ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຮງງານລາວພາກັນສ່ຽງໄພໄປລັກລອບເຮັດວຽກຢູ່ໄທ ຫຼາຍຂຶ້ນກວ່າເກົ່າ ຍ້ອນຄ່າຄອງຊີບຢູ່ລາວ ສູງຂຶ້ນນັບມື້


ທາງການໄທ ຂຶ້ນທະບຽນບັນດາແຮງງານຊາວຕ່າງດ້າວຈາກ ລາວ ກຳປູເຈຍ ແລະມຽນມາ
ທາງການໄທ ຂຶ້ນທະບຽນບັນດາແຮງງານຊາວຕ່າງດ້າວຈາກ ລາວ ກຳປູເຈຍ ແລະມຽນມາ

ແຮງງານລາວພາກັນສ່ຽງໄພໄປລັກລອບອອກແຮງງານຢູ່ໄທຫລາຍຂຶ້ນກວ່າເກົ່າ ໃນມໍ່ໆມານີ້ ເຖິງແມ່ນທາງການໄທ ຈະອອກລະບຽບການໃໝ່ໃຫ້ເຄັ່ງຄັດຂຶ້ນກໍຕາມ. ທັງນີ້ກໍເປັນຍ້ອນຄວາມກົດດັນ ຈາກຄ່າຄອງຊີບທີ່ສູງຂຶ້ນນັບມື້. ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານໃນອັນດັບຕໍ່ໄປ.

ໄດ້ຫລາຍກວ່າທົດສະວັດມາແລ້ວ ປະເທດໄທເປັນຕະຫລາດແຮງງານ ທີ່ຄົນລາວ ນິຍົມໄປຊອກຫາວຽກເຮັດງານທໍາສະເໝີ ແຕ່ວ່າໃນໄລຍະມໍ່ໆມານີ້ ປາ ກົດວ່າ ມີແຮງງານລາວເພີ້ມຂຶ້ນ ເຖິງຈະມີກົດລະບຽບຂອງທາງການໄທເຂັ້ມງວດຂຶ້ນກໍຕາມ. ນຶ່ງໃນນັ້ນ ກໍມີນາງນົກ ອາຍຸຊາວກວ່າປີ ຊຶ່ງບໍ່ເຄີຍໄປເຮັດວຽກຢູ່ໃນໄທຈັກເທື່ອ ແຕ່ກໍໄດ້ຕັດສິນໃຈໄປ ຫລັງຈາກຮ້ານເສີມສວຍ ທີ່ຈີນເປັນເຈົ້າຂອງ ທີ່ນາງເຄີຍເຮັດວຽກຢູ່ນໍາຫລາຍປີນັ້ນ ໄດ້ປິດລົງ. ກ່ອນຈະໄປນັ້ນ ໃນໂອກາດໄປທ່ຽວບຸນສົງການ ແລະຢາມພີ່ນ້ອງທີ່ເປັນແຮງງານລາວຢູ່ບາງກອກ ນາງກໍໄດ້ທາບທາມບ່ອນເຮັດວຽກໄວ້ແລ້ວ ແລະໃນເດືອນປາຍຕໍ່ມາ ຜູ້ກ່ຽວກໍໄດ້ໄປຫານາຍຈ້າງ ບ່ອນທີ່ນາງເຄີຍໄດ້ທາບທາມໄວ້ຢູ່ບາງກອກນັ້ນ ດ້ວຍຕົວນາງເອງ ໂດຍບໍ່ຜ່ານບໍລິສັດຈັດຫາງານຢູ່ລາວ. ແຕ່ພາຍໃນ 1 ອາທິດຜ່ານມານີ້ ນາງໄດ້ໄປສະໝັກງານສິບກວ່າແຫ່ງຢູ່ໃນບາງກອກ ແຕ່ບໍ່ມີນາຍຈ້າງຄົນໃດຮັບເອົານາງເລີຍ ຊຶ່ງບາງຄົນກໍບອກວ່າ ຖ້າເປັນຄົນລາວ ແລະກໍາປູເຈຍ ເຂົາຈະບໍ່ຮັບເອົາ ແຕ່ກໍບໍ່ໄດ້ໃຫ້ເຫດຜົນຫຍັງ. ບາງບ່ອນກໍຖາມຫາໃບອະນຸຍາດເຮັດວຽກ ຊຶ່ງນາງກໍບໍ່ມີ. ທີ່ຈິງແລ້ວ ຕະຫຼາດແຮງງານລາວ ໄດ້ສະແດງໃຫ້ເຫັນວ່າ ມີທ່າທີຟື້ນຕົວຂຶ້ນຫຼັງຈາກການຫຼຸດລົງຂອງຂໍ້ຈໍາກັດ COVID-19 ໃນ 1 ປີ ກ່ອນໜ້ານີ້ ເປັນຕົ້ນມາ. ແຕ່ເນື່ອງຈາກວ່າ ເງິນກີບລາວ ອ່ອນຄ່າລົງນັບມື້ ຈຶ່ງເຮັດໃຫ້ຜູ້ອອກແຮງງານລາວ ທີ່ມີລາຍໄດ້ໜ້ອຍ ກໍຍິ່ງບໍ່ສາມາດຫາລ້ຽງຊີບໄດ້ ດັ່ງທີ່ນາງນົກ ຜູ້ທີ່ບໍ່ຍອມກັບຄືນໄປຫາເຮັດວຽກຢູ່ລາວ ໃຫ້ເຫດຜົນວ່າ:

“ຢູ່ບ້ານເຮົາຄ່າແຮງມັນຕໍ່າ ຄ່າແຮງມັນສໍ່າກັບແຕ່ກີ້ຫັ້ນແຫລະ ແຕ່ວ່າ ເຂົາເອີ້ນວ່າ ຄ່າຄອງຊີບມັນສູງ ຄືຈະເປັນເຄື່ອງໃຊ້ ເຄື່ອງຈໍາພວກນໍ້າປູນໍ້າປາສ່ວນໆຫລາຍປະມານ 60 ເປີເຊັນກໍຈະເປັນເງິນບາດໝົດ ຈະຂາຍເປັນເງິນບາດໄລ່ເປັນເຣດເງິນບາດໝົດ ເພາະວ່າຢູ່ລາວມັ ນມີແຕ່ນໍາເຂົ້າເດ ໂດຍບໍ່ພໍກິນ ແຕ່ກ່ອນເຊັ່ນເງິນເດືອນສອງລ້ານກີບຄືບໍ່ມີເກັບເລີຍ ຄືວ່າເຈັບໄຂ້ໄດ້ປ່ວຍກະຕ້ອງໄດ້ກູ້ມັນບໍ່ພໍ ຄ່ານໍ້າມັນກະແພງ ລະກະຊື້ແນວກິນມາເຮັດກິນເອງກະແພງແລະ ໄປກິນຢູ່ຮ້ານກະແພງ ຄືທຸກຢ່າງມັນຜັກຫຍ້າປູກຢູ່ບ້ານເຮົາກະແພງ”

ຂະນະດຽວກັນຢູ່ໃນໄທນັ້ນ ຜັດມີການຂຶ້ນຄ່າຈ້າງຂັ້ນຕໍ່າໜ້ອຍນຶ່ງ ຫລັງຈາກໄທ ໄດ້ເລີ້ມເປີດປະເທດຢ່າງເຕັມສ່ວນ ໃນທ້າຍປີກາຍນີ້ເປັນຕົ້ນມາ, ອີງຕາມ ອົງ ການແຮງງານສາກົນ ຫລື ILO ທີ່ກ່າວຢູ່ໃນບົດລາຍງານຫຍໍ້ປະຈໍາໄຕມາດທໍາອິດຂອງປີ 2023.

ແຕ່ເຖິງຢ່າງໃດກໍຕາມ ຂະນະທີ່ຄວາມຮຽກຮ້ອງຕ້ອງການ ແຮງງານຕ່າງດ້າວ ຂອງນາຍຈ້າງໄທຍັງສູງຢູ່ ນາຍຈ້າງບາງຄົນກໍຍິນດີທີ່ຈະຮັບເອົາແຮງງານຈາກປະເທດເພື່ອນບ້ານ ຜູ້ທີ່ເຂົາເຈົ້າເຄີຍຈ້າງງານ ແລະໄວ້ເນື້ອເຊື່ອໃຈຢູ່ແລ້ວນັ້ນ ດັ່ງທີ່ທ້າວຈອນ ສ່ວນຜູ້ທີ່ເປັນແຮງງານລາວທີ່ກັບມາຢາມບ້ານຫລັງຈາກໄປເຮັດວຽກຢູ່ໃນໄທ ໂດຍບໍ່ມີໃບອານຸຍາດກ່ອນແລ້ວ ໄປອາໄສນາຍຈ້າງຄົນໄທຂໍຂຶ້ນທະບຽນແຮງງານໃຫ້ ເລົ່າສູ່ຟັງວ່າ:

“ຕາມທີ່ຂ້ອຍໄປຫັ້ນ ຄັນໄປແບບປັສປອດຫັ້ນ ຄັນນາຍຈ້າງເຂົາບໍ່ຮັກບໍ່ແພງ ເຂົາເອີ້ນວ່າ ນາຍຈ້າງເຂົາບໍ່ຢາກໄດ້ເຮົາອີ່ຫລີ່ ອີ່ຫລໍ ເຂົາກະບໍ່ຢາກເອົາ ເພາະວ່າມັນຜິດຜິດກົດໝາຍປະເທດໄທ ເພາະວ່າເຂົາຢາກບີບໃຫ້ເຮົາເຮັດບັດແຮງງານ ແຕ່ມັນກະບໍ່ເປັນໝົດທຸກຄົນດອກ ມັນກະບາງຄົນ ຄືຂ້ອຍໄປນີ້ໄປມື້ໃດກະໄດ້ ນາຍຈ້າງທີ່ຂ້ອຍໄປງວດກ່ອນຫັ້ນ ລາວກະວ່າມາມື້ໃດກະໄດ້ສະເພາະຂ້ອຍໄດ໋ ຂ້ອຍກະບໍ່ມີບັດແຮງງານຄືກັນ ໃຊ້ປັສປອດໄປ ກະເອີ້ນວ່າເຂົາກະເຊື່ອງກະຫຍັງເອົາເຮົາແນ່ຫັ້ນແຫລະ ເພາະວ່າເຮົາເປັນຄົນທ່ອງທ່ຽວເດ ເຮົາພັດໄປເຮັດງານ ຄັນຖືກຈັບໄດ້ເຂົາຖືກໃໝຈັກເທົ່າໃດແສນພຸ້ນບັນຫາມັນຢູ່ແນວນັ້ນ. ຄືແຟນຂ້ອຍລາວເຮັດວຽກຢູ່ພຸ້ນສູ່ມື້ລາວກະເຮັດປົກກະຕິ ບາງຄົນກະອອກມາເວົ້າວ່າບໍ່ຮັບຄົນລາວ ຄົນຕ່າງດ້າວ ຄົນຂະເມນ ຄົນພະມ້າບໍ່ຮັບແຕ່ເຈົ້ານາຍຢູ່ຫັ້ນເຂົາບໍ່ໃຫ້ອອກ ເດັກນ້ອຍຢູ່ເມືອງຊົນກະມີແຕ່ປັສປອດຄືກັນມັນຂຶ້ນກັບນາຍຈ້າງເຮົາໂຕນີ້ນະ”.

ໃນໄລຍະຜ່ານມາລັດຖະບານໄທ ກໍອະນຸຍາດໃຫ້ຄົນງານຕ່າງດ້າວ ລວມທັງຄົນງານລາວ ທີ່ບໍ່ມີໃບອະນຸຍາດ ຫຼືຖ້າເຂົາເຈົ້າເຮັດໃບອະນຸຍາດເຮັດວຽກຂອງເຂົາ ເຈົ້າເສຍ ກໍໄປເຮັດໜັງສືຂຶ້ນທະບຽນໃນປະເທດໄທ ເພື່ອໃຫ້ພວກເຂົາເຈົ້າສາມາດ ກາຍເປັນແຮງງານແບບປົກກະຕິໄດ້ ຖ້າຫາກເຂົາເຈົ້າ ຫລືນາຍຈ້າງໄທ ຂໍຂຶ້ນທະບຽນບໍ່ກາຍວັນທີ 13 ກຸມພາ 2023. ແຕ່ຫຼັງຈາກນັ້ນ ກໍປາກົດວ່າແຮງງານເຄື່ອນຍ້ານລວມທັງແຮງງານລາວ ມີແນວໂນ້ມທີ່ຈະບໍ່ປະຕິບັດຕາມຂັ້ນຕອນ ຕາມກໍານົດທີ່ວ່ານັ້ນ ເຈົ້າໜ້າທີ່ໄທ ຈຶ່ງໄດ້ຍືດເວລາອອກໄປ ຮອດວັນທີ 15 ພຶດສະພາ 2023, ອີງຕາມ ILO. ຢູ່ຕໍ່ມາ ດັ່ງທີ່ວີໂອເອໄດ້ສະເໜີໄປ ທາງການໄທກໍອະນຸຍາດໃຫ້ແຮງງານຕ່າງຊາດຈາກລາວ, ກຳ​ປູ​ເຈຍ ແລະມຽນ​ມາ ຫຼາຍ​ກວ່າ 5 ແສນຄົນ ຖືກ​ຜ່ອນ​ຜັນ​ມາແລ້ວນັ້ນ ໃຫ້​ສາ​ມາດ​ສືບຕໍ່ເຮັດ​ວຽກຢູ່ໄທໄດ້ຈົນ​ເຖິງວັນ​ທີ 31 ກໍ​ລະ​ກົດ ກໍຄືທ້າຍເດືອນໜ້ານີ້ເທົ່ານັ້ນ ຫລັງຈາກນັ້ນ ກໍຈະ​ຕ້ອງ​ເດີນ​ທາງ​ກັບ​ປະ​ເທດ​ຂອງຕົນ ເມື່ອໝົດອາຍຸທີ່ອະນຸຍາດໃຫ້ນັ້ນແລ້ວ.

XS
SM
MD
LG