ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອົງການກວດກາ ລັດຖະບານ ກວດພົບ 16 ໂຄງການ ພັດທະນາ ປະຕິບັດບໍ່ຖືກ ຕ້ອງຕາມແຜນການ


ພາບນີ້ສະແດງໃຫ້ເຫັນພວກເຈົ້າໜ້າທີ່ລັດຖະບານ ລາວ ທີ່ຖືກຈັບຂໍ້ຫາສໍ້ລາດບັງຫຼວງ.
ພາບນີ້ສະແດງໃຫ້ເຫັນພວກເຈົ້າໜ້າທີ່ລັດຖະບານ ລາວ ທີ່ຖືກຈັບຂໍ້ຫາສໍ້ລາດບັງຫຼວງ.

ອົງການກວດກາລັດຖະບານ ກວດພົບວ່າມີ 16 ໂຄງການພັດທະນາທີ່ບໍ່ຢູ່ ໃນແຜນການ ຂອງອຳນາດການປົກຄອງເຂດນະຄອນຫຼວງວຽງຈັນ ທີ່ເຮັດ ໃຫ້ເກີດການເສຍຫາຍຄິດ ເປັນມູນຄ່າລວມເກືອບ 5,000 ຕື້ກີບ.

ເຈົ້າໜ້າທີ່ຂັ້ນສູງໃນອົງການກວດກາລັດຖະບານ ຢືນຢັນວ່າການກວດກາ ບັນ ດາໂຄງ ການພັດທະນາໃນເຂດນະຄອນຫຼວງວຽງຈັນຈຳນວນ 604 ໂຄງການ ທີ່ມີງົບປະມານ ລວມຫຼາຍກວ່າ 282,000 ຕື້ກີບໃນແຜນການປະຈຳປີ 2014- 2015 ພົບວ່າໄດ້ມີີການຊຳລະສະສາງໄປແລ້ວ 580 ໂຄງການ ແລະ ໃຊ້ຈ່າຍ ງົບປະມານໄປໃນໃູນຄ່າຫຼາຍກວ່າ 130,000 ຕື້ກີບຈຶ່ງຍັງເຫຼືອອີກ 24 ໂຄງການ ທີ່ຈະຕ້ອງສືບຕໍ່ການຈັດຕັ້ງປະຕິບັດໃນແຜນການປີ 2015-2016 ນີ້.

ແຕ່ຢ່າງໃດກໍຕາມ ບັນຫາທີ່ເກີດຂຶ້ນໃນເວລານີ້ກໍຄືໄດ້ມີການກວດພົບ 16 ໂຄງ ການທີ່ໄດ້ຈັດຕັ້ງປະຕິບັດຢ່າງບໍ່ຖືກຕ້ອງຕາມແຜນການ ແລະ ລະບຽບກົດ ໝາຍ ໂດຍໃນນີ້ແບ່ງເປັນ 8 ໂຄງການທີ່ຢູ່ນອກແຜນການ ແລະ ໄດ້ໃຊ້ຈ່າຍ ງົບປະມານໄປແລ້ວຫຼາຍກວ່າ 286 ຕື້ກີບ ຈາກງົບປະມານລວມ 1,398 ກວ່າ ຕື້ກີບ ສ່ວນອີກ 8 ໂຄງການກໍໄດ້ມີການໃຊ້ຈ່າຍງົບປະມານເກີນມູນຄ່າທີ່ເປັນ ຈິງ ແລະ ຈະຕ້ອງສົ່ງຄືນລັດໃນມູນຄ່າລວມຫຼາຍກວ່າ 3,559 ຕື້ກີບ.

ພ້ອມກັນນີ້ ການກວດກາຍັງພົບວ່າມີການປອມໃບຕາດິນທີ່ມີຜູ້ເສຍຫາຍ 80 ລາຍໂດຍຄິດເປັນມູນຄ່າເສຍຫາຍລວມກັນຫຼາຍກວ່າ 38 ຕື້ກີບຊຶ່ງຍັງບໍ່ລວມ ເຖິງການລັກລອບຂາຍທີ່ດິນຂອງລັດຖະບານ 100 ກວ່າເຮັກຕາ ໂດຍມີພະ ນັກງານຂອງລັດເຖິງ 21 ຄົນທີ່ຮ່ວມກັນກະທຳຄວາມຜິດ ແລະ ໃນນີ້ໄດ້ຖືກ ຈັບກຸມແລ້ວ 16 ຄົນ ສ່ວນອີກ 5 ຄົນຍັງຫຼົບໜີການຈັບກຸມ.

ກ່ອນໜ້ານີ້ ອົງການກວດກາລັດຖະບານ ກັບ ອົງການກວດສອບແຫ່ງລັດ ໄດ້ ຕົກລົງແບ່ງວຽກງານໃນຄວາມຮັບຜິດຊອບ ລະຫວ່າງກັນ ເພື່ອເຮັດໃຫ້ການປະ ຕິບັດໜ້າທີ່ຂອງທັງ 2 ອົງການບໍ່ເກີດການຊ້ຳຊ້ອນກັນ ອັນເປັນສາເຫດທີ່ສຳ ຄັນທີ່ເຮັດໃຫ້ການຈັດຕັ້ງປະຕິບັດບໍ່ມີປະສິດທິພາບ ແລະ ບໍ່ເທົ່າທັນກັບສະ ພາບບັນຫາການສໍ້ລາດບັງຫຼວງທີ່ເກີດຂຶ້ນຢ່າງກວ້າງຂວາງໃນປະຈຸບັນ.

ທັງນີ້ໂດຍອົງການກວດສອບແຫ່ງລັດ ເປັນພາກສ່ວນຮັບຜິດຊອບໃນການຄຸ້ມ ຄອງ ແລະ ສະເໜີໃຫ້ໜ່ວຍງານກ່ຽວຂ້ອງເປັນຜູ້ຮັບຜິດຊອບດຳເນີນການ ກວດສອບເປັນແຕ່ລະກໍລະນີໄປ ແຕ່ເມື່ອກວດພົບວ່າເປັນກໍລະນີທີ່ກ່ຽວພັນ ກັບຄະດີແຜ່ງ ແລະ ຄະດີອາຍາ ຈຶ່ງໃຫ້ເປັນຄວາມຮັບຜິດຊອບຂອງອົງການ ກວດກາລັດຖະບານ ດັ່ງທີ່ທ່ານຄຳສຸກ ບຸນຍາວົງ ຮອງປະທານອົງການກວດ ກາລັດຖະບານໃຫ້ການອະທິບາຍວ່າ.

"ພວກເຮົາຈະຄັດຈ້ອນ ຫຼືວ່າ ສະເໜີໃຫ້ອົງການກວດສອບນີ້ຕ້ອງສືບຕໍ່ຄັດ ຈ້ອນວ່າ ຂໍ້ມູນຕົວໃດທີ່ຈະໃຫ້ອົງການກວດກາລັດຖະບານເປັນຜູ້ສືບຕໍ່ເຮັດ ໂດຍສະເພາະແມ່ນຂໍ້ມູນທີ່ບັນຫາບໍ່ຈະແຈ້ງ ບັນຫາທີ່ບໍໂປ່ງໃສ ຖ້າວ່າບັນດາ ຂໍ້ມູນເຫຼົ່ານັ້ນຈະແຈ້ງແລ້ວ ຊັດເຈນແລ້ວ ກໍແມ່ນສະເໜີໃຫ້ອົງການກວດ ສອບ ດຳເນີນໄປໂລດ."

ກ່ອນໜ້ານີ້ ສະມາຄົມທະນາຍຄວາມ ສະຫະລັດ ອາເມຣິກາ ແລະ ສະຖານທູດ ສະຫະລັດ ປະຈຳ ສປປ ລາວ ໄດ້ຈັດການຝຶກອົບຮົມ ກ່ຽວກັບ ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃຫ້ບັນດາພະນັກງານໃນສັງກັດຂອງຄະນະກວດ ກາສູນ ກາງພັກ- ລັດ ແລະ 37 ໜ່ວຍງານກ່ຽວຂ້ອງຈາກທົ່ວປະເທດ ລາວ ຈຳນວນ 77 ຄົນເພື່ອເຮັດໃຫ້ອົງການກວດກາໃນ ລາວ ສາມາດນຳໃຊ້ກົດ ໝາຍຕ້ານການສໍ້ລາດບັງຫຼວງ ແລະ ສົນທິສັນຍາຕ່າງໆທີ່ກ່ຽວຂ້ອງໃຫ້ໄດ້ຢ່າງ ມີປະສິດທິພາບ.

ທາງດ້ານຄະນະກວດກາສູນກາງພັກ-ລັດ ລາຍງານວ່າ ໃນຕະຫຼອດປີ 2015 ໄດ້ດຳເນີນການກວດກາ 303 ໜ່ວຍງານໃນ 11 ກະຊວງ 13 ແຂວງ ແລະ ນະຄອນຫຼວງວຽງຈັນ ພົບວ່າ ການສໍ້ລາດບັງຫຼວງຂອງພະນັກງານພັກ-ລັດ ທີ່ເຮັດໃຫ້ລັດຖະບານສູນເສຍລາຍຮັບ ແລະ ງົບປະມານໄປເປັນມູນຄ່າລວມເຖິງ 3,034.3 ຕື້ກີບໂດຍສາມາດຍຶດຄືນມາໄດ້ພຽງ 467.59 ຕື້ກີບຫຼື 15 ເປີເຊັນ ນັ້ນ.

ພ້ອມກັນນີ້ ຄະນະກວດກາສູນກາງພັກ-ລັດ ກໍໄດ້ດຳເນີນມາດຕະການລົງໂທດ ຕໍ່ພະນັກງານລັດຈຳນວນ 95 ຄົນທີ່ທຸຈະລິດ ແລະ ໄດ້ຍັກຍອກເອົາງົບປະມານ ຂອງລັດໄປຫຼາຍກວ່າ 242 ຕື້ກີບຊຶ່ງໃນນີ້ 62 ຄົນເປັນພະນັກງານຂອງແຂວງ ອຸດົມໄຊ, 22 ຄົນເປັນພະນັກງານທະນາຄານແຫ່ງຊາດ ແລະ 11 ຄົນເປັນພະ ນັກງານໃນ ກະຊວງການເງິນຕາມລຳດັບ.

XS
SM
MD
LG