ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການສະຫຼອງ ບຸນຄຣິສມັສ ຂອງຊາວພຸດລາວ ອາເມຣິກັນ ໃນ ສຫລ


ທ່ານ ຫຸມແພງ ເພັງສົມພອນ ກັບລູກສາວ ໂພລິດາ ແລະຫຼານຊາຍ
ທ່ານ ຫຸມແພງ ເພັງສົມພອນ ກັບລູກສາວ ໂພລິດາ ແລະຫຼານຊາຍ

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ມື້ນີ້ ທ່ານຈະໄດ້ຟັງ
ເລື້ອງ Holiday Season ຫຼື ເທດສະການພັກບຸນ ແລະ ການສະເຫຼີມສະຫຼອງ ບຸນ
ຄຣິສມັສ ຫຼື ບຸນໂນແອລ ຂອງຊາວລາວອາເມຣິກັນ ຢູ່ໃນສະຫະລັດ ສະເພາະພວກ
ທີ່ບໍ່ໄດ້ເຂົ້າສາສະໜາ ຄຣິສຕຽນ. ເພື່ອຢາກຮູ້ວ່າຄົນຈໍາພວກນີ້ ເປັນຫຍັງຈຶ່ງພາກັນ
ສະຫຼອງບຸນດັ່ງກ່າວ ສະຫຼອງແບບໃດ ຕ່າງກັນຫຼື ຄືກັນກັບຊາວຄຣິສຕຽນທົ່ວໄປ ເຮົາ
ຂໍເຊີນທ່ານພົບກັບ ສາລີ ໄດ້ ໃນອັນດັບຕໍ່ໄປ.

ລິງໂດຍກົງ

ທ່ານຜູ້ຟັງທັງຫຼາຍ ກ່ອນຈະເຂົ້າຫາເລື້ອງບຸນຄຣິສມັສ ເນື່ອງຈາກວ່າເວລານີ້ ເປັນ
ເທດສະການພັກບຸນ ຫຼື ຮໍລີເດ ຊີເຊິນ(Holiday Season) ເຮົາຈຶ່ງຂໍເວົ້າເລື້ອງລະ
ດູນີ້ຈັກໜ້ອຍກ່ອນເໜາະ. ລະດູການທີ່ວ່ານີ້ ຈະເລີ້ມໄປຕັ້ງແຕ່ເດືອນຕຸລາ. ເວລານີ້
ເຮົາຈະຮູ້ສຶກວ່າ​ ອາກາດເລີ້ມເຢືອກເຢັນແດ່ແລ້ວ. ຢູ່ຕາມແຄມຖະໜົນຫົນທາງ ສີ
ສັນຈະປົກຄຸມໄປດ້ວຍສີເຫຼືອງ ຍ້ອນໝາກອຶອັນເປັນສັນຍາລັກຂອງບຸນ ຮາໂລວີນ
ຫຼືບຸນຜີ​ ຢາຍຢັງຢູ່ເດຍລະດາດ​ ຍາດເອົາບ່ອນຈອດລົດບາງສ່ວນ ໄປເປັນບ່ອນຂາຍ
ໝາກອຶຂອງຕົນ ຊຶ່ງຖືກເອ້ຍ້ອງ ໄປດ້ວຍກອງເຟືອງ ຫຸ່ນຜີຮ່າງກະດູກຜີໜ້າກາກຜີ
ແລະ ອຶ່ນໆ ບໍ່ຕ່າງຫຍັງກັນກັບຢູ່ໃນຮ້ານຄ້າທົ່ວໄປ ທີ່ໂຄສະນາຂາຍສິນຄ້າປະເພດ
ນີ້ຢູ່. ພໍຕົກເຖິງເວລາປະມານຫົກໂມງແລງ ຂອງວັນທີ 31 ຕຸລາມາ ພວກເດັກນ້ອຍ
ຢູ່ຕາມຄຸ້ມບ້ານຕ່າງໆ ທີ່ພາກັນນຸ່ງຊຸດຜີ​ ໃສ່ໜ້າກາກຜີ ແຕ້ມໜ້າຕາເປັນຜີກໍຈະພາ
ກັນຍ່າງຜ່ານໜ້າບ້ານເຮືອນ ທີ່ປະດັບປະດາເປັນແບບຜີປ່າຊ້າ ເລາະຂໍເຂົ້າໜົມ ເຄາະ
ປະຕູ ຫຼືບີບກະດິງ ແລະຮ້ອງວ່າ “ຕຣິກ ອໍ ຕຣີດ” (Trick or Treat) ຊຶ່ງອາດພໍໝາຍ
ຄວາມວ່າ ເອົາເຂົ້າໜົມມາເດີ ຄັນບໍ່ຢາກໃຫ້ຫຼອກ”.

ຫຼັງຈາກຄໍ່າຄືນນັ້ນແລ້ວ ແລະເຖິງແມ່ນວ່າໝາກອຶຈະຄ່ອຍໆຈາງຫາຍໄປຈາກໜ້າ
ບ້ານເຮືອນຄົນ ຈາກເດີ່ນຈອດຣົດ ແລະບ່ອນຕ່າງໆ ໄປພ້ອມໆກັບບຸນຮາໂລອີນ
ແລ້ວກໍຕາມ ແຕ່ສີສັນບັນຍາກາດຂອງທຳມະຊາດ ກໍຍັງປົກຄຸມໄປດ້ວຍສີເຫຼືອງຢູ່
ປົນສີນໍ້າຕານແກ່ແລະອ່ອນ ເພາະລະດູໃບໄມ້ລົ່ນກຳລັງຢ່າງເຂົ້າມາ ແລ້ວວັນຢຸດ
ພັກຕໍ່ໄປກໍຈະແມ່ນວັນນັກລົບເກົ່າ ຊຶ່ງຢູ່ທົ່ວປະເທດ ຈະພາກັນໃຫ້ກຽດລະນຶກເຖິງ
ບຸນຄຸນຂອງພວກວິລະຊົນຂອງຜູ້ ທີ່ໄດ້ເສຍສະຫຼະເລືອດເນື້ອ ເພື່ອປະເທດຊາດ
ຂອງເຂົາເຈົ້າແລະຍ້ອນວ່າວັນທີ 11 ເດືອນພະຈິກປີນີ້​ ຕົກຖືກວັນອາທິດ ທາງລັດ
ຖະການຈຶ່ງໄດ້ໃຫ້ເອົາວັນຈັນ ວັນທີ 12 ເປັນມື້ພັກແທນ.

ບຸນປະເພນີປາງຕໍ່ໄປ ກໍແມ່ນບຸນ Thanksgiving ຫຼືບຸນຂອບຄຸນພະເຈົ້າ ຊຶ່ງຊາວ
ບ້ານທົ່ວໄປ ມັກເອີ້ນກັນວ່າ ບຸນໄກ່ງວງ ເພາະວ່າການສະຫຼອງບຸນປາງນີ້ ຈະຂາດ
ໄກ່ງວງບໍ່ໄດ້ ເພາະມັນເປັນສັນຍາລັກ ຂອງບຸນ ຊຶ່ງສ່ວນໃຫຍ່ ກໍຈະແມ່ນເອົາມາອົບ
ເປັນອາຫານຊຶ່ງວັນພະຫັດອາທິດທີສີ່ຂອງເດືອນພະຈິກປີນີ້ໄດ້ຕົກໃສ່ ວັນທີ 22.
ແລ້ວມື້ຕໍ່ມາ ກໍແມ່ນມື້ທີ່ມີຊື່ວ່າ Black Friday ເປັນມີ້ຂາຍເຄື່ອງເລຢ່າງໃຫຍ່ໂຕ.
ສິ່ງຂອງບາງຢ່າງກໍຫຼຸດກາຍ 50% ກໍມີ. ທຸກໆຮ້ານຈະມີຝຸງຊົນໜາແໜ້ນ ແລະບ່ອນ
ຈອດລົດກໍຫາຈອດຍາກ ເລາະເປັນສອງສາມຮອບ ຖ້າເປັນຈັ່ງໂຊກ ຈຶ່ງໄດ້ຈອດ. ເວ
ລານີ້ ເຖິງແມ່ນມື້ບຸນຄຣິສມັສຈະຍັງອີກຕັ້ງເປັນເດືອນກໍຕາມ ແຕ່ຢູ່ໃນຍ່ານການຄ້າ
ເກືອບວ່າທຸກແຫ່ງຈະເຕັມໄປດ້ວຍບັນຍາກາດ​ ຂອງຄຣິສມັສແລ້ວ ເຊັ່ນມີຕົ້ນຄຣິສມັສ
ສູງເອ້ຢ້ອງດ້ວຍແສງສີລະຍິບລະຍັບ ຫຸຸ່ນພໍ່ເຖົ້າ Santa Claus ຫຼື Papa Noel
ໜວດຂາວຊຸດສີແດງ ອູ້ມເດັກນ້ອຍຖ່າຍຮູບໄວ້ເປັນທີ່ລະລຶກປະກອບດ້ວຍສຽງເພງ
ຄຣິສມັສກ່ອມອາລົມ ສ້າງບັນຍາກາດກຶກກ້ອງເປັນໜ້າອອນຊອນເຊັ່ນເພງ Jingle
Bell, ເພງ Silent Night, ເພງ Happy Holiday ເປັນຕົ້ນ. ຫຼັງຈາກ ບຸນຄຣິສມັສ
ແລ້ວອີກພໍດີນຶ່ງອາທິດ ເທດສະການພັກບຸນປະຈຳປີກໍຈະມ້ວນທ້າຍລົງດ້ວຍການສະ
ຫຼອງບຸນປີໃໝ່ ຊຶ່ງປີ້ນີ້ຈະຕົກຖືກວັນຈັນ ເຊັ່ນດຽວກັນກັບມື້ບຸນຄຣິສມັສ.

ພໍເວົ້າມາຮອດບ່ອນໜີ້ກໍເປັນໂອກາດດີທີ່ເຮົາຈະເວົ້າລົມກັບປະຊາຄົມລາວເລີຍ
ເໜາະທ່ານ ວ່າພວກເພິ່ນຜູ້ບໍ່ເຂົ້າສາສະໜາຄຣິສຕຽນຫັ້ນເພິ່ນກໍສະຫຼອງຄຣິສມັສ
ຢູ່ເບາະ ສະຫຼອງແບບໃດ ດັ່ງນີ້ເປັນຕົ້ນ. ເຮົາຂໍເລີ້ມດ້ວຍຄອບຄົວທ່ານຫຸມແພງ
ກັບຍານາງ ສີສົມພອນ ເພັງສົມພອນກ່ອນເໜາະ

ສາລີ: ສະບາຍດີຫຸມແພງ ສີສົມພອນໂທມາໜີ້ກໍເພາະວ່າຢາກລົມກ່ຽວກັບເລື້ອງ
ບຸນຄຣິສມັສ ເປັນຫຽັງພວກເຮົາຊາວພຸດໜີ້ ຈຶ່ງພາກັນເຮັດບຸນຄຣິສມັສ ຂໍໃຫ້ອະທິ
ບາຍສູ່ຟັງເບິ່ງ.

ຫຸມແພງ: ສະບາຍດີ ຂ້ອຍຊື່ຫຸມແພງ ເພັງສົມພອນ. ກ່ອນອື່ນກໍຂໍຂອບໃຈນຳ ວີໂອ
ເອ ທີ່ໃຫ້ໂອກາດໄດ້ເວົ້າສູ່ພີ່ນ້ອງເຮົາໄດ້ຟັງກ່ຽວກັບເລື້ອງບຸນຄຣິສມັສນັ້ນ.ສ່ວນຫຼາຍ
ແລ້ວ ຊາວພຸດເຮົານີ້ ເມື່ອເວລາຮອດຍາມຄຣິສມັສນີ້ມາຫັ້ນນະ ເຂົາເຈົ້າກໍບໍ່ໄດ້ເວົ້າ
ວ່າ ຈິໄປສະເຫຼີມສະຫຼອງໜີ້ ກະເລີຍວ່າມັນເປັນປະເພນີ ໄປຕາມສິ່ງແວດລ້ອມ ສັງ
ຄົມກໍບໍ່ໄດ້ເວົ້າເນັ້ນໜັກ ເຖິງການທີ່ວ່າ ສາສະໜາຫຍັງດອກ ມີແຕ່ວ່າຮອດຍາມນີ້ມາ
ເຫັນເພິ່ນເອ້ດອກໄມ້ລະກໍໝູ່ຄູ່ມາໂຮມກັນ ກິນເຂົ້າກິນນໍ້າສະເຫຼີມສະຫຼອງກັນມັນກໍ
ກາຍເປັນປະເພນີໄປໃນໂຕ ຢູ່ໃນສັງຄົມລາວ ທີ່ຂ້ອຍຢູ່ໃນລັດຄອນເນຕິກັດລະສ່ວນ
ຫຼາຍມັນເປັນແນວນັ້ນ ຄົວກິນສູ່ກັນກິນ ເບິ່ງຟຸດບອກຟຸດບອລ ໄປຈັ່ງຊັ້ນລະ.

ຍານາງ ສີສົມພອນ ເພັງສົມພອນ ກັບຫຼານຊາຍ
ຍານາງ ສີສົມພອນ ເພັງສົມພອນ ກັບຫຼານຊາຍ

ສລ: ສີສົມພອນ ສູ່ມື້ນີ້ຍັງສອນຢູ່ຫວະ?

ສສ: ເຈົ້າ ຍັງສອນຢູ່ ແຕ່ວ່າບໍ່ໄດ້ໄປ ຟູລທາຍມ໌ ໄປ ພາກທາຍມ໌ ມື້ນຶ່ງປະມານ 5
ຊົ່ວໂມງ. ປີນີ້ຄືຊິແມ່ນເຮັດຢູ່ບ້ານຂ້ອຍເອງ ຢູ່ຄອນເນຕິກກັດ ຢູ່ ແວັດ ຮາດເຝີດ.

ສລ: ລູກສາວກັບຫຼານຊາຍຊິມາພີ້ເບາະຫັ້ນ?

ສສ: ເຈົ້າ ຊິມາ ຊີມາຫາຢູ່ ແວັດ ຮາເຝີດພີ້ແຫຼ໊ະ ແຕ່ລະປີເພິ່ນຕ້ອງໄດ້ເອົາຕົ້ນຄຣິສ
ມັສໃຫ້

ສລ: ຊິເອົາຕົ້ນມັນແທ້ເບາະ ຫຼືວ່າ ຊິ ....

ສສ: ເຈົ້າ ເຈົ້າ ຊິໄປຕັດເອົາຢູ່ຟາມພຸ້ນລະ ເອົາຫຼານໄປຕັດ ເຫີ້ລາວໄດ້ຮຽນຮູ້ກ່ຽວ
ກັບທຳມະຊາດໜ້ອຍນຶ່ງ ໄປເອົາມາຈາກຟາມ

ສລ: ເອົາມາ ເອົາມາຕັ້ງໄວ້ ແລ້ວກໍຕ້ອງມີຂອງຂວັນ ມີຫຍັງໄດ໋ຫັ້ນເໜາະບໍ່ແມ່ນ
ຊິມາ ....

ສສ: ແມ່ນ ແມ່ນ ເພິ່ນມີຄວາມຫວັງຈັ່ງຊັ້ນລະ ເພິ່ນວ່າ ຄັນຕັ້ງຕົ້ນຄຣິສມັສຕ້ອງມີ
ຂອງຂວັນ ອັນຢູ່ກ້ອງຕົ້ນໄມ້ຫັ້ນເພິ່ນວ່າ

ຫພ: ຄືເວົ້າໄປເມື່ອກີ້ລະ ຜູ້ທີ່ໄດ້ພັກລ້າພັກການ ເພາະວ່າຍາມນີ້ແມ່ນ
ຍາມພັນ ໝູ່ຄູ່ໄປຫາກັນ ກິນເຂົ້າກິນນໍ້າ ກະເປັນການດີຫຼາຍຢ່າງຢູ່.

ສສ: ກະບໍ່ມີຫຍັງ ກະໃນໂອກາດປີໃໝ່ທີ່ຈະມາເຖິງນີ້ ກະຂໍອວຍໄຊໃຫ້ພອນໝົດ
ທຸກຄົນຈົ່ງມີສຸຂະພາບເຂັ້ມແຂງ ມີໂຊກດີ ພີ່ນ້ອງເຮົາ ຢູ່ທາງໃກ້ແລະໄກກໍຂໍເຫີ້ມີສຸ
ຂະພາບເຂັ້ມແຂງ ໃຫ້ຮັກແພງກັນ ຕະຫຼອດໄປໝົດ
ສູ່ຄົນ.

ສລ: ຂອບໃຈຫຼາຍໆ

ດັ່ງທື່ທ່ານໄດ້ຍິນໄປນັ້ນ ນະຄອນ​ຮາດເຝິດ(Hartford) ເປັນເມືອງເອກຂອງລັດຄັນ
ເນຕິກັດ(Connecticut) ຕັ້ງຢູ່ທາງພາກຕາເວັນອອກສຽງເໜືອຂອງ ສະຫະລັດໃນ
ເຂດນູອິງເກຼິນ(New England).ບັດນີ້ມາຟັງຄວາມເຫັນຂອງອີກຄອບຄົວນຶ່ງທີ່ເປັນ
ຊາວພຸດ ແລະບໍ່ໄດ້ເຂົ້າສາສະໜາເຍຊູ ເຊັ່ນກັນ ວ່າ ເພິ່ນສະຫຼອງບຸນຄຣິສມັສບໍ່ ແລະ
ປີນີ້ເດ້ຈະສະຫຼອງບໍ່ ຈະເຮັດແບບໃດ. ຄອບຄົວນີ້ກໍຄືຄອບຄົວຍານາງສີດາ ຈັນສົມບັດ
ພັນລະຍາຂອງທ່ານ ບຸນຍົງ ຈັນສົມບັດ ມາຕັ້ງຖິ່ນຖານຢູ່ເມືອງ Springfield, ລັດ
Virginia ເຂດຊານເມືອງຂອງນະຄອນຫຼວງ ວໍຊິງຕັນດີຊີນີ້ເອງນີ້ເອງ.

ຍານາງ ສີດາ ກັບທ່ານບຸນຍົງ ສາມີພັນລະຍາ
ຍານາງ ສີດາ ກັບທ່ານບຸນຍົງ ສາມີພັນລະຍາ

ສີດາ: ສະບາຍດີເໜາະໝົດສູ່ຄົນ ຂ້ານ້ອຍ ສີດາ ຈັນສົມບັດ ສະບາຍດີອ້າຍ.

ສລ: ເອີ ສະບາຍດີ ຄຳຖາມທີ່ວ່າຫັ້ນ ກ່ຽວກັບເລື້ອງບຸນວັນເກີດຂອງພະເຍຊູ ເປັນ
ຫຍັງ ຈຶ່ງສະເຫຼີມສະຫຼອງ?

ສດ: ອັນນີ້ ອັນໜ້າ ຕອນທີແລກເໜາະ ມາຕົກຢູ່ເມືອງອັນນີ້ເໜາະ ກະບໍ່ຮູ້ຈັກດອກ ທຸກສິ່ງທຸກຢ່າງ ແຕ່ວ່າລູກເຂົາເຈົ້າ ໄປໂຮງຮຽນແມ່ນບໍ່ ຄູກະສອນ ວັນອັນນັ້ນ ວັນອັນ
ນີ້ ບັດນີ້ລູກກະຢາກເຮັດຄືໝູ່ແມ່ນບໍ່ ເຮົາກະຕ້ອງໄດ້ນຳລູກ ແລ້ວກະຢາກໃຫ້ລູກຫັ້ນດີ
ໃຈ ວ່າຄັນເຮົາບໍ່ເຮັດຫັ້ນ ແລ້ວລູກເຂົາຈະຖາມວ່າເປັນຫຍັງແມ່ຄືບໍ່ເຮັດ ເຮົາກໍຄິດວ່າ ຖ້າເຮົາບໍເຮັດ ເຮົາກໍຄືວ່າເຮົາແບ່ງແຍກໄປເບາະຄືແນວໃດ ແລ້ວອີກຢ່າງນຶ່ງເຮົາກໍເຮັດ
ເພື່ອຄອບຄົວທີ່ວ່າ ໃຫ້ບາງເຮືອນ ເຂົາເຈົ້າກໍເອົາໝູ່ເອົາຄູ່ມາຈັ່ງຊີ້ ຄືນ້ອງດຽວນີ້ໜີ້ ລູກ
ກໍໃຫຍ່ໝົດແລ້ວ ມີຄອບມີຄົວໝົດແລ້ວ ມີລູກມີຫຼານ ໄດ້ເຮັດເພື່ອຫຼານພວກຫຼານເຂົາ
ກໍເປັນຄົນອາເມລິກາໄປເໜາະ ເຂົາເກີດຢູ່ໜີ້ ແລ້ວອີກຢ່າງນຶ່ງເຂົາກໍເປັນລູກເຄິ່ງ ແລ້ວເຮົາກໍຕ້ອງໄດ້ນຳເຂົາຈັ່ງຊີ້ ສ່ວນນ້ອງປີນີ້ ນ້ອງບໍ່ໄດ້ເຮັດຢູ່ບ້ານນ້ອງ ໄປເຮັດຢູ່
ບ້ານລູກເຮົາກໍມີຂອງຂັວນ ມີຫຍັງໄປໃຫ້ເຂົາ ໄປໃຫ້ຫຼານຈັ່ງຊັ້ນແຫຼ໊ະ ເພາະວ່າເຮົາຢູ່
ນຳເຂົາ ເຮົາກໍຕ້ອງເຮັດນຳເຂົາຈັ່ງຊັ້ນນ່າ ໃຫ້ເຂົາດີໃຈແບບວ່າ ໂອເຄ ເຮົາມາຢູ່ບ້ານ
ເພິ່ນ ມີຫຽັງເຮົາກໍເຮັດໄປຕາມຂະເຈົ້າ ສິ່ງທີ່ເຂົາເຈົ້າເຮັດຢູ່ໃນໂຮງຮຽນມາ ຈັ່ງຊີ້ນະ
ເຮົາກໍບໍ່ຢາກໃຫ້ລູກໃຫ້ຫຼານມີໂປມດ້ອຍ ເປັນຫຽັງເຮົາຄືບໍ່ເຮັດ. ບາງຄົນກໍວ່າ ດົນໆບໍ່
ເຫັນພໍ່ເຫັນແມ່ ຢາກກິນອາຫານລາວຈັ່ງຊີ້ ສັ່ງໃຫ້ແມ່ເຮັດລາບບໍ່ ເຮັດເອັກໂຣນບໍ່ ເຮັດ
ອີ່ຫຽັງໄປສູ່ເຂົາເຈົ້າກິນ ສົ້ມຜັກບໍ່ຈັ່ງຊີ້ ຕຳໝາກຮຸ່ງບໍ່ ຈັ່ງຊີ້.

ຍານາງສີດາແລະທ່ານບຸນຍົງ ຈັນສົມບັດ ພ້ອມດ້ວຍລູກແລະຫຼານ
ຍານາງສີດາແລະທ່ານບຸນຍົງ ຈັນສົມບັດ ພ້ອມດ້ວຍລູກແລະຫຼານ

ສຸດທ້າຍນີ້ກໍບໍ່ມີຫຽັງທີ່ວ່າຈະເວົ້າ
ໃຫ້ຟັງ ກໍມີແຕ່ວ່າ ເຮົາມາຢູ່ບ້ານເພິ່ນເໜາະ ເຮົາກໍເຮັດຄືເພິ່ນຕົກໝູ່ແຮ້ງ ເຮົາຕ້ອງເປັນ
ແຮ້ງຕົກໝູ່ກາ ເຮົາຕ້ອງເປັນກາ ສິ່ງໃດທີ່ດີເຮົາຕ້ອງຄວນນຳ ຖ້າສິ່ງໃດບໍ່ດີເຮົາກໍບໍ່ນຳ
ສິ່ງທີ່ມັນດີແລ້ວມີຄຸນນະພາບ ແລ້ວເຮັດໃຫ້ຄອບຄົວເຮົາມີຄວາມສຸກ ເຮົາກໍເຮັດໂລດ.

ສລ: ຂອບໃຈ

ເຮົາຫວັງວ່າສາລະຄະດີກ່ຽວກັບ ຮໍລີເດ ຊີເຊິນ ແລະ ເລື້ອງການສະຫຼອງບຸນຄຣິສມັສ
ຂອງຊາວພຸດລາວໃນສະຫະລັດ ທີ່ທ່ານຫາກໍໄດ້ຟັງຜ່ານໄປຄົງເປັນການປະກອບ
ຄວາມຮູ້ຄວາມຫຼັກໃຫ້ແກ່ທ່ານບໍ່ຫຼາຍກໍໜ້ອຍ. ຂໍຂອບໃຈ

XS
SM
MD
LG