ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີ ກ.ຊ. ປ້ອງກັນຄວາມສະຫງົບ ພາຍໃນລາວ ເວົ້າວ່າ ຈະລົງໂທດເຈົ້າໜ້າທີ່ ທຸກຄົນ ທີ່ມີສ່ວນພົວພັນ ກັບກຸ່ມແກັ່ງ ອາດຊະຍາກອນ


ຜູ້ຄ້າຢາເສບຕິດຄົນນຶ່ງທີ່ຖືກຈັບໄດ້ຢູ່ໃນລາວໃນປີຜ່ານມາ
ຜູ້ຄ້າຢາເສບຕິດຄົນນຶ່ງທີ່ຖືກຈັບໄດ້ຢູ່ໃນລາວໃນປີຜ່ານມາ

ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບພາຍໃນລາວຢືນຢັນວ່າ ຈະລົງໂທດພະນັກ ງານແລະ ເຈົ້າໜ້າທີ່ຕຳຫຼວດທຸກຄົນທີ່ມີສ່ວນພົວພັນກັບກຸ່ມແກັ້ງອາດຊະຍາກອນ ໂດຍສະເພາະກຸ່ມແກ້ງຄ້າຂາຍຢາເສບຕິດຂ້າມຊາດ. ຊົງລິດ ໂພນເງິນມີລາຍງານເລື້ອງນີ້ມາຈາກບາງກອກ.

ພົນໂທ ວິໄລ ຫລ້າຄໍາຟອງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຖະແຫລງຕໍ່ກອງປະຊຸມວ່າດ້ວຍ ການປ້ອງກັນຄວາມສະຫງົບໃນລາວ ເມື່ອບໍ່​ນານ​ມາ​ນີ້ ວ່າມາດຕະການສໍາຄັນ ທີ່ຈະຊຸກຍູ້ໃຫ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດຕະຫຼອດປີ 2021 ກໍຄືການດໍາເນີນມາດຕະການລົງໂທດຕໍ່ພະນັກງານລັດ ແລະເຈົ້າໜ້າທີ່ຕຳຫຼວດທຸກຄົນທີ່ພົວພັນກັບກຸ່ມແກັ່ງອາດຊະຍາກອນ ໂດຍສະເພາະແມ່ນແກັ່ງຄ້າຢາເສບຕິດຂ້າມຊາດນັ້ນ ຖືເປັນບັນຫານຶ່ງ ທີ່ສັງຄົມລາວໄດ້ຕັ້ງຂໍ້ສົງໄສຫຼາຍທີ່ສຸດຕໍ່ບົດບາດຂອງຕຳຫຼວດ ໂດຍເຊື່ອວ່າ ການທີ່ແກັ່ງອາດຊະຍາກອນສາມາດລັກລອບຂົນສົ່ງຢາເສບຕິດໄດ້ຢ່າງຫລວງຫລາຍກໍຍ້ອນວ່າ ໄດ້ຮັບການຊ່ວຍເຫລືອຈາກເຈົ້າໜ້າທີ່ຕຳຫຼວດລາວນັ້ນເອງ ດັ່ງທີ່ພົນໂທ ວິໄລໄດ້ໃຫ້ການຢືນຢັນວ່າ:

“ສັງຄົມເຂົາເຈົ້າກະສ່ອງແສງ ເປັນຫຍັງມັນມີຫວ້ານ ມີຢາຫລາຍແທ້ ເຂົາວ່າຕຳຫຼວດ-ທະຫານນີ້ເຂົ້າຮ່ວມ ເຂົາວ່າແນວນັ້ນເດ້. ດຽວນີ້ໃຫ້ແກ້ແທ້ເດ້ກໍາລັງຢູ່ນໍາຜູ້ໃດ, ຖືກຜູ້ໃດເອົາອອກໂລດຈາກກໍາລັງ ບໍ່ໃຫ້ຢູ່ອີກ ໃສ່ວິໄນ ໃສ່ໂທດ ໃສ່ລະບຽບໂລດ ເອົ້າເຈົ້າເປັນເຈົ້າໜ້າທີ່ໄປເຮັດແນວນັ້ນ ໃຜຊິນັບຖື ບັດນີ້ສັງຄົມ ກະເວົ້າເລື້ອຍໆ ຮອດສະພາເພິ່ນກະເວົ້າເດ່ ມັນກະເປັນໄປໄດ້ແທ້ຢາມັນບໍ່ແມ່ນຄືໂຕແມງມີ່ ແມງວັນ ມັນເປັນເທົ່າໃດໂຕນ ລາກໃສ່ລົດໄປໄດ້ ແມ່ນຍ້ອນຫຍັງ ຂອງຕຳຫຼວດຫັ້ນ ເອື້ອອໍານວຍຄວາມສະດວກ ທະຫານພາກັນເຮັດ ເຂົາວ່າແນວນັ້ນເດ່. "

