ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໓໑ ມີນາ ໒໐໒໕

ການສະຫລອງບຸນກະບອງໃຫຍ່ ຕາມປະເພນີຂອງຊົນເຜົ່າບຣູ ໃນປີນີ້ ຄຶກຄື້ນ ແລະຍິ່ງໃຫຍ່ເປັນພິເສດ


ການສະຫລອງບຸນກະບອງໃຫຍ່ ຕາມປະເພນີຂອງຊົນເຜົ່າບຣູ ໃນປີນີ້ ຄຶກຄື້ນ ແລະຍິ່ງໃຫຍ່ເປັນພິເສດ

ໃນລາຍການພິເສດມື້ນີ້ ພວກເຮົາຈະນຳສະເໜີລການສະຫລອງເທດສະການສືບ ສານຕໍານານບຸນກະບອງໃຫຍ່ ແລະກອງເຂົ້າທີ່ຫາກໍ່ສິ້ນສຸດລົງໃນວັນສຸກຜ່ານມານີ້. ມີອັນໃດແດ່ທີ່ພິເສດ ແລະໜ້າສົນໃຈກ່ຽວກັບບຸນທີ່ວ່ານີ້ ຂໍເຊີນທ່ານຮັບຟັງ ແລະຮັບຊົມ ຈາກນັກຂ່າວຂອງພວກເຮົາໄດ້ ໃນອັນດັບຕໍ່ໄປ.

ຊາວລາວບໍ່ວ່າຈະເປັນຊົນເຜົ່າໃຫຍ່ ຫລືນ້ອຍ ຫລັງຈາກການເກັບກ່ຽວມ້ຽນມັດເຂົ້າໄຮ່ເຂົ້ານາ ແລະຜົນລະປູກຕ່າງໆແລ້ວ ມັກຈະມີພິທີສະຫລອງບຸນກອງເຂົ້າ ຫລື ບຸນຄູນເຂົ້າຕາມຮີດຄອງປະເພນີດັ້ງເດີມຂອງຕົນ ເພື່ອເປັນການສະຫລອງ ຜົນສໍາເລັດໃນການຜະລິດຜົນລະປູກ ໂດຍຈັັດຂຶ້ນໃນເດືອນ 3 ອອກໃໝ່ 3 ຄໍ່າ ຕາມປະຕິທິນດັ້ງເດີມຂອງລາວ ທີ່ເຊື່ອກັນວ່າ ເປັນມື້ມົງຄຸນຍິ່ງນັ້ນ. ສໍາລັບຊົນ ເຜົ່າບຣູທີ່ເປັນຊົນເຜົ່າສ່ວນນ້ອຍນຶ່ງໃນລາວ ຖືວ່າ ການສະຫລອງບຸນກອງເຂົ້າ ແມ່ນມີຄວາມໝາຍອັນເລິກເຊິ່ງ ແລະພິເສດ ໄປກວ່ານັ້ນອີກ ເພາະມັນມີການເຮັດ ບຸນກະບອງໃຫຍ່ໄປພ້ອມໆກັນ.

ໃນສະໄໝກ່ອນນັ້ນ ບຸນກະບອງໃຫຍ່ເປັນບຸນປະເພນີທີ່ເຮັດແບບຄອບຄົວ ຫລືຢູ່ ໃນວົງແຄບ ແຕ່ຕົກມາຮອດປີ 2008 ໄດ້ເລີ້ມມີການສະຫລອງໃຫຍ່ໃນທຸກໆ ປີ ໂດຍຈັດຂຶ້ນຢູ່ທີ່ບ້ານໂພນງາມ, ເມືອງອາດສະພັງທອງ, ອີງຕາມພະແນກຖະ ແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງສະຫວັນນະເຂດ, ທາງພາກ ໃຕ້ຂອງລາວ. ປີນີ້ງານມະຫາກໍາສືບສານຕໍານານກະບອງໃຫຍ່ ໄດ້ຖືກຈັດຂຶ້ນຢ່າງຄຶກຄື້ນມ່ວນຊື່ນ ໃນວັນທີ 29 ຫາ 31 ມັງກອນ, ເມື່ອທ້າຍອາທິດຜ່ານມານີ້.

