ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຜົາປ່າໄມ້ເພື່ອບຸກເບີກພື້ນທີ່ສຳລັບປູກກພືດຕ່າງໆ ຍັງເກີດຂຶ້ນຢ່າງກວ້າງຂວາງໃນທົ່ວປະເທດລາວ


ການສຳຫຼວດສະຖານະການໄຟໄໝ້ປ່າໃນເຂດ 5 ປະເທດລຸ່ມແມ່ນ້ຳຂອງ ໂດຍດາວທຽມໄທຄົມ ພົບວ່າມີບໍລິເວນທີ່ເກີດໄຟໄໝ້ປ່າໄມ້ຫຼາຍກວ່າ 10 ພັນພື້ນທີ່ ໃນເດືອນເມສາ 2024
ການສຳຫຼວດສະຖານະການໄຟໄໝ້ປ່າໃນເຂດ 5 ປະເທດລຸ່ມແມ່ນ້ຳຂອງ ໂດຍດາວທຽມໄທຄົມ ພົບວ່າມີບໍລິເວນທີ່ເກີດໄຟໄໝ້ປ່າໄມ້ຫຼາຍກວ່າ 10 ພັນພື້ນທີ່ ໃນເດືອນເມສາ 2024

ການເຜົາປ່າໄມ້ເພື່ອບຸກເບີກພື້ນທີ່ສຳລັບປູກກພືດຕ່າງໆ ຍັງເກີດຂຶ້ນຢ່າງກວ້າງຂວາງໃນທົ່ວປະເທດລາວ ໂດຍສະເພາະແມ່ນໃນພື້ນທີ່ສຳປະທານຂອງບັນດາບໍລິສັດຈາກຈີນ ທີ່ລົງທຶນຫຼາຍທີ່ສຸດໃນລາວນັ້ນ.

ຜູ້ປະສານງານເຄືອຂ່າຍອົງການອະນຸລັກຊັບພະຍາກອນທຳມະຊາດ ໃນລຸມນ້ຳຂອງ ເປີດເຜີຍວ່າ ການລັກລອບເຜົາປ່າໄມ້ ເພື່ອບຸກເບີກພື້ນທີ່ສຳລັບຮອງຮັບການປູກພືດເສດຖະກິດຊະນິດຕ່າງໆໃນລາວ ເພື່ອເພີ້ມການສົ່ງອອກໄປຕ່າງປະເທດໃຫ້ຫຼາຍຂຶ້ນ ໄດ້ເຮັດໃຫ້ລາວ ສູນເສຍພື້ນທີ່ປ່າໄມ້ໄປຄິດເປັນເປັນພື້ນທີ່ກວ້າງກວ່າ 476,960 ເຮັກຕາໃນປີ 2023 ໂດຍມີແຂວງໄຊຍະບູລີ ສູນເສຍພື້ນທີ່ປ່າໄມ້ຫຼາຍທີ່ສຸດ 62,544 ເຮັກຕາ ຫຼວງພະບາງ 57,050 ເຮັກຕາ ອັດຕະປື 50,391 ເຮັກຕາ ຈຳປາສັກ 45,265 ເຮັກຕາ ແລະຄຳມ່ວນ 44,773 ເຮັກຕາ ສ່ວນແຂວງອື່ນໆນັ້ນ ກໍໄດ້ສູນເສຍພື້ນທີ່ປ່າໄມ້ຕ່ຳກວ່າ 40,000 ເຮັກຕາລົງມາ ໂດຍມີເປົ້າໝາຍເພື່ອຍຂະຫຍາຍພື້ນທີ່ການຜະລິດກະສິກຳເພື່ອສົ່ງໄປຈີນ ໃຫ້ຫຼາຍຂຶ້ນນັ້ນ ຈຶ່ງຍັງມີການລັກລອບເຜົາປ່າໄມ້ຢູ່ໃນລາວ ເລື້ອຍມາຈົນເຖິງປັດຈຸບັນ ດັ່ງທີ່ຜູ້ປະສານງານເຄືອຂ່າຍອະນຸລັກ ໃຫ້ການຢືນຢັນວ່າ:

“ຖ້າວ່າ ພວກເຮົາອີງໃສ່ບົດລາຍງານການຕິດຕາມຈຸດຄວາມຮ້ອນທີ່ໄດ້ຈາກພາບຖາຍດາວທຽມ ບົ່ງບອກໃຫ້ເຫັນພື້ນທີ່ເກີດໄໝ້ລາມປ່າ ສຳລັບເດືອນມັງກອນ ປີ 2024 ນີ້ ພວກເຮົາມີຈຸດຄວາມຮ້ອນທົ່ວປະເທດ 899 ຈຸດ ຖ້າທຽບໃສປີກາຍເນາະ ກະຄືວ່າ ມີ 2,131 ຈຸດ ສຳລັບເດືອນກຸມພາ ພວກເຮົາກໍມີ 5,049 ຈຸດເນາະ ສຳລັບປີນີ້ ກະແມ່ນເກືອບເທົ່າໆກັນ ສຳລັບເດືອນມີນາປີກາຍນີ້ ພວກເຮົາມີເຖິງ 28,317 ຈຸດທົ່ວປະເທດ ແຕ່ປີນີ້ເຮົາມີແຕ່ 3,258 ຈຸດ.”

ສ່ວນກະຊວງກະສິກຳ ແລະປ່າໄມ້ ລາຍງານວ່າ ໄຟປ່າໃນຊ່ວງລະດູຮ້ອນຂອງທຸກປີ ເຮັດໃຫ້ປ່າໄມ້ໃນລາວ ເສຍຫາຍໄປຫຼາຍກວ່າ 100,000 ເຮັກຕາໃນແຕ່ລະປີ ໂດນສະເພາະແມ່ນຢູ່ເຂດແຂວງພາກເໜືອທີ່ມີການລັກລອບເຜົາປ່າເພື່ອເຮັດໄຮ່ເລື່ອນລອຍ ໂດຍປະຊາຊົນລາວ ບັນດາເຜົ່ານັ້ນ ກໍຄື ເຂດທີ່ປ່າໄມ້ເສຍຫາຍຫຼາຍທີ່ສຸດ ໂດຍມີສາເຫດຈາກບັນຫາຄວາມຍາກຈົນຂອງປະຊາຊົນ ທີ່ເປັນປະຊາກອນສ່ວນໃຫຍ່ທີ່ຢູ່ໃນເຂດດັ່ງກ່າວ ດັ່ງນັ້ນ ຈຶ່ງເປັນການຍາກທີ່ຈະຢຸດການເຜົາປ່າໃຫ້ໄດ້ຢ່າງແທ້ຈິງ ນອກຈາກຈະມີການແກ້ບັນຫາຍາກຈົນຂອງປະຊາຊົນໄດ້ຢ່າງແທ້ຈິງ ທັງຍັງຈະຕ້ອງຈັດສັນທີ່ດິນເຮັດກິນ ແລະຈັດຫາເງິນທຶນໃຫ້ຊາວກະສິກອນດ້ວຍ ດັ່ງທີ່ ທ່ານເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ-ປ່າໄມ້ຢືນຢັນວ່າ:

“ການກຳນົດເຂດການຜະລິດ ການຈັດສັນເຂດການຜະລິດກະສິກຳ ຍັງບໍ່ທັນສຳເລັດ ຍັງມີການບຸກລຸກ-ຈັບຈອງດິນປ່າໄມ້ຂອງປະຊາຊົນ ເພື່ອປູກ ເພື່ອລ້ຽງ ແລ້ວກະທັງສຳປະທານຂອງບໍລິສັດຕ່າງໆ ເກີດມີໄຟໄໝ້ປ່າຫຼາຍ ອັນນີ້ ກໍເປັນວຽກຈຸດສຸມຕ້ອງໄດ້ແກ້ໄຂ ຄວາມຈິງແລ້ວ ການກຳນົດເຂດການຜະລິດຫຼາຍແຂວງກໍໄດ້ເຮັດສຳເລັດແລ້ວ ແຕ່ປະຕິບັດຕົວຈິງຫັ້ນ ຍັງພົບກັບບັນຫາຫຍຸ້ງຍາກຫຼາຍ ໂດຍສະເພາະ ກໍແມ່ນການເຂົ້າເຖິງແຫລ່ງທຶນ ການກຳນົດຄຸນນະພາບ ອັນນີ້ ພວກເຮົາບໍ່ທັນມີໂຄງຮ່າງພື້ນຖານພໍ.”

ກ່ອນໜ້ານີ້ ຜູ້ປະສານງານອົງການ Green Peace ໃນອາຊຽນ ເປີດເຜີຍວ່າ ການສຳຫຼວດສະພາບປ່າໄມ້ໃນລຸ່ມນ້ຳຂອງຕອນເທິງ ດ້ວຍການບັນທຶກພາບຖ່າຍໂດຍດາວທຽມ ສຳຫຼວດໃນໄລຍະ 5 ປີທີ່ຜ່ານມານີ້ ພົບວ່າ ພາກເໜືອຂອງລາວ ເປັນເຂດທີ່ມີການເຜົາປ່າໄມ້ເພື່ອການເຮັດໄຮ່ເລື່ອນລອຍຫຼາຍທີ່ສຸດ ໂດຍມີປ່າໄມ້ທີ່ຖືກເຜົາກວ້າງກວ່າ 820,000 ເຮັກຕາ ຕິດຕາມດ້ວຍ ມຽນມາ 465,000 ກວ່າເຮັກຕາ ໄທ 4 ແສນກວ່າເຮັກຕາ ແລະພືດທີ່ປູກສ່ວນໃຫຍ່ ກໍຄືສາລີ ໂດຍສະເພາະແມ່ນການປູກສາລີຢູ່ໃນມຽນມາ ແລະລາວ ນັ້ນ ມີເປົ້າໝາຍເພື່ອສົ່ງອອກໄປຈີນ ເປັນຫລັກ ໝາຍຄວາມວ່າ ປ່າໄມ້ທີ່ຖືກເຜົາທັງໃນມຽນມາແລະລາວ ນັ້ນ ກໍຄືເຂດສຳປະທານຂອງບັນດາບໍລິສັດຈາກຈີນ.

ໂດຍການສຳຫຼວດສະຖານະການໄຟໄໝ້ປ່າໃນເຂດ 5 ປະເທດລຸ່ມແມ່ນ້ຳຂອງ ໂດຍດາວທຽມໄທຄົມ ພົບວ່າ ມີບໍລິເວນທີ່ເກີດໄຟໄໝ້ປ່າໄດ້ຫຼາຍກວ່າ 10,000 ເມື່ອວັນທີ 29 ມີນາ 2024 ໂດຍພື້ນທີ່ທີ່ເກີດໄຟຟໝ້ປ່າຫຼາຍທີ່ສຸດ ກໍຄື ມຽນມາ 4,786 ພື້ນທີ່ ຕິດຕາມດ້ວຍລາວ 2,810 ພື້ນທີ່ ໄທ 1,367 ພື້ນທີ່ ສ່ວນທີ່ເຫຼືອຢູ່ໃນກຳປູເຈຍ ແລະຫວຽດນາມ ຊຶ່ງຖ້າຫາກວ່າ ບໍ່ມີການຮ່ວມມືຢ່າງຈິງຈັງ ແລະເລັ່ງດ່ວນ ກໍຍິ່ງຈະເຮັດໃຫ້ສະຖານະການຮຸນແຮງຫຼາຍຂຶ້ນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG