ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໑ ທັນວາ ໒໐໒໔

ຊາວ​ກະ​ສິ​ກອນ​ລາວ ປະ​ເຊີນ​ກັບ​ສະ​ພາ​ວະ​ຂາດ​ນ້ຳ​ເພື່ອ​ການ​ຜະ​ລິດ​ກະ​ສິ​ກຳ ​ຢ່າງ​ໜັກ​ໜ່ວງ ​ໃນ​ລະ​ດູ​ແລ້ງປີ 2023


ຊາວນາ ລາວ ຄົນນຶ່ງປູກເຂົ້າໃນແຂວງ ຄຳມ່ວນ, 29 ມິຖຸນາ 2007.
ຊາວນາ ລາວ ຄົນນຶ່ງປູກເຂົ້າໃນແຂວງ ຄຳມ່ວນ, 29 ມິຖຸນາ 2007.

ຊາວ​ກະ​ສິ​ກອນ​ລາວ ປະ​ເຊີນ​ກັບ​ສະ​ພາ​ວະ​ຂາດ​ນ້ຳ​ເພື່ອ​ການ​ຜະ​ລິດ​ກະ​ສິ​ກຳ​ຢ່າງ​ໜັກ​ໜ່ວງ​ໃນ​ລະ​ດູ​ແລ້ງປີ 2023 ຂະ​ນະ​ທີ່​ລະ​ບົບ​ຊົນ​ລະ​ປະ​ທານ​ກໍ​ສາ​ມາດ​ສະ​ໜອງ​ນ້ຳ​ໄດ້​ພຽງ 10 ເປີ​ເຊັນ​ຂອງ​ພື້ນ​ທີ່​ກະ​ສິ​ກຳ​ທັງ​ໝົດ.

ຊາວ​ກະ​ສິ​ກອນ​ໃນ​ແຂວງ​ສາ​ລະ​ວັນ ເປີດ​ເຜີຍ​ວ່າ​ການ​ປູກ​ພືດ​ກະ​ສິ​ກຳ​ລະ​ດູ​ແລ້ງ ແລະ ການ​ປູກ​ເຂົ້າ​ນາ​ແຊງ​ໃນ​ປີ 2023 ກຳ​ລັງ​ປະ​ເຊີນ​ກັບ​ບັນ​ຫາ​ຂາດ​ແຄນ​ນ້ຳ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໂດຍ​ເມື່ອ​ສົມ​ທົບ​ກັບ​ຄອງ​ຊົນ​ລະ​ປະ​ທານ​ກໍ​ມີ​ຢູ່​ຢ່າງ​ຈຳ​ກັດ ແລະ ສາມດ​ຕອບ​ສະ​ໜອງ​ນໍ້​າ​ໄດ້​ຢ່າງ​ຈຳ​ກັດ​ດ້ວຍ​ນັ້ນ​ຊຶ່ງ​ເຮັດ​ໃຫ້​ຊາວ​ກະ​ສິ​ກອນ​ສ່ວນ​ໃຫຍ່​ໃນ​ແຂວງ​ສາ​ລະ​ວັນ​ບໍ່​ສາ​ມາດ​ເຮັດ​ນາ​ແຊງ​ໄດ້​ເລີຍ ຈຶ່ງ​ຕ້ອງ​ຫັນ​ມາ​ປູ​ພືດ, ຜັກ​ຕ່າງໆ​ແທນ ດັ່ງ​ທີ່​ຊາວ​ກະ​ສິ​ກອນ​ລາວ​ໄດ້​ຍົກ​ເຖິງ​ສະ​ພາບ​ການ​ທີ່​ເມືອງ​ເຫຼົ່າ​ງາມ​ເປັນ​ກໍ​ລະ​ນີ​ຕົວ​ຢ່າງວ່າ

“ເມືອງ​ເຫຼົ່າ​ງາມ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ກະ​ເປັນ​ເມືອງ​ພູ​ພຽງ ແລະ ເບື້ອງ​ບັນ​ຫາ​ຊົນ​ລະ​ປະ​ທານ​ພວກ​ເຮົາ​ກະ​ມີ​ຢູ່​ແຕ່​ມັນ​ບໍ່ຫຼາຍ​ເປັນ​ຕົ້ນ​ລະ​ແມ່ນ​ເຂດ​ບ້ານ​ທີ່​ມີ​ນ້ຳຫຼືວ່າ​ມີບໍ່​ນ້ຳ​ສະ​ດວກ ພວກ​ເຮົາ​ໄດ້​ຊຸກ​ຍູ້​ໃນ​ການ​ກະ​ກຽມ​ປູກ​ພືດ​ລະ​ດູ​ແລ້ງ ເປັນ​ຕົ້ນ​ແມ່ນ​ພືດ​ຜັກ​ປະ​ເພດ​ຜັກ​ຊູ, ຜັກ​ກະຫຼ່ຳ​ປີ, ຜັກ​ກາດ, ຜັກ​ຫອມ​ບົ່ວ, ອີ​ຫຍັງ​ຕ່າງໆ​ນີ້​ກະ​ມີບໍ່ຫຼາຍດອກ ແລ້ວ​ກະ​ອີກ​ອັນ​ນຶ່ງ​ເຂດ​ນາ​ແຊງນີ້​ກະ​ມີ​ຄື​ກັນ​ກະ​ສ່ວນ​ນຶ່ງ​ມັນ​ກະ​ບໍ່ຫຼາຍ ເພາະ​ວ່າ​ນາ​ແຊງ​ເຮົາ​ເຕັມ​ທີ່ນີ້​ກະ​ປະ​ມານ 300 ຫາ 400 ເຮັກ​ຕາ.”

ທາງ​ດ້ານ​ທ່ານ ເພັດ ພົມ​ພິ​ພັກ ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້​ກໍ​ຖະ​ແຫຼງຍອມ​ຮັບ​ວ່າ​ການ​ຕອບ​ສະ​ໜອງ​ນ້ຳ​ໃຫ້​ແກ່​ພື້ນ​ທີ່​ປູກ​ເຂົ້າ​ນາ​ແຊງ​ໃນ​ປີນີ້​ຈະ​ສາ​ມາດ​ປະ​ຕິ​ບັດ​ໄດ້​ບໍ່​ເຖິງ 10,000 ເຮັກ​ຕາຫຼື​ຄິດ​ເປັນ 10 ເປີ​ເຊັນ​ເທົ່າ​ນັ້ນ​ຂອງ​ເນື້ອ​ທີ່​ກະ​ສິ​ກຳ​ລະ​ດູ​ແລ້ງ​ໃນ​ທົ່ວ​ປະ​ເທດ ຊຶ່ງນອກ​ຈາກ​ຈະ​ເປັນ​ຍ້ອນ​ຜົນ​ກະ​ທົບ​ຈາກ​ໄພ​ແຫ້ງ​ແລ້ງ​ແລ້ວ ກໍ​ຍັງ​ເປັນ​ຍ້ອນ​ລະ​ບົບ​ຊົນ​ລະ​ປະ​ທານ​ທີ່​ມີ​ຢູ່​ຢ່າງ​ຈຳ​ກັດ ແລະ ເປ່​ເພ​ຈຳ​ນວນຫຼາຍ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ ເພັດ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ກະ​ຊວງ​ກະ​ສິ​ກຳ​ກໍ​ຖື​ເປັນ​ວຽກ​ບູ​ລິ​ມະ​ສິດ​ໃນ​ການຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກ​ໄພ​ແຫ້ງ​ແລ້ງ​ຢູ່​ໃນ​ນັ້ນ​ມີ​ລະ​ບົບ​ຊົນ​ລະ​ປະ​ທານ​ທັງ​ໝົດ​ກວມ​ເອົາ​ເນື້ອ​ທີ່ 414,252 ເຮັກ​ຕາ. ປັດ​ຈຸ​ບັນ​ນີ້​ມີ​ໂຄງ​ການ​ຊົນ​ລະ​ປະ​ທານ​ທັງ​ໝົດ 19,494 ແຫ່ງ​ຢູ່​ໃນ​ນັ້ນ​ກໍ​ມີ​ຝາຍ​ນ້ຳ​ລົ້ນ, ອ່າງ​ເກັບ​ນ້ຳ, ອູ່​ກັ້ນ​ນ້ຳ ແລະ ຊົນ​ລະ​ປະ​ທານ​ແບບ​ປະ​ຖົມ​ປະ​ຖານ​ຈຳ​ນວນ​ນຶ່ງ ເນື້ອ​ທີ່​ຊົນ​ລະ​ປະ​ທ​ານ​ລະ​ດູ​ແລ້ງ​ໄດ້​ແຕ່​ປະ​ມານ 9,000 ເຮັກ​ຕາ​ເທົ່າ​ນັ້ນ​ທີ່​ເຮັດ​ນາ​ແຊງ​ໄດ້​ປະ​ມານ 10 ເປີ​ເຊັນ​ຂອງ​ເນື້ອ​ທີ່​ການ​ຜະ​ລິດ​ທົ່ວ​ປະ​ເທດ.”