ອາຈານດອກເພັດ ແດນຈໍາພອນ ຊຶ່ງເປັນບຸກຄົນສໍາຄັນຜູ້ນຶ່ງໃນວົງການສົ່ງເສີມ ວັດທະນະທໍາ ແລະການທ່ອງທ່ຽວ ຢູ່ໃນແຂວງສະຫວັນນະເຂດອະທິບາຍ ສູ່ຟັງວ່າ: “ເດືອນ 3 ອອກໃໝ່ 3 ຄໍ່າໜີ້ເນາະ ແມ່ນມື້ໄຂປະຕູເລົ້າ ເປັນມື້ງາມຍາມດີ ມື້ກິນ ບໍ່ບົກ ຈົກບໍ່ລົງ ຊຶ່ງມັນເປັນຮີດເປັນຄອງມາຕັ້ງແຕ່ບັນພະບູລຸດ ເຮົາບໍ່ໄດ້ຮູ້ຈັກວ່າ ພັນປີ ບໍ່ທັນໄດ້ວ່າ ບໍ່ມີໃຜສືບໄດ້ວ່າ ຈັກພັນປີ ທັງລາວ, ທັງຜູ້ໄທ, ທັງບຣູ ຫາກ ມັນຕ່າງແຕ່ວ່າ ໃຜຊິເຮັດຫລາຍ ເຮັດໜ້ອຍ, ເຮັັດເຄັ່ງຄັດ ເຮັດແບບວ່າ ໃຫ້ ມັນຍິ່ງໃຫຍ່ ຄືເຮົາຊິໄປແຖວໜອງໄຮ, ນາກາລາ, ເມືອງສອງຄອນ ຄືໄທແຖວ ນັ້ນເຂົາເຈົ້າ ເຮັດໃຫຍ່ໄດ໋ ເພິ່ນເຮັດໃຫຍ່ເນາະ ບັດນີ້ຄັນຊິໄປເມືອງວັງ ອ່າງຄໍາໜີ້ ກະບູ້! ບໍ່ແມ່ນທໍາມະດາແຖວນີ້. ເປັນຮີດຄອງປະເພນີທີນຶ່ງປະຈໍາປີຫລະ. ບັດນີ້ ອັນພິເສດຂອງເພິ່ນເດີ້ ບຣູໜີ້້ ກະມີຫລາຍບ້ານ ຫລາຍເມືອງ ແຕ່ວ່າ ບ່ອນທີ່ເພິ່ນຊິເຮັດຮີດກະບອງ ກະບອງໃຫຍ່ຕິດພັນກັບມັນຫັ້ນ ແມ່ນຢູ່ ແຖວຈຸດສຸມໂພນງາມ, ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ເພື່ອລະນຶກເຖິງບຸນຄຸນຂອງບັນພະບູລຸດທີ່ເພິ່ນສ້າງກະບອງ.”

ງານບຸນກະບອງໃຫຍ່ປີນີ້ ແມ່ນໃຫຍ່ກວ່າປີກາຍໂດຍໄດ້ດຶງດູດເອົາຜູ້ຄົນ ທັງຢູ່ໃກ້ ແລະໄກລວມທັງຈາກຕ່າງປະເທດໄປເບິ່ງໄປຊົມ. ແມ່ຕູ້ບຸນລຽມ ອິນທິລາດ ກ່າວດ້ວຍຄວາມຍິ້ມແຍ້ມແຈ່ມໃສຕໍ່ພວກເຮົາວ່າ: “ແມ່ຕູ້ບຸນລຽມ ອິນທິລາດ ແມ່ມາແຕ່ເມືອງວຽງຈັນ ບ້ານອາກາດ, ບ້ານອາກາດ ວັດໄຕໃຫຍ່ ຍ້ອນວ່າ ອາຈານບົວລຽນໃຫ້ຜູ້ຂ້າໜີ້ ລະດົມອອກຕົນຍາດໂຍມ ລູກໆ ຫລານໆ ລະກະອີແມ່ກະໄດ້ລະດົມລູກຫລານໝົດສູ່ຄົນ, 9 ຄົນໜີ້ມານໍາ ແມ່ກະຮູ້ ສຶກວ່າ ພູມໃຈຫລາຍ ເພາະວ່າ ໄດ້ເຫັນ ບຸນກະບອງໃຫຍ່ຄັ້ງທໍາອິດ ແລະກໍເອົາເງິນມາບໍລິຈາກນໍາ.”