ທັງນີ້ ກະຊວງປ້ອງກັນຄວາມສະຫງົບໄດ້ວາງເປົ້າໝາຍຈະສະກັດກັ້ນ ແລະແກ້ໄຂບັນຫາອາດຊະຍາກຳ ທີ່ສົ່ງຜົນກະທົບຕໍ່ສັງຄົມລາວໃຫ້ໄດ້ເຖິງ 90 ເປີເຊັນຂອງອາດຊະຍາກໍາທີ່ເກີດຂຶ້ນທັງໝົດດ້ວຍການຍົກລະດັບປະສິດທິພາບໃນການປະຕິບັດໜ້າທີ່ຂອງບັນດາພະນັກງານປ້ອງກັນຄວາມສະຫງົບໃຫ້ສູງຂຶ້ນກວ່າໃນຊ່ວງ ທີ່ຜ່ານມາ ເພາະບັນຫາສັງຄົມໄດ້ກາຍເປັນບັນຫາທີ່ຮ້າຍຮຸນແຮງເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນການກໍ່ອາດຊະຍາກຳທີ່ພົວພັນກັບແກັ່ງຢາເສບຕິດ ຊຶ່ງໃນ 2 ປີຜ່ານມາ ທາງການລາວ ຈັບນັກຄ້າຢາເສບຕິດໄດ້ 13,900 ກວ່າຄົນ ຈາກ 9,430 ກວ່າຄະດີ ຍຶດຢາບ້າໄດ້ 37 ກວ່າລ້ານເມັດ ເຮໂຣອິນອີກກວ່າ 735 ກິໂລກຣາມຍາໄອສ໌ຫຼາຍກວ່າ 2 ໂຕນ ກັນຊາ 6.3 ໂຕນ, ຝິ່ນກວ່າ 500 ກິໂລກຣາມ ໂຄເຄນ 8 ກິໂລກຣາມ ສານເຄມີ 10 ໂຕນ ອາວຸດ ແລະ ອຸບປະກອນສື່ສານ 10,000 ກວ່າລາຍການ.

ສ່ວນພັນເອກຈັນຫອມ ແກ້ວສຸລະໄຊ, ຮອງຜູ້ບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນກ່າວວ່າ ການປາບປາມຂະບວນການລັກລອບຄ້າຢາເສບຕິດໃນລາວ ຍັງມີປະສິດຕິພາບຕໍ່າເພາະວ່າກົນໄກການສືບຂ່າວ ຂອງຕຳຫຼວດລາວ ຍັງຕິດຕາມບໍ່ທັນການເຄື່ອນ ໄຫວຂອງຂະບວນການຄ້າຂາຍຢາເສບຕິດທີ່ນຳໃຊ້ເຄື່ອງມືແລະອຸປະກອນສື່ສານທີ່ທັນສະໄໝ ທັງຍັງມີການເຄື່ອນໄຫວທີ່ມີລັກສະນະເປັນຂະບວນຂ້າມຊາດ ແລະບັນດາຜູ້ນຳກຸ່ມແກັ້ງກໍ່ຍັງໄດ້ແຝງຕົວ ຢູ່ໃນສັງຄົມຊັ້ນສູງອີກດ້ວຍນັ້ນ ຈຶ່ງເຮັດໃຫ້ເປັນການຍາກຕໍ່ການທີ່ຈະຕິດຕາມຈັບກຸມ ໄດ້ຢ່າງເທົ່າທັນ ໂດຍທີ່ຜ່ານມາ ຈຶ່ງສາມາດຈັບກຸມໄດ້ສະເພາະບັນດາສະມາຊິກໃນລະດັບລ່າງຂອງແກັ່ງຄ້າຂາຍຢາເສບຕິດເທົ່ານັ້ນ, ດັ່ງທີ່ນາຍພົນຈັນຫອມໄດ້ຢືນຢັນວ່າ:

