ຢູ່​ເຂດ​ອ່າງ​ຮັບ​ນໍ້າ."

ແຜນທີ່ ບ່ອນຕັ້ງນໍ້າເທີນສອງ ຢູ່ໃນ ສປປ ລາວ.
ແຜນທີ່ ບ່ອນຕັ້ງນໍ້າເທີນສອງ ຢູ່ໃນ ສປປ ລາວ.

ພ້​ອມກັນ​ນີ້ ລັດຖະບານ​ລາວ​ຍັງ​ໄດ້​ວາງ​ເປົ້າ​ໝາຍ​ທີ່​ຈະ​ຟື້ນ​ຟູ​ປ່າ​ໄມ້​ໃຫ້​ໄດ້​ໃນ​ເນື້ອ​ທີ່
37,000 ​ເຮັກຕາ​ ໃນ​ແຕ່ລະ​ປີ ​ໂດຍ​ໄດ້​ມອບ​ໝາຍ​ໃຫ້​ກະຊວງ​ກະສິກຳ ​ແລະ​ປ່າ​ໄມ້
​ເປັນ​ພາກສ່ວນ​ທີ່​ຮັບຜິດ​ຊອບ​ໃນ​ການ​ຕິດຕາມ​ກວດກາ ​ແລະ​ເກັບ​ກຳ​ຂໍ້ມູນ​ສະພາບ​
ພື້ນ​ທີ່​ປ່າ​ໄມ້ ທີ່​ໄດ້​ຮັບ​ການ​ຟື້ນ​ຟູ​ຮວມ​ເຖິງ​ການ​ກຳນົດ​ຂອບເຂດ ການ​ປັກ​ຫລັກ​ໝາຍ
​ແລະ​ການ​ຕິດ​ປ້າຍ​ເຂດຟື້ນ​ຟູ​ປ່າ​ໃຫ້​ໄດ້​ຢ່າງ​ຈະ​ແຈ້ງ ​ແລະ​ຊັດ​ເຈນ.

ສ່ວນ​ການຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ຂັ້ນ​ແຂວງ ​ແລະ​ລະດັບ​ທ້ອງ​ຖິ່ນ​ນັ້ນ​ຈະ​ຕ້ອງ​ດຳ​ເນີນ​
ການ​ເກັບກໍາ​ຄືນ​ແກ່ນ​ພັນໄມ້​ທີ່​ມີຢູ່​ແລ້ວ ​ແລະ​ແກ່ນ​ພັນ​ໄມ້​ທີ່​ພົບໃໝ່ ​ເພື່ອ​ຕອບ​ສະ
ໜອງ​ແກ່ນ​ພັນ​ໄມ້​ໃຫ້​ພຽງພໍ​ກັບ​ແຜນການ​ຟື້ນ​ຟູ​ປ່າ​ໄມ້​ໃນ​ແຕ່ລະ​ທ້ອງຖິ່ນ ສ່ວນ​ໄມ້​ອຸດ
ສາຫະກຳ ​ແລະ​ໄມ້ເສດຖະກິດ​ນັ້ນ​ກໍ​ຈະ​ຊຸກຍູ້​ຜູ້​ປະກອບ​ການ​ຕ່າງໆ ​ໃຫ້​ປູກ​ໃນ​ປ່າ​ປອກ
​ໂລ້ນ ​ແລະ​ທີ່​ດິນ​ຫວ່າງ​ເປົ່າ​ທີ່ລັດ​ໄດ້​ຈັດ​ສັນ​ໃຫ້ ທັງ​ຍັງ​ຕ້ອງ​ເກັບ​ກຳ​ຂໍ້ມູນການ​ປູກ​ຕົ້ນ​
ໄມ້​ໃນ​ລະຍະ​ທີ່​ຜ່ານ​ມາ ​ໂດຍ​ໃຫ້​ແຍກ​ຢ່າ​ງຊັດເຈນ​ລະຫວ່າງ​ສວນ​ປູກ​ຕົ້ນ​ໄມ້​ຂອງ​ລັດ
ກັບ​ສວນ​ປູກ​ຕົ້ນ​ໄມ້​ຂອງ​ພາກເອກ​ກະ​ຊົນ​ລາວ ​ແລະ​ຕ່າງ​ປະ​ເທດ ພາຍ​ໄດ້​ເປົ້າ​ໝາຍ​
ທີ່​ຈະ​ປູກ​ຕົ້ນ​ໄມ້​ໃຫ້​ໄດ້​ໃນ​ພື້ນ​ທີ່ 5 ​ແສນ​ເຮັກ​ຕາ ທີ່​ຖື​ເປັນ​ສ່ວນ​ນຶ່ງ​ໃນແຜນການ​ເພີ້​ມ
ຄວາມ​ໜາ​ແໜ້ນ​ຂອງ​ສະພາບ​ປ່າ​ໄມ້​ໃຫ້​ເຖິງ 70 ​ເປີ​ເຊັນ​ຂອງ​ພື້ນ​ທີ່​ທັງ​ໝົດ​ຂອງ​
ລາວ​ໃນ​ປີ 2020.

