ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ລາວ​ວ່າ ຈະ​​ເພີ່ມ​​ຄວາມ​ໜາ​ແໜ້ນ ​ຂອງ​ປ່າ​ໄມ້ ​ໃຫ້​ຫຼາຍຂຶ້ນ


ປ່າໄມ້ຂຽວງາມ ທີ່ເໝາະສົມແກ່ ການທ່ອງທ່ຽວ ແບບອານຸລັກ ທໍາມະຊາດໃນລາວ
ປ່າໄມ້ຂຽວງາມ ທີ່ເໝາະສົມແກ່ ການທ່ອງທ່ຽວ ແບບອານຸລັກ ທໍາມະຊາດໃນລາວ

ລັດຖະບານ​ລາວ​ຢືນຢັນ​ ທີ່​ຈະ​​ເພີ່ມ​ອັດຕາ ຄວາມ​ໜາ​ແໜ້ນ​ຂອງ​ປ່າ​ໄມ້ ​ໃຫ້​ຫຼາຍຂຶ້ນ ຫາກ​ແຕ່​ການ​ລັກລອບ​ຕັດ​ໄມ້ ​ເພື່ອ​ການ​ຄ້າ​ເຖື່ອນ ຢູ່​ເຂດ​ຊາຍ​ແດນ​ລາວ ​ກັບປະເທດ​ ເພື່ອນ​ບ້ານ ​ຍັງ​ເປັນ​ບັນຫາ​ທີ່​ໜັກໜ່ວງ.

ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກົມ​ປ່າ​ໄມ້ ​ກະຊວງ​ກະສິກໍາ-ປ່າ​ໄມ້​ລາວ
​ໄດ້​ໃຫ້ການ​ຢືນຢັນ​ວ່າ ລັດຖະບານ​ລາວ​ຍັງ​ຄົງ​ປະຕິ​ບັດ​ຈັດ​ຕັ້ງ​
ແຜນການ​ເພີ່ມ​ຄວາມ​ໜາ​ແໜ້ນ​ຂອງ​ສະພາບ​ປ່າ​ໄມ້​ໃນ​ປະ​ເທດ
​ຕໍ່​ໄປ​ຢ່າງ​ຕໍ່​ເນື່ອງ ພາຍ​ໃຕ້​ເປົ້າໝາຍ​ທີ່​ຈະ​ເຮັດ​ໃຫ້​ປ່າ​ໄມ້ ​ໃນ
​ລາວ​ມີ​ອັດຕາ​ການ​ປົກ​ຫຸ້ມ​ຄິດ​ເປັນ 65% ຂອງ​ພື້ນ​ທີ່​ທັງ​ໝົດ
​ຂອງ​ປະ​ເທດ​ພາຍ​ໃນ​ປີ 2015 ​ແລະ​ເພີ່ມ​ຂຶ້ນ​ເປັນ 70% ພາຍ
​ໃນ​ປີ 2020 ຕາມ​ລໍາດັບ.

​ເພື່ອ​ເປັນ​ການ​ເຮັດ​ໃຫ້​ສາມາດ​ບັນລຸ​ເປົ້າໝາຍ​ດັ່ງກ່າວ​ໄດ້​ຢ່າງ
​ແທ້​ຈິງ​ນັ້ນ ທາງ ການ​ລາວ​ກໍ​ໄດ້​ແບ່ງ​ພື້ນ​ທີ່​ປ່າ​ໄມ້​ອອກ​ເປັນ 3
ປະເພດ​ດ້ວຍ​ກັນ ກໍ​ຄື ​ປ່າ​ປ້ອງ​ກັນ ປ່າ​ສະຫງວນ ແລະ​ປ່າ​ຜະລິດ
ຊຶ່ງ​ຖ້າ​ຫາກ​ວ່າການ​ດໍາ​ເນີນ​ງານ​ເປັນ​ໄປ​ຕາມ​ແຜນ ການ​ທີ່​ວາງ​ໄວ້​ນີ້ ​ກໍ​ຈະ​ເຮັດ​ໃຫ້​ລາວ​ມີເນື້ອ​ທີ່​ປ່າ​ໄມ້​ເພີ່ມ​ຂຶ້ນ​ເປັນ 16 ລ້ານ​ເຮັກ​ຕ້າ ​ໃນ​ປີ 2015 ​ແລະ​ຫຼາຍ​ກວ່າ 17 ລ້ານ​ເຮັກ​ຕ້າ​ໃນ​ປີ 2020.



​ແຕ່​ຢ່າງ​ໃດ​ກໍ​ຕາມ ​ໂດຍ​ອິງ​ຕາມ​ລາຍ​ງານ​ຂອງ​ກົມ​ປ່າ​ໄມ້​ລາວ ກໍ​ໄດ້​ລະບຸ​ວ່າ​ສະພາບ​ປ່າ​ໄມ້​ຂອງ​ລາວ​ໄດ້​ຫລຸດ​ລະດັບ​ຂອງ​ຄວາມ​ໜາ​ແໜ້ນ​ລົງ​ຄິດ​ເປັນ​ອັດຕາສະ​ເລ່ຍ 1.4% ຕໍ່​ປີ ຊຶ່ງ​ກໍ​ເຮັດ​ໃຫ້​ຄວາມ​ໜາ​ແໜ້ນຂອງ​ປ່າ​ໄມ້​ໃນ​ລາວ​ເຫຼືອ​ຢູ່​ປະມານ 9.55 ລ້ານ​ເຮັກ​ຕ້າ ຫຼື​ຄິດ​ເປັນ 40% ຂອງ​ພື້ນ​ທີ່​ທັງ​ໝົດ​ຂອງ​ລາວ​ໃນ​ປັດ​ຈຸ​ບັນ ​ໂດຍສາ​ເຫດ​ສໍາຄັນ​ປະການ​ນຶ່ງ​ທີ່​ເຮັດ​ໃຫ້​ປ່າ​ໄມ້​ຂອງ​ລາວ​ລົດລົງ​ຢ່າງ​ຕໍ່​ເນື່ອງ​ນັ້ນ ກໍ​ຄື​ການ​ລັກລອບ​ຕັດ​ໄມ້​ເພື່ອ​ການ​ຄ້າ​ຢ່າງ​ຜິດ​ກົດໝາຍ.

ເຖິງ​ແມ່ນ​ວ່າ​ລັດຖະບານ​ລາວ​ຈະ​ໄດ້​ດໍາ​ເນີນ​ມາດ​ຕະການ​ເກືອດ
​ຫ້າມ​ການ​ສົ່ງອອກ​ໄມ້​ທ່ອນ​ໄປ​ຕ່າງປະ​ເທດ ​ແລະ​ຫັນ​ມາ​ສົ່ງ​ເສີມ​ການແປ​ຮູບ​ໄມ້​ສໍາ​ເລັດ
ຮູບເພື່ອສົ່ງ​ອອກ​ຫຼາຍ​ຂຶ້ນ​ແລ້ວ​ກໍ​ຕາມ ຫາກ​ແຕ່​ວ່າການ​ທີ່​ໄມ້​ມີ​ລາຄາ​ແພງ​ຂຶ້ນ ຈຶ່ງເຮັດໃຫ້
ບັນດາ​ນັກ​ຄ້າ​ໄມ້​ ໄດ້​ພາກັນ​ດໍາ​ເນີນ​ການ​ໃນ​ທຸກ​ວິທີ​ທາງ​ເພື່ອ​ເຮັດ​ໃຫ້​ພວກ​ຕົນ​ສາມາດ​ຕັດ
​ໄມ້​ໃຫ້​ໄດ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້ ​ດ້ວຍ​ການ​ລັກລອບ​ຕັດ​ໄມ້​ນັ້ນ​ເອງ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກົມ​ປ່າ​ໄມ້​ລາວ​ໄດ້​ໃຫ້ການ​ອະທິບາຍ​ເຖິງ​ສະພາບ​ການ​ທີ່ ​ເກີດ​ຂຶ້ນດັ່ງກ່າວ​ວ່າ:

“ຖ້າ​ວ່າ​ຫາກ​ເຮົາ​ຍັງ​ບໍ່​ທັນ​ໄດ້​ໃຊ້​ມາດ​ຕະການ​ທີ່ເດັດຂາດ​ຕໍ່​ຜູ້​ກະທໍາ​ຄວາມ​ຜິດ ຫຼື​ວ່າ ພວກ​ນາຍທຶນ​ທີ່​ຊື້​ໄມ້ ​ຂາຍ​ໄມ້​ທີ່​ຍັງ​ບໍ່​ທັນ​ເຮັດ​ຢ່າງ​ຖືກຕ້ອງ​ນີ້ ຄັນ​ບໍ່​ເດັດຂາດ​ກໍ​ຖື​ວ່າ
ກໍ​ຍັງ​ເປັນ​ບັນຫາ​ທີ່​ໜັກໜ່ວງ​ຢູ່​ກັບ​ພວກ​ເຮົາ​ນີ້ ​ເພາະວ່າ​ທໍາ​ມະ​ດາ​ເມື່ອ​ມັນ​ມີ​ຕະຫຼາດ
ກໍ​ແນ່ນອນ ​ເຖິງ​ຈະ​ຫຍຸ້ງ​ຈະ​ຍາກ​ກໍ​ເປັນ​ລັກສະນະ​ຂອງ​ຄົນເນາະ ມັນ​ກໍ​ທໍາ​ມະ​ດາ
ມັນ​ກໍ​ຈະ​ຕ້ອງ​ຂຸດ​ຄົ້ນ​ຫາ​ຕອບ​ສະໜອງ​ອັນ​ນີ້​ມັນ​ກໍ​ທໍາ​ມະ​ດາ.”


​ເຈົ້າໜ້າ​ທີ່​ກົມ​ປ່າ​ໄມ້​ລາວ ຍັງ​ໄດ້​ລະບຸ​ດ້ວຍ​ວ່າການ​ລົງທຶນ​ຈາກ​ຕ່າງປະ​ເທດ​ໂດຍສະ​ເພາະ​
ແມ່ນ​ການ​ລົງທຶນ​ຂອງ​ຈີນ ຫວຽດນາມ ​ແລະ​ໄທ​ ​ໃນ​ລາວ​ທີ່​ເພີ່ມ​ຂຶ້ນນັບ​ມື້ ກໍຍັງ​ມີ​ສ່ວນ​ທີ່​ສົ່ງ​ຜົນ​ກະທົບ​ດ້ານ​ລົບ​ຕໍ່​ສິ່ງ​ແວດ​ລ້ອມ​ທໍາ​ມະ​ຊາດ​ໃນ​ລາວ​ຢ່າງ​ກວ້າງຂວາງເຊັ່ນ​ກັນ.


ທັງ​ນີ້​ກໍ​ເນື່ອງ​ຈາກ​ວ່າ​ບັນດາ​ບໍລິສັດ​ຈາກ​ຈີນ ຫວຽດນາມ ​ແລະ​ໄທ ທີ່​ລົງທຶນ​ໃນ​ພາກກະສິກໍາ​ທີ່​ມີ​ການ​ເຊົ່າ​ທີ່​ດິນ​ເປັນ​ບໍລິ​ເວນ​ກວ້າງ​ເພື່ອ​ປູກ​ພືດ​ເສດຖະກິດ ​ເຊັ່ນ ຢາງພາຣາ ​ໄມ້​ວິກ ມັນ​ຕົ້ນ ອ້ອຍ ສາລີ ​ແລະ​ຖົ່ວຕ່າງໆ​ນັ້ນ ກໍ​ໄດ້​ພາກັນ​ຖື​ໂອກາດ​ຕັດ​ໄມ້​ທໍາລາຍ​ປ່າ​ຢູ່​ໃນ​ເຂດ​ເຊົ່າ​ຫຼື​ເຂດ​ສໍາ​ປະທານ​ຂອງ​ພວກ​ຕົນ​ຢ່າງ​ກວ້າງ ຂວາງ ​ແລະ​ໃນ​ຫຼາຍໆ​ກໍລະນີ​ກໍ​ຍັງ​ໄດ້​ລຸກ​ລໍ້າ​ເຂົ້າ​ໄປ​ໃນ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ​ຂອງ​ລາວ​ອີກ​ດ້ວຍ.

ທາງ​ດ້ານ​ເຄືອ​ຂ່າຍ​ອະນຸລັກ​ຊັບພະຍາກອນ​ທໍາ​ມະ​ຊາດ​ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງ ກໍ​ລາຍ​ງານ​ວ່າການ​ລັກລອບ​ຕັດໄມ້​ໃນ​ລາວໄດ້​ກາຍ​ເປັນ​ບັນຫາ​ໃຫຍ່​ຂຶ້ນນັບ​ມື້ ​ໂດຍເຂດ​ທີ່​ມີ​ການ​ລັກລອບ​ຕັດ​ໄມ້​ເພື່ອ​ການ​ຄ້າ​ເຖື່ອນ​ຫຼາຍ​ທີ່​ສຸດ​ໃນ​ລາວ​ນັ້ນ ກໍ​ແມ່ນ​ເຂດ ຊາຍ​ແດນ​ທີ່​ຕິດ​ຕໍ່​ກັບ​ຫວຽດນາມ ຈີນ ​ໄທ ຊຶ່ງ​ປະມານ​ວ່າ​ມີ​ການ​ລັກລອບ​ຕັດ​ໄມ້ ​ແລະ​ສົ່ງ​ໄມ້​ອອກ​ຈາກ​ລາວ​ໄປ​ຍັງ​ທັງ 3 ປະ​ເທດ​ດັ່ງກ່າວ​ໃນ​ປະລິມານ​ລວມກັນ​ຫຼາຍ​ກວ່າ 200,000 ​ເມັດ​ກ້ອນ​ໃນ​ແຕ່ລະ​ປີ.
XS
SM
MD
LG