ສິ່ງທີ່ເປັນເອກະລັກໂດດເດັ່ນຂອງງານບຸນກະບອງໃຫຍ່ນີ້ ແມ່ນມີກະບອງທີ່ສູງເຖິງ 20 ແມັດ ຕັ້ງຢູ່ໃນງານ ແລະກໍມີການແຫ່ຂະບວນກະບອງເຂົ້າວັດປ່າ ສີສະອາດໄຊຍະຣາມ, ມີຂະບວນຟ້ອນ, ຂັບລໍາ ປະກອບໄປນໍາ, ມີຮ້ານວາງສະແດງເຄື່ອງຫັດຖະກຳບັນດາເຜົ່າ, ມີການຕໍາເຂົ້າ, ເຂັນຝ້າຍ ແລະຕໍ່າຫູກ ທີ່ສະແດງ ເຖິງວິຖີຊີວິດແບບດັ້ງເດີມຂອງຊົນເຜົ່າບຣູ ໃນທ້ອງຖິ່ນດັ່ງກ່າວ. ພ້ອມກັນນັ້ນ ກໍມີການຊົມສວນວັດທະນະທຳເຜົ່າບຣູ ແລະກິດຈະກໍາອື່ນໆ ເພື່ອຄົບງັນກັນຕະ ຫລອດສາມມື້ ສາມຄືນ.

ນາງວັນ ຊຶ່ງເປັນຍິງສາວຊົນເຜົ່າບຣູທີ່ໄດ້ໄປຮ່ວມສະຫລອງບຸນກະບອງໃຫຍ່ໃນ ປີນີ້ກ່າວຕໍ່ພວກເຮົາວ່າ: “ດີໃຈຫລາຍທີ່ໄດ້ມາຮ່ວມງານໃນປີນີ້ ມີຄົນເຂົ້າມາທ່ຽວບັກຫລາຍໆນຶ່ງ ມີອາຫານການກິນເຕັມໄປໝົດງານເລີຍ ມີເຂົ້າຫລາມປີ້ງໄກ່ ແລະກໍໄຂ່ ລະກະມີຫລາຍຊົນເຜົ່າທີ່ເຂົ້າມາຮ່ວມ ລາວລຸ່ມ ລາວເທິງ ແລະລາວກາງ ກໍມາຮ່ວມ. ງານປີນີ້ແມ່ນແແຕກຕ່າງກັບ ປີກາຍຫລາຍ ປີນີ້ແມ່ນໃຫຍ່ ຫລາຍກວ່າປີກ່ອນ ກໍຄົນມີຮ່ວມຫລາຍກວ່າປີກ່ອນ ສິ່ງທີ່ປະທັບໃຈທີ່ສຸດ ແມ່ນການແຫ່ກະບອງ ມີຄົນຫລາຍ ມ່ວນຊື່ນ.”

