ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລັດຖະບານ ລາວ ກວດພົບ 209 ໂຄງການລົງທຶນ ຜິດກົດໝາຍ ມູນຄ່າເສຍຫາຍ ຫຼາຍກວ່າ 5,331 ຕື້ກີບ.


ການຂົນສົ່ງໄມ້ທ່ອນອອກໄປຍັງປະເທດຫວຽດນາມ
ການຂົນສົ່ງໄມ້ທ່ອນອອກໄປຍັງປະເທດຫວຽດນາມ

ປະທານອົງການກວດກາລັດຖະບານ ລາວ ຢືນຢັນວ່າໄດ້ກວດພົບ 209 ໂຄງການລົງ
ທຶນຂອງລັດຖະບານທີ່ບໍ່ໄດ້ປະມູນ ຫຼື ບໍ່ປະຕິບັດຕາມລະບຽບກົດໝາຍ ເຮັດໃຫ້ລັດ
ເສຍຫາຍຫຼາຍກວ່າ 5,331 ຕື້ກີບ.

ທ່ານ ບຸນທອງ ຈິດມະນີ ປະທານອົງການກວດກາລັດຖະບານ ໃຫ້ການຢືນຢັນວ່າ
ການກວດກາບັນດາໂຄງການທີ່ລົງທຶນໂດຍລັດຖະບານ ລາວ ໃນແຜນການພັດທະ
ນາເສດຖະກິດ ແລະ ສັງຄົມແຫ່ງຊາດ ປະຈຳສົກປີ 2017 ນີ້ ພົບວ່າມີຈຳນວນເຖິງ
209 ໂຄງການທີ່ຈັດຕັ້ງປະຕິບັດບໍ່ຖືກຕ້ອງຕາມລະບຽບກົດໝາຍວ່າດ້ວຍການຈັດຊື້-ຈັດ
ຈ້າງ ຊຶ່ງໃນນີ້ແບ່ງເປັນ 103 ໂຄງການທີ່ບໍ່ໄດ້ຈັດການປະມູນ ແລະ 106 ໂຄງການທີ່
ຈັດການປະມູນບໍ່ຖືກຕ້ອງຕາມກົດໝາຍທີ່ເຮັດໃຫ້ລັດເສຍຫາຍດ້ານງົບປະມານ ຄິດ
ເປັນມູນຄ່າລວມຫຼາຍກວ່າ 5,331 ຕື້ກີບ ດັ່ງທີ່ທ່ານ ບຸນທອງ ໄດ້ຢືນຢັນວ່າ.

"ໂຄງການທີ່ບໍ່ໄດ້ປະມູນແມ່ນ 103 ໂຄງການ ແລະ ໂຄງການທີ່ປະມູນບໍ່ຖືກຕາມຂັ້ນ
ຕອນ ແລະ ລະບຽບການມີ 106 ໂຄງການມູນຄ່າ 5,331 ຕື້ ແລະ ຈຳນວນນຶ່ງເປັນ
ໂຄງການສຸກເສີນໄພພິບັດ ແຕ່ອັນສຳຄັນແມ່ນຍ້ອນເຈົ້າຂອງໂຄງການບໍ່ເຂັ້ມງວດ
ໃນການປະຕິບັດກົດໝາຍວ່າດ້ວຍການລົງທຶນ ແລະ ນິຕິກຳວ່າດ້ວຍການຈັດຊື້-ຈັດ
ຈ້າງ."

ທ່ານ ບຸນທອງ ຢືນຢັນດ້ວຍວ່າ ໄດ້ກວດພົບການຈັດຕັ້ງປະຕິບັດທີ່ຜິດລະບຽບກົດ
ໝາຍ ກ່ຽວກັບ ການຍົກເວັ້ນພາສີອາກອນການນຳເຂົ້ານໍ້າມັນເຊື້ອໄຟຂອງບັນດາ
ບໍລິສັດຕ່າງຊາດທີ່ລົງທຶນຢູ່ໃນ ລາວ ໂດຍມີບັນດາເຈົ້າໜ້າທີ່ຂັ້ນສູງໃນວົງການລັດ
ຖະບານໃຫ້ການຮ່ວມມືເຮັດໃຫ້ລັດຖະບານສູນເສຍລາຍຮັບໄປຫຼາຍກວ່າ 2,407
ຕື້ກີບໃນຮອບ 12 ເດືອນທີ່ຜ່ານມາ.

