ໃນຂະນະທີ່ ເລືຶ້ອງຄົນເຂົ້າເມືອງ ກຳລັງເປັນຫົວຂໍ້ໃຫຍ່ ທີ່ພາໃຫ້ເກີດມີຄວາມແຕກແຍກ
ໃນສອງພັກການເມືອງ ຂອງລັດຖະສະພາ ສະຫະລັດ ຈົນມີການປິດ ລັດຖະບານ ໃນ
ບາງສ່ວນລົງ ເປັນເວລາຍາວທີ່ສຸດ ໃນປະຫວັດສາດຂອງປະເທດນີ້. ທ່າມກາງຄວາມ
ວຸ້ນວາຍທີ່ພວມເກີດຂຶ້ນ ຢູ່ນີ້ ພວກຊາວອົບພະຍົບ ເຊື້ອສາຍເອເຊຍຕາເວັນອອກສຽງ
ໃຕ້ ກໍໄດ້ຮັບຜົນກະທົບ ຈາກນະໂຍບາຍ ກ່ຽວກັບ ຄົນເຂົ້າເມືອງ ແລະ ຄວາມປອດໄພ
ຢູ່ຊາຍແດນ ລະຫວ່າງ ສະຫະລັດ ກັບ ເມັກຊິໂກ ຂອງປະທານາທິບໍດີ ທຣຳ ເຊັ່ນກັນ
ໂດຍສະເພາະ ແມ່ນ ຊາວອົບພະຍົບ ເຊື້ອສາຍລາວ ຈຳນວນ 4,739 ຄົນ ທີີ່ໄດ້ຮັບ
ຄຳສັ່ງເພື່ອການເນລະເທດກັບຄືນໄປລາວ. ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດ
ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ໃນລະຫວ່າງການເຂົ້າມາມີສ່ວນກ່ຽວຂ້ອງ ໃນຂົງເຂດອິນໂດຈີນ ທີ່ປະກອບດ້ວຍ
ຫວຽດນາມ ລາວ ແລະ ກຳປູເຈຍ ຂອງສະຫະລັດ ອາເມຣິກາ ໃນຊຸມປີ 1960 ໂດຍ
ການເຂົ້າມາມີ ບົດບາດ ໃນບັນຫາຂັດແຍ້ງໃນອິນໂດຈີນ ຈາກການເປັນຫົວເມືອງຂຶ້ນ
ຂອງປະເທດຝຣັ່ງ ນັບຕັ້ງແຕ່ປີ 1950 ເປັນຕົ້ນມາ ຊຶ່ງເປັນຂະບວນການຕໍ່ສູ້ເພື່ອ
ເອກກະລາດ ແລະການປອງດອງຊາດ ໃຫ້ເປັນນຶ່ງຫວຽດນາມ ທີ່ຮູ້ຈັກກັນຄື ສົງຄາມ
ຫວຽດນາມ ທີ່ມັນໄດ້ທະວີຄວາມຮຸນແຮງຂຶ້ນ ດ້ວຍການໃຊ້ຍຸດໂທປະກອນສົງຄາມ
ທີ່ທັນສະໄໝ ແລະມີພະລັງທຳລາຍລ້າງທີ່ຮ້າຍແຮ່ງ ເຊັ່ນການຖິ້ມລະເບີດຢ່າງມະຫາ
ສານ ໃສ່ເສັ້ນທາງລຳລຽງຍຸດທະສາດ ຢູ່ຕາມເຂດຊາຍແດນ ຫວຽດນາມ ລາວ ແລະ
ກຳປູເຈຍ ຕະຫຼອດໄລຍະ 5 ປີ ຈົນໃນທີ່ສຸດ ສົງຄາມດັ່ງກ່າວ ກໍໄດ້ສິ້ນສຸດລົງ ໃນປີ
1975 ແລະ ປະຊາຊົນໃນສາມປະເທດດັ່ງກ່າວ ກໍໄດ້ຮັບຜົນກະທົບຢ່າງໜັກໜ່ວງ
ຈາກສູ້ລົບຕົບຕີກັນ ທີ່ໄດ້ເຂັ່ນຂ້າປະຊາຊົນໃນສາມປະເທດ ຫຼາຍກວ່າ 4 ລ້ານຄົນ ແລະທະຫານອາເມຣິກັນ ຫຼາຍເຖິງ 1 ລ້ານ 4 ແສນຄົນ ກໍໄດ້ສູນເສຍຊີວິດ.