ດຣ. ຄຣິສ ໂພສີຣິ ນັກທຸລະກິດລາວ-ອາເມຣິກັນ ຈາກລັດຄາລິຟໍ ທີ່ເດີນທາງໄປ ຮ່ວມງານນີ້ກໍກ່າວໃຫ້ພວກເຮົາຟັງວ່າ: “ຊົນເຜົ່າບຣູເປັນຊົນເຜົ່າສຸດທ້າຍທີ່ຕົກເປັນອັນດັບທີ 50 ຂອງບັນດາເຜົ່າໃນ ສປປ ລາວ. ເຫດຜົນທີ່ຢາກໄປງານກະບອງໃຫຍ່ໃນປີນີ້ຄືຢາກໄປເຫັນການແຫ່ ກະບອງໃຫຍ່ ຢາກເຫັນການແຕ່ງກາຍຂອງຊົນເຜົ່າບຣູ ແລະການຢູ່ອາໄສຂອງ ເຂົາເຈົ້າ. ສິ່ງທີ່ສົນໃຈທີ່ສຸດຄືປະເພນີຂອງຊົນເຜົ່າບຣູ ຂະເຈົ້າແຫ່ກະບອງໃຫຍ່ ໂດຍມີຜູ້ຊາຍ ສະກັນ 4 ຄົນຫາມກະບອງໃຫຍ່ ແລະຕາມຫລັງຈະມີເດັກນ້ອຍຍິງ ແລະຊາຍແຕ່ງກາຍເປັນຊົນເຜົ່າບຣູຟ້ອນຕາມຫລັງການແຫ່ກະບອງໃຫຍ່. ຢູ່ ທາງຂ້າງບຸດ ແຕ່ລະບຸດຈະມີການເສບດົນຕີ ແລະຟ້ອນລໍາທໍາເພັງ ຂອງຜູ້ຍິງ ແລະຊາຍຂອງຊົນເຜົ່າບຣູ. ງານນີ້ແມ່ນມ່ວນຊື່ນຄຶດຄື້ນຫລາຍສໍາລັບງານ ແຫ່ກະບອງໃຫຍ່ໃນປີນີ້.”

ເຜົ່າບຣູ ຄືກຸ່ມຊົນເຜົ່າທີ່ລວມເອົາເຜົ່າຍ່ອຍເຊັ່ນມະກອງ, ເຜົ່າກະຕາງ, ເຜົ່າຕຣີເປັນຕົ້ນ ທີ່ຢູ່ໃນຕະກູນບຣູນັ້ນມາລວມກັນ. ຊົນເຜົ່ານີ້ອາໄສ ຢູ່ເມືອງອາດສະ ພັງທອງ, ແຂວງສະຫວັນນະເຂດມາແຕ່ດົນນານແລ້ວ ແຕ່ບໍ່ໄດ້ຖືກຮັບຮອງໃຫ້ ເປັນຊົນເຜົ່ານຶ່ງຢູ່ໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດຊຸດທີ VI ໃນປີ 2008 ທີ່ໄດ້ກໍານົດວ່າ ຢູ່ ສປປລາວ ມີ 49 ຊົນເຜົ່ານັ້ນ. ພາຍຫລັງ ທີ່ພະນັກ ງານ ແລະປະຊາຊົນເຂດນັ້ນໄດ້ສູ້ຊົນ ແລະນໍາສະເໜີຕໍ່ທາງການ ມາເປັນເວລາ 10 ປີ, ໃນປີ 2018 ຊົນເຜົ່າບຣູຈຶ່ງຖືກຮັບຮອງເອົາເຂົ້າໃນວົງສາຄະນະຍາດ ແຫ່ງຊາດ ຂອງລາວຢ່າງເປັນທາງການ, ອີງຕາມເວັບໄຊຂອງສະພາ ແຫ່ງຊາດ ແຫ່ງ ສປປ ລາວ https://na.gov.la/ ແລະບຸນກະບອງໃຫຍ່ນີ້ ກໍເປັນການ ສະຫລອງບຸນທີ່ເປັນເອກະລັກຂອງເຂົາເຈົ້າ.

ສະຫລຸບແລ້ວ ຊົນເຜົົ່າບຣູເປັນກຸ່ມຂອງຊົນເຜົ່າສ່ວນນ້ອຍກຸ່ມນຶ່ງ ຢູ່ໃນແຂວງ ສະຫວັນນະເຂດ ຊຶ່ງເຂົາເຈົ້າໄດ້ສະຫລອງບຸນກະບອງໃຫຍ່ ທີ່ມີເອກະລັກ ທາງຮີດຄອງປະເພນີຂອງຕົນ ແລະການຈັດງານບຸນກະບອງໃຫຍ່ໃນປີນີ້ ກໍ ມີຫຼາກຫຼາຍຊົນເຜົ່າເຂົ້າມາຮ່ວມດ້ວຍຄວາມເບີກບານມ່ວນຊື່ນແລະ ຄຶກຄື້ນກວ່າປີທີ່ຜ່ານມາຫລາຍ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG