ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະມົນຕີຍອມຮັບວ່າ ຄັງສຳຮອງ ເງິນຕາຕ່າງປະເທດຂອງລາວ ຫຼຸດລົງຢ່າງຕໍ່ເນື່ອງ ຂະນະທີ່ໜີ້ສິນຂອງລັດ ເພີ່ມຂຶ້ນນັບມື້


ຄັງສຳຮອງເງິນຕາຕ່າງປະເທດຂອງລາວຫຼຸດລົງຢ່າງຕໍ່ເນື່ອງ, ອີງຕາມ ຜູ້ວ່າການທະນາຄານແຫ່ງ ສປປ ລາວ.
ຄັງສຳຮອງເງິນຕາຕ່າງປະເທດຂອງລາວຫຼຸດລົງຢ່າງຕໍ່ເນື່ອງ, ອີງຕາມ ຜູ້ວ່າການທະນາຄານແຫ່ງ ສປປ ລາວ.

ລັດຖະມົນຕີລາວຍອມຮັບວ່າຄັງສຳຮອງເງິນຕາຕ່າງປະເທດຂອງລາວຍັງຫຼຸດລົງຢ່າງຕໍ່ເນື່ອງ, ໃນຂະນະທີ່ ໜີ້ຂອງລັດຖະບານລາວໄດ້ເພີ່ມຂຶ້ນນັບມື້, ໂດຍສະເພາະແມ່ນໜີ້ເງິນກູ້ຢືມເງິນຈາກຕ່າງປະເທດນັ້ນ, ຊົງລິດ ໂພນເງິນມີລາຍງານເລື້ອງນີ້ມາສະເໜີທ່ານຈາກບາງກອກ.

ທ່ານສອນໄຊ ສິດພະໄຊ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຖະແຫຼງຍອມຮັບວ່າ ລະດັບທຶນສຳຮອງເງິນຕາຕ່າງປະເທດຂອງລາວຍັງມີທ່າອ່ຽງຫຼຸດລົງຢ່າງຕໍ່ເນື່ອງ ໂດຍມີສາເຫດສໍາຄັນມາຈາກການຂາດດຸນການຄ້າຕ່າງປະເທດທີ່ສົມທົບດ້ວຍການອ່ອນຄ່າລົງຂອງເງິນກີບ ທຽບກັບຄ່າເງິນໂດລາ ສະຫະລັດ ແລະເງິນບາດໃນຕະຫຼາດແລກປ່ຽນເງິນຕາຕ່າງປະເທດ. ລວມທັງພາລະຂອງໜີ້ສິນຂອງລັດຖະບານລາວ ທີ່ຈະຕ້ອງມີການຊໍາລະຄືນເງິນຕົ້ນທຶນ ແລະດອກເບ້ຍເພີ່ມຂຶ້ນທຸກປີ. ສ່ວນການລະບາດຂອງໂຄວິດ-19 ຍັງເຮັດໃຫ້ລາຍຮັບຂອງລັດຖະບານ ແລະພາກທຸລະກິດໃນລາວຫຼຸດລົງອີກດ້ວຍ ຈຶ່ງເຮັັດໃຫ້ລາວປະເຊີນກັບການຂາດແຄນເງິນຕາຕ່າງປະເທດຢ່າງຫຼີກລ່ຽງບໍ່ໄດ້, ດັ່ງທີ່ທ່ານສອນໄຊໄດ້ໃຫ້ການຢືນຢັນວ່າ:
“ສາເຫດຕົ້ນຕໍໜີ້ກໍແມ່ນຍ້ອນການແຂງຄ່າຂອງເງິນໂດລາທຽບໃສ່ກີບ ແລະການແຂງຄ່າເງິນບາດທຽບໃສ່ກີບໃນຕະຫລາດສາກົນ. ອັນທີສອງແມ່ນຍ້ອນຄວາມຕ້ອງການດ້ານເງິນຕາຕ່າງປະເທດຢູ່ພາຍໃນມີຫຼາຍກ່ວາຄວາມສາມາດໃນການສະຫນອງເງິນຕາ. ສະພາບການຂາດດຸນດ້ານສິນຄ້າ, ຂາດດຸນການບໍລິການ, ພາວະໃນການຊໍາລະດອກເບ້ຍເງິນກູ້ຈາກຕ່າງປະເທດຍິ່ງມີຫລາຍຂຶ້ນ ແລະຢ່າງຕໍ່ເນື່ອງ ແລະຍາວນານ ໃນຂະນະທີ່ລາຍຮັບຂອງເຮົາຫຼຸດລົງ ຍ້ອນຜົນກະທົບຂອງໂຄວິດ-19 ສ່ວນນຶ່ງ."

ນອກຈາກນີ້ ສາເຫດສຳຄັນປະການນຶ່ງ ທີ່ເຮັດໃຫ້ມີການເສຍຫາຍດ້ານງົບປະມານລາຍຮັບຂອງລັດຖະບານລາວຫຼາຍທີ່ສຸດ ກໍຄືການທຸດຈະລິດໂດຍບັນດາພະນັກງານພາສີ ທີ່ໄດ້ມີການຈັດຕັ້ງແລະແບ່ງໜ້າທີ່ຮັບຜິດຊອບຢ່າງເປັນຂະບວນການ ຊຶ່ງຈາກການກວດກາພົບວ່າ ມີພະນັກງານພາສີຈຳນວນບໍ່ໜ້ອຍທີ່ໄດ້ພະຍາຍາມປົກປິດການທຸດຈະລິດຂອງພວກຕົນ ດ້ວຍການມອບໝາຍໜ້າທີ່ຈັດເກັບພາສີອາກອນໃຫ້ກັບພະນັກງານສັນຍາຈ້າງ ເພື່ອທີ່ວ່າຈະເຮັດໃຫ້ພວກຕົນລອດພົ້ນຈາກຄວາມຜິດ ດ້ວຍການໂຍນຄວາມຜິດໃຫ້ກັບພະນັກງານສັນຍາຈ້າງໂດຍທີ່ຜ່ານມາກະຊວງການເງິນ ກໍໄດ້ດຳເນີນມາດຕະການລົງໂທດ ແລະສະກັດກັ້ນການກະທຳຜິດ ໃນລັກສະນະດັ່ງກ່າວນີ້ແລ້ວດັ່ງທີີ່ທ່ານບຸນໂຈມ ອຸບົນປະເສີດ, ຮອງລັດຖະມົນຕີກະຊວງການເງິນໃຫ້ການຢືນຢັນວ່າ:
“ສຳລັບແກ້ໄຂບັນຫາພະນັກງານນີ້ ພວກເຮົາໄດ້ເຮັດມານີ້ 3 ບາດກ້າວແລ້ວ ກ້າວທີ 1 ປະຕິຮູບກົງຈັກສ່ວຍສາອາກອນ ແລະພາສີນີ້ ພວກເຮົາໄດ້ຮັບຮອງໂຄງສ້າງແລ້ວຈະປະຕິຮູບລະບົບທີ່ມັນເປັນຊ່ອງຫວ່າງຜ່ານມາ ພວກເຮົາ ຈະຕັ້ງເປັນອາກອນຄົບຊຸດມີແຕ່ 65 ເມືອງໃນ 148 ເມືອງ ເຫຼືອນັ້ນໃຫ້ເປັນ ໜ່ວຍງານເພື່ອແກ້ໄຂບັນຫາ ຄືເອົາສັນຍາຈ້າງ ຫຼືອາສາສະໝັກໄປເກັບເງິນ ອັນນີ້ພວກເຮົາຫ້າມແຕ່ວ່າເຈົ້າໜ້າທີ່ກ່ຽວຂ້ອງຫັ້ນໄປເຮັດອັນນີ້ ພວກເຮົາກວດ ເຫັນໝົດແລ້ວ ໄດ້ອອກຄຳສັ່ງໄປໃຫ້ຍຸຕິໝົດ ເພາະວ່າພະນັກງານອາກອນສົມບູນຫັ້ນນະບໍ່ຢາກໃຫ້ໂຕຜິດແຕ່ງພວກນີ້ໄປເຮັດເກັບເງິນມາແລ້ວ ບໍ່ມອບເກັບ ເງິນມາປັນກັນ ອັນນີ້ພວກເຮົາເຫັນໝົດແລ້ວ ຊິດຳເນີນແກ້ໄຂຢ່າງຂາດໂຕ.”

ທ່ານບຸນໂຈມ ຍອມຮັບວ່າການຈັດເກັບລາຍຮັບໃນປີ 2021 ຈະຈັດຕັ້ງປະຕິບັດບໍ່ໄດ້ຕາມເປົ້າໝາຍທີ່ວາງໄວ້ ເພາະໃນຊ່ວງວັນທີ 1 ມັງກອນ ຫາວັນທີ 15 ສິງຫາ 2021 ນີ້ສາມາດຈັດເກັບລາຍຮັບໄດ້ໃນມູນຄ່າລວມ 13,459 ຕື້ກີບ ຄິດເປັນ 49 ເປີເຊັນ ຂອງແຜນການປີ ແລະການລະບາດຂອງເຊື້ອໄວຣັສ ໂຄວິດ-19 ກໍຍັງເຮັດໃຫ້ຄາດໝາຍວ່າ ການຈັດເກັບລາຍຮັບຂອງລັດຖະບານ ລາວໃນຕະຫຼອດປີ 2021 ນີ້ຈະປະຕິບັດໄດ້ໃນມູນຄ່າບໍ່ເກີນ 23,683 ຕື້ກີບ ຄິດເປັນ 86 ເປີເຊັນ ຂອງແຜນການປີ ແລະຕ້ອງຄຸມລາຍຈ່າຍໃຫ້ບໍ່ເກີນ 33,713 ຕື້ກີບ ເພື່ອຄວບຄຸມການຂາດດຸນງົບປະມານທີ່ລະດັບ 2.2 ເປີເຊັນ ຂອງຍອດຜະລິດຕະພັນລວມ ຫຼື (GDP) ໃນປີ 2021 ນີ້.

ໂດຍລັດຖະບານລາວມີໜີ້ສະສົມເຖິງ 13,491 ລ້ານໂດລາສະຫະລັດ ຄິດເປັນ 68 ເປີເຊັນ ຂອງ GDP ໃນປີ 2020 ແລະຄາດວ່າ ຈະເພີ້ມຂຶ້ນເປັນເກີນກວ່າ 70 ເປີເຊັນ ຂອງ GDP ໃນປີ 2021 ນີ້ ເພາະລັດຖະບານລາວຍັງຈະຕ້ອງ ກູ້ຢືມຈາກຕ່າງປະເທດເພີ້ມຂຶ້ນອີກກວ່າ 2,000 ລ້ານໂດລາສະຫະລັດ ເພື່ອການດຸ່ນດ່ຽງດ້ານລາຍຈ່າຍທີ່ສູງກວ່າລາຍຮັບນັ້ນເອງ.

ສ່ວນການຄ້າຕ່າງປະເທດຂອງລາວໃນໄລຍະ 7 ເດືອນຕົ້ນປີນີ້ ກໍມີມູນຄ່າທັງໝົດ 6,692 ລ້ານໂດລາ, ໃນນັ້ນເປັນການສົ່ງອອກ 3,254 ລ້ານໂດລາ ແລະ ນໍາເຂົ້າ 3,439 ລ້ານໂດລາ ຈຶ່ງເຮັດໃຫ້ລາວຂາດດຸນການຄ້າຕ່າງປະເທດໃນມູນຄ່າ 185 ລ້ານໂດລາ ເມື່ອສົມທົບດ້ວຍການຂາດດຸນບັນຊີເງິນຕາຕ່າງປະເທດໃນອັດຕາ 9.4 ເປີເຊັນຂອງ GDP ຈຶ່ງເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລາວ ເຫຼືອເທົ່າກັນກັບການນຳເຂົ້າສິນຄ້າໄດ້ບໍ່ເຖິງ 2 ເດືອນເທົ່ານັ້ນ.

XS
SM
MD
LG