ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບໍລິສັດໄທເລີ່ມ ໂຄງການກໍ່ສ້າງ ​​ເຂື່ອນ​ໄຟຟ້າ​ພະລັງ​ນໍ້າ​ ທີ່ໄຊ​ຍະ​ບູລີແລ້ວ


ການສ້າງຫົນທາງ ໄປຍັງບ່ອນໂຄງການກໍ່ສ້າງ ເຂື່ອນໄຊ​ຍະ​ບູລີ
ການສ້າງຫົນທາງ ໄປຍັງບ່ອນໂຄງການກໍ່ສ້າງ ເຂື່ອນໄຊ​ຍະ​ບູລີ

ບໍລິສັດ​ນຶ່ງ​ຂອງໄທ​ອາດ​ໄດ້​ເລິ່ມການ​ກໍ່ສ້າງ​ເຂຶ່ອນ​ໄຟຟ້າ​ພະລັງ​ນໍ້າທີ່​ເປັນ​ຂໍ້​ຂັດແຍ້​ງກັນ​ນັ້ນ​
ໄປ​ແລ້ວຢູ່ໃນ​ເຂດລຸ່ມ​ແມ່​ນໍ້າຂອງ​ ​ເຖິງ​ແມ່ນ​ບັນດາ​ປະ​ເທດ ໃນຂົງ​ເຂດ​ ໄດ້​ຮຽກຮ້ອງ​ໃຫ້​ມີ​
ການ​ສຶກສາຄົ້ນຄວ້າ​ເພີ່ມ​ຕື່ມ ກ່ຽວ​ກັບຜົນ​ກະທົບຕໍ່​ສະພາບ​ແວດ​ລ້ອມ​ກໍ​ຕາມ.

ໃນ​ລາຍ​ງານຂ່າວ​ທີ່​ອອກ​ຢູ່​ເວັ​ບ​ໄຊ້ຂອງ​ຕົນ​ເມື່ອ​ວັນ​ອັງຄານ​ຜ່ານ​ມາ​ນີ້ ບໍລິ ສັດ ຊ. ການ​ຊ່າງ
ກ່າວ​ວ່າ ຕົນ​ໄດ້​ແຈ້ງ​ໃຫ້​ຕະຫລາດຄ້າ​ຮຸ້ນ​ຂອງ​ໄທ​ຊາບ​ວ່າ ການ​ກໍ່ສ້າງ​ເຂຶ່ອນ​ໄຊ​ຍະ​ບູລີໃນ
ພາກ​ເໜືອ​ຂອງ​ລາວ​ທີ່​ມີ​ມູນ​ຄ່າ 3 ພັນ​ 500 ລ້ານ​ໂດ​ລາ ມີ​ກໍານົດໃຫ້ເລິ່ມລົງມືໃນ​ວັນ​ທີ່
15 ​ເດືອນ​ມີນາ​ຜ່ານ​ມາ.

ຄະນະ​ກໍາມາ​ທິການ​ຂົງ​ເຂດ​ແມ່​ນໍ້າຂອງສາກົນ ຊຶ່ງ​ໂຮມ​ທັງ​ໄທ ກໍາປູ​ເຈຍ ລາວ ​ແລະຫວຽດ
ນາມ ​ໄດ້​ເຫັນ​ພ້ອມນຳ​ກັນ​ ເມື່ອ​ເດືອນ​ທັນວາ​ປີຜ່ານມາວ່າ ຈໍາ​ເປັນ​ຕ້ອງ​ໃຫ້​ມີການ​ສຶກສາ​
ເພີ່ມຕື່ມ ເພື່ອ​ຊັ່ງ​ຊາ​ຕີ​ລາຄາ​ເບິ່ງ​ຜົນ​ກະ ທົບ​ຕໍ່​ສະພາບ​ແວດ​ລ້ອມວ່າ​ມີ​ໜ້ອຍ​ຫລາ​ຍສໍ່າ​ໃດ ​
ກ່ອນ​ລົງມື​ກໍ່ສ້າງ​ຄວນຈະ​ມີ​ຂຶ້ນນັ້ນ.

ແຕ່ອີງ​ຕາມ​ຖະ​ແຫຼງການ​ຂອງ​ບໍລິ​ສັດ ຊ. ການ​ຊ່າງນັ້ນ​ແລ້ວ​ເບິ່ງ​ຄື​ວ່າໃຫ້ ການ​ຢືນຢັນ
ກ່ຽວ​ກັບ​ວ່າ ທາງ​ບໍລິສັດໄດ້​ຜັກ​ດັນ​ໃຫ້​ດໍາ​ເນີນໂຄງການ​ກໍ່ສ້າງ​ຕໍ່ໄປ​ ​ແລະບໍ່​ຕ້ອງ​ກັງວົນ
ນໍາການ​ຕັດສິນ ທີ່​ບໍ່​ເປັນ​ຂໍ້​ຜູກ​ມັດ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ນັ້ນ.

ກຸ່ມ​ປົກ​ປ້ອງ​ສະພາບ​ແວດ​ລ້ອມ​ກ່າວ​ວ່າ ​ເຂຶ່ອນ​ໄຊ​ຍະ​ບູລີ​ນີ້ ອາດ​ສາມາດສ້າງ​ຜົນ​ກະທົບ​
ທີ່​ບໍ່​ແນ່ນອນ​ຕໍ່​ປະຊາຊົນ 60 ລ້ານ​ຄົນ​ທີ່​ອາໄສ​ຢູ່​ຕາມລໍາ​ແມ່​ນໍ້າ​ຂອງ ​ແລະ​ພວກ​ເຂົາ​ເຈົ້າ
ກໍ​ເພີ່​ງພາ​ການ​ຫາ​ປາ​ເປັນ​ຫລັກ​ຂອງ​ການ​ດໍາລົງ​ຊີວິດ​ຂອງ​ພວກ​ເຂົາ​ເຈົ້າ.

ທ່ານນາງພຽນພອນ ດີ​ຖີຜູ້​ປະສານ​ງານ​ການ​ປຸກລະດົມ​ປະຈຳ​ປະ​ເທດ​ໄທ​ຂອງອົງການ
ແມ່​ນໍ້າ​ສາກົນ​ ທີ່​ມີ​ສຳນັກງານ​ຢູ່ສະຫະລັດ ບອກ​ວີ​ໂອ​ເອວ່າ ​ການ​ກໍ່ສ້າງ​ຂັ້ນຕົ້ນຢູ່ໃນ​
ບໍລິ​ເວນເຂຶ່ອນນັ້ນ ​ແມ່ນ​ໄດ້​ບັງຄັບ​ປະຊາຊົນບາງ​ພວກ​ໃນທ້ອງ​ຖິ່ນ​ ຕ້ອງ​ໄດ້​ຍົກຍ້າຍ​ໜີ
ອອກ​ໄປ​ຢູ່​ແຫ່ງ​ອື່ນ​ແລ້ວ.

/ສຽງ/

ທ່ານ​ນາງ​ພຽນ​ພອນ ກ່າວ​ວ່າ ອີງ​ຕາມ​ການ​ສໍາ​ຫລວດ​ຄົ້ນຄວ້າ​ຂອງ​ພວກເຮົາໃນ​ບໍລິ​ເວນ
ເຂຶ່ອນນັ້ນ ປາກົດ​ວ່າ​ ໄດ້​ມີ​ການ​ຍົກຍ້າຍ​ໜີ​ບາງ​ໝູ່​ບ້ານ​ໄປ​ແລ້ວ ຄື​ຢ່າງ​ໜ້ອຍ​ມີ​ນຶ່ງ​ບ້ານ​ທີ່
ຕັ້ງ​ຢູ່​ບ່ອນ​ສ້າງ​ເຂຶ່ອນນັ້ນ​ໄດ້​ຍ້າຍໜີ​ໄປ​ບ່ອນ​ອື່ນ​ລຽບ​ລ້ອຍ​ແລ້ວ​ແລະ​ວ່າ​ທັງ​ວຽກງານການ
ກໍ່ສ້າງແລະການ​ຕຽມ​ແມ່ນໄດ້​ ເລິ່ມຕົ້ນ​ໄປ​ແລ້ວ ຂ້າພະ​ເຈົ້າຄິດ​ວ່າ ​ດົນກວ່າ​ປີ​ນຶ່ງ​ປະມານ​ນັ້ນ.

ໂຄງການ​ສ້າງ​ເຂຶ່ອນ​ໄຊ​ຍະ​ບູລີ​ດັ່ງກ່າວ​ນີ້ ຄາດ​ວ່າ​ຈະ​ໃຊ້​ເວລາ​ກໍ່ສ້າງ​ປະມານ 8 ປີກ​ວ່າ​ຈະ
ສໍາ​ເລັດ.

ລາວ ທີ່​ເປັນປະ​ເທດ​ຍາກຈົນ​ທີ່​ສຸດ​ປະ​ເທດ​ນຶ່ງ​ຂອງ​ໂລກ ຄາດ​ການ​ວ່າ​ຈະ ​ໄດ້​ຜົນ​ປະ​ໂຍດ​
ທາງ​ເສດຖະກິດຢ່າງ​ມະຫາສານ​ ຈາກ​ການ​ຂາຍ​ກະ​ແສ​ໄຟ ຟ້າສ່ວນ​ໃຫຍ່ 1,260 ກິ​ໂລ​ວັດ
ຂອງ​ເຂຶ່ອນ​ໄຟຟ້າ​ພະລັງ​ນໍ້າ​ແຫ່ງນີ້ ​ໃຫ້​ແກ່​ໄທ.

XS
SM
MD
LG