ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາແຫ່ງຊາດລາວຢືນຢັນ ວ່າບັນດານາຍບ້ານຢູ່ເຂດຊາຍແດນຂອງແຂວງສະຫວັນນະເຂດ ສ່ວນໃຫຍ່ເປັນຄົນເຊື້ອຊາດຫວຽດນາມ


ກອງ​ງ​ປະ​ຊຸມ​ສັງ​ຄົມ​ຄົນ​ຫວຽດ​ນາມ​ໃນ​ລາວ.
ກອງ​ງ​ປະ​ຊຸມ​ສັງ​ຄົມ​ຄົນ​ຫວຽດ​ນາມ​ໃນ​ລາວ.

ສະມາຊິກສະພາແຫ່ງຊາດລາວ ຢືນຢັນວ່າ ບັນດານາຍບ້ານຢູ່ເຂດຊາຍແດນຂອງແຂວງສະຫວັນນະເຂດ ທີ່ຕິດກັບຊາຍແດນຫວຽດນາມ ສ່ວນໃຫຍ່ເປັນຄົນເຊື້ອຊາດຫວຽດນາມ ທີ່ບໍ່ຮູ້ແລະບໍ່ເຂົ້າໃຈພາສາລາວ, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ສະມາຊິກສະພາແຫ່ງຊາດລາວ ເປີດເຜີຍວ່າ ການຈັດຕັ້ງປະຕິບັດໂຄງການພັດທະນາເພື່ອລຶບລ້າງບັນຫາຍາກຈົນຂອງປະຊາຊົນລາວ ໃນເຂດຊົນນະບົດທີ່ຍັງມີປະສິດທິພາບຕໍ່າ ໂດຍນອກຈາກຈະເປັນຍ້ອນບັນຫາຂາດແຄນດ້ານງົບປະມານແລ້ວ ຍັງມີບັນຫາໃນດ້ານບຸກຄະລາກອນທີ່ບໍ່ມີຄວາມຮູ້ຄວາມສາມາດໃນດ້ານການບໍລິຫານ ແລະການປະສານງານລະຫວ່າງພາກສ່ວນຕ່າງໆດ້ວຍ ແລະຈາກການກວດກາບັນດາໂຄງການພັດທະນາ ໃນເຂດຊົນນະບົດ ໂດຍສະເພາະແມ່ນຢູ່ເຂດຊາຍແດນທີ່ຕິດກັບປະເທດຈີນ ແລະຫວຽດນາມນັ້ນ ພົບວ່າ ບັນດານາຍບ້ານສ່ວນຫຼາຍບໍ່ຮູ້ໜັງສື ແລະນາຍບ້ານຈໍານວນນຶ່ງກໍຍັງເປັນຄົນເຊື້ອຊາດອື່ນ ເຊັ່ນຢູ່ໃນເຂດຊາຍແດນຂອງແຂວງສະຫວັນນະເຂດ ທີ່ຕິດກັບຫວຽດນາມ ກໍປາກົດວ່ານາຍບ້ານເປັນຄົນເຊື້ອຊາດຫວຽດນາມ ທີ່ບໍ່ຮູ້ ແລະບໍ່ເຂົ້າໃຈພາສາລາວເລີຍ, ດັ່ງທີ່ສະມາຊິກສະພາແຫ່ງຊາດລາວ ຢືນຢັນວ່າ:

