ນັ້ນຄືສຽງໂຮງຮ້ອງທີ່ດັງຂຶ້ນ ເປັນໄລຍະໆ ຂອງການໂຮມຊຸມນຸມປະທ້ວງຢ່າງສັນຕິ
ຂອງປະຊາຄົມລາວໃນຕ່າງແດນ ຕໍ່ໜ້າສະຖານເອກອັກຄະລັດຖະທູດລາວ ປະຈຳ
ນະຄອນຫຼວງ ວໍຊີງຕັນ ດີຊີ. ທ່າມກາງບັນຍາກາດທີ່ໜາວເຢັນ ທັງມີຝົນປອຍລົງມາ
ເປັນຊ່ວງໆ ຂອງວັນທີ 01 ທັນວາ ນຶ່ງມື້ ກ່ອນເຖິງວັນທີ 2 ທັນວາ ຊຶ່ງເປັນວັນປະກາດ
ເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນັ້ນ ນອກຈາກມີການ
ພັດປຽນກັນຂຶ້ນກ່າວຄຳສະເໜີ ຫລືຂໍ້ຄວາມຕ່າງໆຂອງພວກໂຮມຊຸມນຸມແລ້ວ ກໍຍັງ
ມີການຍົກທຸງຊ້າງສາມຫົວ ແລະປ້າຍທີ່ຂຽນຂໍ້ຄວາມຕ່າງໆນາໆ ອີກມາກມາຍ
ທີ່ບົງບອກເຖິງຈຸດປະສົງຂອງການໂຮມຊຸມນຸມປະທ້ວງຄັ້ງນີ້. ມີຜູ້ຕາງໜ້າຂອງຫຼາຍ
ກວ່າ 10 ອົງການເຂົ້າຮ່ວມ ທັງຈາກສະຫະລັດອາເມຣິກາ ແລະຕ່າງປະເທດ ເຂົ້າມາ
ຮ່ວມເພື່ອເປັນກະບອກສຽງໃຫ້ແກ່ຊາວລາວໃນໂລກເສລີ ເພື່ອສະແດງອອກ ຊຶ່ງຄວາມ
ຮູ້ສຶກນຶກຄິດ ທີ່ສະແຫວງຫາຄວາມມີອິດສະຫຼະພາບໃນການປາກເວົ້າຢ່າງສັນຕິ
ແລະການດຳລົງຊີວິດທີ່ປາດສະຈາກການຖືກກົດຂີ່ຂົ່ມເຫັງຈາກພວກກຳອໍານາດ
ການປົກຄອງ.
ນຶ່ງມື້ກ່ອນໜ້າການປະທ້ວງ ກໍຄືວັນທີ 30 ພະຈິກ ໂດຍນຳພາໂດຍທ່ານໄມ ໄຊຍະວົງ,
ເອກອັກຄະລັດຖະທູດລາວ ປະຈຳສະຫະລັດ, ການາດາ ແລະເມັກຊິໂກ, ທາງສະຖານ
ເອກທູດລາວກໍໄດ້ພາກັນຈັດສະຫຼອງວັນຊາດຂຶ້ນ ແລະກໍໄດ້ເຊື້ອເຊີນພໍ່ແມ່ ພີ່ນ້ອງ
ຊາວລາວອາເມຣິກັນ ທີ່ອາໄສຢູ່ໃນເຂດລັດອ້ອມແອ້ມນະຄອນວໍຊິງຕັນ ເຂົ້າໄປຍັງ
ສະຖານທູດເພື່ອຮ່ວມສະເຫຼີມສະຫຼອງວັນຊາດດັ່ງກ່າວ.
ເຖິງແມ່ນວ່າອາກາດຈະໜາວເຢັນແລະຝົນຕົກລົງມາກໍຕາມ ມັນກໍບໍ່ໄດ້ກີດຂວາງ
ການໂຮມຊຸມນຸມປະທ້ວງຊຶ່ງ ທ່ານວັນລັງ ຄຳສຸກ ປະທານການໂຮມຊຸມນຸມປະທ້ວງ
ໄດ້ໃຫ້ໂອ້ລົມກັບນັກຂ່າວວີໂອເອ ຜ່ານການສຳພາດວ່າ:
ນອກຈາກທ່ານວັນລັງໃຫ້ສຳພາດກັບວີໂອເອແລ້ວ ກໍຍັງມີທ່ານພອນ ພົມມະສານ
ຄຸນພໍ່ທີ່ສອນສາສະໜາຢູ່ໃນໂບດ Lao Mission Church ຈາກລັດ ຄອນແນັກຕິກັດ
ອອກຄວາມຄິດຄວາມເຫັນກ່ຽວກັບການຈຳກັດຮັດແຄບທາງສາສະໜາ ໃນລາວວ່າ:
ການໂຮມຊຸມນຸມປະທ້ວງແບບດຽວກັນນີ້ ໃນຊ່ວງນີ້ ແມ່ນມັກຈະມີຂຶ້ນເປັນປະຈຳ
ທຸກປີ ເພາະໃນຄວາມນຶກຄິດຂອງພວກປະທ້ວງເຫຼົ່ານີ້ຖືວ່າ ວັນທີ 2 ທັນວາ
ເປັນວັນອຸບາດ ທີ່ນຳມາຊຶ່ງການປ່ຽນແປງການປົກຄອງໄປ ສູ່ລະບອບຄອມມຸຍນິດ
ທີ່ມີພັກດຽວ ແລະລັດຖະບານແມ່ນຖືວ່າມີອຳນາດສູງສຸດ ເໜືອປະຊາຊົນໃນປະເທດ
ເຖິງແມ່ນວ່າ ຈະມີຜູ້ອອກມາປະທ້ວງໃນຈຳນວນໜ້ອຍແລະມີຜູ້ຕາງໜ້າພຽງແຕ່
ສິບກວ່າອົງການເທົ່ານັ້ນ ກໍຕາມ ແຕ່ຄວາມໝາຍໝັ້ນຕັ້ງໃຈທີ່ພວກເຂົາເຈົ້າຢາກ
ນຳສະເໜີໃນຂໍ້ຄວາມຕ່າງໆ ໃຫ້ໄປຮອດໄປເຖິງທ່ານປະທານປະເທດ, ລັດຖະມົນຕີ
ແລະຫົວໜ້າກົມຕ່າງໆ ອັນລວມມີ ການສະເໜີໃຫ້ລະບອບການປົກຄອງຄອມມຸຍນິດ
ທີ່ມີພຽງພັກດຽວນັ້ນປ່ຽນແປງ ແລະເປີດກວ້າງ ໃຫ້ມີຫຼາຍພັກຝ່າຍ. ເປີດໃຫ້ປະຊາຊົນ
ມີສິດເສລິພາບໃນການປາກເວົ້າໃນປະເທດຂອງພວກເຂົາເຈົ້າເອງ ຊຶ່ງທ່ານວັນລັງ
ກ່າວສະຫຼຸບດັ່ງນີ້.