ນັບຕັ້ງແຕ່ ປີ 1975 ເປັນຕົ້ນມາ ປະຊາຊົນໃນສາມປະເທດດັ່ງກ່າວ ໄດ້ພາກັນຍົກຍ້າຍ
ໜີໄປຕັ້ງຖິ່ນຖານໃໝ່ ຢູ່ໃນປະເທດທີສາມ ໂດຍສະເພາະ ຢູ່ໃນສະຫະລັດ. ໃນປັດຈຸ
ບັນນີ້ ມີຊາວອົບພະຍົບເຊື້ອສາຍ ເອເຊຍຕາເວັນອອກສຽງໃຕ້ ຫຼາຍກວ່າ 2 ລ້ານ 7
ແສນຄົນ ທີ່ອາໄສ ຢູ່ໃນປະເທດນີ້ ຊຶ່ງເປັນປະຊາຄົມ ອົບພະຍົບ ທີ່ມີຈຳນວນຫຼາຍທີ່
ສຸດ ໃນເວລານັ້ນ.
ຕົກມາໃນປີ 1996 ກົດໝາຍອາຍາ ໄດ້ຖືກຂະຫຍາຍຄວາມໝາຍອອກໄປຢ່າງກວ້າງ
ຂວາງ ຂອງຄຳວ່າ “ຄວາມຜິດທາງອາຍາທີ່ມີຄວາມຮ້າຍແຮງຫຼາຍຂຶ້ນ” ຊຶ່ງຢູ່ພາຍໃຕ້
ກົດໝາຍຄົນເຂົ້າເມືອງ ທີ່ກວມລວມເອົາ ການກະທຳຜິດທາງອາຍາ ທີ່ແຕກຕ່າງກັນໄປ
ຫຼາຍກວ່າ 50 ກໍລະນີ ໃນ 21 ໝວດ ລວມທັງບາງກໍລະນີ ທີ່ບໍ່ແມ່ນ “ການທຳຮ້າຍທີ່
ຮ້າຍແຮງຂຶ້ນ” ຫຼື “ຄວາມຜິດທາງອາຍາທີ່ມີໂທດຈຳຄຸກນຶ່ງປີຂຶ້ນໄປ” ພາຍໃຕ້ກົດ
ໝາຍອາຍາຂອງລັດ. ອີງຕາມຂໍ້ມູນສະຖິຕິ ຂອງສູນກາງດ້ານນະໂຍບາຍຄົນເຂົ້າເມືອງ
ພົບວ່າ ມີ 68 ເປີເຊັນ ຂອງພົນລະເມືອງ ເຊື້ອສາຍເອເຊຍຕາເວັນອອກສຽງໃຕ້ ທີ່ອາໄສ
ຢູ່ໃນ ສະຫະລັດ ຢ່າງຖືກຕ້ອງຕາມກົດໝາຍ ໃນຖານະເປັນພົນລະເມືອງຢ່າງຖາວອນ
ຜູ້ທີ່ຍັງບໍ່ທັນໄດ້ສັນຊາດເທື່ອ ຊຶ່ງພວກທີ່ໄດ້ຮັບຄຳສັ່ງໃຫ້ ເນລະເທດກັບຄືນໄປປະເທດ
ຕົ້ນກຳເນີດນັ້ນ ແມ່ນຢູ່ໃນຖານະດັ່ງກ່າວນີ້ ແລະສ່ວນຫຼາຍ ຈະຖືກເນລະເທດ ຍ້ອນສາ
ເຫດ ຂອງການທຳຜິດທີ່ບໍ່ຮ້າຍແຮງ ຫຼື ບໍ່ກ່ຽວຂ້ອງກັບກົດໝາຍຄົນເຂົ້າເມືອງແຕ່ຢ່າງ
ໃດເລີຍ ພວກຄົນເຫຼົ່ານີ້ ບໍ່ໄດ້ຮັບການປຶກສາທາງດ້ານກົດໝາຍ ແລະ ການສຶກສາຄົ້ນ
ຄວ້າ ເມື່ອບໍ່ດົນມານີ້ ພົບວ່າ 60 ເປີເຊັນ ຂອງພວກອົບພະຍົບດັ່ງກ່າວ ທີ່ຖືກຄວບຄຸມ
ໂຕ ໂດຍກົມກວດຄົນເຂົ້າເມືອງ ແມ່ນບໍ່ມີທະນາຍຄວາມເລີຍ.
