ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຸດທະລິດ ກີຕ້າ ຊ້າຍ: ພອນແຫ່ງຄວາມຫວັງ (ເບິ່ງວີດີໂອ)


ຄືນນີ້ວັນອາທິດທີ 3 ທັນວານີ້ ລາຍການເພງລາວຈາກຕ່າງແດນຂອງວີໂອເອ ກ່ອມອາລົມທ່ານ ດ້ວຍຜົນງານຂອງ ສຸດທະລິດ ກີຕ້າຊ້າຍ ອີກ ຊຶ່ງເປັນເພງລາວ ທໍານອງສາກົນ ຈາກຜົນງານຊຸດທີ 4 ຂອງຜູ້ກ່ຽວ, ເຊິນທ່ານຕິດຕາມຮັບຟັງ ຈາກຍາເອື້ອຍດາຣາໄດ້ເລີຍ.

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ. ເມື່ອສອງອາທິດກ່ອນ ຂ້າພະເຈົ້າໄດ້ສະເໜີຜົນງານເພງ
ຂອງສຸດທະລິດ ກີຕ້າຊ້າຍ ສິນລະປີນ ຈາກ ສປປ ລາວ ຊຶ່ງເປັນເພງລາວເກົ່າໆມ່ວນໆ
ຕາມສະໄຕລ໌ທີ່ຂ້າພະເຈົ້າມັກຫັ້ນແຫລະ. ຄືນນີ້ ມາຟັງສຽງດ່ຽວກີຕ້າມ່ວນໆຂອງຜູ້ກ່ຽວ
ອີກເນາະ ແຕ່ມາໃນທໍານອງແປກໃໝ່ ຄືທໍານອງສາກົນ ເພງອັງກິດດັງໆໃນສະໃໝ່ຊຸມປີ
1980 ພຸ້ນແຫລະ ຫລືອາດຈະດົນກ່ວາກໍບໍ່ຮູ້. ເພື່ອບໍ່ໃຫ້ເສຍເວລາ ມາຟັງເພງທໍາອິດກັນ
ເລີຍ ຊື່ເພງ ໃຜຢຸດຝົນໄດ້ ຊຶ່ງສຸດທະລິດລຽບລຽງທໍານອງມາຈາກ ເພງ Who Stopped
the Rain. ເຊີນທ່ານຕິດຕາມຮັບຟັງໄດ້ເລີຍ.

ເປັນແນວໃດທ່ານຜູ້ຟັງ ເພງລາວທໍານອງ Who Stopped the Rain ຂອງສຸດທະລິດ
ກີຕ້າຊ້າຍ? ຂ້າພະເຈົ້າວ່າ ລາວເອົາມາດັດແປງເນື້ອຮ້ອງໃຫ້ເໝາະກັບສະພາບການໃນ
ປັດຈຸບັນໄດ້ດີ ເພາະວ່າໂດຍທົ່ວໄປແລ້ວ ໂລກເຮົານີ້ແມ່ນຮ້ອນເອົ້າແລະແຫ້ງແລ້ງຫລາຍ
ຍົກເວ້ນກໍແຕ່ໃນບາງ ປະເທດທີ່ຝົນຕົກຫລາຍຈົນນໍ້າຖ້ວມ. ເພງຕໍ່ໄປ ບ່າວປາກເຊ ຈາກ
ທໍານອງເພງອໍາມະຕະ Beautiful Sunday ຫລືວັນອາທິດທີ່ສວຍສົດງົດງາມ ອາກາດ
ແຈ່ມໃສ ແສງແດດກ້າ ແລະສໍາລັບຜູ້ທີ່ີ່ສົມຫວັງໃນຄວາມຮັກແລ້ວ ກໍແປວ່າ ງົດງາມແຫລະ ແຕ່ເນື້ອຮ້ອງພາສາລາວຂອງສຸດທະລິດ ແມ່ນກ່ຽວກັບຄວາມຮັກຂອງບ່າວປາກເຊ ກໍຄື
ຜູ້ກ່ຽວເອງ. ຂໍມອບໃຫ້ທຸກໆທ່ານທີ່ກໍາລັງຟັງຢູ່ ພິເສດຫລານສິນ. ຫວັງວ່າຄົງໄດ້ພົບ
ກັນຢູ່ວຽງຈັນ ໃນໄວໆນີ້.

ເວລາຂອງເຮົາຍັງເຫລືອບໍ່ຫລາຍ ທ່ານທີ່ເຄົາລົບ ເພາະສະນັ້ນ ມາຟັງເພງສຸດທ້າຍກັນເລີຍ
ຊື່ເພງ ພອນແຫ່ງຄວາມຫວັງ ຈາກທໍານອງເພງ Have I Told You Lately That I
Love You ຊຶ່ງແປວ່າ ຕອນຫລັງໆນີ້ ຂ້ອຍໄດ້ບອກເຈົ້າບໍ່ວ່າ ຂ້ອຍຮັກເຈົ້າ? ແຕ່ເນື້ອ
ຮ້ອງພາສາລາວແມ່ນມີຄວາມໝາຍຕ່າງໄປ ຄືເປັນເພງອວຍພອນໃຫ້ຄວາມຫວັງແລະກໍາ
ລັງໃຈແກ່ບັນດາທ່ານທີ່ປະສົບກັບເຄາະກໍາ ຫລືລໍາບາກຍາກແຄ້ນ. ວີໂອເອກໍຂໍເປັນກໍາ
ລັງໃຈໃຫ້ບັນດາທ່ານຄືກັນ ແລະຂໍໃຫ້ຍຶດເອົາເນື້ອເພງນີ້ເປັນຫລັກປະຕິບັດໃນການດໍາ
ລົງຊີວິດ. ເຖິງຈະບໍ່ມີເງີນມີຄໍາຫລາຍ ແຕ່ກໍມີຄວາມສຸກໄດ້ ຖ້າໃຈເຮົາສະຫງົບແລະຕັ້ງ
ໝັ້ນຢູ່ໃນຄຸນຄວາມດີ ກໍຄືສ້າງແຕ່ຄວາມດີກັບທຸກໆຄົນ. ກະຂໍມອບເພງນີ້ໃຫ້ທຸກໆທ່ານ
ທີ່ກໍາລັງຟັງຢູ່ .

ໜ້າເສຍດາຍ ທ່ານຜູ້ຟັງທີ່ເຄົາລົບ ເພງຍັງບໍ່ຈົບແຕ່ເວລາຂອງເຮົາໝົດລົງແລ້ວ ຂ້າພະເຈົ້າ
ຕ້ອງຂໍອໍາລາໄປກ່ອນ ແຕ່ທ່ານສາມາດຕິດຕາມຟັງໄດ້ອີກທາງເວັບໄຊ້ຂອງເຮົາ voanews.
com/lao ແລ້ວທ່ານຍັງຈະໄດ້ເບິ່ງວີດີໂອນໍາອີກ. ລາຕີສະຫວັດ ພົບກັນໃໝ່ໃນໂອກາດໜ້າ.

XS
SM
MD
LG