ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວລາວໃນປະເທດແບລຈ້ຽມ ປອດໄພຈາກການແຜ່ລະບາດ ຂອງໂຄວິດ-19


ເຈົ້າຄຳຜາຍ ກຸນລະວຸດ ທີ່ປະເທດແບລຈ້ຽມ
ເຈົ້າຄຳຜາຍ ກຸນລະວຸດ ທີ່ປະເທດແບລຈ້ຽມ

ປະເທດແບລຈ້ຽມ ເປັນປະເທດນ້ອຍໆໃນຢູໂຣບ ທາງທິດຕາເວັນຕົກຕິດກັບປະ ເທດຝຣັ່ງ
ທາງຕາເວັນອອກຕິດກັບປະເທດເນເທີແລນແລະປະເທດເຢຍຣະມັນ. ຢູ່ໃນປະເທດແບລ
ຢ້ຽມນີ້ມີປະຊາຊົນແບລຊິກ ເຊື້ອສາຍລາວເຂົ້າມາຕັ້ງຖິ່ນຖານ ນັບແຕ່ທ້າຍປີ 1975 ເປັນ
ຕົ້ນມາ ປັດຈຸບັນນີ້ມີຢູ່ປະມານ 5000 ຄົນ.

ໃນຂະນະທີ່ປະຊາຊົນຂອງປະເທດເພື່ອນບ້ານພ້ອມດ້ວຍປະເທດແບລຢ້ຽມພາກັນຕິດພະ
ຍາດໂຄວິດ-19 ຢ່າງຫຼວງຫຼາຍຢູ່ນັ້ນ ແຕ່ປາກົດວ່າ ຊາວແບລຊິກ ເຊື້ອສາຍລາວບໍ່ໄດ້ຖືກ
ຜົນກະທົບຈາກການແຜ່ລະບາດໂຄວິດ-19 ເໝືອນດັ່ງ ຊາວລາວທີ່ຢູ່ໃນປະເທດຢູໂຣບອື່ນໆ
ຊຶ່ງເຈົ້າຄຳຜາຍ ກຸນລະວຸດ ໄດ້ກ່າວສູ່ ວີໂອເອຟັງວ່າ:

ເຈົ້າຄຳຜາຍ ກຸນລະວຸດ ນັກສິນລະປິນແຕ່ງເພງ ແລະຮ້ອງເພງ ທີ່ຮູ້ກັນດີ ແຕ່ກ່ອນໄດ້ຢູ່
ປະເທດຝຣັ່ງ ເປັນເວລາຫຼາຍປີ ແລະໄດ້ຍ້າຍມາຢູ່ ປະເທດ ແບລຈ້ຽມ ທີ່ເມືອງອັນແວກຣ໌
(Anvers) ຊຶ່ງພາສາຟຣາມມັງ ຮ້ອງວ່າ ອັງເວີເປນ (Antwerpen) ມາເປັນເວລາ 20 ປີ
ແລ້ວ. ບ່ອນທີ່ເຈົ້າຄຳຜາຍ ແລະຄອບຄົວຢູ່ນີ້ ຫ່າງໄກຈາກນະຄອນຫຼວງບຣັສເຊີລສ໌
ປະມານ 60 ກິໂລແມັດ ຊຶ່ງເປັນບ່ອນທີ່ປະຊາຄົມລາວສ່ວນໃຫຍ່ ພາກັນອາໃສຢູ່ທີ່ນີ້.

XS
SM
MD
LG