​ໂດຍ​ລັດຖະບານ​ລາວ​ໄດ້​ຈັດ​ສັນ​ປ່າໄມ້ 51 ​ເຂດ​ ເປັນ​ເຂດ​ປ່າຜະລິດທີ່​ມີ​ພື້ນ​ທີ່​ກວ້າງ
ກວ່າ 3 ລ້ານ​ເຮັກຕາ ທົ່ວ​ປະ​ເທດ ​ແລະ​ໄດ້​ມອບ​ໝາຍ​ໃຫ້​ປະຊາຊົນ​ໃນ 442 ພື້ນ​ທີ່
​ເປັນ​ພາກສ່ວນ​ທີ່​ຮັບຜິດຊອບ​ໃນ​ການ​ຄຸ້ມ​ຄອງ ​ແລະ​ເກັບ​ເອົາ​ຜົນ​ປະ​ໂຫຍ​ດ ຮ່ວມ​ກັນ​
ອັນເປັນ​ພາກສ່ວນ​ນຶ່ງ​ໃນ​ແຜ​ນການ​ເພີ້​ມ​ອັດຕາ​ຄວາມ​ໜາ​ແໜ້ນ​ຂອງ​ປ່າ​ໄມ້​ໃຫ້​ເຖິງ
65 ​ເປີ​ເຊັນ ​ແລະ 70 ​ເປີ​ເຊັນ ຂອງ​ພື້ນ​ທີ່​ໃນ​ປີ 2018 ​ແລະ​ປີ 2020 ຕາມ​ລຳດັບ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ລະດັບ​ຄວາມ​ໜາ​ແໜ້ນ​ຂອງ​ປ່າ​ໄມ້​ໃນ​ລາວ​ກໍ​ຍັງຄົງ​ລົດ​ລົງ​ຢ່າງ​ຕໍ່​
ເນື່ອງ​ໂດຍ​ອົງກາ​ນອະນຸລັກ​ຊັບພະຍາກອນທຳ​ມະ​ຊາດ Global Witness ​ໄດ້​ປະ​ເມີນ​ວ່າຄວາມ​ໜາ​ແໜ້ນ​ຂອງ​ປ່າ​ໄມ້​ໃນ​ລາວ​ໄດ້​ລົດ​ລົງຈາກ 17 ລ້ານ​ເຮັກຕາ ຫຼື 71 ​ເປີ​ເຊັນ
​ຂອງ​ພື້ນ​ທີ່​ທັງ​ໝົດ​ໃນ​ປີ 1960 ລົງ​ມາ​ເປັນ 9.4 ລ້ານ​ເຮັກ​ຕາ ຫຼື​ຕໍ່າ​ກວ່າ 40 ​ເປີ​ເຊັນ​
ຂອງ​ພື້ນ​ທີ່​ທັງ​ໝົດ​ໃນ​ປັດຈຸບັນ ​ໂດຍ​ມີ​ສາ​ເຫດ​ສຳຄັນ​ມາ​ຈາກ​ການ​ລັກ​ລອບ​ຕັດໄມ້​ເກີນ
ໂຄວ​ຕ້າ​ຂອງ​ບັນດາ​ບໍລິສັດ​ເອກ​ກະ​ຊົນ​ລາວ ​ແລະ​ຕ່າງຊາດ​ທີ່​ໄດ້​ຮັບ​ສຳ​ປະທານ​ຕັດ​ໄມ້​
ຈາກ​ທາງ​ການ​ລາວ​ທັງ​ໃນ​ສ່ວນ​ກາງ ​ແລະ​ລະ ດັບ​ທ້ອງ​ຖິ່ນ ຊຶ່ງ​ຈາກ​ການກວດ​ສອບ​ເຂດ​
ສຳ​ປະທານ​ຫຼາຍ​ກວ່າ 200 ພື້ນ​ທີ່ໃນ​ທົ່ວ​ປະ​ເທດ​ລາວ ຍັງພົບດ້ວຍ​ວ່າ​ໄດ້​ມີ​ການ​ລຸ​ກລໍ້າ
​ເຂົ້າ​ໄປລັກລອບ​ຕັດ​ໄມ້​ຢູ່​ໃນ​ເຂດ​ປ່າ​ສະຫງວນ ​ແລະ​ເຂດ​ປ່າ​ປ້ອງ​ກັນ​ທັງ​ໃນ​ລະດັບ​
ທ້ອງ​ຖິ່ນ ​ແລະ​ຂັ້ນ​ສູນ​ກາງ​ຢ່າງ​ກວ້າງຂວາງ​ອີກ​ດ້ວຍ.

XS
SM
MD
LG