ໃນ​ຊ່ວງ​ປີ 2016-2022 ປະ​ຊາ​ຊົນ​ລາວ​ຕ້ອງ​ປະ​ເຊີນ​ກັບ​ໄພ​ພິ​ບັດ​ທຳ​ມະ​ຊາດ​ເຖິງ 370 ກວ່າ​ຄັ້ງ​ທີ່​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ກວ່າ ສອງ​ລ້ານ​ຫ້າ​ແສນ​ຄົນ, ເສຍ​ຊີ​ວິດ 187 ຄົນ, ສູນ​ຫາຍ 69 ຄົນ​ໂດຍ​ສະ​ເພາະ​ແມ່ນ​ໄພ​ນ້ຳ​ຖ້ວມ​ຈາກ​ກໍ​ລະ​ນີ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ​ໃນ​ປີ 2018 ຕິດ​ຕາມ​ດ້ວຍ​ໄພ​ນ້ຳ​ຖ້ວມ​ພາກ​ກາງ ແລະ ພາກ​ໃຕ້​ໃນ​ປີ 2019. ນ້ຳ​ຖ້ວມ​ແຂວງ​ສະ​ຫວັນ​ນະ​ເຂດ​ໃນ​ປີ 2020, ນ້ຳ​ຖ້ວມ​ເຂດ​ພາກ​ເໜືອ​ໃນ​ປີ 2021 ແລະ ໄຟ​ໄໝ້​ປ່າໃນ​ປີ 2022 ນັ້ນ​ໄດ້​ເຮັດ​ໃຫ້​ເກີດ​ການ​ເສຍ​ຫາຍ​ໃນ​ພາກ​ການ​ຜະ​ລິດ​ກະ​ສິ​ກຳ​ຂອງ​ລາວ​ໄປຫຼາຍກວ່າ 6,500 ຕື້​ກີບ​ໃນ​ໄລ​ຍະ 7 ປີ​ດັ່ງ​ກ່າວ.

ຍິ່ງ​ໄປ​ກວ່າ​ນັ້ນ​ລະ​ບົບ​ເຕືອນ​ໄພ​ໃນ​ລາວ​ທີ່ບໍ່​ທັນ​ສະ​ໄໝ ແລະ ມີ​ປະ​ສິດ​ທິ​ພາບ​ຕ່ຳ​ດ້ວຍ​ນັ້ນ ຍັງ​ເຮັດ​ໃຫ້​ເກີດ​ການ​ເສຍ​ຫາຍຫຼາຍ​ຂຶ້ນ​ອີກ​ໂດຍ​ເຫັນ​ໄດ້​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ​ໃນ​ໄລ​ຍະ​ປີ 2019-2022 ທີ່​ມີ​ທັງ​ນ້ຳ​ຖ້ວມ, ລົມ​ພາ​ຍຸ, ຟ້າ​ຜ່າ, ດິນ​ເຈື່ອນ, ໄຟ​ປ່າ ແລະ ສັດ​ຕູ​ພືດ​ນັ້ນ​ກໍ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ປະ​ຊາ​ຊົນ​ລາວ​ຫຼາຍກວ່າ 1 ລ້ານ​ຄົນ​ຢູ່​ໃນ​ເຂດ 3,259 ລ້ານ, 132 ເມືອງ​ໃນ​ 13 ແຂວງ​ເຊັ່ນ​ຜົ້ງ​ສາ​ລີ, ຫຼວງ​ພະ​ບາງ, ໄຊ​ຍະ​ບູ​ລີ, ອຸ​ດົມ​ໄຊ, ຫົວ​ພັນ, ຊຽງ​ຂວາງ, ບໍ​ລິ​ຄຳ​ໄຊ, ສະ​ຫວັນ​ນະ​ເຂດ, ຈຳ​ປາ​ສັກ ແລະ ສາ​ລະ​ວັນ ໂດຍ​ຖະ​ໜົນ​ເສຍ​ຫາຍ 12,687 ກິ​ໂລ​ແມັດ, ຂົວ 74 ແຫ່ງ, ໂຮງ​ຮຽນ 295 ແຫ່ງ, ໂຮງ​ໝໍ-ສຸກ​ສາ​ລາເກີນກວ່າ 50 ແຫ່ງ, ໜອງ​ປາ 3,100 ກວ່າ​ແຫ່ງ, ເຂົ້າ​ນາ​ປີ​ເສຍ​ຫາຍຫຼາຍກວ່າ 275,000 ເຮັກ​ຕາ, ຄອງ​ຊົນ​ລະ​ປະ​ທານ 96 ແຫ່ງ ແລະ ສັດ​ລ້ຽງ​ທີ່​ຈົມ​ຫາຍ​ໄປ​ກັບ​ກະ​ແສ​ນ້ຳຫຼາຍກວ່າ 1 ລ້ານ​ຕົວ.

ສ່ວນ​ທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ​ປະ​ເມີນ​ວ່າ​ໄພ​ນ້ຳ​ຖ້ວມ​ຈາກ​ເ​ຫດ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ​ນັ້ນ​ກໍ​ໄດ້​ເຮັດ​ໃຫ້​ເກີດ​ການ​ເສຍ​ຫາຍຫຼາຍກວ່າ 4,400 ຕື້​ກີບ ແຕ່​ຖ້າ​ຫາກ​ຄິດ​ໄລ່​ຄວາມ​ເສຍ​ຫາຍ​ທີ່​ເກີດ​ຈາກ​ໄພ​ນ້ຳ​ຖ້ວມ​ໃນ​ຊ່ວງ​ປີ 2016-2022 ນັ້ນ​ກໍ​ຄິດ​ເປັນ​ມູນ​ຄ່າ​ເສຍ​ຫາຍ​ເກີນກວ່າ 16,000 ຕື້​ກີບ.

XS
SM
MD
LG