ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວເລີ້ມນໍາເອົາ ລົດເບນຊ໌ ອອກຂາຍ ແກ່ເອກກະຊົນ


ລົດເບັນຊ໌ທີ່ລັດຖະບານລາວ ເອົາມາປະມູນຂາຍ ຫລັງຈາກຮັບໃຊ້ ໃນກອງປະຊຸມ ASEM ແລ້ວ
ລົດເບັນຊ໌ທີ່ລັດຖະບານລາວ ເອົາມາປະມູນຂາຍ ຫລັງຈາກຮັບໃຊ້ ໃນກອງປະຊຸມ ASEM ແລ້ວ
ທ່ານຈັນຖະໜອມ ພິດທະສອນ ຫົວໜ້າກົມຊັບສິນຂອງລັດ
ສັງກັດກະຊວງການເງິນ ໄດ້ລົງນາມໃນແຈ້ງການຂອງທາງ
ການລາວ ກ່ຽວກັບການປະກາດຂາຍລົດຍົນ ຈໍານວນ 167
ຄັນ ທີ່ນໍາໃຊ້ໃນກອງປະຊຸມສຸດຍອດຜູ້ນໍາລະຫວ່າງເອເຊຍ
ກັບຢູໂຣບ ຫຼື ASEM ຄັ້ງທີ 9 ຢ່າງເປັນທາງການເມື່ອສັບປະ
ດາທີ່ຜ່ານມານີ້.

ລົດຍົນທີ່ທາງການລາວໄດ້ນໍາອອກຂາຍໃຫ້ກັບພາກເອກກະ
ຊົນໃນຄັ້ງນີ້ ກໍປະກອບ ດ້ວຍລົດຍົນ Mercedes Benz ລຸ້ນ
C-Class 350 ຈໍານວນ 40 ຄັນ ກັບລຸ້ນ E-Class 350
ຈໍານວນ 65 ຄັນ ທີ່ທາງການລາວສັ່ງຊື້ມາຮັບຮອງບັນດາຜູ້
ນໍາທີ່ເຂົ້າຮ່ວມໃນກອງປະຊຸມ ASEM ຄັ້ງທີ 9 ທີ່ລັດຖະບານ
ລາວເປັນເຈົ້າ ພາບເມື່ອເດືອນພະ ຈິກ ປີຜ່ານມາ ເປັນການສະເພາະ. ສ່ວນອີກ 62 ຄັນ
ທີ່ເຫຼືອນັ້ນ ກໍເປັນລົດຍົນ Toyota ລຸ້ນ Camry 2.5 ລິດ ທີ່ສັ່ງຊື້ມາຮັບໃຊ້ກອງປະຊຸມ
ASEM ຄັ້ງທີ 9 ເຊັ່ນດຽວກັນ.

ພ້ອມກັນນີ້ ໃນແຈ້ງການດັ່ງກ່າວຍັງໄດ້ປະກາດຂາຍລົດຍົນ Mercedes Benz ລຸ້ນ S-Class 350 ປີ 2004 ຈໍານວນ 15 ຄັນອີກດ້ວຍ ໂດຍລາຄາຂາຍນັ້ນ ກໍຂຶ້ນຢູ່ກັບ ຊະນິດຂອງລົດຍົນ ແລະປີທີ່ຜະລິດເປັນສໍາຄັນ ຊຶ່ງກໍປາກົດວ່າ ທາງການລາວໄດ້ຕັ້ງ ລາຄາຂັ້ນຕໍ່າໄວ້ທີ່ 35,000 ໂດລາ ໄປຈົນເຖິງ 119,000 ໂດລາ ແລະກໍຖືເປັນລາຄາ ທີ່ບໍ່ອະນຸຍາດໃຫ້ມີການຕໍ່ຮອງໄດ້ ແຕ່ຢ່າງໃດອີກດ້ວຍ.

ທາງດ້ານທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງການ ຕ່າງປະເທດ ໄດ້ໃຫ້ການຢືນຢັນວ່າ ການປະກາດຂາຍລົດຍົນດັ່ງກ່າວນີ້ ນອກຈາກ ຈະ ເປັນການສະແດງເຖິງການທີ່ລັດຖະບານລາວບໍ່ມີນະໂຍບາຍ ທີ່ຈະນໍາເອົາລົດຍົນເຫຼົ່າ ນີ້ໄປເປັນລົດຍົນປະຈໍາຕໍາແໜ່ງຂອງການນໍາ ທັງໃນພັກ ແລະລັດຖະບານແລ້ວ ກໍຍັງຖື ເປັນມະຕິຕົກລົງຂອງຄະນະກໍາມະການກົມການເມືອງສູນກາງພັກ ທີ່ຕ້ອງການຈະນໍາ ເອົາເງິນທີ່ໄດ້ຈາກການຂາຍລົດຍົນທັງໝົດ ສົ່ງຄືນຄັງເງິນແຫ່ງຊາດອີກດ້ວຍ ດັ່ງທີ່ ທ່ານໄດ້ຊີ້ແຈງວ່າ:

ດຽວນີ້ ກົມການເມືອງເຫັນດີວ່າ ລົດທີ່ຊື້ມາບໍ່ໄດ້ໄປຢາຍກັນຂີ່ເດີ້ ໃຫ້ເອົາ
ໄປຂາຍໝົດ ຂາຍເອົາເງິນເຂົ້າງົບປະມານ ໄດ້ກໍາໄລອີກ ຊື້ລົດເບັນຊ໌ມາ
ບໍ່ໄດ້ເສຍພາສີ ບັດນີ້ມາກໍໄປຂາຍເອົາພາສີເຂົ້າງົບປະມານໝົດ ສ່ວນວ່າ ລົດທີ່ພະນັກງງານເຮົາສິຂີ່ ຂັ້ນກົມການເມືອງ ຂັ້ນລັດຖະມົນຕີ ຂັ້ນຄະນະ
ເລຂາ ຂັ້ນສູນກາງຫັ້ນ ໃຫ້ຊື້ລົດໂຕໂຢຕ້າມາຂີ່ໝົດ.”

ກອງປະຊຸມສຸດຍອດເອເຊຍ-ຢູໂຣບ ຄັ້ງທີ 9 ຈັດຂຶ້ນໃນເດືອນພະຈິກ 2012
ກອງປະຊຸມສຸດຍອດເອເຊຍ-ຢູໂຣບ ຄັ້ງທີ 9 ຈັດຂຶ້ນໃນເດືອນພະຈິກ 2012

ທັງນີ້ໂດຍອິງຕາມການລາຍງານຂອງກະຊວງການເງິນຂອງ
ລາວ ກໍເຮັດໃຫ້ຮູ້ວ່າ ການເປັນເຈົ້າພາບກອງປະຊຸມ ASEM
ຄັ້ງທີ 9 ຢູ່ນະຄອນຫຼວງວຽງຈັນ ໃນ ວັນທີ 5-6 ພະຈິກທີ່ຜ່ານ
ມານັ້ນ ລັດຖະບານລາວໄດ້ໃຊ້ຈ່າຍງົບປະມານໄປຫຼາຍ ກວ່າ
240 ຕື້ກີບ ຫຼືປະມານ 30 ລ້ານໂດລາ ໂດຍຫລາຍກວ່າ 40%
ຂອງງົບປະມານ ດັ່ງກ່າວໄດ້ໃຊ້ຈ່າຍໄປເພື່ອການສັ່ງຊື້ລົດຍົນ
Mercedes Benz ຈໍານວນ 105 ຄັນແລະລົດຍົນ Toyota
ອີກຈໍານວນ 147 ຄັນ ຊຶ່ງກໍໝາຍຄວາມວ່າ ຍັງມີລົດ Toyota
ຈໍານວນ 85 ຄັນ ທີ່ບໍ່ໄດ້ນໍາອອກມາຂາຍ ໃນຄັ້ງນີ້ດ້ວຍ.

ນອກຈາກນີ້ ການໃຊ້ຈ່າຍງົບປະມານໄປຫຼາຍກວ່າ 240 ຕື້ກີບດັ່ງກ່າວ ກໍບໍ່ໄດ້ລວມໄປ
ເຖິງການກໍ່ສ້າງສູນການປະຊຸມນາໆຊາດແຫ່ງໃໝ່ ການຂະຫຍາຍບ່ອນຈອດເຮືອບິນ
ຢູ່ສະໜາມບິນວັດໄຕ ການພັດທະນາປັບປຸງຖະໜົນ 21 ເສ້ນທາງໃນນະຄອນວຽງຈັນ
ການກໍ່ສ້າງເຮືອນຮັບຮອງຜູ້ນໍາ 52 ຫຼັງຢູ່ດອນຈັນ ການກໍ່ສ້າງໂຮງແຮມລະດັບ 5 ດາວ
ຢູ່ດອນຈັນ ແລະການກໍ່ສ້າງບ້ານພັກອີກ 70 ຫຼັງ ຢູ່ບ້ານພະຂາວ ແຕ່ຢ່າງໃດ.
XS
SM
MD
LG