“ຫຼາຍແຂວງນິ ຍັງມີນາຍບ້ານບໍ່ຮູ້ໜັງສື ຂ້າພະເຈົ້າໄປແຂວງຜົ້ງສາລີໄດ້ຮັບລາຍງານວ່າ ມີຫຼາຍບ້ານ ແລະຂ້າພະເຈົ້າຖາມວ່າ ບັນດານິຕິກໍາທີ່ຂັ້ນເທິງວາງອອກ ແລະອັນນີ້ ໃຫ້ບ້ານແລ້ວເຮັດແນວໃດ ວ່າໃຫ້ຜູ້ຮູ້ໜັງສືຫັ່ນອ່ານໃຫ້ລາວຟັງ ແລ້ວລາວກະຊີ້ນໍາວ່າເຮັດແນວໃດ? ຕ້ອງເຮັດຕາມລາວຊີ້ນໍາຫັ່ນ ບາດນີ້ບາງບ້ານຢູ່ລຽບຊາຍແດນ ລາວ-ຫວຽດນາມ ຢູ່ແຂວງສະຫວັນນະເຂດ ນາຍບ້ານບໍ່ຮູ້ພາສາລາວ ຮູ້ພາສາຫວຽດຕ້ອງໄດ້ເອົານາຍພາສາໄປແປຖ້າຊິໄປເຮັດວຽກກັບນາຍບ້ານ.”

ແຕ່ຢ່າງໃດກໍຕາມ, ທາງການກະຊວງປ້ອງກັນຄວາມສະຫງົບກໍໄດ້ອອກຄໍາສັ່ງ

ເຖິງກໍາລັງປ້ອງກັນຄວາມສະຫງົບໃນທົ່ວປະເທດ ເພື່ອໃຫ້ເພີ້ມຄວາມເຂັ້ມງວດໃນການດໍາເນີນມາດຕະການຄວບຄຸມ ແລະກວດກາທຸກການເຄື່ອນໄຫວຂອງປະຊາຊົນລາວບັນດາເຜົ່າ ແລະຊາວຕ່າງຊາດຢູ່ເຂດຊາຍແດນລາວກັບປະເທດເພື່ອນບ້ານຢ່າງໃກ້ຊິດ ລວມເຖິງການກວດກາການເຊື່ອຖືໃນສາສະໜາ ທີ່ມີຫຼັກຄໍາສອນທີ່ບໍ່ສອດຄ່ອງກັບແນວທາງຂອງພັກປະຊາຊົນປະຕິວັດລາວ ດ້ວຍແລ້ວ ຖ້າຫາກກວດພົບວ່າ ໄດ້ມີການເຄື່ອນໄຫວໃນລັກສະນະດັ່ງກ່າວ ກໍໃຫ້ສາມາດຈັບກຸມໄດ້ໃນທັນທີ ແລະຄວບຄຸມໂຕຜູ້ກ່ຽວສູ່ຂະບວນການສຶກສາອົບຮົມ ເພື່ອໃຫ້ສັນຍາວ່າ ຈະບໍ່ເຄື່ອນໄຫວໃນລັກສະນະດັ່ງກ່າວອີກ ຈຶ່ງຈະປ່ອຍຜູ້ກ່ຽວກັບຄືນສູ່ພູມລໍາເນົນ ເຊິ່ງການດໍາເນີນງານດັ່ງກ່າວ ຖືເປັນສ່ວນນຶ່ງໃນແຜນການສ້າງບ້ານ ແລະເມືອງສາມັກຄີປອງດອງທີ່ຮັບຜິດຊອບໂດຍແນວລາວສ້າງຊາດ, ດັ່ງທີ່ເຈົ້າໜ້າທີ່ແນວລາວສ້າງຊາດຢືນຢັນວ່າ:

“ແນວລາວສ້າງຊາດໄດ້ຄົ້ນຄວ້າ ແລະວາງມາດຕະການການສ້າງຄອບຄົວ-ບ້ານສາມັກຄີປອງດອງ ເພື່ອປະກອບສ່ວນເຂົ້າໃນວຽກງານສາມສ້າງ, ມາຮອດປັດຈຸບັນນີ້ ທົ່ວປະເທດໄດ້ຮັບຮອງຄອບຄົວສາມັກຄີຈໍານວນ 1,370,539 ຄອບຄົວ ເທົ່າກັບ 77 ບ້ານສາມັກຄີປອງດອງ ຈໍານວນ 6,605 ບ້ານ ເທົ່າກັບ 79 ເປີເຊັນ ເມືອງສາມັກຄີປອງດອງໄດ້ 26 ເມືອງ ເທົ່າກັບ 17.5 ເປີເຊັນ.”