ທ່ານນາງ ຄາທຣີນາ ດີຊອນ ມາເຣຍເທກູ ເປັນຜູ້ອຳນວຍການດ້ານນະໂຍບາຍແຫ່ງ
ຊາດ ທັງເປັນຜູ້ນຳພາ ແລະປະສານງານ ໃນການເຄື່ອນໄຫວລະດັບຊາດ ຂອງອົງການ
ຈັດຕັ້ງ Southeast Asia Resource Center ທີ່ເອີ້ນຫຍໍ້ວ່າ SEARAC ຊຶ່ງເປັນ
ອົງການເພື່ອສົ່ງເສີມຄວາມສາມາດ ໃນການໃຊ້ສິດຂັ້ນພື້ນຖານ ຂອງຊາວອາເມຣິກັນ
ເຊື້ອສາຍ ກຳປູເຈຍ ລາວ ແລະ ຫວຽດນາມ ດ້ວຍການພະຍາຍາມສົ່ງເສີມໃຫ້ມີຄວາມ
ຍຸຕິທຳ ແລະຄວາມທ່ຽງທຳ ໃນສັງຄົມ ພາຍໃນກຸ່ມປະຊາຄົມ ກຸ່ມດັ່ງກ່າວນີ້ ຊຶ່ງທ່ານນາງ
ໄດ້ກ່າວກ່ຽວກັບ ອົບພະຍົບຊາວລາວ ວ່າ “ຂໍ້ມູນທີ່ພວກເຮົາເກັບກຳມານັບແຕ່ ຊ່ວງ
ປີ 1988 ຫາ 2017 ກໍແມ່ນວ່າ ມີຊາວລາວອົບພະຍົບ ຈຳນວນທັງໝົດ 4,739 ຄົນ
ໄດ້ຮັບຄຳສັ່ງໃຫ້ເນລະເທດ ອອກຈາກປະເທດ ພາຍໃນຈຳນວນດັ່ງກ່າວນີ້ 206 ຄົນ
ໄດ້ຖືກເນລະເທດ ກັບຄືນໄປ ສປປ ລາວ ແລ້ວ ສ່ວນຂໍ້ມູນສຳລັບປີ 2018 ພວກເຮົາ
ກຳລັງເກັບກຳຢູ່.”
ເມື່ອຂ້າພະເຈົ້າສອບຖາມ ທ່ານນາງ ມາເຣຍເທກູ ວ່າ ສ່ວນພວກທີ່ຍັງບໍ່ທັນໄດ້ຖືກສົ່ງ
ກັບຄືນໄປລາວນັ້ນ ພວກເຂົາເຈົ້າຢູ່ໃສ່?
ທ່ານນາງຕອບວ່າ“ສ່ວນທີ່ເຫຼືອຈຳນວນ 4,533 ຄົນນັ້ນ ແມ່ນຍັງອາໄສຢູ່ໃນສະຫະລັດ
ໃນສະພາບ ທີ່ບໍ່ແນ່ນອນ ໝາຍຄວາມວ່າ ພວກເຂົາເຈົ້າ ໄດ້ຮັບຄຳສັ່ງໃຫ້ເນລະເທດ
ແຕ່ບໍ່ຮູ້ຈັກວ່າ ມື້ໃດຈະຖືກສົ່ງກັບຄືນໄປລາວ ເພາະວ່າ ພວກເຈົ້າໜ້າທີ່ ກວດຄົນເຂົ້າ
ເມືອງ ແລະພາສີ ຂອງສະຫະລັດ ແມ່ນຍັງບໍ່ສາມາດ ສົ່ງພວກເຂົາເຈົ້າກັບຄືນໄປໄດ້
ເທື່ອ.”
ຂ້າພະເຈົ້າຖາມຕໍ່ໄປວ່າ ສ່ວນພວກຄົນລາວ ທີ່ຖືກສົ່ງກັບຄືນໄປລາວ 206 ຄົນນັ້ນ ແມ່ນ
ຫຍັງເກີດຂຶ້ນກັບພວກເຂົາເຈົ້າ ເມື່ອພວກເຂົາເຈົ້າຖືກສົ່ງກັບໄປລາວ? ທ່ານນາງຕອບວ່າ
“ເປັນທີ່ໜ້າເສຍດາຍ ພວກເຮົາບໍ່ມີຂໍ້ມູນອັນນັ້ນ ເມື່ອປຽບທຽບໃສ່ກັບປະເທດອື່ນໆ
ເຊັ່ນວ່າ ກຳປູເຈຍ ຍົກຕົວຢ່າງ ພວກເຮົາເຮັດວຽກຢ່າງໃກ້ຊິດ ກັບອົງການຈັດຕັ້ງ
ທີ່ບໍ່ຂຶ້ນກັບລັດຖະບານ ຢູ່ທີ່ນັ້ນ ພວກເຂົາເຈົ້າ ມີອົງການທີ່ໃຫ້ການຊ່ອຍເຫຼືອ ໃນ
ການຕັ້ງຕົ້ນຊີວິດໃໝ່ ໃຫ້ແກ່ພວກທີ່ຖືກເນລະເທດ ພວກເຂົາເຈົ້າຊ່ອຍເຫຼືອ ໃນໄລ
ຍະ 3 ເດືອນ ເພື່ອຊອກຫາວຽກເຮັດງານທຳ ແລະສະໜອງທີ່ພັກອາໄສ ໃຫ້ແກ່ພວກ
ເຂົາເຈົ້າ ກ່ອນທີ່ຈະປ່ອຍພວກເຂົາໄປ. ສ່ວນຊາວລາວແລ້ວ ເປັນທີ່ໜ້າເສຍດາຍ
ພວກເຮົາບໍ່ມີການຕິດຕໍ່ແບບຄືກັບ ກຳປູເຈຍ ແລະພວກເຮົາກໍບໍ່ຄ່ອຍໄດ້ຍິນ ເຫດ
ການຫຍັງເລີຍ ເມື່ອພວກເຮົາຕິດຕໍ່ຫາ ປະຊາຄົມລາວ ແລະຈະບໍ່ໄດ້ຍິນວ່າ ພວກທີ່
ຖືກສົ່ງກັບຄືນໄປລາວນັ້ນ ຈະຖືກສົ່ງກັບຄືນມາ ສະຫະລັດ ອີກ.”
ສາເຫດທີ່ມີແຕ່ 206 ຄົນ ທີ່ຖືກສົ່ງກັບຄືນໄປລາວ ກໍເພາະວ່າ ລາວ ແລະ ສະຫະລັດ ຍັງ
ບໍ່ທັນມີຂໍ້ຕົກລົງ ຫຼື ບົດບັນທຶກຄວາມເຂົ້າໃຈ MOU ນຳກັນເທື່ອ ບໍ່ຄືກັບ ກຳປະເຈຍ
ແລະຫວຽດນາມ ຊຶ່ງທ່ານນາງ ມາເຣຍເທກູ ກ່າວວ່າ “ສຳລັບ ສະຫະລັດແລ້ວ ພວກ
ເຂົາ ບໍ່ສົນໃຈວ່າ ຈະບໍ່ມີ MOU ກັບລັດຖະບານລາວ ກໍຕາມ ພວກເຂົາພຽງສົນໃຈ
ແຕ່ວ່າ ພະຍາຍາມໃຫ້ ປະເທດເຈົ້າພາບນັ້ນ ຮັບເອົາພວກຄົນຂອງເຂົາເຈົ້າ ກັບຄືນ
ໄປ ສະນັ້ນ ໃນດ້ານຫຼັກການແລ້ວ ພວກເຂົາເຈົ້າ ສາມາດສົ່ງພວກອົບພະຍົບລາວ
ກັບຄືນໄປໄດ້ ຕາບໃດທີ່ລາວ ຍິນຍອມທີ່ຈະຮັບເອົາພວກເຂົາເຈົ້າ ສະນັ້ນ ດ້ວຍເຫດ
ຜົນນີ້ ຕາມທີ່ຂ້າພະເຈົ້າຄຶດ ລັດຖະບານ ທ່ານທຣຳ ຈຶ່ງໄດ້ອອກມາດຕະການ ງົດ
ອອກວີຊາໃຫ້ແກ່ເຈົ້າໜ້າທີ່ຂອງລາວ ໃນລະດູບານໃໝ່ ຫຼື ລະດູຮ້ອນເມື່ອປີກາຍນີ້
ໃນຄວາມຫວັງ ເພື່ອກົດດັນໃຫ້ລາວ ຮັບເອົາພວກອົບພະຍົບລາວ ທີ່ໄດ້ຮັບຄຳສັ່ງໃຫ້
ເນລະເທດ ເພີ້ມຂຶ້ນອີກ.”
ເຖິງແມ່ນວ່າ ສະຫະລັດ ໄດ້ອອກມາດຕະການງົດອອກວີຊາ ກໍຕາມ ທ່ານນາງ
ມາເຣຍເທກູ ກ່າວຕື່ມວ່າ “ຂ້າພະເຈົ້າບໍ່ເຫັນ ຈຳນວນຕົວເລກ ສູງຂຶ້ນແຕ່ຢ່າງໃດ ນັບ
ຕັ້ງແຕ່ ມາດຕະການງົດອອກວີຊາ ໄດ້ຖືກນຳໃຊ້ ຂ້າພະເຈົ້າ ຢາກຊຸກຍູ້ໃຫ້ປະຊາຄົມ
ຊາວອົບພະຍົບເອເຊຍ ຈົ່ງໄປຂໍຄວາມຊ່ອຍເຫຼືອ ໃນດ້ານກົດໝາຍ ຖ້າຫາກຜູ້ໃດ
ໄດ້ຮັບຄຳສັ່ງໃຫ້ເນລະເທດ ແຕ່ເມື່ອ ປຽບທຽບໃສ່ກັບ ກຳປູເຈຍແລ້ວ ຍົກຕົວຢ່າງ
ພວກເຮົາບໍ່ເຫັນການລວບລວມຕົວ ຊາວອົບພະຍົບລາວ ຫຼາຍເທົ່າກັບກຳປູເຈຍ
ດ້ວຍເຫດນີ້ ເຮັດໃຫ້ຂ້າພະເຈົ້າເຊື່ອວ່າ ລັດຖະບານລາວ ມີທ່າທີທີ່ແຂງຂັນ ຕໍ່ການ
ກົດດັນຂອງສະຫະລັດ ໃນທາງທີ່ ກຳປູເຈຍ ບໍ່ສາມາດເຮັດໄດ້ຄືລາວ ດັ່ງນັ້ນ ພວກ
ອົບພະຍົບຊາວກຳປູເຈຍ ຈຳນວນຫຼວງຫຼາຍ ໄດ້ຖືກສົ່ງກັບຄືນໄປ ແມ່ນກະທັງ
ຊາວອົບພະຍົບຫວຽດນາມກໍເຊັ່ນກັນ.”
ແລະອີກສາເຫດນຶ່ງທີ່ທາງການລາວ ຮັບເອົາພວກອົບພະຍົບຊາວລາວຄືນ ໃນຈຳນວນ
ພຽງເລັກນ້ອຍນັ້ນ ທ່ານນາງ ມາເຣຍເທກູ ອະທິບາຍວ່າ ທາງການລາວ ຈະຮັບເອົາແຕ່
ພວກອົບພະຍົບລາວ ທີ່ຍັງຖືໜັງສືເດີນທາງລາວຢູ່ ແລະໄດ້ເຂົ້າໄປພົວພັນກັບທາງສະ- ຖານທູດລາວ ປະຈຳ ສະຫະລັດ ຢູ່ໃນນະຄອນຫຼວງ ວໍຊິງຕັນ ໃນໄລຍະເຈັດປີເທົ່ານັ້ນ. ສ່ວນພວກອົບພະຍົບຊາວລາວ ທີ່ບໍ່ມີໜັງສືເດີນທາງຂອງລາວ ຫຼື ໜັງສືເດີນທາງຂອງ
ລາວ ໝົດອາຍຸ ແລ້ວບໍ່ໄດ້ໄປຕໍ່ອາຍຸ ກໍຖືວ່າຂາດໄປນັ້ນ ທາງການລາວ ກໍບໍ່ຢາກຈະຮັບ
ເອົາພວກຄົນເຫຼົ່ານີ້ຄືນ ແລະໂດຍສ່ວນໃຫຍ່ ພວກທີ່ອົບພະຍົບຍົກຍ້າຍເຂົ້າມາອາໄສ
ຢູ່ໃນສະຫະລັດ ພ້ອມກັບພໍ່ແມ່ ໃນເວລາຍັງເຍົາໄວ ຫຼື ໄດ້ຮັບການຮັບປະກັນເອົາມາ
ໂດຍຍາດຕິພີ່ນ້ອງ ທີ່ໄດ້ມາຕັ້ງຖິ່ນຖານ ແລະໄດ້ຮັບສັນຊາດອາເມຣິກາ ກ່ອນໜ້າ
ແລ້ວນັ້ນ ບາງຄົນອາໄສໄປແຕ່ລະວັນ ໂດຍບໍ່ຫົວຊາທີ່ຈະໄປຂໍສັນຊາດ ອາເມຣິກາ
ດ້ວຍສາເຫດອັນນີ້ ພວກເຂົາຈຶ່ງຕົກຢູ່ໃນສະຖານະ ທີ່ບໍ່ມີສັນຊາດ ເມື່ອກະທຳຜິດທາງ
ກົດໝາຍ ບໍ່ວ່າຈະໜັກ ຫຼືເບົາ ພວກຄົນເຫຼົ່ານີ້ ຈຶ່ງໄດ້ຖືກກົມກວດຄົນເຂົ້າເມືອງຂອງ
ສະຫະລັດ ອອກຄຳສັ່ງໃຫ້ເນລະເທດ.
ຂ້າພະເຈົ້າ ຍັງສົງໄສວ່າ ພວກອົບພະຍົບຊາວລາວ ທີ່ໄດ້ຮັບຄຳສັ່ງໃຫ້ເນລະເທດ ຈຳ
ນວນ 4,533 ຄົນ ທີ່ຍັງບໍ່ທັນຖືກເນລະເທດ ນັ້ນ ໄປຢູ່ໃສ? ທ່ານນາງ ມາເຣຍເທກູ ກ່າວ
ວ່າ “ພວກເຂົາເຈົ້າ ກໍຍັງຄົງອາໄສຢູ່ກັບຄອບຄົວ ຫຼືກັບພີ່ກັບນ້ອງ ຂອງພວກເຂົາເຈົ້າ
ໃນຂະນະທີ່ລໍຖ້າ ການເນລະເທດ. ພວກຄົນເຫຼົ່ານີ້ ເຖິງຈະມີປະຫວັດ ຂອງການກະ
ທຳຜິດກົດໝາຍ ຢູ່ກໍຕາມ ແຕ່ພວກເຂົາເຈົ້າ ກໍໄດ້ຮັບໃຊ້ໂທດ ຕາມກົດໝາຍໄປແລ້ວ
ດ້ວຍການຕິດຄຸກ ຖ້າພວກເຂົາເຈົ້າຈະຖືກ ຄວບຄຸມໂຕອີກ ໂດຍກົມກວດຄົນເຂົ້າ
ເມືອງ ກໍຍ້ອນສາເຫດວ່າ ກົມນີ້ກຳລັງ ຈະອອກເອກກະສານເດີນທາງ ໃຫ້ພວກເຂົາ
ເຈົ້າ ອີງຕາມຫຼັກການດ້ານກົດໝາຍ ກົມກວດຄົນເຂົ້າເມືອງ ສະຫະລັດ ບໍ່ສາມາດ
ທີ່ຈະຄວບຄຸມໂຕ ພວກເຂົ້າເຈົ້າໄວ້ ໃນສະຖານທີ່ຄຸມຂັງ ດົນເຖິງ 6 ເດືອນ ຖ້າຫາກ
ບໍ່ສາມາດພິສູດໄດ້ວ່າ ຈະສົ່ງພວກເຂົາເຈົ້າ ກັບຄືນໄປລາວໄດ້ ພາຍໃນ 6 ເດືອນ
ກົມກວດຄົນເຂົ້າເມືອງ ຈະຕ້ອງປ່ອຍໂຕພວກເຂົາເຈົ້າໄປ ບໍ່ດັ່ງນັ້ນ ກໍຈະເປັນການ
ລະເມີດຕໍ່ສິດທິມະນຸດ ຊຶ່ງອັນນັ້ນ ເປັນບັນຫາໃຫຍ່ ໃນດ້ານຄວາມຍຸຕິທຳ ທີ່ກົມກວດ
ຄົນເຂົ້າເມືອງ ກຳລັງປະເຊີນຢູ່ ໃນຂະນະນີ້ ການຄຸມຂັງພວກເຂົາເຈົ້າໄວ້ ດົນກວ່າ
ກຳນົດ ໃນກໍລະນີ ຄວາມຜິດດ້ານຄົນເຂົ້າເມືອງ ທີ່ເປັນຄວາມຜິດທາງແພ່ງ ຊຶ່ງມັນ
ເກີດຂຶ້ນຫຼາຍ ເພາະກົມດັ່ງກ່າວ ຢາກຈະຄວບຄຸມພວກເຂົາເຈົ້າໄວ້ ເຖິງແມ່ນວ່າ
ປະເທດເຈົ້າພາບ ບໍ່ຍອມຮັບພວກເຂົາເຈົ້າຄືນ.”
ທ່ານນາງ ມາເຣຍເທກູ ກ່າວວ່າ ເພິ່ນພະຍາຍາມເຮັດວຽກກັບປະຊາຄົມຊາວອາເມຣິກັນ
ເຊື້ອສາຍເອເຊຍຕາເວັນອອກສຽງໃຕ້ ເພື່ອເນັ້ນໜັກເຖິງຄວາມສຳຄັນ ຂອງການຂໍສັນ
ຊາດອາເມຣິກາ ໂດຍສະເພາະ ສຳລັບພວກອົບພະຍົບທັງຫຼາຍ ຜູ້ຢູ່ໃນຖານະເປັນພົນ
ລະເມືອງຢ່າງຖາວອນ ທີ່ຍັງບໍ່ທັນໄດ້ຂໍປ່ຽນສັນຊາດ ຜູ້ທີ່ອາດຈະບໍ່ຮູ້ຈັກ ບໍ່ມີທຶນຮອນ
ຈ່າຍຄ່າທຳນຽມ ຫຼື ບໍ່ມີແຫຼ່ງຂໍຄຳປຶກສາ ຊຶ່ງການຂໍປ່ຽນສັນຊາດ ເປັນເຄື່ອງມືອັນນຶ່ງ
ເພື່ອຕໍ່ຕ້ານການຖືກເນລະເທດ.