ເປົ້າໝາຍຊື້ຂາຍ-ຂົນສົ່ງຢາເສບຕິດ ຈຳນວນນຶ່ງເປັນຄົນທີ່ມີເງິນ, ມີຖານະດີ, ນໍາໃຊ້ພາຫະນະເທັກນິກ ທີ່ທັນສະໄໝ. ເປົ້າໝາຍລາຍໃຫຍ່ ຈຳນວນນຶ່ງມີການພົວພັນສັງຄົມກວ້າງຂວາງ ເຮັດໃຫ້ການແກ້ໄຂ ໄລ່ຊອກ ໄລ່ຈັບ ປະສົບກັບຄວາມຫຍຸ້ງຍາກ. ພວກເຂົາມີການຈັດຕັ້ງ ແລະມີການເຄື່ອນໄຫວທີ່ແນບນຽນ. ຖືວ່າພວກເຮົາ ແກ້ໄຂສ່ວນຫລາຍໄດ້ແຕ່ປາຍມັນ. ໄດ້ແຕ່ລູກແຫລ້ງຕີນມືພວກມັນ. ຫົວໂປ່-ໂຕການແທ້ໆ ໄດ້ກະໄດ້ໜ້ອຍ. ອັນນີ້ ໂຕຈິງຄືແນວນັ້ນ. ອຳນາດການປົກຄອງບ້ານ, ໂຮງຮຽນ, ຫົວໜ່ວຍທຸລະກິດຈຳນວນນຶ່ງ ກໍຂາດຄວາມເປັນ ເຈົ້າການໃນການແກ້ໄຂບັນຫາຕິດຢາເສບຕິດໃນຂອບເຂດຄວາມຮັບຜິດຊອບຂອງຕົນ

ທາງດ້ານສູນກາງຊາວໜຸ່ມປະຕິວັດລາວ ຄາດວ່າມີເຍົາວະຊົນລາວກວ່າ 400,000 ຄົນທີ່
ຢູ່ໃນສິ່ງແວດລ້ອມທີ່ມີຄວາມສ່ຽງສູງທີ່ຈະໄປຫຍຸ້ງກ່ຽວກັບຢາເສບຕິດ ໂດຍສະເພາະແມ່ນ
ການເຂົ້າໄປມີສ່ວນໃນການລັກລອບຄ້າຢາເສບຕິດທີ່ນຳໄປສູ່ການກໍ່ອາດຊະຍາກຳ ຮູບແບບອື່ນໆ ເພີ້ມຂຶ້ນນັບມື້ດ້ວຍນັ້ນ.

ສ່ວນອົງການຄວບຄຸມຢາເສບຕິດ ແລະອາດຊະຍາກຳແຫ່ງສະຫະປະຊາຊາດ
(UNODC) ກໍຄາດໝາຍວ່າມີການລັກລອບປູກຝິ່ນໃນລາວ 15,000 ກວ່າເຮັກຕາ ໃນແຂວງບໍ່ແກ້ວ, ຫຼວງພະບາງ ຫຼວງນໍ້າຫາ ອຸດົມໄຊ ພົງສາລີ ແລະຫົວພັນ ຊຶ່ງເຮັດໃຫ້ເຂດສາມຫຼ່ຽມຄຳ
ລະຫວ່າງມຽນມາ-ລາວ-ໄທ ມີຜົນຜະລິດຝິ່ນລວມກັນ ເກີນກວ່າ 270 ໂຕນໃນປີ 2020
ທີ່ຜ່ານມາ ໂດຍໃນມຽນມາມີການລັກລອບປູກຝິ່ນໃນພື້ນທີ່ 40,000 ກວ່າເຮັກຕາ. ສ່ວນຢູ່ເຂດພາກເໜືອຂອງໄທມີການລັກລອບປູກຝິ່ນໃນເນື້ອທີ່ກວ້າວກວ່າ 2,000 ເຮັກຕາ ທັງຍັງຄາດໝາຍວ່າ ການລັກລອບປູກຝິ່ນໃນປີ 2021 ນີ້ຈະເພີ້ມຂຶ້ນທັງໃນມຽນມາ-ລາວ-ໄທ ອີກດ້ວຍ.

XS
SM
MD
LG