ພ້ອມກັນນີ້ ຍັງກວດພົບໂຄງການນອກແຜນການຂອງລັດຖະບານອີກເຖິງ 285 ໂຄງ
ການຢູ່ທີ່ແຂວງຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ບໍລິຄຳໄຊ,
ສະຫວັນນະເຂດ, ອັດຕະປື, ຈຳປາສັກ ແລະ ແຂວງວຽງຈັນ ທີ່ມີມູນຄ່າລວມຫຼາຍກວ່າ
4,483 ຕື້ກີບທີ່ມີຄວາມສ່ຽງຢ່າງສູງທີ່ຈະສ້າງຄວາມເສຍຫາຍໃຫ້ກັບລັດຖະບານ
ລາວ ໃນປີ 2017 ນີ້ ເພາະໄດ້ກວດພົບວ່າການຈັດຕັ້ງປະຕິບັດບັນດາໂຄງການເຫຼົ່ານີ້
ບໍ່ເປັນໄປຕາມລະບຽບກົດໝາຍດ້ານງົບປະມານລາຍຮັບ-ລາຍຈ່າຍຂອງລັດຖະບານ
ແລະ ບໍ່ຜ່ານການຮັບຮອງຂອງສະພາແຫ່ງຊາດ ລາວ ແຕ່ຢ່າງໃດ ນອກຈາກນັ້ນກໍຍັງ
ກວດພົບການລັກລອບຂາຍໄມ້ຂອງລັດຖະບານ ແລະ ສົ່ງອອກໄປປະເທດເພື່ອນ
ບ້ານອີກດ້ວຍ.

ທ່ານ ບຸນທອງ ເນັ້ນຢໍ້າວ່າການຈັດຕັ້ງປະຕິບັດໄດ້ຄືແນວນີ້ ຍ່ອມຕ້ອງມີການຮ່ວມມື
ກັນຢ່າງເປັນຂະບວນການທັງພາກສ່ວນທີ່ເປັນພະນັກງານລັດ, ນັກທຸລະກິດເອກະຊົນ
ລາວ ແລະ ນັກທຸລະກິດຊາວຕ່າງຊາດທີ່ລົງທຶນຢູ່ໃນ ລາວ ໂດຍພະນັກງານລັດໄດ້ຮັບ
ຜົນປະໂຫຍດຕອບແທນສ່ວນຕົວຢ່າງຫຼວງຫຼາຍ.

ກ່ອນໜ້ານີ້ ຄະນະກົມການເມືອງສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ມີຄຳສັ່ງໃຫ້
ບັນດາກະຊວງ, ອົງການຈັດຕັ້ງມະຫາຊົນຂອງພັກ, ໜ່ວຍງານຂອງລັດ ແລະ ອຳນາດ
ການປົກຄອງແຂວງໃນທົ່ວປະເທດ ໃຫ້ແຕ່ຕັ້ງຄະນະຮັບຜິດຊອບເພື່ອຕິດຕາມ
ກວດກາການຈັດຕັ້ງປະຕິບັດໜ້າທີ່ຂອງບັນດາສະມາຊິກພັກ ແລະ ພະນັກງານໃນສັງ
ກັດຂອງພວກຕົນຢ່າງໃກ້ຊິດ ດ້ວຍເປົ້າໝາຍເພື່ອການຈັດແບ່ງລະດັບຊັ້ນ ແລະ ຄຸນ
ນະພາບໃນການປະຕິບັດໜ້າທີ່ຂອງສະມາຊິກພັກ ແລະ ພະນັກງານລັດໃນທົ່ວປະເທດ
ໂດຍໃຫ້ກົມຈັດຕັ້ງ ແລະ ກົມກວດກາເປັນພາກສ່ວນທີ່ຮັບຜິດຊອບຮ່ວມກັນ ເນື່ອງ
ຈາກໄດ້ມີບັນຫາປາກົດການຫຍໍ້ທໍ້ເກີດຂຶ້ນຢ່າງກວ້າງຂວາງທັງໃນພັກ ແລະ ລັດຖະ
ບານ ລາວ ນັ້ນເອງ.

ໂດຍອົງການຕ້ານການສໍ້ລາດບັງຫຼວງແຫ່ງຊາດ ລາວ ລາຍງານວ່າໃນໄລຍະ 5 ປີ
ຜ່ານມາ ໄດ້ກວດພົບການທຸຈະລິດທີ່ເຮັດໃຫ້ພັກ-ລັດເສຍຫາຍຄິດເປັນມູນຄ່າຫຼາຍ
ກວ່າ 5,000 ຕື້ກີບ ພ້ອມດ້ວຍເງິນຕາຕ່າງປະເທດຫຼາຍກວ່າ 90 ລ້ານໂດລາ ກັບອີກ
40 ກວ່າລ້ານບາດ ຈາກການດຳເນີນການກວດກາ ແລະ ກວດສອບ 734 ເປົ້າໝາຍ
ທີ່ເປັນໜ່ວຍງານຂອງພັກ ແລະ ລັດຖະບານ ທັງຍັງສາມາດຍຶດທີ່ດິນລັດທີ່ຖືກລັກ
ລອບຂາຍກັບຄືນມາໄດ້ກວ່າ 10,000 ເຮັກຕາ ແລະ ພະນັກງານລັດ 230 ຄົນຖືກລົງ
ໂທດ.

XS
SM
MD
LG