ສ່ວນ ພົນໂທ ທອງລອຍ ສິຫຼິວົງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຖະແຫຼງວ່າ ການຈັດຕັ້ງປະຕິບັດຍຸດທະສາດ 2 ໜ້າທີ່ ກໍຄື ການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດໂດຍກອງທັບປະຊາຊົນລາວ ນັບຈາກປີ 2000 ເປັນຕົ້ນມາ ໄດ້ສາມາດຮັບປະກັນສະຖຽນລະພາບທາງການເມືອງ ແລະຄວາມໝັ້ນຄົງແຫ່ງຊາດໄດ້ຢ່າງຄັກແນ່ ທັງຍັງສາມາດຄວບຄຸມ ແລະຈໍາກັດການເຄື່ອນໄຫວຂອງກຸ່ມກໍາລັງປະກອບອາວຸດທີ່ຕ້ອງການຈະກໍ່ເຫດຮຸນແຮງ ແລະຕໍ່ຕ້ານອໍານາດຂອງລັດຖະບານລາວ ໄດ້ຢ່າງສົມບູນແລ້ວ ໂດຍສະເພາະໃນພື້ນທີ່ເປົ້າ ໝາຍຄື ແຂວງວຽງຈັນ, ໄຊສົມບູນ, ຊຽງຂວາງ, ບໍລິຄໍາໄຊ ແລະ ຫຼວງພະບາງນັ້ນ.

ກ່ອນໜ້ານີ້ ສະພາແຫ່ງຊາດລາວ ໄດ້ຮັບຮອງກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ ໃນທ້າຍປີ 2021 ເຊິ່ງແນໃສ່ການເພີ້ມປະສິດທິພາບການປາບປາມອາຊະຍາກໍາທຸກຮູບແບບຢູ່ຊາຍແດນລາວກັບເພື່ອນບ້ານ ລວມເຖິງການພັດທະນາເສດຖະກິດ ການຄ້າ ການລົງທຶນ ທີ່ປາດສະຈາກບັນຫາອາຊະຍາກໍາໃຫ້ໄດ້ຢ່າງແທ້ຈິງ ໂດຍກະຊວງປ້ອງກັນປະເທດ ກໍຄືພາກສ່ວນທີ່ຮັບຜິດຊອບໃນການຮັບປະກັນດ້ານຄວາມໝັ້ນຄົງ ແລະເສລີພາບທາງການເມືອງໃຫ້ໄດ້ຢ່າງເຕັມສ່ວນ ທັງຍັງຈະຕ້ອງສາມາດປົກປັກຮັກສາ ແລະເສີມສ້າງ ການເມືອງ-ການປົກຄອງ ໃນລາວໃຫ້ເຂັ້ມແຂງ ແລະເປັນທີ່ຍອມຮັບໃນສາກົນເພີ້ມຂຶ້ນນັບມື້ ໂດຍສະເພາະກອງທັບປະຊາຊົນລາວນັ້ນ ຍັງຈະຕ້ອງປະສານການຮ່ວມມືກັບກອງທັບປະເທດເພື່ອນບ້ານ ໃນລຸມນ້ຳຂອງຢ່າງໃກ້ຊິດ ເພື່ອປາບປາມອາຊະຍາກຳທຸກຮູບແບບໂດຍແກັ່ງອາຊະຍາກຳຈີນ ຖືເປັນກຸ່ມອາຊະຍາກອນທີ່ມີຂະໜາດໃຫຍ່ທີ່ສຸດ ໃນເຂດລຸ່ມນ້ຳຂອງໃນປັດຈຸບັນນີ້ ເຊິ່ງນັບຈາກປີ 2019 ເປັນຕົ້ນມາ ໄດ້ມີການຈັບກຸມ ແລະສົ່ງໂຕໄປໃຫ້ທາງການຈີນແລ້ວ ຫຼາຍກວ່າ 10,700 ຄົນ.

XS
SM
MD
LG