ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະ​ພາ​ແຫ່ງ​ຊາດ ລາວ ປະ​ເມີນ​ຜົນ​ ການ​ປະ​ຕິ​ບັດ​ໜ້າ​ທີ່ ​ຂອງ​ພະ​ນັກ​ງານ​ຂັ້ນ​ສູງ​ ຂອງ​ລັດ 69 ຄົນ​ເປັນ​ຄັ້ງ​ທຳ​ອິດ


ທ່ານ​ນາງ ປາ​ນີ ຢາ​ທໍ​ຕູ້ ນຳ​ໜ້າ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລາວ ລົງ​ຄະ​ແນນ​ປະ​ເມີນ​ຜົນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ ຂອງ​ພະ​ນັກ​ງານ​ຂັ້ນ​ສູງ​ລັດ​ຖະ​ບານ.
ທ່ານ​ນາງ ປາ​ນີ ຢາ​ທໍ​ຕູ້ ນຳ​ໜ້າ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລາວ ລົງ​ຄະ​ແນນ​ປະ​ເມີນ​ຜົນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ ຂອງ​ພະ​ນັກ​ງານ​ຂັ້ນ​ສູງ​ລັດ​ຖະ​ບານ.

ສະ​ພາ​ແຫ່ງ​ຊາດ ລາວ ທຳ​ການ​ປະ​ເມີນ​ຜົນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ພະ​ນັກ​ງານ​ຂັ້ນ​ສູງ​ຂອງ​ລັດ​ຈຳ​ນວນ 69 ຄົນ​ເປັນ​ຄັ້ງ​ທຳ​ອິດ ໂດຍ​ໃຫ້​ສິດ​ແກ່​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເປັນ​ຜູ້​ປະ​ເມີນ​ດ້ວຍ​ການ​ລົງ​ຄະ​ແນນ​.


ການ​ປະ​ເມີນ​ຜົນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ພະ​ນັກ​ງານ​ຂັ້ນ​ສູງ​ຂອງ​ລັດ​ໄດ້​ມີ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 4 ທັນ​ວາ ແລະ ໄດ້​ປະ​ກາດ​ຜົນ​ການ​ປະ​ເມີນ​ໃນ​ວັນ​ທີ 6 ທັນ​ວາ 2019 ຊຶ່ງ​ເປັນ​ມື້​ສຸດ​ທ້າຍ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 8 ຂ​ອງ​ສະ​ພາ​ແຫ່ງ​ຊາດ ລາວ ໂດຍ​ພະ​ນັກ​ງານ​ຂັ້ນ​ສູງ​ຂອງ​ລັດ​ທີ່​ຖືກ​ປະ​ເມີນ​ໃນ​ຄັ້ງ​ນີ້​ມີ​ຈຳ​ນວນ 69 ຄົນ​ທີ່​ຮັບ​ຮອງ​ການ​ແຕ່ງ​ຕັ້ງ​ໂດຍ​ສະ​ພາ​ແຫ່ງ​ຊາດ ລາວ ໃນ​ນີ້​ປະ​ກອບ​ດ້ວຍ​ພະ​ນັກ​ງານ​ຂັ້ນ​ສູງ​ໃນ​ຂົງ​ເຂດ​ສະ​ພາ​ແຫ່ງ​ຊາດ 30 ທ່ານ, ຂົງ​ເຂ​ດ​ບໍ​ລິ​ຫານ 28 ທ່ານ, ຂົງ​ເຂດ​ຕຸ​ລາ​ການ ແລະ ກວດ​ສອບ​ແຫ່ງ​ລັດ 11 ທ່ານ​ຕາ​ລຳ​ດັບ.

ຜົນ​ການ​ລົງ​ຄະ​ແນນ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ລາວ ຈຳ​ນວນ 133 ທ່ານ ປາ​ກົດ​ວ່າ​ພະ​ນັກ​ງານ​ຂັ້ນ​ສູງ​ທີ່​ໄດ້​ຮັບ​ການ​ປະ​ເມີນ​ໃນ​ລະ​ດັບ​ດີ​ເລີດ​ມີ​ພຽງ 6 ທ່ານ​ຊຶ່ງ​ຢູ່​ໃນ​ຂົງ​ເຂດ​ສະ​ພາ​ແຫ່ງ​ຊາດ 3 ທ່ານ ແລະ ຂົງ​ເຂດ​ບໍ​ລິ​ຫານ 3 ທ່ານ. ສ່ວນນອກ​ນັ້ນ​ໄດ້​ຮັບ​ການ​ປະ​ເມີນ​ຕັ້ງ​ແຕ່​ລະ​ດັບ​ດີ​ລົງ​ມາ ແລະ ພາກ​ສ່ວນ​ທີ່ບໍ່​ໄດ້​ຮັບ​ການ​ປະ​ເມີນ​ຜົນ​ໃນ​ລະ​ດັບ​ດີ​ເລີດ​ເລີຍ​ນັ້ນ ກໍ​ຄື​ຂົງ​ເຂດ​ຕຸ​ລາ​ການ ແລະ ການກວດ​ສອບ​ແຫ່ງ​ລັດ ໂດຍ​ສະ​ເພາະ​ແມ່ນ​ໃນ​ວຽກ​ງານ​ອະ​ຍະ​ການ ແລະ ສານ​ປະ​ຊາ​ຊົນ​ນັ້ນ​ຖື​ເປັນ​ຂົງ​ເຂດ​ທີ່​ໄດ້​ຮັບ​ຄະ​ແນນ​ຈາກ​ການ​ປະ​ເມີນ​ໃນ​ລະ​ດັບ​ຕ່ຳ​ທີ່​ສຸດ ເນື່ອງ​ຈາກວ່າ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍ​ຍັງ​ມີ​ປະ​ສິດ​ທິ​ພາບ​ຕ່ຳ​ ທັງ​ຍັງ​ຂາດ​ການ​ເຜີຍ​ແຜ່​ເພື່ອ​ສ້າງ​ຄ​ວາມ​ຮູ້- ຄວາມ​ເຂົ້າ​ໃຈ​ດ້ານ​ກົດ​ໝາຍ​ໃຫ້​ກັບ​ປະ​ຊາ​ຊົນ​ອີກ​ດ້ວຍ ດັ່ງ​ທີ່​ທ່ານນາງ ຄຳ​ຈັນ ພົມ​ແສງ​ສະ​ຫວັນ ຮອງ​ປະ​ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ໄດ້​ຖະ​ແຫຼງ​ຢືນ​ຢັນ​ວ່າ

"ມາ​ຮອດ​ປັດ​ຈຸ​ບັນ​ສະ​ພາ​ແຫ່ງ​ຊາດ ໄດ້​ຮັບ​ຮອງ​ເອົາ​ກົດ​ໝາຍ​ສ້າງ​ໃໝ່ ແລະ ປັບ​ປຸງ​ກົດ​ໝາຍ​ທີ່​ມີ​ແລ້ວ​ໄດ້ຫຼາຍກວ່າ 145 ສະ​ບັບ ແຕ່​ການ​ໂຄ​ສະ​ນາ​ເຜີຍ​ແຜ່​ກົດ​ໝາຍ​ຂອງ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ເພື່ອ​ເຮັດ​ໃຫ້​ທຸກ​ຄົນ​ໃນ​ສັງ​ຄົມ​ມີ​ຄວາມ​ຮັບ​ຮູ້​ເຂົ້າ​ໃຈ ມີ​ສະ​ຕິ​ເຄົາ​ລົບ​ປະ​ຕິ​ບັດ​ກົ​ດ​ໝາຍ​ຍັງ​ບໍ່​ທັນ​ໄດ້ຫຼາຍ​ບໍ່​ທັນ​ກວ້າງ​ຂວາງ ກາຍ​ເປັນ​ນຶ່ງ​ໃນ​ສາ​ເຫດ​ສຳ​ຄັນ​ທີ່​ພາ​ໃຫ້​ມີ​ການ​ລະ​ເມີດ​ກົດ​ໝາຍ ສະ​ແດງ​ອອກ​ໃນ​ບັນ​ຫາ​ຫຍໍ້​ທໍ້​ຕ່າງໆ​ທີ່​ເກີດ​ຂຶ້ນ​ໄດ້​ກາຍ​ເປັນ​ຄະ​ດີ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ."

ສ່ວນ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ກະ​ຊວງ​ພາຍ​ໃນ​ເປີດ​ເຜີຍ​ວ່າ ລັດ​ຖະ​ບານ ລາວ ມອບ​ໝາຍ​ໃຫ້​ກະ​ຊວງ​ພາຍ​ໃນ​ດຳ​ເນີນ​ການ​ສຳຫຼວດ​ເພື່​ອ​ອອກ​ບັດ​ປະ​ຈຳ​ຕົວ​ໃໝ່​ໃຫ້​ພະ​ນັກ​ງານ​ລັດ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ​ໃຫ້​ແລ້ວ​ສຳ​ເລັດ​ໃນ​ທ້າຍ​ປີ 2020 ເປັນ​ຢ່າງ​ຊ້າ ເນື່ອງ​ຈາກ​ການກວດ​ກາ​ສະ​ເພາະ​ຢູ່​ຂັ້ນ​ສູນ​ກາງ​ໃນ​ຊ່ວງ​ຜ່ານ​ມາ​ພົບ​ວ່າ​ໃນ​ຈຳ​ນວນ​ພະ​ນັກ​ງານ​ລັດ 35,000 ກວ່າ​ຄົນ​ມີ​ຢູ່​ເຖິງ 2,800 ກວ່າ​ຄົນ​ທີ່​ມີ​ຊື່-ນາມ​ສະ​ກຸນ, ວັນ​ເດືອນ​ປີ​ເກີດ​ຊ້ຳ​ກັນ ແຕ່​ມີ​ຕຳ​ແໜ່ງ​ຢູ່​ຄົນ​ລະ​ບ່ອນ ແລະ ຮັບ​ເງິນ​ເດືອນ​ໃນ​ທັງ​ສອງ​ຕຳ​ແໜ່ງ ຊຶ່ງ​ຖ້າ​ຫາກວ່າ​ເປັນ​ບຸກ​ຄົນ​ດຽວ​ກັນ​ຍ່ອມ​ເຮັດ​ໃຫ້​ລັດ​ຖະ​ບານ​ສູນ​ເສຍ​ງົບ​ປະ​ມານ​ໄປ​ບໍ່​ນ້ອຍ​ໃນ​ແຕ່​ລະ​ເດືອ​ນ.

ທາງ​ດ້​ານ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ຍອມ​ຮັບ​ວ່າ​ການຫຼິ້ນ​ພັກ-ຫຼິ້ນ​ພວກ ແລະ ການຊື້ຕຳເອົາຕຳແໜ່ງໃນວົງການພະນັກງານຂອງລັດຖະບານ ລາວ ໄດ້ເກີດຂຶ້ນໃນທຸກພາກ ສ່ວນທົ່ວປະເທດ ຊຶ່ງໄດ້ສົ່ງຜົນກະທົບເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຕ່າງໆຂອງລັດ ບໍ່ສາມາດບັນລຸເປົ້າໝາຍໄດ້ຕາມແຜນການທີ່ວາງໄວ້ ເນື່ອງຈາກວ່າພະນັກງານລັດທີ່ຮັບຜິດ ຊອບນັ້ນບໍ່ມີຄວາມຮູ້ ຄວາມສາມາດໃນການປະຕິບັດວຽກງານຕົວຈິງຈຶ່ງເຮັດໃຫ້ເກີດສະພາບ ບັນຫາທີ່ມີພະນັກງານຫຼາຍແຕ່ເຮັດວຽກບໍ່ເປັນ.

ສ່ວນ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງ​ສະ​ຫະ​ພາບ​ຢູ​ໂຣ​ບ​ໃນ​ລາວ ຢືນ​ຢັນ​ວ່າ ສ​ປ​ປ ລາວ ຖືກ​ຈັດ​ໃຫ້ຢູ່ອັນ
ດັບທີ 2 ໃນຖານະທີ່ມີຈຳນວນພະນັກງານລັດ ຕໍ່ຈຳນວນປະຊາກອນລາວຄິດເປັນ​ສັດສ່ວນທີ່
ສູງສຸດໃນອາຊຽນ ເປັນຮອງພຽງແຕ່ ບຣູນາຍເທົ່ານັ້ນ ກໍຄືລາວມີ​ພະ​ນັກ​ງານລັດທັງໝົດ 184,870 ຄົນ ຫຼືຄິດເປັນສັດສ່ວນພະນັກງານລັດ 1 ຄົນ ຕໍ່ປະ​ຊາ​ກອນ​ລາວ 37 ຄົນຂະນະທີ່
ເກນມາດຕະຖານໃນອາຊຽນຢູ່ທີ່ສັດສ່ວນ 1 ຕໍ່ 50 ຄົນ ໂດຍຈຳ​ນວນພະນັກງານຂອງລັດຖະ
ບານລາວ ດັ່ງກ່າວນີ້ ຍັງບໍ່ຮວມເຖິງທະຫານ, ເຈົ້​າ​ໜ້າ​ທີ່​ຕຳຫຼວດ ແລະພະນັກ​ງານ​ລັດວິສາ
ຫະກິດ ທີ່ມີຈຳ​ນວນ​ລວມ​ກັນຫຼາຍກວ່າ 1 ແສນຄົນໃນທົ່ວປະເທດ​ ລາວ ແຕ່​ຢ່າງ​ໃດ.

XS
SM
MD
LG