ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ຈະຫຼຸດອັດຕາ ຄວາມຍາກຈົນ ຂອງປະຊາຊົນ ລົງ 14% ໃນປີ 2013


ກອງປະຊຸມສະຫລຸບຜົນງານຂອງຄະນະກໍາມະການວ່າດ້ວຍການຫລຸດຜ່ອນຄວາມທຸກຈົນຂອງປະຊາຊົນລາວ ປະຈໍາສົກປີ 2010-2011 ທີ່ຈັດຂຶ້ນໃນປີ 2012
ກອງປະຊຸມສະຫລຸບຜົນງານຂອງຄະນະກໍາມະການວ່າດ້ວຍການຫລຸດຜ່ອນຄວາມທຸກຈົນຂອງປະຊາຊົນລາວ ປະຈໍາສົກປີ 2010-2011 ທີ່ຈັດຂຶ້ນໃນປີ 2012
ລັດຖະບານລາວວາງແຜນການທີ່ຈະຫລຸດອັດຕາຄວາມຍາກ
ຈົນຂອງປະຊາຊົນລາວ ລົງເປັນ 14% ຂອງຄົວເຮືອນທັງໝົດ
ໃນທ້າຍປີ 2013 ເພື່ອເຮັດໃຫ້ສາມາດບັນລຸເປົ້າໝາຍສະຫັດ
ສະຫວັດໃຫ້ໄດ້ໃນປີ 2015.

ທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການແລະ
ການລົງທຶນ ຖະແຫຼງຢືນຢັນວ່າ ເປົ້າໝາຍສໍາຄັນຂອງການພັດ
ທະນາຊົນນະບົດ ໃນຕະຫຼອດແຜນການພັດທະນາເສດຖະກິດ
ແລະສັງຄົມປະຈໍາປີ 2012-2013 ນີ້ກໍຄືການຫລຸດອັດຕາຄວາມ ຍາກຈົນຂອງປະຊາຊົນລາວບັນດາເຜົ່າ ໃຫ້ໄດ້ຢ່າງຕັ້ງໜ້າ. ທັງນີ້
ດ້ວຍການສຸມໃສ່ໂຄງການພັດທະນາຕ່າງໆ ເຂົ້າໄປໃນເຂດຊົນ
ນະບົດໃຫ້ຫຼາຍຂື້ນ ແລະດໍາເນີນການຈັດຕັ້ງປະຕິບັດຄຽງຄູ່ກັນ ໄປກັບການສ້າງບ້ານພັດທະນາຢ່າງຮອບດ້ານ ດັ່ງທີ່ທ່ານສົມດີ ໄດ້ຖະແຫຼງຢືນຢັນໃນຕອນນຶ່ງວ່າ:
ທະນາຄານໂລກໃຫ້ການຊາວຍເຫລືອແກ່ລາວ 20 ລ້ານໂດລາ ໃນປີ 2012 ເພື່ອໃຊ້ເຂົ້າໃນໂຄງການຫລຸດຜ່ອນຄວາມທຸກຈົນ
ທະນາຄານໂລກໃຫ້ການຊາວຍເຫລືອແກ່ລາວ 20 ລ້ານໂດລາ ໃນປີ 2012 ເພື່ອໃຊ້ເຂົ້າໃນໂຄງການຫລຸດຜ່ອນຄວາມທຸກຈົນ
“ຄາດໝາຍຕົ້ນຕໍຂອງການພັດທະນາຊົນນະບົດແລະ
ລົບລ້າງຄວາມທຸກຍາກສໍາລັບສົກປີ 2012-2013 ນີ້
ແມ່ນໃນທ້າຍປີ 2013 ນີ້ ໃຫ້ອັດຕາຄົນທຸກຍາກ ຫລຸດ
ລົງ
ໃນລະດັບ 20%​ ຂອງປະຊາກອນທັງໝົດ ແລະອັດ
ຕາຄອບຄົວທຸກຍາກຢູ່ໃນລະດັບ 14% ຂອງຄອບຄົວ
ທັງໝົດ ຢູ່ໃນທົ່ວປະເທດ ສ້າງບ້ານພັດທະນາໃຫ້ໄດ້
ຫຼາຍກວ່າ 25% ຂອງຈໍານວນບ້ານທັງໝົດໃນທົ່ວປະ
ເທດ.”


ທັງນີ້ ຈາກການສໍາຫຼວດຄັ້ງຫລ້າສຸດທີ່ດໍາເນີນການໂດຍຄະນະ ຊີ້ນໍາການພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກ
ແຫ່ງຊາດລາວ ກໍພົບວ່າ ໃນທົ່ວປະເທດລາວ ມີຈໍານວນຄົວເຮືອນທັງໝົດ 1,076,981 ຄອບຄົວ ແລະໃນນີ້ມີຢູ່ເຖິງ 140,129 ຄອບຄົວ ທີ່ຈັດເປັນຄົວເຮືອນທີ່ຍາກຈົນທີ່ສຸດ ຊຶ່ງ ຄອບຄົວທີ່ຍາກຈົນເຫຼົ່ານີ້ ຕັ້ງຢູ່ໃນເຂດ 2,608 ບ້ານ ຈາກຈໍານວນທັງໝົດ 8,615 ບ້ານ ໃນທົ່ວປະເທດ.

ພ້ອມກັນນີ້ ຄະນະຊີ້ນໍາການພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກແຫ່ງຊາດ ລາວ ກໍຍັງໄດ້ສະແດງຄວາມເຊື່ອໝັ້ນອີກດ້ວຍວ່າ ຈະສາມາດຫລຸດລະດັບຄວາມຍາກຈົນ
ຂອງປະຊາຊົນລາວລົງສູ່ອັດຕາສະເລ່ຍຕໍ່າກວ່າ 10% ຂອງຈໍານວນປະຊາກອນທັງໝົດ ໄດ້ຕາມເປົ້າໝາຍທີ່ວາງໄວ້ໃນປີ 2015 ອີກດ້ວຍ.
ແມ່ທີ່ອູ້ມລູກໄປ ຢູ່ໃນເຂດຊົນນະບົດແຫ່ງນຶ່ງຂອງລາວ
ແມ່ທີ່ອູ້ມລູກໄປ ຢູ່ໃນເຂດຊົນນະບົດແຫ່ງນຶ່ງຂອງລາວ

ສໍາລັບເປົ້າໝາຍໃນປີ 2012 ທີ່ຜ່ານມານີ້ກໍແມ່ນການສູ້ຊົນ
ເຮັດໃຫ້ອັດຕາຄວາມທຸກຍາກຂອງປະຊາຊົນລາວຫລຸດ
ລົງຕໍ່າກວ່າ 22% ຂອງຈໍານວນປະຊາກອນທັງໝົດ ແລະ ສ້າງບ້ານພັດທະນາ ໃຫ້ໄດ້ໃນອັດຕາສະເລ່ຍບໍ່ໜ້ອຍກວ່າ
15​% ຂອງຈໍານວນບ້ານທັງໝົດ ພ້ອມທັງດໍາເນີນການພັດ
ທະນາໃນເຂດ 64 ຈຸດ ສຸມເພື່ອສ້າງເງື່ອນໄຂໃຫ້ກາຍເປັນ ຕົວເມືອງຂະໜາດນ້ອຍໃນເຂດຊົນນະບົດດ້ວຍການສູ້ຊົນ
ເພື່ອແກ້ໄຂບັນຫາການເຄື່ອນຍ້າຍແບບຊະຊາຍຂອງພົນລະ
ເມືອງ ໃນເຂດ 167 ຈຸດສຸມ ໂດຍການຈັດສັນຖິ່ນຢູ່ອາໄສ
ແລະບ່ອນທໍາມາຫາກິນ ຢ່າງຖາວອນໃຫ້ກັບປະຊາຊົນໃນ ເຂດດັ່ງກ່າວໃຫ້ໄດ້ຢ່າງທົ່ວເຖິງ.

ແຕ່ຢ່າງໃດກໍຕາມ ສໍາລັບໃນສ່ວນຂອງບ້ານພັດທະນານັ້ນ ກໍສາມາດປະຕິບັດໄດ້ພຽງແຕ່ 900 ບ້ານ ຊຶ່ງຄິດເປັນ 10.4% ຂອງຈໍານວນບ້ານທັງໝົດ ໃນຂະນະດຽວກັນກໍສາມາດ ສ້າງຕັ້ງກຸ່ມບ້ານພັດທະນາໄດ້ພຽງແຕ່ 10 ກຸ່ມ ຫຼືຄິດສະເລ່ຍໄດ້ ບໍ່ເຖິງ 1% ຂອງກຸ່ມບ້ານ ທັງໝົດໃນລາວເທົ່ານັ້ນ.

ນອກຈາກນີ້ ທ່ານສົມດີ ກໍຍັງຍອມຮັບວ່າເປົ້າໝາຍສະຫັດສະວັດທີ່ເປັນການຍາກ ທີ່ຈະ ສາມາດປະຕິບັດຈັດຕັ້ງໃຫ້ບັນລຸຜົນຕາມແຜນການທີ່ວາງໄວ້ໄດ້ ຢ່າງເປັນຮູບປະທໍານັ້ນ ກໍຄືການລົບລ້າງຄວາມອຶດຫິວ ແລະການຫຸລດອັດຕາການເສຍຊີວິດຂອງແມ່ໃນຂະນະ ຕັ້ງທ້ອງ ຫຼືຖືພາ ດັ່ງທີ່ທ່ານໄດ້ຖະແຫຼງຊີ້ແຈງວ່າ:
ການສັກຢາປ້ອງກັນພະຍາດແກ່ເດັກນ້ອຍ ໃນໂຮງຮຽນແຫ່ງນຶ່ງ
ການສັກຢາປ້ອງກັນພະຍາດແກ່ເດັກນ້ອຍ ໃນໂຮງຮຽນແຫ່ງນຶ່ງ

“ດ້ານໂພຊະນາການເຫັນວ່າຍັງເປັນບັນຫາທ້າທາຍ
ເພາະມາຮອດປັດຈຸບັນ ອັດຕາສ່ວນເດັກນ້ອຍອາຍຸ
ຕໍ່າກວ່າ 5 ປີ ມີນໍ້າໜັກຫລຸດມາດຕະຖານຢູ່ເຖິງ
37% ຄາດໝາຍປີ 2015 ແມ່ນ 22% ການຫລຸດ
ຜ່ອນອັດຕາການຕາຍຂອງແມ່ ຕໍ່ເດັກເກີດມີຊີວິດ
1 ແສນຄົນ ຍັງເຫັນວ່າພົບຄວາມຫຍຸ້ງຍາກ ຄາດ
ໝາຍປີ 2012 ແມ່ນ 260 ຄົນ ແຕ່ໃນປີ 2008 ພວກ
ເຮົາບັນລຸໄດ້ພຽງ 339 ຄົນ.”


ຫາກແຕ່ລັດຖະບານລາວກໍຄາດຫວັງວ່າດ້ວຍການພັດທະນາເສດຖະກິດຂອງລາວທີ່ ຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍບໍ່ຫລຸດ 8% ຕໍ່ປີນັ້ນ ກໍຈະເຮັດໃຫ້ຍອດຜະລິດ ຕະພັນລວມພາຍໃນ GDP ຂອງລາວສາມາດຈະຄິດສະເລ່ຍເປັນລາຍຮັບຂອງປະຊາ ຊົນລາວໄດ້ໃນລະດັບ 1,700 ຕໍ່ຄົນພາຍໃນປີ 2015 ກັບທັງຍັງຈະເປັນປັດໄຈເຮັດໃຫ້ ລາວຫລຸດພົ້ນຈາກສະພາບດ້ອຍພັດທະນາໄດ້ຢ່າງເປັນຮູບປະທໍາໃນປີ 2020 ອີກດ້ວຍ.
XS
SM
MD
LG